ສະໜອງປຶ້ມຫຼາຍຫົວທີ່ດູດດື່ມມີປະໂຫຍດ ໃຫ້ແກ່ເດັກຕື່ມອີກໃນໂອກາດຍາມພັກແລ້ງ

(VOVWORLD) -ພ້ອມກັບບັນດາການເຄື່ອນໄຫວລະຫຼິ້ນບັນເທີງ, ປຶ້ມສຳລັບເດັກຍາມໃດກໍ່ແມ່ນຄວາມຕ້ອງການທີ່ສຳຄັນພໍສົມຄວນໃນໂອກາດພັກແລ້ງ. ປີນີ້ບັນດາສຳນັກພິມໄດ້ພ້ອມກັນສະເໜີຕໍ່ຜູ້ອ່ານບັນດາຊຸດປຶ້ມໃໝ່ທີ່ດູດດື່ມນັບທັງທາງດ້ານເນື້ອໃນແລະຮູບການທີ່ສະຫງວນໃຫ້ແກ່ເດັກ. 
ສະໜອງປຶ້ມຫຼາຍຫົວທີ່ດູດດື່ມມີປະໂຫຍດ ໃຫ້ແກ່ເດັກຕື່ມອີກໃນໂອກາດຍາມພັກແລ້ງ - ảnh 1ຊຸດປຶ້ມ “ເລົ່າເລື່ອງວິທະຍາສາດ” ມີ 6 ຫົວ ທີ່ສະຫງວນໃຫ້ເດັກ

     ເພື່ອຕອບສະໜອງຄວາມຕ້ອງການປຶ້ມອ່ານທີ່ຮັບໃຊ້ໃຫ້ເດັກໃນໂອກາດຍາມພັກແລ້ງ, ບັນດາສຳນັກພິມກໍ່ລ້ວນແຕ່ສະເໜີຕໍ່ຜູ້ອ່ານສິ່ງພິມໃໝ່ ນັບແຕ່ທ້າຍເດືອນເມສາ. ປຶ້ມມີພາບພັນລະນາທີ່ງາມຕາເນື້ອໃນຈະແຈ້ງອັນໄດ້ຊ່ວຍໃຫ້ພວກເດັກສາມາດອ່ານແລະເຂົ້າໃຈໄດ້ຢ່າງສະດວກສະບາຍ. ບໍ່ພຽງແຕ່ປຶ້ມທີ່ແປຈາກສິ່ງພິມຂອງຕ່າງປະເທດເທົ່ານັ້ນ ບັນດາສຳນັກພິມຍັງສັ່ງຊື້ຈາກນັກປະພັນຫຼາຍຄົນຢູ່ພາຍໃນປະເທດ ເພື່ອມີເນື່ອໃນອຸດົມສົມບູນຕິດພັນກັບຊີວິດຂອງເດັກແລະວິທີແຕ່ງກໍ່ມີຄວາມໃກ້ຊິດຕິດແທດ. ທ່ານ ຮວ່າງແອັງດຶກ ຜູ້ອຳນວຍການສູນຄົ້ນຄວ້າແລະພັດທະນາການສຶກສາ ແອັດລາບໃຫ້ຮູ້ວ່າ ໃນໂອກາດຍາມພັກແລ້ງປີນີ້ ໂດຍຜ່ານສຳນັກພິມຝຸໜືແປວ່າແມ່ຍິງ ທ່ານໄດ້ສະເໜີຕໍ່ຜູ້ອ່ານຊຸດປຶ້ມມີ 6 ຫົວ “ເລົ່າເລື່ອງວິທະຍາສາດ” ທີ່ສະຫງວນໃຫ້ເດັກອະນຸບານແລະ ເຍົາວະຊົນ. ນີ້ແມ່ນຊຸດເລື່ອງພາບວິທະຍາສາດຊຸດທຳອິດທີ່ສະຫງວນໃຫ້ເດັກໂດຍຊາວຫວຽດນາມ ເປັນຜູ້ແຕ່ງແລະແຕ້ມພາບພັນລະນາ. ທ່ານ ຮວ່າງແອັງດຶກໃຫ້ຮູ້ວ່າ:

