ຮູບຝາຜະໜັງໃນທ້ອງຖະໜົນ ແຜ່ກະຈາຍບັນດາຄວາມງາມ

(VOVWORLD) -ໄລຍະມໍ່ໆມານີ້, ບັນດາຝາເຮືອນທີ່ກະດ່າງກະດາວ ແລະ ເປັນໂໝກທີ່ຖະໜົນບາງສາຍຢູ່ເມືອງ ຖູດຶກ ນະຄອນ ໂຮ່ຈີມິນ ໄດ້ຖືກປະດັບປະດາດ້ວຍບັນດາຮູບພາບທີ່ມີຊີວິດຊີວາ ແລະ ເປັນໜ້າເບິ່ງ. ນັ້ນແມ່ນໝາກຜົນຂອງການປະດິດຄິດສ້າງອອກແຮງງານ ດ້ວຍຄວາມດຸໝັ່ນຂະຫຍັນພຽນ ຂອງບັນດານັກຮົບເກົ່າ ທັງນຳມາເຊິ່ງກິດຈະກຳທີ່ແທດຈິງ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ທັງປະກອບສ່ວນສົ່ງສານ ເພື່ອສຶກສາອົບຮົມປະຊາຊົນຈົ່ງປະຕິບັດຕາມ ວິຖີຊີວິດສີວິໄລທັນສະໄໝ
ຮູບຝາຜະໜັງໃນທ້ອງຖະໜົນ ແຜ່ກະຈາຍບັນດາຄວາມງາມ - ảnh 1ບັນດາພາບໂຄສະນາກ່ຽວກັບແຜນນະໂຍບາຍຂອງພັກ ແລະ ລັດ 

