ຫ້ອງຮຽນຂັບກວນເຫາະພິເສດໃນແຂວງບັກນິງ

(VOVWORLD) -  ຮອດຕອນຄ່ຳວັນເສົາໃນແຕ່ລະອາທິດ, ບໍ່ວ່າໃນອາກາດແດດຮ້ອນຫຼືໜາວຈັດ, ຫ້ອງຮຽນຂັບກວນເຫາະໂດຍບໍ່ເກັບຄ່າຂອງນັກສິລະປະການ ຮວ່າງທິຈ້ອງແລະດ່າວທິຖຸຍຢູ່ຊາລາບ້ານດ້າຍເທື້ອງຕາແສງດ້າຍດົ່ງເມືອງຕຽນຢູແຂວງບັກນິງຍັງຄົງເປີດຕ້ອນຮັບນັກຮຽນຢ່າງສະເໝີ ອັນໄດ້ດຶງດູດທຸກໆຄົນເປັນຕົ້ນແມ່ນເດັກນ້ອຍມາຮຽນ. ຫ້ອງຮຽນພິເສດໂດຍບໍ່ມີແທ່ນສອນ,ບໍ່ມີກະດານ, ບໍ່ມີສໍຂາວພຽງແຕ່ມີສຽງຂັບຮ້ອງທີ່ອ່ອນຊ້ອຍແລະໄຮ້ດຽງສາຂອງພວກນ້ອງນ້ອຍແລະສຽງບອກສອນຢ່າງສຸດໃຈຂອງພວກເອື້ອຍຄູ
ຫ້ອງຮຽນຂັບກວນເຫາະພິເສດໃນແຂວງບັກນິງ - ảnh 1ຫ້ອງຮຽນຂັບກວນເຫາະໂດຍບໍ່ເກັບຄ່າຂອງນັກສິລະປະການ ຮວ່າງທິຈ້ອງແລະດ່າວທິຖຸຍ

    ຂັບກວນເຫາະບັກນິງ ແມ່ນໜຶ່ງໃນບັນດາທຳນອງເພງພື້ນເມືອງທີ່ເປັນຕົວແທນຂອງເຂດທົ່ງພຽງແມ່ນ້ຳແດງຢູ່ພາກເໜືອຫວຽດນາມເຊິ່ງໄດ້ຮັບການຮັບຮອງຈາກອົງການUnesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດໃນປີ 2009. ຫ້ອງຮຽນຂັບກວນເຫາະບັກນິງພິເສດນີ້ ແມ່ນສອນໃຫ້ພວກນັກຮຽນກ່ຽວກັບລະດັບຄວາມຮູ້ແລະທັກສະພື້ນຖານກ່ຽວກັບການສະແດງປະເພດສິລະປະທີ່ເປັນເອກະລັກນີ້. ໃນ 10 ວັນທຳອິດ, ພວກອ້າຍເອື້ອຍນ້ອງນັກຮຽນໄດ້ຮຽນຈາກບັນດານັກສິລະປະການຂັບກວນເຫາະກ່ຽວກັບເຕັກນິກການຫຼິ້ນສຽງຫຼືສະແດງທ່າທີວິທີຫາຍໃຈແລະວິທີນຸ່ງຊຸດອາພອນຂັບກວນເຫາະພື້ນເມືອງ... ນັກສິລະປະການຂັບກວນເຫາະດ່າວທິຖຸຍໃຫ້ຮູ້ວ່າ:

      “ຂ້າພະເຈົ້າຊົມຊອບທຳນອງເພງຂັບກວນເຫາະ. ຄວາມເມົາມົວສິລະປະໄດ້ຊຶມເລິກເຂົ້າໃນເລືອດເນື້ອແລ້ວ.ສອງເອື້ອຍນ້ອງພວກຂ້າພະເຈົ້າໄດ້ເປີດຊຸດຮຽນໂດຍບໍ່ເກັບຄ່າໃຫ້ແກ່ພວກຫຼານນ້ອຍມາເປັນເວລາຫຼາຍປີນີ້ ເພື່ອອະນຸລັກຮັກສາວັດທະນະທຳຂັບກວນເຫາະໃຫ້ແກ່ບ້ານເກີດເມືອງນອນຂອງຕົນ. ຕາຕະລາງຮຽນແມ່ນເມື່ອພວກຫຼານນ້ອຍພັກແຫຼ້ງພວກຂ້າພະເຈົ້າຈະສອນໃນຕອນຄ່ຳວັນພຸດວັນເສົາແຕ່ລະອາທິດ. ສ່ວນເມື່ອກ້າວເຂົ້າສູ່ສົກຮຽນໃໝ່ ພວກຫຼານຮຽນຢູ່ໂຮງຮຽນກໍ່ຂ້ອງຄາກັບການຮ່ຳຮຽນພວກຂ້າພະເຈົ້າກໍ່ສອນໃນຕອນຄ່ຳວັນເສົາປະຈຳອາທິດ”.

