ງານມະໂຫລານຖ່າຍຮູບສາກົນ Photo Hanoi’23

(VOVWORLD) -        ງານມະໂຫລານຖ່າຍຮູບສາກົນ Photo Hanoi’23 ຖືກດຳເນີນແຕ່ວັນທີ 21 ເມສາຫາວັນທີ 3 ມິຖຸນາເຊິ່ງມີການເຂົ້າຮ່ວມຂອງນັກສິລະປະດ້ານ ຈັກຂຸສຳຜັດ, ນັກຖ່າຍຮູບແລະ ບັນດານັກຊ່ຽວຊານພາຍໃນຂະແໜງມາຈາກຫຼາຍປະເທດໃນໂລກແລະຫວຽດນາມຫຼາຍກວ່າ 100 ຄົນ. ນີ້ແມ່ນການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່ໃນຂົງເຂດຖ່າຍຮູບເຊິ່ງຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມແລະ ຝຣັ່ງຄືວັນທີ 22 ເມສາປີ 1973 - ວັນທີ 22 ເມສາປີ 2023
ງານມະໂຫລານຖ່າຍຮູບສາກົນ Photo Hanoi’23 - ảnh 1ມີຮູບຖ່າຍກ່ຽວກັບຫວຽດນາມໄລຍະຕົ້ນສະຕະວັດທີ 20 ຖືກນຳມາວາງສະແດງ

     ງານມະໂຫລານ ຖ່າຍຮູບສາກົນ Photo Hanoi 23 ໂດຍສະຖາບັນ ຝຣັ່ງປະຈຳຫວຽດນາມ ລິເລີ່ມດ້ວຍການໜູນຊ່ວຍຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ. ເຫດການນີ້ຂຶ້ນກັບໂຄງການດຳເນີນງານຂອງນະຄອນ ແນໃສ່ໃຫ້ບຸລິມະສິດພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ. ທ່ານໂດ໊ດິ້ງຮົ່ງ ຫົວໜ້າພະແນກວັດທະນະທຳແລະກິລາ ນະຄອນຮ່າໂນ້ຍໃຫ້ຮູ້ວ່າ:

    “ໃນໄລຍະທີ່ຈະມາເຖິງ, ຮ່າໂນ້ຍຈະຫັນບັນດາຂໍ້ລິເລີ່ມຂອງນະຄອນປະດິດຄິດສ້າງເປັນລະອຽດດ້ວຍເອກະສານອອກສະໝັກເລືອກຕັ້ງກັບອົງການ Unesco ດ້ວຍບັນດາໂຄງການກະທຳແຜ່ນການລະອຽດເພື່ອຍົກສູງລະດັບຄວາມຮັບຮູ້ ຜູກຮັດທຸກໆຄົນດ້ວຍຈັງຫວະວັດທະນະທຳແລະປະດິດຄິດສ້າງຂອງນະຄອນ. ພ້ອມກັນນັ້ນຈະສ້າງບັນດາໂຄງການຮ່ວມສຳພັນລະຫວ່າງຮ່າໂນ້ຍກັບບັນດານະຄອນປະດິດຄິດສ້າງໃນພາກພື້ນແລະໂລກ.”

      ບັນດາຮູບຖ່າຍທີ່ງານມະໂຫລານ ຖ່າຍຮູບສາກົນ Photo Hanoi 23 ຖືກນຳມາສະແດງຢູ່ງານວາງສະແດງຄັ້ງຕ່າງໆ ແລະເປີດປະຕູໂດຍບໍ່ເກັບຄ່າຮັບໃຊ້ປະຊາຊົນໃນບໍລິເວນ 7 ເມືອງຂອງນະຄອນຮ່າໂນ້ຍ. ນັກຖ່າຍຮູບຊາວ ຝຣັ່ງ Sebastien Laval ຜູ້ມີຄວາມຜູກພັນກັບຫວຽດນາມນັບແຕ່ທົດສະວັດ 1990 ໃຫ້ຮູ້ວ່າ:

    “ນີ້ແມ່ນໂອກາດໄດ້ພົບປະແລກປ່ຽນ ແລະ ແບ່ງປັນລະຫວ່າງບັນດານັກຖ່າຍຮູບພວກຂ້າພະເຈົ້າ.ສຳລັບມວນຊົນ, ນີ້ກໍ່ແມ່ນໂອກາດເພື່ອຄົ້ນຫາວຽກງານຂອງບັນດານັກຖ່າຍທີ່ມາຈາກທຸກແຫ່ງຫົນໃນໂລກ ດ້ວຍບັນດາຄຸນລັກສະນະ ແລະ ເຕັກນິກການຖ່າຍຮູບທີ່ແຕກຕ່າງກັນ. ໃນງານມະໂຫລານຄັ້ງນີ້ ພວກຂ້າພະເຈົ້າແບ່ງປັນກັບມວນຊົນກ່ຽວກັບບັນດາຮູບຖ່າຍກ່ຽວກັບຮ່າໂນ້ຍ ທີ່ມີຄວາມເປັນເອກະລັກສະເພາະ. ບັນດາຮູບຖ່າຍກ່ຽວກັບຮ່າໂນ້ຍໃນງານ Festiva lຄັ້ງນີ້ມີພຽງແຕ່ໜຶ່ງບໍ່ມີສອງແລະພິເສດທີ່ສຸດ”.