      “ຄວາມຫວັງຢ່າງຍີ່ງຂອງຂ້າພະເຈົ້າສຳລັບປຶ້ມຊຸດນີ້ ແມ່ນບັນດາພໍ່ແມ່ເດັກຄວນມີຈິດສຳນຶກມີສະຕິສະຫງວນເວລາໃຫ້ແກ່ລູກເຕົ້າ. ເດັກຍາມໃດກໍ່ຕັ້ງຄຳຖາມຫຼາຍຂໍ້ ຂະນະທີ່ເລີ່ມແອບເວົ້າດັ່ງນັ້ນຖ້າຫາກພວກເຮົາບໍ່ສະຫງວນເວລາຮັບຟັງນັ້ນ, ພວກເດັກຈະບໍ່ດີໃຈຊ້ຳບໍ່ໜຳຈະມີຊີວິດແບບຮັດແຄບຕົນເອງ, ດັ່ງນັ້ນພວກຂ້າພະເຈົ້າຫວັງວ່າບັນດາພໍ່ແມ່ເດັກຈະສະຫງວນເວລາໃຫ້ແກ່ເດັກຫຼາຍຂຶ້ນ”.

      ພ້ອມກັບຊຸດປຶ້ມ “ເລົ່າເລື່ອງວິທະຍາສາດ” ລະດູຮ້ອນປີນີ້ ສຳນັກພິມຝຸໜືຍັງສະເໜີ້ຕໍ່ຜູ້ອ່ານຊຸດປຶ້ມໃໝ່ກ່ຽວກັບວິທະຍາສາດທີ່ສະຫງວນໃຫ້ອະນຸຊົນ. ນາງ ຄຸກທິຮວາເຟື້ອງ ຫົວໜ້າບັນນາທິການ ຜູ້ອຳນວຍການສຳນັກພິມຝຸໜືຫວຽດນາມໃຫ້ຮູ້ວ່າ:

     “ລະດູຮ້ອນປີນີ້ສຳນັກພິມຝຸໜືຈະແນະນຳຊຸດປຶ້ມກ່ຽວກັບການສົ່ງເສີມການຮ່ຳຮຽນ ລວມມີປຶ້ມສາມຫົວຄືອ່ານຄືແນວໃດ - ແນະນຳໃຫ້ເດັກອ່ານປຶ້ມໄວຕ່ຳກວ່າ 6 ປີອາດຈະນຳໃຊ້ໃຫ້ເດັກ, ພໍ່ແມ່ເດັກ,  ຄູອາຈານ, ຜູ້ເບິ່ງແຍງເດັກ. ປຶ້ມຫົວທີສອງແມ່ນສ້າງຕູປຶ້ມຄອບຄົວແນະນຳໃຫ້ພໍ່ແມ່ເດັກປູ່ຍ່າໃນຄອບຄົວຮູ້ວິທີສ້າງຕູ້ປຶ້ມໃນຄອບຄົວ. ປຶ້ມຫົວທີສາມແມ່ນອ່ານປຶ້ມຄວາມລຳບາກກາກກຳຂອງຫງວຽນກວັກເວື້ອງ.ນອກຈາກນັ້ນກໍ່ຍັງມີປຶ້ມຕ່າງທີ່ສະຫງວນໃຫ້ແກ່ອະນຸຊົນດ້ວຍບັນດາການທົດລອງວິທະຍາສາດ, ການເດີນທາງຄົ້ນຫາທີ່ສະຫງວນໃຫ້ເດັກ”.

