ນຳສຽງຊົນເຜົ່າໄຕ - ນຸ່ງອອກອາກາດທາງວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ລາຍການກະຈາຍສຽງພາກພາສາເຜົ່າໄຕ - ນຸ່ງຂອງ ວິທະຍຸກະຈາຍສຽງຫວຽດນາມ (VOV) ພາຍຫຼັງທີ່ໄດ້ອອກອາກາດເປັນເວລາກວ່າໜຶ່ງປີໄດ້ກາຍເປັນສິ່ງທີີ່ລື້ງເຄີຍກັບວົງຄະນາຍາດເຜົ່າໄຕ - ນຸ່ງໃນທົ່ວປະເທດ. ມາຮອດປະຈຸບັນ, ນີ້ແມ່ນພາສາຊົນເຜົ່າສ່ວນໜ້ອຍພາສາທີ 13 ຖືກອອກອາກາດທາງວິທະຍຸກະຈາຍສຽງຫວຽດນາມ. 
ນຳສຽງຊົນເຜົ່າໄຕ - ນຸ່ງອອກອາກາດທາງວິທະຍຸກະຈາຍສຽງຫວຽດນາມ - ảnh 1ການຜະລິດລາຍການກະຈາຍສຽງຂອງ VOV 

ການນຳວິທະຍຸກະຈາຍສຽງຫວຽດນາມ ໄດ້ມອບໝາຍໃຫ້ພະແນກບັນດາເຜົ່າ (VOV4) ປະຕິບັດຫົວເລື່ອງຄົ້ນຄວ້າວິທະຍາສາດສົມທົບກັບສຳນັກງານປະຈຳຂອງວິທະຍຸກະຈາຍສຽງຫວຽດນາມຢູ່ເຂດທາງທິດຕາເວັນອອກພາກເໜືອສ້າງຂຶ້ນ ແລະ ປະຕິບັດແຜນ “ຜະລິດອອກອາກາດລາຍການກະຈາຍສຽງພາກພາສາເຜົ່າໄຕ - ນຸ່ງຢູ່ເຂດທາງທິດຕາເວັນອອກສຽງເໜືອ,  ເຂດປະຊາຊົນເຜົ່າໄຕ, ນຸ້ງດຳລົງຊີວິດຫຼາຍກວ່າໝູ່. ວິທະຍຸກະຈາຍສຽງຫວຽດນາມ ກໍ່ໄດ້ສົມທົບກັບສະຖານີວິທະຍຸກະຈາຍສຽງໂທລະພາບແຂວງຕ່າງໆໃນຂົງເຂດເພື່ອສ້າງລາຍການຫົວເລື່ອງທີ່ເປັນເອກະລັກສອດຄ່ອງກັບວັດທະນະທຳຮີດຄອງປະເພນີຂອງພໍ່ແມ່ພີ່ນ້ອງເຜົ່າໄຕ, ນຸ່ງ. ພາຍຫຼັງທີ່ໄດ້ທົດລອງອອກອາກາດແຕ່ວັນທີ 18 ມີນາ 2020 ຮອດວັນທີ31 ທັນວາປີ 2020 ວິທະຍຸກະຈາຍສຽງຫວຽດນາມໄດ້ໃຫ້ອອກອາກາດລາຍການກະຈາຍສຽງພາກພາສາເຜົ່າ ໄຕ, ນຸ່ງຢ່າງເປັນທາງການ.ນັບແຕ່ເວລາໃຫ້ອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດ, ລາຍການຍາມໃດກໍ່ໄດ້ຮັບການຕອບສະໜອງຈາກຜູ້ຟັງຢ່າງສຸດໃຈ ພິເສດແມ່ນພໍ່ແມ່ພີ່ນ້ອງເຜົ່າໄຕ, ນຸ່ງຢູ່ເຂດທາງທິດຕາເວັນອອກພາກເໜືອ. ນາງຈ້ຽວທິຊີມ ຊາວເຜົ່າໄຕຢູ່ແຂວງຫຼ້າງເຊີນເປີດເຜີຍວ່າ:

