ທ່າກຳປັ່ນຍ່າຣົງ - ແຫ່ງທີ່ທ່ານປະທານໂຮ່ຈິມິນ
ອອກເດີນທາງໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ
|
ນັບຕັ້ງແຕ່ຈຸດເວລາປະຫວັດສາດ ທ່ານປະທານໂຮ່ຈິມິນອອກເດີນທາງຈາກ ທ່າກຳປັ່ນຍ່າຣົງບົນແມ່ນແມ່ນ້ຳໄຊງ່ອນ ນະຄອນໂຮ່ຈິມິນ ໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດນັ້ນ, ມາຮອດປະຈຸບັນໄດ້ກ່ວາ 100 ປີແລ້ວ. ໃນທຸກວັນນີ້, ທ່າກຳປັ່ນຍ່າຣົງໄດ້ກາຍເປັນສະຖານທີ່ເພື່ອໃຫ້ຊາວຫວຽດນາມກັບເມືອຫາເພື່ອຊອກຮູ້ ແລະ ເຊີດຊູບັນດາຄຸນຄ່າຂອງນ້ຳໃຈຮັກຊາດ ແລະ ນ້ຳໃຈຕໍ່ສູ້ປະຕິວັດທີ່ອົງອາດກ້າແກ່ນຂອງປະທານໂຮ່ຈິມິນ.
ທ່າກຳປັ່ນຍ່າຣົງໃນປະຈຸບັນ ແມ່ນຂຶ້ນກັບເມືອງ 4, ນະຄອນໂຮ່ຈິມິນ. ຫວ່າງປີ 1863, ຊາວຝະລັ່ງໄດ້ໃຫ້ກໍ່ສ້າງກິດຈະກຳນີ້ເພື່ອໃຊ້ເປັນສຳນັກງານຂອງບໍລິສັດກຳປັ່ນທະເລ 5 ດາວ. ໃນຂະນະທີ່ປະຊາຊົນຫວຽດນາມຕ້ອງມີຊີວິດດ້ວຍຊາຕະກຳເປັນຂ້າທາດ, ຖືກກົດຂີ່ຂູດຮີດແບບທໍລະມານ, ຈາກແຫ່ງນີ້, ຊາຍໜຸ່ມ ຫງວຽນເຕິດແທ່ງ, ໄລຍະຕໍ່ມາໃຊ້ຊື່ແມ່ນຫງວຽນອ້ານກວກ (ໝາຍເຖິງທ່ານປະທານ ໂຮ່ຈິມິນ) ໄດ້ລົງກຳປັ່ນທີ່ມີຊື່ວ່າ Amiral Latouche Tréville ຂອງຝະລັ່ງ, ເລີ່ມຕົ້ນການເດີນທາງ ໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ, ນຳມາເຊິ່ງເອກະລາດ, ອິດສະຫຼະພາບໃຫ້ເກ່ປະເທດຊາດ. ເພື່ອສະແດງຄວາມຮູ້ບູນຄຸນຂອງ ປະທານໂຮ່ຈິມິນ ແລະ ຮັບໃຊ້ຄວາມຕ້ອງການມາທັດສະນະສຶກສາຂອງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ປີ 1979, ທ່າກຳປັ່ນຍ່າຣົງໄດ້ຮັບເລືອກເຟັ້ນເປັນສະຖານທີ່ວາງສະແດງບັນດາວັດຖຸພັນກ່ຽວກັບຊີວິດການເຄື່ອນໄຫວປະຕິວັດຂອງເພິ່ນ. ຄາວນັ້ນ, ແຫ່ງນີ້ຍັງແມ່ນເຮືອນອະນຸສອນສະຖານດ້ວຍຂອບຂະໜາດຖືກຈຳກັດ. ມາຮອດປີ 1995, ເຮືອນອະນຸສອນສະຖານແຫ່ງນີ້ໄດ້ຮັບການກໍ່ສ້າງດ້ວຍຂອບຂະໜາດໃຫຍ່ກ່ວາ, ວັດຖຸພັນກໍ່ຖືກເກັບຮັກສາຫຼາຍກ່ວາ ແລະ ໄດ້ປ່ຽນຊື່ເປັນ ຫໍພິພິທະພັນໂຮ່ຈິມິນສາຂານະຄອນໂຮ່ຈິມິນ ຢ່າງເປັນທາງການ. ນີ້ແມ່ນສະຖານທີ່ວາງສະແດງບັນດາວັດຖຸພັນກ່ຽວກັບທ່ານ ປະທານໂຮ່ຈິມິນດ້ວຍຫົວເລື່ອງ “ ຄວາມຮັກແພງຂອງປະທານ ໂຮ່ຈິມິນທີ່ມີຕໍ່ພາກໃຕ້ ແລະ ຄວາມຮັກແພງຂອງຊາວພາກໃຕ້ທີ່ມີຕໍ່ ປະທານ ໂຮ່ຈິມິນ”
