ອະນຸລັກ ແລະ ພັດທະນາຊຸດອາພອນເສື້ອຍາວປະເພນີ

(VOVWORLD) -       ເມື່ອເວົ້າເຖິງຊຸດອາພອນປະເພນີຂອງ ຫວຽດນາມ ຜູ້ຄົນທັງຫຼາຍກໍ່ຄິດເລີຍເຖິງຊຸດເສື້ອຍາວ. ຊຸດເສື້ອຍາວ ຫວຽດນາມ ໄດ້ຕິດພັນກັບໄລຍະປະຫວັດສາດ ແລະ ມູນເຊື້ອວັດທະນະທຳຂອງຊາດ. ນັບແຕ່ໃດໆມາ ຊຸດເສື້ອຍາວຍາມໃດກໍ່ໄດ້ຮັບການອະນຸລັກ ແລະ ພັດທະນາຕາມແຕ່ລະໄລຍະປະຫວັດສາດຂອງປະເທດຊາດ. ຊຸມປີມໍ່ໆມານີ້ ບັນຫາອະນຸລັກພັດທະນາຊຸດເສື້ອຍາວປະເພນີ ກໍ່ໄດ້ຖືກເຕື້ອງຖືກຫຼາຍກວ່າໝູ່
ອະນຸລັກ ແລະ ພັດທະນາຊຸດອາພອນເສື້ອຍາວປະເພນີ - ảnh 1 ພວກນາງສາວຫວຽດນາມນຸ່ງຊຸດເສື້ອຍາວ

  ຊຸດເສື້ອຍາວແມ່ນປະເພດອາພອນ ໄດ້ຮັບການປັບປຸງຈາກເສື້ອສີ່ປ່ຽງ. ເສື້ອຍາວນຸ່ງກັບສົ້ງຍາວ ຄຸມໂຕຈາກຄໍຮອດຫົວເຂົ່າ ແລະ ສະຫງວນໃຫ້ແກ່ທັງຊາຍ ແລະ ຍິງ, ແຕ່ໃນປັດຈຸບັນ ແມ່ນເຄີຍຮູ້ຈັກຫຼາຍກວ່າ ໃນຖານະຊຸດອາພອນຂອງແມ່ຍິງ, ປັດຈຸບັນ, ບັນດານັກອອກແບບແຟຊັນ, ຈິດຕະກອນ, ນັກສິລະປະການ ໄດ້ມີການປ່ຽນແປງທາງດ້ານການອອກແບບ ເພື່ອສ້າງຊຸດເສື້ອຍາວແບບທັນສະໄໝ,ມີຫຼາຍຮູບຫຼາຍສີ ດ້ວຍແຜ່ນແພທີ່ອຸດົມສົມບູນ, ໃນເສື້ອກໍ່ມີການປະດັບປະດາລວດລາຍ, ຮູບແຕ້ມທີ່ເປັນເອກະລັກ ແຕ່ຍັງຄົງສາມາດຮັກສາລັກສະນະທີ່ເປັນປະເພນີ. ນັກສະແດງ ດິງທິຖຸຍຮ່າ ເປີດເຜີຍວ່າ:

   “ໂດຍເລີ່ມມາຈາກຄວາມຮັກຊຸດເສື້ອຍາວ ຂ້າພະເຈົ້າພ້ອມກັບເພື່ອນຄົນໜຶ່ງ ໂດຍຮ່ວມກັນສ້າງເຄື່ອງໝາຍການຄ້າຊຸດເສື້ອຍາວ ຍ່າແຊນ. ທີ່ຈິງແລ້ວ, ຊຸດເສື້ອຍາວ ຫວຽດນາມ ງາມທີ່ສຸດ. ເມື່ອແມ່ຍິງ ຫວຽດນາມ ນຸ່ງຊຸດເສື້ອຍາວ ກໍ່ສາມາດເພີ່ມຄວາມງາມ ແລະ ມີຄວາມສະເໜ່. ທຸກໆຄົນຕ່າງກໍ່ເຄົາລົບ ແລະ ນິຍົມຊົມຊອບຊຸດເສື້ອຍາວ. ໃຜໆກໍ່ຄິດວ່າຊຸດເສື້ອຍາວ ພຽງແຕ່ໄດ້ນຸ່ງໃນໂອກາດບັນດາເຫດການທີ່ສຳຄັນຄື ງານດອງ, ເຂົ້າຮ່ວມກອງປະຊຸມຕ່າງໆ. ແຕ່ຊຸດເສື້ອຍາວອາດຈະນຳໃຊ້ໃນທຸກສະພາບການກໍຄື ໃນຊີວິດປະຈຳວັນ”

     ຢາກໃຫ້ຊຸດເສື້ອຍາວມີຄວາມດຶງດູດໃຈມວນຊົນຢ່າງແທ້ຈິງນັ້ນ ທຳອິດນັກອອກແບບຕ້ອງຮັບປະກັນມາດຖານວັດທະນະທຳ, ຫຼັງຈາກນັ້ນກໍ່ເລືອກເອົາວັດຖຸດິບ ທີ່ແທດເໝາະກັບແຕ່ລະຄົນ, ແທດເໝາະກັບອາກາດຕາມແຕ່ລະລະດູ. ລຸງ ຟ້າມວັນຕວ໊ຽນ ນາຍຊ່າງຕັດຫຍິບຊຸດເສື້ອຍາວ ໃຫ້ຮູ້ວ່າ:

   “ຊຸດເສື້ອຍາວປະເພນີ ໄດ້ເຂົ້າສູ່ຊີວິດຍຸກທັນສະໄໝ ແມ່ນຕ້ອງຮັບປະກັນ ໃຫ້ມີຄວາມສະດວກສະບາຍ ເມື່ອນຳໃຊ້ ແລະ ແທດເໝາະກັບແຕ່ລະຄົນ. ອາດຈະເວົ້າໄດ້ວ່າ ມີສອງປະເພດຜະລິດຕະພັນ, ທີໜຶ່ງ ແມ່ນຜະລິດຕະພັນຕ່ຳແພໄໝ ຫຼື ເອີ້ນວ່າ ແມ່ນປະເພດຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ທີສອງ ແມ່ນປະເພດຜະລິດຕະພັນໃຊ້ໂດຍທົ່ວໄປ ມີການດັດແປງທາງດ້ານເຕັກໂນໂລຢີໃນການຕັດຫຍິບ ລາຄາຜະລິດຕະພັນກໍ່ລຸດລົງ ຈຶ່ງສາມາດດຶງດູດໄດ້ຫຼາຍຄົນຊື້ເມືອນຸ່ງ. ນຳວັດທະນະທຳອັນເປັນປະເພນີເຂົ້າໃນການອອກແບບຊຸດອາພອນ,  ສອງມາດຕະຖານນີ້ ໄດ້ຕິດພັນຢ່າງສະໜິດແໜ້ນນຳກັນ”.

      ຜ່ານບັນດາໄລຍະພັດທະນາດ້ວຍບັນດາການປັບປຸງ, ການນຳໃຊ້ກໍ່ນັບມື້ໄດ້ມີຫຼາຍຮູບຫຼາຍສີ, ຊຸດເສື້ອຍາວ ຫວຽດນາມ ພວມສະແດງໃຫ້ເຫັນພະລັງຊີວິດອັນແຂງແຮງ. ຊຸດເສື້ອຍາວເຄີຍຖືກທຸກຄົນມັກນຸ່ງຢູ່ຫ້ອງການໃນມື້ຕົ້ນອາທິດ, ບັນດາວັນບຸນຂອງຊາດ ອັນໄດ້ເຮັດໃຫ້ເພີ່ມຄວາມທາງດ້ານວັດທະນະທຳຂອງ ຫວຽດນາມ ແລະ ໂຄສະນາການທ່ອງທ່ຽວ. ທ່ານ ຫງວຽນດຶກບິ່ງ ຫົວໜ້າສະໂມສອນ ດິ່ງລ່າງຫວຽດ ໃຫ້ຮູ້ວ່າ:

       “ຊຸດເສື້ອຍາວ ແມ່ນສ່ວນໜຶ່ງໃນການດຳລົງຊີວິດ ມີສີສັນວັດທະນະທຳ. ຊຸດເສື້ອຍາວບໍ່ພຽງແຕ່ແມ່ນເສື້ອຍາວທົ່ວໄປເທົ່ານັ້ນ ຫາກຍັງບັນຈຸສິ່ງທີ່ຍອດຍິ່ງ ຄຸນລັກສະນະຂອງຊາວ ຫວຽດນາມ ອີດດ້ວຍ. ຂ້າພະເຈົ້າຄິດວ່າ ຊຸດເສື້ອຍາວຄວນຖືກນຳເຂົ້າສູ່ບັນດາໂຮງຮຽນ, ນັກຮຽນຍິງ ນັກຮຽນຊາຍຄວນນຸ່ງໃນບັນດາໂອກາດວັນບຸນ ແລະ ເຫດການຕ່າງໆ, ສິ່ງນີ້ກໍ່ເປັນການສຶກສາອົບຮົມຄວາມເອກອ້າງທະນົງໃຈຂອງຊາດ”

      ຊຸດເສື້ອຍາວອັນເປັນປະເພນີຄວນພັດທະນາຢ່າງກວ້າງຂວາງໃນສັງຄົມ ປັດຈຸບັນ. ແຕ່ເພື່ອໃຫ້ຊຸດເສື້ອຍາວກາຍເປັນ ຊຸດອາພອນປະຈຳຊາດ ກໍ່ຄວນມີຄວາມເອົາໃຈໃສ່ຂອງບັນດາອົງການຄຸ້ມຄອງລັດ. ທ່ານນາງ ປອ. ເຈິ່ນທິກວັກແຄັ໊ງ ສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ມີໜັງສືສະເໜີຕໍ່ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ສ້າງຮ່າງກົດໝາຍວ່າດ້ວຍ ຊຸດອາພອນປະຈຳຊາດ, ດອກໄມ້ຊາດ. ການນຳລັດຫຼາຍທ່ານໄດ້ແບ່ງປັນຄວາມເອົາໃຈໃສ່ສະໜັບສະໜູນຕໍ່ການສ້າງ ກົດໝາຍ ສະບັບນີ້ ເພື່ອນຳເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນ. ສຳລັບພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງບັນດາການນຳຂັ້ນສູງຂອງລັດ ກໍ່ຄວນນຸ່ງຊຸດເສື້ອຍາວ”.

      ປັດຈຸບັນ,ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ພວມພິຈາລະນາຮັບຮອງຊຸດເສື້ອຍາວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ກ້າວໄປເຖິງການສ້າງເອກະສານ ຊຸດເສື້ອຍາວ ຫວຽດນາມ ເພື່ອຍື່ນສະເໜີຕໍ່ Unesco ເຊີດຊູຊຸດເສື້ອຍາວ ຫວຽດນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນໃຫ້ແກ່ມວນມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