     “ພໍ່ແມ່ພີ່ນ້ອງເຜົ່າໄຕ -ນຸ່ງມັກຟັງລາຍການຂອງວິທະຍຸກະຈາຍສຽງຫວຽດນາມ, ຢາກຟັງລາຍການພາສາໄຕເພື່ອອະນຸລັກຮັກສາຄວາມດັ້ງເດີມຂອງມັນ, ຫວັງວ່າບົດເພງຂັບແທນເກົ່າຈະຖືກອອກອາກາດຫຼາຍຕື່ມອີກ ເພື່ອໃຫ້ລຸ້ນໜຸ່ມສາມາດຮຽນໄດ້ ແລະຮັກສາໄວ້ບໍ່ໃຫ້ມັນສູນຫາຍໄປ”.

      ນັບແຕ່ເວລາໃຫ້ອອກອາກາດພາສາຊົນເຜົ່າໄຕ, ນຸ່ງນັ້ນ, ເຄື່ອງຣາດີໂອແມ່ນໄດ້ກາຍເປັນວັດຖຸທີ່ລື້ງເຄີຍ ແມ່ນຂົວເຊື່ອມຕໍ່ທາງດ້ານຂໍ້ມູນຂ່າວສານລະຫວ່າງພໍ່ແມ່ພີ່ນ້ອງບັນດາເຜົ່າກັບພັກລັດ, ທັງເປັນການຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ປະຊາຊົນ. ນາງ ດວ່ານຖຸຍຮວ່ຽນຢູ່ເມືອງ ບ່າວລາກ ແຂວງກາວບັ່ງຖືວ່າ:

   “ນອກຈາກບັນດາຂໍ້ມູນຂ່າວທີ່ມີປະໂຫຍດໃຫ້ແກ່ປະຊາຊົນ ລາຍການຍັງມີບັນດາຄຳສຸພາສິດຂອງພວກພໍ່ເຖົ້າແມ່ເຖົ້າເຄີຍເວົ້າ ແຕ່ສຳລັບລຸ່ນໜຸ່ມໃນປັດຈຸບັນການປາກເວົ້າພາສາຊົນເຜົ່າກໍ່ນັບມື້ນັບລຸດໜ້ອຍຖອຍລົງດັ່ງນັ້ນກໍ່ຖືກສູນຫາຍໄປຫຼາຍ. ລາຍການຍັງສາມາດຮັກສາຫຼາຍຄຳສັບເຜົ່າໄຕດັ້ງເດີມ, ສາມາດຮັກສາໄດ້ສີສັນຂອງເຜົ່າໄຕ, ນຸ່ງ. ຂ້າພະເຈົ້າເຫັນວ່ານີ້ແມ່ນສິ່ງທີ່ເປັນໜ້າຖະຫນຸຖະໜອມ”.

       ລາຍການພາກພາສາເຜົ່າໄຕ, ນຸ່ງນັບມື້ນັບກາຍເປັນສິ່ງທີ່ລື້ງເຄີຍ ຍ້ອນໄດ້ນຳຄວາມຮູ້ທີ່ມີປະໂຫຍດມາສູ່ພໍ່ແມ່ພີ່ນ້ອງດ້ວຍພາສາຊົນເຜົ່າຂອງຕົນ. ປ້າລິວທິຕຽບຢູ່ເມືອງກວ໋າງຮວ່າແຂວງກາວບັ່ງເປີດເຜີຍວ່າ:

    “ແຕ່ລະເຊົ້າເມື່ອຕື່ນນອນ ຂ້າພະເຈົ້າເຄີຍເປີດເຄື່ອງຣາດີໂອເພື່ອຟັງລາຍການຂອງວິທະຍຸກະຈາຍສຽງຫວຽດນາມພາກພາສາເຜົ່າໄຕເພື່ອໄດ້ຟັງສຽງຂອງເຜົ່າຕົນຜ່ານຄື້ນຂອງວິທະຍຸແຫ່ງຊາດ, ຂ້າພະເຈົ້າຂອບໃຈນຳລາຍການ, ຂ້າພະເຈົ້າຫວັງວ່າລາຍການຈະເພີ່ມເວລາອອກອາກາດກ່ຽວກັບບັນດາທຳນອງຂັບແທນ, ຂັບສາລີ, ຂັບເລື້ອນເພື່ອໃຫ້ພໍ່ແມ່ພີ່ນ້ອງເມື່ອກັບຈາກການເຮັດໄຮ່ໄຖນາດ້ວຍຄວາມອິດເມື່ອຍຈະໄດ້ຮັບຟັງບັນດາບົດເພງຂັບແທນ, ຂັບເລື້ອນຈະຮູ້ສຶກມີຄວາມມ່ວນຊື່ນແລະສະຫວາດສະເຫວີຍກວ່າ”.

      ລາຍການກະຈາຍສຽງພາກພາສາໄຕ - ນຸ່ງຍັງຮັບໃຊ້ຜູ້ຟັງດ້ວຍບັນດາລາຍການວັດທະນະທຳ, ສິລະປະວັນນະຄະດີທີ່ເປັນເອກະລັກສະເພາະຂອງວົງຄະນະຍາດຊົນເຜົ່າໄຕ - ນຸ່ງ ແລະ 54 ຊົນເຜົ່າອ້າຍນ້ອງຫວຽດນາມພ້ອມທັງແນະນຳບັນດາແບບຢ່າງທີ່ເປັນຕົວແບບທຳການຜະລິດຄົນເດັ່ນວຽກດີ. ທ່ານເບ໊ງອກຖ໊ວນ ຮອງຫົວໜ້າຄະນະຊົນເຜົ່າແຂວງ ບັກກ້ານໃຫ້ຮູ້ວ່າ:

      “ນີ້ແມ່ນລາຍການທີ່ມີຄຸນປະໂຫຍດມີຄວາມໝາຍສຳລັບພໍ່ແມ່ພີ່ນ້ອງເຜົ່າໄຕໃນແຂວງບັກກ້ານ, ນີ້ກໍ່ແມ່ນຊ່ອງຂໍ້ມູນຂ່າວປະກອບສ່ວນອະນຸລັກຮັກສາສຽງເວົ້າຄຸນຄ່າວັດທະນະທຳແລະຊ່ວຍໂຄສະນາເຜີຍແຜ່ແຜນນະໂຍບາຍນະໂຍບາຍຂອງພັກແລະລັດ, ນະໂຍບາຍຊົນເຜົ່າເຖິງພໍ່ແມ່ພີ່ນ້ອງໄດ້ຢ່າງສະດວກສະບາຍກວ່າເກົ່າ”.

      ຜ່ານເຄື່ອງຣາດີໂອ, ບັນດາເວັບໄຊ,ໂປຼແກມໂທລະສັບມືຖືແລະຜ່ານລະບົບສື່ສັງຄົມ, ລາຍການກະຈາຍສຽງພາກພາສາໄຕ - ນຸ່ງນັບມື້ນັບແຜ່ກະຈາຍຢ່າງກວ້າງຂວາງເຖິງມວນຊົນ. ຜູ້ຟັງຢູ່ທຸກແຖບຖິ່ນໃນທົ່ວປະເທດແລະຕ່າງປະເທດສາມາດຮັບຟັງ ແບ່ງປັນຂໍ້ມູນຂ່າວສານຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວ, ບັນເທີງຂອງພໍ່ແມ່ພີ່ນ້ອງຊົນເຜົ່າໄຕ - ນຸ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