ຈຳນວນເອກະສານ, ພາບຖ່າຍ, ວັດຖຸພັນກ່ຽວກັບປະທານໂຮ່ຈິມິນ ຊຶ່ງ ຫໍພິພິທະພັນໂຮ່ຈິມິນສາຂານະຄອນໂຮ່ຈິມິນພວມວາງສະແດງນັ້ນ ແມ່ນຂຶ້ນເຖິງເກືອບ 20.000 ຢ່າງ. ພ້ອມກັບໜ້າທີ່, ຄົ້ນຄ້ວາ, ເກັບກຳ, ວາງສະແດງ, ໂຄສະນາສຶກສາກ່ຽວກັບຊີວິດ ແລະ ພາລະກິດຂອງ ປະທານໂຮ່ຈິມິນນັ້ນ, ໃນຊຸມປີມໍ່ໆມານີ້, ພະນັກງານ, ພາລະກອນ, ກຳມະກອນສັງກັດ ຫໍພິພິທະພັນໂຮ່ຈິມິນຍັງເລັ່ງໃສ່ເກັບກຳບັນດາວັດຖຸພັນ ແລະ ບັນດາເລື່ອງລາວເລົ່າກ່ຽວກັບລຸງໂຮ່ດ້ວຍຫົວເລື່ອງ: “ ຄວາມຮັກແພງຂອງປະທານ ໂຮ່ຈິມິນທີ່ມີຕໍ່ພາກໃຕ້ ແລະ ຄວາມຮັກແພງຂອງຊາວພາກໃຕ້ທີ່ມີຕໍ່ ປະທານ ໂຮ່ຈິມິນ” ແລະ “ການເດີນທາງອອກໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດຂອງລຸງໂຮ່” ເພື່ອເຮັດໃຫ້ຫໍພິພິທະພັນເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ. ນາງຫງວຽນທິກິມລຽນ ຫົວໜ້າຫ້ອງ ໂຄສະນາສຶກສາ, ຫໍພິພິທະພັນໂຮ່ຈິມິນສາຂານະຄອນໂຮ່ຈິມິນ ໃຫ້ຮູ້ວ່າ :
“ ບໍ່ສະເພາະຕົນເອງເທົ່ານັ້ນ, ຫາກຍັງມີອ້າຍເອື້ອຍນ້ອງພະນັກງານ, ພາລະກອນທັງໝົດໃນຫ້ອງ, ກໍລ້ວນແຕ່ຕ້ອງອ່ານ, ຄົ້ນຄ້ວາເອກະສານ, ພິເສດຍັງມີການຄົ້ນຄ້ວາຕາມຫົວເລື່ອງ. ຍົກຕົວຢ່າງຄື ສຳລັບເປົ້າໝາຍນັກສຶກສາ, ເຮົາຈະແນະນຳຄືແນວໃດ, ແຂກທ່ອງທ່ຽວແມ່ນຄືແນວໃດ. ຕາມນັ້ນແລ້ວ, ເຮົາຈະຂຸດຄົ້ນບັນດາເລື່ອງລາວຫຼືວັດຖຸພັນຕ່າງໆເພື່ອດຶງດູດແຂກມາຢ້ຽມຊົມ ກໍຄືຊ່ວຍໃຫ້ແຂກທ່ອງທ່ຽວສາມາດເຂົ້າໃຈກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈິມິນ”
ນອກຈາກຄວາມໝາຍປະຫວັດສາດ, ວັດຖຸພັນແຕ່ລະຢ່າງທີ່ນຳມາວາງ ສະແດງຢູ່ ຫໍພິພິທະພັນໂຮ່ຈິມິນ ກໍຍັງເປັນການສະແດງອາລົມຈິດຄວາມຮັກແພງ ແລະ ເຄົາລົບຮັກຊຶ່ງຊາວພາກໃຕ້ແຕ່ລະຄົນໄດ້ສະຫງວນໃຫ້ ປະທານໂຮ່ຈິມິນ ອີກດ້ວຍ. ຍົກຕົວຢ່າງຄື ເສື້ອກັກທີ່ ປະທານໂຮ່ຈິມິນມອບໃຫ້ອ້າຍທະຫານເສອົງຄະໜັກ ເລທົ້ງເຍິດ, ເຄື່ອງໝາຍ ປະທານໂຮ່ຈິມິນ ທີ່ມອບໃຫ້ບັນດາສ່ວນບຸກຄົນຕົວແບບກ້າວໜ້າ, ແຜ່ນບູຊາ ແລະ ບັນດາເຄື່ອງຮັບໃຊ້ການໄຫວ້ບູຊາ ປະທານໂຮ່ຈິມິນຂອງຄອບຄົວໜຶ່ງຢູ່ພາກໃຕ້.....ທ້າວຫງວຽນມິນຖ້ຽນ ນັກສຶກສາສັງກັດມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ :
“ ເມື່ອເຂົ້າຢ້ຽມຊົມຢູ່ ຫໍພິພິທະພັນໂຮ່ຈິມິນ, ຂ້າພະເຈົ້າມີຄວາມເຂົ້າໃຈເລິກເຊິ່ງຕື່ມອີກກ່ຽວກັບບັນດາຮູບພາບ ແລະ ບັນດາບົດປະພັນໂດຍທ່ານ ປະທານ ໂຮ່ຈິມິນໄດ້ແຕ່ງ ແລະ ໄດ້ຜ່ານຕະຫຼອດຊີວິດການເຄື່ອນໄຫວປະຕິວັດຂອງ ປະທານໂຮ່ຈິມິນ. ຮູບພາບເຫຼົ່ານັ້ນ ແມ່ນມີຄວາມໝາຍຫຼາຍຢ່າງສຳລັບນັກຮຽນ,ນັກສຶກສາຄືພວກຂ້າພະເຈົ້າ. ຜ່ານການມາທັດສະນະສຶກສາຄັ້ງນີ້, ພວກຂ້າພະເຈົ້າໄດ້ຮຳ່ຮຽນຕາມແບບຢ່າງປະທານໂຮ່ຈິມິນກ່ຽວກັບການອຸທິດສ່ວນ ແລະ ຄວາມກະຕືລືລົ້ນເພື່ອສູ້ຊົນໃນອະນາຄົດ”
ປະຈຸບັນ,ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາຢູ່ຫໍພິພິທະພັນ ໂຮ່ຈິມິນແມ່ນນັບມື້ ນັບຫຼາຍຂຶ້ນ. ປີ 2012, ທ່າກຳປັ່ນຍ່າຣົງ ແລະ ຫໍພິພິທະພັນໂຮ່ຈິມິນໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ ພາຍໃນປະເທດ ແລະ ສາກົນ 350.000 ເທື່ອຄົນ ແລະ ໃນ 7 ເດືອນຕົ້ນປີນີ້, ຈຳນວນແຂກທ່ອງທ່ຽວ ມາຢ້ຽມຊົມແມ່ນ 250.000 ເທື່ອຄົນ. ແລະ ໃນມໍ່ມານີ້, ຫໍພິພິທະພັນໂຮ່ຈິມິນສາຂານະຄອນໂຮ່ຈິມິນ ໄດ້ນຳກິດຈະກຳບູລະນະປະຕິສັງຂອນ, ເປີດກ້ວາງສາຂາຫໍພິພິທະພັນໂຮ່ຈິມິນເຂົ້າໃຊ້ການດ້ວຍ ຍອດຄ່າໃຊ້ຈາຍ 47 ຕື້ດົງ. ທ່ານນາງ ດຣ ຫງວຽນທິຮວາຊິງ ຜູ້ອຳນວຍການຫໍພິພິທະພັນໂຮ່ຈິມິນສາຂານະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ ສຳລັບຫໍພິພິທະພັນໂຮ່ຈິມິນສາຂານະຄອນໂຮ່ຈິມິນຂອງພວກຂ້າພະເຈົ້າ ໄດ້ຮັບເລືອກ 2 ຄັ້ງເຂົ້າບັນຊີລາຍຊື່ 10 ສະຖານທີ່ເປັນເອກະລັກສະເພາະ ເພື່ອທັດສະນະສຶກສາໃນການເລືອກເຟັ້ນ “ ນະຄອນໂຮ່ຈິມິນ - ສິ່ງທີ່ປະທັບໃຈ 100 ຢ່າງ ”
ກ່ວາ 100 ປີໄດ້ຜ່ານພົ້ນໄປ ນັບຕັ້ງແຕ່ວັນທ່ານປະທານໂຮ່ຈິມິນອອກ ເດີນທາງໄປຊອກຫາເສັ້ນທາງ ກູ້ຊາດ, ທ່າກຳປັ່ນຍ່າຣົງ ກໍປ່ຽນແປງໄປຫຼາຍຕາມ ການເວລາ. ໄຊງ່ອນເມື່ອກ່ອນນີ້ ໃນປະຈຸບັນໄດ້ກາຍເປັນສູນກາງເສດຖະກິດໃຫຍ່ຂອງປະເທດຊາດ ທີ່ຂະຫຍັນຂັ່ນເຄື່ອນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ດ້ວຍຄຸນຄ່າປະຫວັດສາດທີ່ຕິດພັນກັບຊີວິດການເຄື່ອນໄຫວປະຕິວັດຂອງ ປະທານ ໂຮ່ຈິມິນ, ທ່າກຳປັ່ນຍ່າຣົງ ແລະ ປູຊະນີຍະສະຖານຫໍພິພິທະພັນໂຮ່ຈິມິນ ໄດ້ກາຍເປັນສັນຍາລັກຂອງນະຄອນໂຮ່ຈິມິນ ແລະ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນໃນທົ່ວປະເທດ.