       ເນື່ອງໃນໂອກາດນີ້ ສຳນັກພິມກີມດົ່ງ ເຊິ່ງແມ່ນຫົວໜ່ວຍມີມູນເຊື້ອແຕ່ງປຶ້ມເດັກຈະສະເໜີ້ຕໍ່ຜູ້ອ່ານບັນດາສິ່ງພິມທີ່ດີເດັ່ນ ດ້ວຍຫົວເລື່ອງວັນນະຄະດີສິລະປະປະຫວັດສາດ ວິທະຍາສາດທັກສະລະດັບຄວາມຮູ້. ນາງຫວູທິກວິ່ງລຽນຮອງຜູ້ອຳນວຍການຫົວໜ້າບັນນາທິການສຳນັກພິມກີມດົ່ງໃຫ້ຮູ້ວ່າ:

     “ໃນການພິມຈຳໜ່າຍປຶ້ມຫົວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງຂອງສຳນັກພິມກີມດົ່ງກໍ່ມີບາງບົດປະພັນຄື “ກາບກອນບັນທຶກຄວາມຝັນ” ຂອງນັກກະວີຫງວຽນຢູເຊິ່ງພວກຂ້າພະເຈົ້າໄດ້ນຳມາສູ່ຜູ້ອ່ານດ້ວຍໂສມໜ້າໃໝ່ ມີພາບແຕ້ມຫຼາຍແຜ່ນຂອງບັນດາຈິດຕະກອນ. ນອກຈາກນັ້ນພວກຂ້າພະເຈົ້າກໍ່ຍັງຄົງສືບຕໍ່  ນຳໃຊ້ບັນດາວິທີສະແດງໃໝ່ດ້ວຍປຶ້ມຫົວຕ່າງໆ ທີ່ມີຫົວເລື່ອງປະຫວັດສາດວັດທະນະທຳ”.

     ພ້ອມກັບບັນດາສຳນັກພິມຕ່າງໆ ບໍລິສັດຮຸ້ນສ່ວນປຶ້ມສື່ສານ ຊານໂຮ ຍັງຄົງສືບຕໍ່ສະເໜີຕໍ່ຜູ້ອ່ານບັນດາຊຸດປຶ້ມທີ່ຂຽນເປັນສອງພາສາດ້ວຍຮູບແຕ້ມທີ່ງາມຕາ. ທ່ານດັ້ງເຖຫ໋າຍຫົວໜ້າພະແນກທຸລະກິດສື່ສານ, ບໍລິສັດກຮຸ້ນສ່ວນປຶ້ມສື່ສານ ຊານໂຮ ໃຫ້ຮູ້ວ່າ:

     “ປັດຈຸບັນ ຊານໂຮບຸກ ພວມມີປຶ້ມ 12 ຫົວໃນນັ້ນມີທັງປຶ້ມສອງພາສາແລະປຶ້ມພາສາຫວຽດ.  ປຶ້ມທັງໝົດເຫຼົານີ້ ລ້ວນແຕ່ໄດ້ຮັບລິຂະສິດ ແລະ ຖືກຊານໂຮ ບັນນາທິການແລະພິມຈຳໜ່າຍ. ປຶ້ມສ່ວນຫຼາຍຂອງຊານໂຮກໍ່ລ້ວນແຕ່ໃຊ້ສີງາມແລະເລື່ອງພາບສອງພາສາເພື່ອໃຫ້ພວກເດັກທັງຮຽນພາສາຫວຽດ ແລະ ພາສາອັງກິດແລະພັດທະນາຈິນຕະນາການ”.

      ອ່ານປຶ້ມກໍ່ແມ່ນໜ່ຶ່ງໃນບັນດາການເຄື່ອນໄຫວທີ່ມີປະໂຫຍດພິເສດສຳລັບອະນຸຊົນ. ເພາະສະັ້ນເລື່ອງສຳຜັດກັບປຶ້ມທີ່ມີເນື້ອໃນອຸດົມສົມບູນມີຄວາມໝາຍໃນໄລຍະພັກແລ້ງຈະຊ່ວຍໃຫ້ພວກເດັກມີເງື່ອນໄຂພັດທະນາດີກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