ດື່ມນ້ຳຊາເອືອບດອກບົວ, ຊາວຮ່າໂນ້ຍ ເຊື່ອມຕໍ່ລະຫວ່າງ ອະດີດຕະການກັບປັດຈຸບັນ

(VOVWORLD) -ສຳລັບບັນດາຜູ້ຄົນມັກດື່ມນ້ຳຊານັ້ນ, ການດື່ມນ້ຳຊາ ບໍ່ສະເພາະແມ່ນການບໍລິໂພກເຄື່ອງດື່ມເທົ່ານັ້ນ ຫາກຍັງແມ່ນຄວາມເປັນເອກະລັກ ທາງດ້ານວັດທະນະທຳການກິນດື່ມອີກດ້ວຍ. ຊາວ ຫວຽດນາມ ມີຊາຫຼາຍຊະນິດ ຖືກເອືອບດ້ວຍລົດຫອມແຕກຕ່າງກັນ ແຕ່ຊາເອືອບດອກບົວ ແມ່ນໄດ້ຮັບຄວາມນິຍົມ ບໍລິໂພກຫຼາຍກວ່າໝູ່ ຍ້ອນຄວາມລຽບງ່າຍ ແລະ ລົດຫອມບໍລິສຸດ. ແຕ່ດົນນານມາແລ້ວ ສິລະປະເອືອບຊາບົວ ໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳ ມີລົດຊາດພິເສດສະເພາະຂອງດິນແດນນະຄອນຫຼວງ ຮ່າໂນ້ຍ
ດື່ມນ້ຳຊາເອືອບດອກບົວ, ຊາວຮ່າໂນ້ຍ ເຊື່ອມຕໍ່ລະຫວ່າງ ອະດີດຕະການກັບປັດຈຸບັນ - ảnh 1 ດື່ມນ້ຳຊາແມ່ນຄວາມເປັນເອກະລັກ ທາງດ້ານວັດທະນະທຳການກິນດື່ມຂອງຊາວຫວຽດນາມ

ໃນທ່າມກາງແສງແດດຮ້ອນເອົ້າຂອງລະດູດອກບົວ ແຕ່ເດືອນ ພຶດສະພາ ຫາທ້າຍ ເດືອນ ສິງຫາ ໃນແຕ່ລະປີຊາວ, ຮ່າໂນ້ຍ ໄດ້ມີໂອກາດຮັບຊົມຄວາມງາມບໍລິສຸດ ຂອງດອກບົວໃນໜອງ ໂຮ່ເຕິຍ ແລະ ສະແດງໃຫ້ເຫັນຄວາມງາມດ້ານວັດທະນະທຳ ໃນການດື່ມນ້ຳຊາເອືອບດອກບົວ. ແຕ່ປາງກ່ອນ ປະຊາຊົນຢູ່ບັນດາໝູ່ບ້ານເກົ່າແກ່ ລວມມີບ້ານ ກວ໋າງບ໊າ, ເຕິຍໂຮ່, ງີຕ່າມ ໄດ້ສືບທອດກັນມາ ກ່ຽວກັບສິນລະປະເອືອບຊາດອກບົວທີ່ລະອຽດອ່ອນ. ຊາດອກບົວມີຄວາມຍອດຍິ່ງ ຈາກການເລືອກເຟັ້ນເອົາຍອດບົວ ຕະຫຼອດຮອດຂອດເລືອກເອົາຊາ ເພື່ອເອືອບດອກບົວ. ແຕ່ຮຸ່ງເຊົ້າຂະນະທີ່ນ້ຳໝອກກົ້ວຍັງບໍ່ທັນສະຫຼາຍໄປ, ຜູ້ເອືອບຊາບົວ ໂຮ່ເຕິຍ, ຮ່າໂນ້ຍ ໄດ້ຕື່ນເຊົ້າ ເພື່ອຂັບເຮືອນ້ອຍອອກໄປກາງໜອງ ເພື່ອເກັບເອົາດອກບົວ, ບຶດໜຶ່ງ ເຮືອກໍເຕັມໄປດ້ວຍດອກບົວທີ່ງາມໆ ແລະ ສະເໝີກັນ. ດອກບົວຖືກຂົນໄປຝັ່ງ ແລະ ຂົນສົ່ງໄປເຮືອນໂດຍໄວ ເພື່ອຮັກສາໃຫ້ດອກສົດ ແລະ ຫອມ ຫຼັງຈາກນັ້ນກໍ່ແຍກເອົາເມັດບົວ ເພື່ອເອົາໄປເອືອບຊາ. ປ້າ ຫວຽນທິເຢິ່ນ ຢູ່ເມືອງ ເຕິຍໂຮ່ ຮ່າໂນ້ຍ ເຊິ່ງແມ່ນນັກສິລະປະການອາຍຸສູງທີ່ສຸດ ຍັງມີຄວາມຜູກພັນກັບອາຊີບເອືອບຊາດອກບົວ ທີ່ມີມາແຕ່ດົນນານ ໃຫ້ຮູ້ວ່າ:

     “ເມື່ອເອືອບຊາດອກບົວນັ້ນ, ຊາຕ້ອງແຫ້ງ. ເຮັດແນວໃດ ຊາໂລໜຶ່ງແມ່ນຕ້ອງເອືອບກັບດອກບົວປະມານ 1.000 ດອກ ຈຶ່ງຈະໃຫ້ມີຊາຫອມ”.