     ບັນດາງານວາງສະແດງ ໄດ້ວາງສະແດງຮູບຖ່າຍຕາມມາດຕະຖານທາງດ້ານວິຈິດຕະກຳຂອງຫໍພິພິທະພັນສິລະປະໃນໂລກໃນປັດຈຸບັນ. ບັນດາຮູບຖ່າຍແມ່ນການປະດິດຄິດສ້າງໃນຕະຫຼອດຫຼາຍປີ ແລະ ຢູ່ໃນຊ່ວງເວລາທີ່ແຕກຕ່າງກັນກ່ຽວກັບຮ່າໂນ້ຍ ມີຮູບຖ່າຍກ່ຽວກັບຮ່າໂນ້ຍໃນໄລຍະກ່ອນປີ 1954, ຮ່າໂນ້ຍໃນໄລຍະເກຶື້ອກູນ, ຮ່າໂນ້ຍໃນໄລຍະເປີດປະຕູ ແລະ ເຊື່ອມໂຍງສາກົນ. ນັກຖ່າຍຮູບ ຫງວຽນເຖເຊີນໃຫ້ຮູ້ວ່າ:

     “ງານວາງສະແດງຄັ້ງນີ້ມີຄວາມເປັນຫຼາຍຮູບຫຼາຍສີໃນວິທີສຳຜັດຖ່າຍຮູບ. ພວກເຮົາອາດຈະມີການສັງເກດໂດຍລະອຽດກວ່າກ່ຽວກັບບົດບາດຂອງການ ຖ່າຍຮູບໃນສັງຄົມຍຸກປັດຈຸບັນ. ເບິ່ງຄືວ່ານີ້ເປັນຄັ້ງທຳອິດທີ່ຄະນະຈັດຕັ້ງກໍ່ຄືຄະນະກວດສອບ, ນັກຖ່າຍຮູບໄດ້ຍົກອອກບັນດາລະບອບລະບຽບການດ້ານສິລະປະເພື່ອພັດທະນາຕະຫຼາດສິລະປະ”.

    ນອກຈາກງານວາງສະແດງ, ງານມະໂຫລານ Photo Hanoi’23 ຍັງມີການໂອ້ລົມສົນທະນາ, ຢ້ຽມຊົມສິລະປະ, ກອງປະຊຸມສຳມະນາ ແລະ ພົບປະແລກປ່ຽນລະຫວ່າງນັກຖ່າຍຮູບກັບມວນຊົນ. ນັກຖ່າຍຮູບຫງວຽນຫິວບ໋າວໃຫ້ຮູ້ວ່າ:

     “ຂ້າພະເຈົ້າເຫັນວ່ານີ້ແມ່ນໂອກາດເພື່ອໃຫ້ຂະແໜງຖ່າຍຮູບຫວຽດນາມເວົ້າລວມ ແລະ ຮ່າໂນ້ຍເວົ້າສະເພາະ ເປີດອອກສູ່ຂອບເຂດເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ແລະ ຊາວຮ່າໂນ້ຍສາມາດມີເງື່ອນໄຂເຂົ້າໃຈເລິກກວ່າກ່ຽວກັບຮ່າໂນ້ຍໃນແງ່ມູມແຕກຕ່າງກັນ. ເຫດການນີ້ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີວິທີສັງກັດກ່ຽວກັບຮ່າໂນ້ຍເລິກເຊິ່ງກວ່າ, ຫຼາຍຮູບຫຼາຍແບບກວ່າ”.

    ງານມະໂຫລານ Photo Hanoi’23  ໄດ້ນຳວິທີສັງເກດທີ່ໃໝ່ອ່ຽມແລະດູດດື່ມທາງດ້ານສິລະປະຖ່າຍຮູບຍຸກປັດຈຸບັນຢູ່ ຫວຽດນາມ ແລະ ສາກົນມາໃຫ້ມວນຊົນ. ງານມະໂຫລານໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງຂອງນະຄອນຮ່າໂນ້ຍ ໃນການຜັນຂະຫຍາຍປະຕິບັດຂໍ້ລິເລີ່ມ, ໂຄງການວັດທະນະທຳໃນຂອບເຂດ ເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງອົງການ Unesco ປະກອບສ່ວນໂຄສະນາພາບພົດປະເທດຊາດຊາວນະຄອນຫຼວງຮ່າໂນ້ຍຜ່ານວິທີສັງເກດຂອງນັກຖ່າຍຮູບ.

ຕອບກັບ

ຂ່າວ/ບົດ​ອື່ນ