      ສ່ວນນັກສິລະປະການ ຮວ່າງທິຈ້ອງເປີດເຜີຍວ່າ:

         “ຂັບກວນເຫາະບູຮານນັບແຕ່ໃດໆມານັ້ນ ພວກພໍ່ຕູ້ແມ່ຕູ້ ໄດ້ຖ່າຍທອດຄືນ, ພວກຂ້າພະເຈົ້າຢາກໃຫ້ຄົນລຸ້ນນີ້ສູ່ຄົນລຸ້ນອື່ນຕ້ອງຮັກສາທຳນອງເພງຂັບກວນເຫາະບູຮານນີ້. ປີກາຍນີ້ພວກຂ້າພພະເຈົ້າໄດ້ນຳພວກຫຼານໄປແຂ່ງຂັນແລະກໍ່ມີຫຼານນ້ອຍສອງຄົນສາມາດເຂົ້າຮອບຄັດເລືອກສຸດທ້າຍ, ໜຶ່ງຄົນເຂົ້າຮອບຊີງຊະນະເລີດແລະໄດ້ຮັບລາວັນທີສາມໃນການແຂ່ງຂັນຂັບກວນເຫາະຢູ່ແຂວງ. ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈແລະດີໃຈທີ່ສຸດ”.

      ຫ້ອງຮຽນຂັບກວນເຫາະບັກນິງພິເສດນີ້ ແມ່ນມີນັກຮຽນທຸກໆເກນອາຍຸ, ມີນັກຮຽນດີເດັ່ນຢູ່ບັນດາສະໂມສອນ, ກອງສິລະປະວັນນະຄະດີຢູ່ເມືອງຕຽນຢູແລະນັບທັງພວກຫຼານນ້ອຍມາຮຽນຂັບກວນເຫາະເປັນຄັ້ງທຳອິດ.ຫຼານສາວຫງວຽນແຄັ໊ງລິງອາຍຸ 10 ປີ ຢູ່ຕາແສງດ້າຍດົ່ງເລົ່າສູ່ຟັງວ່າ:

        “ລູກເຫັນວ່າພວກແມ່ຍ່າສອນດີທີ່ສຸດ. ລູກກໍ່ໄດ້ທ່ອງຂຶ້ນໃຈຫຼາຍບົດເພງເປັນຕົ້ນແມ່ນບົດເພງ ຫຼີໄກດາ, ເໝື່ອຍເຍີ”໊.

      ຈາກນະຄອນຫຼວງຮ່າໂນ້ຍໄປຫ້ອງຮຽນຂັບກວນເຫາະຢູ່ແຂວງບັກນິງໃນສາມປີລຽນຕິດ, ຫຼານເລຢາລິງອາຍຸ 13 ປີ ໃຫ້ຮູ້ວ່າ:

        “ເຖິງວ່າຢູ່ ຮ່າໂນ້ຍກໍ່ຕາມແຕ່ຍ້ອນມີຄວາມຊົມຊອບຂັບກວນເຫາະບັກນິງດັ່ງນັ້ນຮອດທ້າຍອາທິດລູກກໍ່ກັບມານີ້ເພື່ອຮຽນຂັບກວນເຫາະນຳພວກແມ່ຍ່າ. ຫ້ອງຮຽນມ່ວນຫຼາຍພວກແມ່ຍ່າສອນກໍ່ສາມາດເຂົ້າໃຈໄດ້ງ່າຍ. ລູກສາມາດຂັບຮ້ອງໄດ້ຫຼາຍບົດເພງແລ້ວຍົກຕົວຢ່າງຄືບົດເພງເໝື່ອຍເຍີ໊, ຫຼີໄກດາ... ລູກກໍ່ຂອບໃຈນຳແມ່ຍ່າສອງຄົນຫຼາຍໆທີ່ໄດ້ສອນໃຫ້ລູກສາມາດຂັບຮ້ອງໄດ້ດີ”. 

    ຫ້ອງຮຽນຂັບກວນເຫາະພິເສດແມ່ນເພື່ອແຜ່ກະຈາຍຄວາມຮັກສິລະປະພື້ນ ເມືອງ. ຫ້ອງຮຽນໄດ້ຊ່ວຍໃຫ້ນັກຮຽນເຕີບໃຫຍ່ ໃນພາຍພາກໜ້າກໍ່ສາມາດກາຍເປັນນັກສິລະປິນທີ່ດີເດັ່ນໃນບັນດາການເຄື່ອນໄຫວສິລະປະວັນນະຄະດີຂອງທ້ອງຖິ່ນ, ຜ່ານນັ້ນ ປະກອບສ່ວນອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳຂັບກວນເຫາະພື້ນເມືອງ ຂອງບ້ານເກີດເມືອງນອນເຂດພາກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