ອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳຈຳປາຢູ່ແຂວງ ເທື່ອທຽນເຫວ້

(VOVWORLD) -ແຂວງ ເທື່ອທຽນເຫວ້ ແມ່ນໜຶ່ງໃນບັນດາສະຖານທີ່ຍັງຮັກສາບັນດາວັດຖຸພັນທີ່ມີຄຸນຄ່າເປັນເອກະລັກ ເຊິ່ງກ່ຽວຂ້ອງເຖິງວັດທະນະທຳຈຳປາ. ຍ້ອນພື້ນຖານວັດທະນະທະຈຳປາ ມີທີ່ຕັ້ງສຳຄັນພິເສດໃນການສ້າງສີສັນວັດທະນະທຳຂອງເຫວ້ເປັນຮູບປະທຳ ດັ່ງນັ້ນທາງແຂວງຍາມໃດກໍ່ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຈຳປາ.
ອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳຈຳປາຢູ່ແຂວງ ເທື່ອທຽນເຫວ້ - ảnh 1ທາດຈຳຝູຢຽນ ທີ່ເມືອງຝູວາງ ແຂວງເທືອທຽນເຫ້ວ

     ປັດຈຸບັນແຂວງ ເທື່ອທຽນເຫວ້ ມີຮ່ອງຮອຍກິດຈະກຳ 44 ແຫ່ງ ທີ່ກ່ຽວຂ້ອງເຖິງວັດທະນະທຳຈຳປາ, ໃນນັ້ນມີ 17 ວິຫານ, ທາດ, 3 ລະບົບກຳແພງ ແລະ ບັນດາກິດຈະກຳຄື ສຸສານ, ແຜ່ນສີລາ ນ້ຳສ້າງບູຮານ... ສະຖານທີ່ສາມແຫ່ງເຊິ່ງໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດ ເຊິ່ງລວມມີທາດຄູ່ ຫຼຽວກົກ ຂຶ້ນກັບຕາແສງເຮືອງຈ່າ; ທາດ ຝູຢຽນ ຢູ່ເມືອງ ຝູວາງ ແລະ ແທັ່ງໂລ່ຍ ຢູ່ນະຄອນ ເຫວ້. ແຂວງ ເທື່ອທຽນເຫວ້ ຍັງມີວັດຖຸພັນຈຳປາ 251 ຢ່າງ ໄດ້ຮັບການສຳຫຼວດສ້າງເປັນສຳເນົາເອກະສານວິທະຍາສາດ, ໃນນັ້ນມີຂອງປະເສີດແຫ່ງຊາດໜຶ່ງຢ່າງ ນັ້ນແມ່ນຊຸດຍອດທາດຈຳປາ ລິງຖາຍ ທີ່ມີມາແຕ່ສະຕະວັດທີ  XII – XIII. ຮ່ອງຮອຍສະຖານຈຳປາເກືອບທັງໝົດໃນບໍລິເວນແຂວງ ຍ້ອນດິນຟ້າອາກາດຮ້າຍແຮງ ແລະ ສົງຄາມທຳລາຍ ດັ່ງນັ້ນໄດ້ເສື່ອມຄຸນນະພາບ. ທ່ານ ຟານຕ໊ຽນຢຸ໊ງ ປະທານສະມາຄົມວິທະຍາສາດ ປະຫວັດສາດແຂວງ ເທື່ອທຽນເຫວ້ ຖືວ່າ:

       “ເພື່ອອະນຸລັກຮັກສາວັດທະນະທຳຈຳປາ, ກ່ອນອື່ນໝົດຕ້ອງລະດົມແຫຼ່ງເງິນທຶນ, ແຫຼ່ງກຳລັງເພື່ອອະນຸລັກບັນດາຄຸນຄ່າກ່ຽວກັບບັນດາກິດຈະກຳ ເພາະວ່າຜ່ານໄລຍະເວລານັບພັນປີ ປັດຈຸບັນຍັງເຫຼືອພຽງແຕ່ຮ່ອງຮອຍສະຖານຖືກເສື່ອມຄຸນນະພາບ. ນັ້ນແມ່ນບັນຫາທີ່ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດ”.

       ວັດທະນະທຳຈຳປາຢູ່ ເທື່ອທຽນເຫວ້ ມີຄວາມແຕກຕ່າງກັບທ້ອງຖິ່ນອື່ນໆ ຈາກແຂວງ ກວ໋າງນາມ ລົງໄປທັງທິດໃຕ້ຍ້ອນວ່າດິນແດນ ຖ້ວນຮວ໊າ ເມື່ອກ່ອນນີ້ ໝາຍເຖິງແຂວງ ເທື່ອທຽນເຫວ້ ແລະ ກວ໋າງຈິ ໃນວັນນີ້ ແມ່ນຂອງຂັວນທີ່ເຈົ້າຊີວິດຈຳປາ ຈີ໊ເມິນ ມອບໃຫ້ລາດຊະວົງເຈິ່ນ ເພື່ອແຕ່ງງານກັບລາຊະທິດາ ຮວ້ຽນເຈິນ.ຢູ່ ເທື່ອທຽນເຫວ້ ບໍ່ພຽງແຕ່ແມ່ນການຄົງຕົວຫຼາກຫຼາຍສີສັນ ກ່ຽວກັບນຮ່ອງຮອຍສະຖານມໍລະດົກບໍ່ເປັນວັດຖຸ ຂອງພື້ນຖານວັດທະນະທຳປາເທົ່ານັ້ນ ຫາກຍັງມີຫຼາຍປັດໄຈວັດທະນະທຳບໍ່ເປັນວັດຖຸຄື ການເຫຼື້ອມໃສວັດທະນະທຳອາຫານການກິນ, ມໍລະດົກທາງດ້ານພາສາ, ຮີດຄອງປະເພນີອີກດ້ວຍ.  ນັກຄົ້ນຄວ້າວັດທະນະທຳເຫວ້ ຫງວຽນຊວນຮວາ ໃຫ້ຮູ້ວ່າ:

 “ເຖິງເວລາແລ້ວທີ່ເຫວ້ຄວນສ້າງຕັ້ງຫໍພິພິທະພັນວັດທະນະທຳຈຳປາ. ຕ້ອງແມ່ນຫໍພິພິທະພັນວັດທະນະທຳຈຳປາ ເຊິ່ງບໍ່ພຽງແຕ່ມີຮ່ອງຮອຍວັດຖຸ ແລະ ວັດຖຸພັນຕ່າງໆຄື ຮູບປັ້ນຫີນ, ລິນກາ, ຢອນນີ ເທົ່ານັ້ນ ຫາກຍັງມີທັງປັດໄຈບໍ່ເປັນວັດຖຸ ຫຼື ບັນດາປັດໄຈທາງດ້ານວັດທະນະທຳຫຼາກຫຼາຍສັນສີອື່ນໆອີກດ້ວຍ”.

       ມໍລະດົກວັດທະນະທຳຈຳປາ ຢູ່ດິນແດນ ເທື່ອທຽນເຫວ້ ລວມທັງມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ, ດ່ັງນັ້ນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຈຳປາ ບໍ່ພຽງແຕ່ເພື່ອປົກປັກຮັກສາຟື້ນຟູບັນດາວິຫານທາດ, ຮູບປັ້ນເພື່ອບູຊາເທົ່ານັ້ນ ຫາກຍັງແມ່ນການເກັບຮັກສາອະນຸລັກບັນດາເລື່ອງລາວງານບຸນວັດທະນະທພື້ນເມືອງ ແລະ ຄຸນຄ່າວັດທະນະທຳທາງດ້ານຈິດໃຈ ຈິດວິນຍານອີກດ້ວຍ. ທາງແຂວງ ເທື່ອທຽນເຫວ້ ພວມຫັນບັນດາວັດຖຸພັນເປັນດີຈີຕອນ ພ້ອມທັງເກັບກຳບັນດາຄູນຄ່າວັດທະນະທຳບໍ່ເປັນວັດຖຸທີ່ກ່ຽວຂ້ອງ. ທ່ານ ຟານແທັງຫ໋າຍ ຫົວໜ້າພະແນກວັດທະນະທຳ ກິລາ ແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

      “ພະແນກວັດທະນະທຳ ກິລາແຂວງ ເທື່ອທຽນເຫວ້ ແລະ ບັນດານັກຄົ້ນຄວ້າກໍ່ລ້ວນແຕ່ມີຄວາມຫວັງຢ່າງຍິ່ງວ່າ ລັດຄວນເອົາໃຈໃສ່ລົງທຶນເພື່ອໃຫ້ພວກເຮົາມີສູນວັດທະນະທຳ. ລະອຽດແມ່ນມີຫໍພິພິທະພັນກ່ຽວກັບວັດທະນະທຳຈຳປາ ຫຼື ມີສູນແຫ່ງໜຶ່ງແນະນຳວັດທະນະທຳຈຳປາ.ນັ້ນຈະແມ່ນໜຶ່ງໃນບັນດາຈຸດທີ່ສາມາດຂຸດຄົ້ນທີ່ດີທີ່ສຸດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ການບໍລິການ”.

       ວັດທະນະທຳຈຳປາ ຢູ່ແຂວງ ເທື່ອທຽນເຫວ້ ແມ່ນປັດໄຈທີ່ສຳຄັນ ສ້າງເປັນສີສັນວັດທະນະທຳແຫ່ງຊາດ ຫວຽດນາມ. ການຮັກສາ ແລະ ເສີມຂະຫຍາຍບັນດາປູຊະນີຍະສະຖານ ແລະ ວັດຖຸພັນຂຶ້ນກັບພື້ນຖານວັດທະນະທຳຈຳປາຈະເຮັດໃຫ້ສາງວັດທະນະທຳຂອງປະເທດຊາດອຸດົມສົມບູນຂຶ້ນຕື່ມ ພ້ອມກັນນັ້ນປະກອບສ່ວນຍົກສູງການຊົມໃຊ້ທາງດ້ານວັດທະນະທຳຂອງປະຊາຊົນ ສ້າງບັນດາສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