ກ່ອນໜ້ານັ້ນ ຢູ່ທາງເລກທີ 21 ແລະ 22 ເຄີຍແມ່ນຈຸດຮ້ອນກ່ຽວກັບການຖອກຂີ້ເຫຍື້ອ ຢູ່ຄຸ້ມຖະໜົນເລກ 1 ຕາແສງ ບິ່ງຈ່ຽວ ເມືອງ ຖູດຶກ ນະຄອນ ໂຮ່ຈີມິນ. ຝາເຮືອນສູງສາມແມັດລຽບຕາມຖະໜົນສອງສາຍນີ້ ເຄີຍຖືກບາງຄົນທີ່ບໍ່ມີມາລະຍາດ ໄດ້ແຕ້ມເປື້ອນເປິ ແລະ ໄດ້ຕິດໃບໂຄສະນາຈ່າວຂາຍສິນຄ້າໃສ່ຝາເຮືອນ, ພ້ອມທັງໄດ້ຖອກຂີ້ເຫຍື້ອຢ່າງຊະຊາຍກໍ່ມົນລະພິດສິ່ງແວດລ້ອມ ເຮັດໃຫ້ສູນເສຍຄວາມງາມເຂດຕົວເມືອງ. ແຕ່ປີ 2018 ສະມາຄົມນັກຮົບເກົ່າຕາແສງ ໄດ້ນຳສະເໜີແຕ້ມຮູບຝາຜະໜັງ ເພື່ອໂຄສະນາປຸກລະດົມປະຊາຊົນ ພ້ອມກັບບັນດາອົງການຈັດຕັ້ງມະຫາຊົນ ຮ່ວມແຮງຮ່ວມໃຈ ກໍ່ສ້າງເຂດຊຸມຊົນວັດທະນະທຳຮັກສາອະນາໄມ. ພາຍຫຼັງພຽງໜຶ່ງເດືອນປາຍ, ພາບໂຄສະນາ, ພາບປຸກລະດົມ 13 ແຜ່ນແຕ້ມຕິດຕໍ່ກັນ ທີ່ມີຄວາມຍາວເກືອບ 14 ແມັດໄດ້ສຳເລັດ. ປີ 2019 ຈາກປະສິດທິຜົນຂອງບັນດາພາບປຸກລະດົມ ພາບໂຄສະນາທີ່ໄດ້ປະຕິບັດ, ສະມາຄົມນັກຮົບເກົ່າຕາແສງ ບິ່ງຈ່ຽວ ສືບຕໍ່ແຕ້ມບັນດາຮູບພາບດ້ວຍຫົວເລື່ອງ “ຫວຽດນາມ - ບັນດາໄລຍະທາງປະຫວັດສາດ”. ພາຍຫຼັງສອງເດືອນ, ພາບໂຄສະນາ 21 ແຜ່ນມີລວງຍາວທັງໝົດ 63 ແມັດ ເຊິ່ງພັນລະນາເຖິງປະຫວັດສາດຂອງຊາດ ຫວຽດນາມ ໄດ້ແຕ້ມສຳເລັດ. ບັນດາຮູບແຕ້ມໄດ້ວາດພາບເຖິງຫຼັກໝາຍປະຫວັດສາດຂອງຊາດ ຫວຽດນາມ ຈາກສະໄໝລາດຊະວົງ ຮຸ່ງ ໃນການສ້າງສາປະເທດຊາດ, ການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອປົດປ່ອຍຊາດ, ຕະຫຼອດຮອດມະຫາໄຊລະດູບານໃໝ່ປີ 1975  ປົດປ່ອຍພາກໃຕ້ຢ່າງສົມບູນ ທ້ອນໂຮມປະເທດຊາດເປັນເອພາບ. ຕາມທ່ານ ຫງວຽນງອກແອັງ ປະທານສະມາຄົມນັກຮົບເກົ່າຕາແສງ ບິ່ງຈ່ຽວ ແລ້ວ ຕົ້ນປີ 2020 ທາງສະມາຄົມໄດ້ປະຕິບັດການແຕ້ມບັນດາພາບໂຄສະນາ ບັນດາແຜນນະໂຍບາຍຂອງພັກ ນະໂຍບາຍຂອງລັດ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ. ພາຍຫຼັງເກືອບເດືອນ ທາງສະມາຄົມໄດ້ສຳເລັດການແຕ້ມພາບ 25 ແຜ່ນ ທີ່ມີລວງຍາວທັງໝົດ 200 ແມັດ ເຊິ່ງໄດ້ສ່ອງແສງການເຂົ້າຮ່ວມຕອບສະໜອງຢ່າງຕັ້ງໜ້າ ຂອງປະຊາຊົນທຸກຊັ້ນຄົນ ໃນບັນດາຂະບວນການ, ບັນດາບັ້ນຂົນຂວາຍ ສ້າງຊີວິດວັດທະນະທຳ, ສ້າງຕົວເມືອງສີວິໄລ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ. ທ່ານ ຫງວຽນງອກແອັງ ໃຫ້ຮູ້ວ່າ:

      “ຮູບພາບເຫຼົ່ານີ້ ບໍ່ພຽງແຕ່ສຶກສາອົບຮົມພວກເດັກ ແລະ ປະຊາຊົນ ເພື່ອສາມາດເຂົ້າໃຈໄດ້ເຖິງມູນເຊື້ອປະຫວັດສາດຂອງຊາດ ຫວຽດນາມ, ເສີມຂະຫຍາຍມູນເຊື້ອ ໃນສະໄໝປັດຈຸບັນ ພ້ອມທັງຊ່ວຍປະຊາຊົນຍົກສູງສະຕິ ການປົກປັກຮັກສາສິ່ງແວດລ້ອມອີກດ້ວຍ”.

        ຄວາມກະຕືລືລົ້ນຂອງບັນດານັກຮົບເກົ່າ ໄດ້ສ້າງສາຍລົມໃໝ່ໃນການດຳລົງຊີວິດ ຂອງພໍ່ແມ່ປະຊາຊົນ ຢູ່ບັນດາຄຸ້ມຖະໜົນ. ລຸງ ເຈິ່ນຊວັນວິງ ຢູ່ທາງເລກທີ 21 ຕາແສງ ບິ່ງຈ່ຽວ ໃຫ້ຮູ້ວ່າ ລາວໄດ້ຢູ່ນີ້ກວ່າ 30 ປີແລ້ວ ແລະ ຍັງບໍ່ທັນມີຍາມໃດທີ່ເບີກບານໃຈເຊັ່ນນີ້. ລຸງ ວິງ ເວົ້າວ່າ:

       “ເສັ້ນທາງນີ້ ນັບແຕ່ເມື່ອມີບັນດາຮູບຝາຜະໜັງ, ປະຊາຊົນຍັງບໍ່ທັນມີສະຕິຮັກສາສິ່ງແວດລ້ອມ, ເຄີຍຖິ້ມຂີ້ເຫຍື້ອຢ່າງຊະຊາຍ, ແຕ່ເມື່ອມີບັນດາຮູບຝາຜະໜັງ ກໍ່ໄດ້ເຮັດໃຫ້ປ່ຽນແປງສະຕິຂອງທຸກໆຄົນ ແລະ ສະພາບການຖອກຂີ້ເຫຍື້ອຢ່າງຊະຊາຍ ໄດ້ຢຸດຕິລົງ”.

      ຕາມທ່ານນາງ ເຈືອງຮວ່າງອ໊ຽນ ເລຂາຄະນະພັກຕາແສງ ບິ່ງຈ່ຽວ ແລ້ວ ກິດຈະການແຕ້ມຮູບຝາຜະໜັງຂອງສະມາຄົມນັກຮົບເກົ່າຕາແສງ ໄດ້ແກ່ຍາວເຖິງສອງປີທີ່ຜ່າມາ ແມ່ນມີຄວາມໝາຍຢ່າງໃຫຍ່ ຫຼວງ ໃນວຽກງານໂຄສະນາແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ ແລະ ປະຫວັດສາດແຫ່ງການກໍ່ຕັ້ງ ແລະ ສ້າງສາປະເທດຊາດ ປະກອບສ່ວນປົວແປງສະພາບມົນລະພິດສິ່ງແວດລ້ອມມາແຕ່ດົນນານ. ນາງ ເຈືອງຮວ່າງອ໊ຽນ ເວົ້າວ່າ:

     “ໂດຍໄດ້ປະຕິບັດເປັນສາມໄລຍະ, ກິດຈະການແຕ້ມຮູບມີເນື້ອທີ່ທັງໝົດ 548 ແມັດມົນທົນ, ພ້ອມກັບການໂຄສະນາ ປຸກລະດົມກ່ຽວກັບການເມືອງ ແລະ ປະຫວັດສາດນັ້ນ, ກໍ່ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ປະຊາຊົນທຸກຊັ້ນວັນນະ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈ ຮັກສາຄວາມງາມຕົວເມືອງ ແລະ ອະນາໄມສິ່ງແວດລ້ອມ”.

      ຈາກການແຜ່ກະຈາຍຂອງບັນດາຮູບຝາຜະໜັງ ຂອງສະມາຄົມນັກຮົບເກົ່າ, ຄະນະຊາວໜຸ່ມຕາແສງ ບິ່ງຈ່ຽວ ກໍ່ໄດ້ປະຕິບັດແນວຄວາມຄິດ “ເສົາໄຟຟ້າມີດອກໄມ້ບານສະພັ່ງ” ໃຫ້ປາກົດຜົນເປັນຈິງ, ເສົາໄຟຟ້າແຕ່ລະເສົາ ກໍ່ໄດ້ຮັບການປະດັບປະດາດ້ວຍບັນດາດອກໄມ້ ມີສີສັນຫຼາກຫຼາຍ. ຍ້ອນແນວນັ້ນກໍ່ສາມາດຈຳກັດສະພາບການຖອກຂີ້ເຫຍື້ອຢ່າງຊະຊາຍ ຢູ່ຕາມເສົາໄຟຟ້າ ແນໃສ່ຮັກສາສິ່ງແວດລ້ອມຢູ່ເຂດຊຸມຊົນ ໃຫ້ນັບມື້ນັບສະອາດສວຍງາມ. 

ຕອບກັບ

ຂ່າວ/ບົດ​ອື່ນ