     ຊາດອກບົວແມ່ນສິ່ງທີ່ມີຄ່າເຊັ່ນນັ້ນ ດັ່ງນັ້ນເມື່ອດື່ມນ້ຳຊາ ແມ່ນຕ້ອງເຮັດແນວໃດ ເພື່ອຈະສາມາດຮູ້ສຶກໄດ້ໜົດ ເຖິງລົດຊາດອັນຍອດຍິ່ງຂອງຊາດອກບົວ. ເມື່ອດື່ມນ້ຳຊາເອືອບດອກບົວ ຕ້ອງດື່ມເທື່ອລະໜ້ອຍ ແລະ ຄ່ອຍຮູ້ສຶກເຖິງລົດຫອມ ແລະ ຄວາມອົບອຸ່ນ ທີ່ພວມແຜ່ຂະຫຍາຍອອກສູ່ທົ່ວຮ່າງກາຍ. ສີຂຽວເຫຼືອງ ແລະ ໃສພ້ອມກັບລົດຫອມຂອງຊາ ປະສານກັບລົດຫອມບໍລິສຸດຂອງດອກບົວ ໄດ້ເຮັດໃຫ້ຜູ້ດື່ມນ້ຳຊາລືມຄວາມອິດເມື່ອຍ ແລະ ຄວາມເປັນຫ່ວງເປັນໄຍໃນຊີວິດປະຈຳວັນ. ນັກປະພັນວັນນະຄະດີ ຫງວຽນເຈືອງກຸ໊ຍ ແບ່ງປັນວ່າ:

       “ລົດຫອມຂອງຊາດອກບົວ ແມ່ນສິ່ງທີ່ລວງຕາ, ມັນຖືກຜູ້ດື່ມຮູ້ສຶກລົດຫອມຜ່ານການສຳຜັດກິນ, ມີລັກສະນະສ່ວນຕົວ. ສິ່ງນີ້ແມ່ນຄວາມເປັນເອກະລັກສະເພາະ ຂອງວັດທະນະທຳການກິນດື່ມ ແລະ ເຊີດຊູຄວາມຮູ້ສຶກກັບທຳມະຊາດໂດຍກົງ’’.

     ຍ້ອນຄວາມລະອຽດອ່ອນໃນວິທີ ການເອືອບຊາກັບດອກບົວ ແລະ ວັດທະນະທຳການດື່ມນ້ຳຊາຂອງຊາວ ຮ່າໂນ້ຍ ນີ້ເອງ ໄດ້ເຮັດໃຫ້ຄວາມເປັນເອກະລັກສະເພາະ ໃນການກິນດື່ມຂອງ ຮ່າໂນ້ຍ ມີຄວາມພິເສດກວ່າ ເມື່ອທຽບໃສ່ເຂດອື່ນໆ ແລະ ໄດ້ກາຍເປັນສ່ວນໜຶ່ງຂອງວັດທະນະທຳຮ່າໂນ້ຍ. ແຕ່ລະປີຮອດລະດູດອກບົວ, ນາງ ຫງວຽນຮວ່າງດຽບ ເຈົ້າຂອງຮ້ານ “ເອີເກຍ ຮ່າໂນ້ຍ”, ພັດເປີດຊຸດຮຽນເຮັດຊາດອກບົວ ເພື່ອໃຫ້ບັນດາເພື່ອນໜຸ່ມສາມາດຊອກຮູ້ ວິທີເອືອບຊາດອກບົວ ກໍ່ຄືລື້ມຄືນວັດທະນະທຳ ດື່ມນ້ຳຊາ ແລະ ເອືອບຊາດອກບົວ. ນາງ ຫງວຽນຮວ່າງດຽບ ເວົ້າວ່າ:

     “ຢູ່ຮ່າໂນ້ຍເມື່ອກ່ອນນີ້, ພວກຂ້າພະເຈົ້າ ຮູ້ພຽງແຕ່ດອກບົວຊະນິດໜຶ່ງເທົ່ານັ້ນ ນັ້ນແມ່ນດອກບົວ ແບັກຢຽບ ຢູ່ໜອງ ໂຮ່ເຕິຍ. ດອກບົວຢູ່ ໂຮ່ເຕິຍ ແມ່ນມີຈຸດພິເສດສະເພາະ ແລະ ເປັນໜ້າຈັບໃຈ ເພາະວ່າດອກບົວໃຫຍ່ທີ່ສຸດ.  ມື້ນີ້ ຂ້າພະເຈົ້າຈະມາແນະນຳໃຫ້ບັນດາເພື່ອນໜຸ່ມ ກ່ຽວກັບວິທີເອືອບຊາດອກບົວ”.

      ໃນບັນຍາກາດທີ່ຄຶກຄື້ນ ເນືອງນັນຂອງຍຸກທັນສະໄໝ, ຜູ້ຄົນທັງຫຼາຍຊ້ຳພັດຢາກຊອກຫາບ່ອນ ເພື່ອດື່ມນ້ຳຊາເອືອບດອກບົວ  ຄືດັ່ງໄປຊອກຫາຄວາມບໍລິສຸດ ແລະ ລຽບງ່າຍໃນຈິດໃຈຂອງແຕ່ລະຄົນ. ນະຄອນຫຼວງ ຮ່າໂນ້ຍ ໄດ້ມີມາເທົ່າໃດປີກໍ່ເຊັ່ນນັ້ນ, ຍັງຄົງສາມາດຮັກສາຄວາມງາມທີ່ລຽບງ່າຍ ໃນສິລະປະດື່ມນ້ຳຊາ.

ຕອບກັບ

ຂ່າວ/ບົດ​ອື່ນ