ເຂດບ໊າຍກ້ອຍ - ສະຖານທີ່ປະສານກັນລະຫວ່າງ ບັນດາພື້ນຖານວັດທະນະທຳ

(VOVWORLD) -ເຂດບ໊າຍກ້ອຍ ແມ່ນກຸ່ມຮ່ອງຮອຍສະຖານບູຮານຄະດີ ເຊິ່ງລວມມີ ເຂດບ໊າຍກ້ອຍ ແລະ ບັນດາສະຖານທີ່ອ້ອມຂ້າງຄື ບ໊າຍລ່ອຍ, ບ໊າຍໂຝຍໆ ຂຶ້ນກັບຕາແສງ ຊວນວຽນ ເມືອງ ງີຊວນ ແຂວງ ຮ່າຕິ໊ງ. ບ໊າຍກ້ອຍຍັງແມ່ນຮ່ອງຮອຍສະຖານບູຮານຄະດີພິເສດ ເພາະວ່ານີ້ແມ່ນສະຖານທີ່ປະສານກັນ ລະຫວ່າງບັນດາພື້ນຖານວັດທະນະທຳໃນສະໄໝປະຖົມບູຮານຢູ່ ຫວຽດນາມ
ເຂດບ໊າຍກ້ອຍ - ສະຖານທີ່ປະສານກັນລະຫວ່າງ ບັນດາພື້ນຖານວັດທະນະທຳ - ảnh 1 ພິທີຕັດແຖບຜ້າເປີດງານວາງສະແດງ“ເຂດບ໊າຍກ້ອຍ - ສະຖານທີ່ປະສານກັນລະຫວ່າງບັນດາພື້ນຖານວັດທະນະທຳ ”

ຮ່ອງຮອຍສະຖານເຂດບ໊າຍກ້ອຍ ນອນຢູ່ໃນເນີນຊາຍ ຢູ່ຕີນພູຮົ່ງຫຼິງ ແລະ ຢູ່ແຄມແມ່ນ້ຳລາ ເຊິ່ງແມ່ນແຫ່ງຈັດແບ່ງອານາເຂດທຳມະຊາດລະຫວ່າງສອງແຂວງ ເງະອານ ແລະ ຮ່າຕິ້ງ. ເຂດບ໊າຍກ້ອຍ ຍັງແມ່ນເຂດຂຸມຝັງສົບທີ່ມີໃນເນື້ອທີ່ອັນກວ້າງໃຫຍ່ ດ້ວຍຂຸມຝັງສົບສອງແບບຕົ້ນຕໍ ນັ້ນແມ່ນເຂດຂຸມຝັງສົບ ເຊິ່ງແມ່ນຄວາມເປັນເອກະລັກທາງດ້ານວັດທະນະທຳ ດົງເຊີນ ແລະ ເຂດຝັງໄຫສົບ ເຊິ່ງແມ່ນຄວາມເປັນເອກະລັກທາງດ້ານວັດທະນະທຳ ຊາຮວິ່ງ. ເຂດຝັງສົບນີ້ໄດ້ຄົງຕົວມາແຕ່ສະຕະວັດທີ III ກ່ອນ ຄສ ຫາຕົ້ນ ຄສ. ວັດຖຸພັນເກັບກຳມາໄດ້ຜ່ານບັນດາບັ້ນຄົ້ນຄວ້າຂຸດຄົ້ນຄັ້ງໃຫຍ່ ແມ່ນນອນໃນບັນດາຂຸມຝັງສົບນີ້. ທ່ານ ເຈິ່ນຟີກົງ ຮອງຜູ້ອຳນວຍການຫໍພິພິທະພັນ ຮ່າຕິ໊ງ ໃຫ້ຮູ້ວ່າ:

      “ຕາມບັນດານັກຄົ້ນຄວ້າບູຮານຄະດີ ຢູ່ເຂດ ບ໊າຍກ້ອຍ ແລະ ບ໊າຍລ່ອຍ ເຊິ່ງໄດ້ມີມາກ່ອນນີ້ປະມານ 2.500 ປີ, ເຂດບ໊າຍກ້ອຍ ແມ່ນແຫ່ງປະສານກັນລະຫວ່າງສອງພື້ນຖານວັດທະນະທຳ ດົງເຊີນ ແລະ ຊາຮວິ່ງ ຖືກສະແດງອອກ ຜ່ານບັນດາວັດຖຸພັນທີ່ຂຸດຄົ້ນມາໄດ້ ເຊິ່ງເຮັດດ້ວຍເຄື່ອງປັ້ນດິນເຜົາຂອງວັດທະນະທຳ ຊາຮວິ່ງ ແຕ່ລວດກາຍ ພັດແມ່ນລວດລາຍຂອງວັດທະນະທຳ ດົງເຊີນ. ສິ່ງນີ້ໄດ້ສະແດງໃຫ້ເຫັນແຈ້ງການພົວພັນແລກປ່ຽນ ປະສານກັນທາງດ້ານວັດທະນະທຳ”.

      ເມື່ອທຽບໃສ່ໄຫທີ່ເຮັດດ້ວຍດິນເຜົາຢູ່ຕາມຮ່ອງຮອຍສະຖານວັດທະນະທຳ ຊາຮວິ່ງ ທີ່ເປັນຕົວແບບນັ້ນ, ໄຫທີ່ເຮັດດ້ວຍດິນເຜົາຢູ່ເຂດບ໊າຍກ້ອຍ ມີຂະໜາດນ້ອຍກວ່າ, ຮູບຮ່າງກໍ່ມີຫຼາຍຮູບຫຼາຍແບບ ເຊິ່ງຕົ້ນຕໍແມ່ນຮູບໝາກຄາຍ ແລະ ຮູບໄຂ່. ສ່ວນຝາຂອງໄຫ ກໍ່ມີຫຼາຍຮູບຫຼາຍແບບ ມີບາງອັນກໍ່ມີຮູບກຸບ ບາງອັນກໍ່ມີຮູບຝາຊີ ແລະ ບາງອັນເບິ່ງຄືໝໍ້ ຫຼື ຖ້ວຍໃຫຍ່. ສຳລັບບັນດາຂຸມຝັງໄຫສົບ ທີ່ມີຂະໜາດໃຫຍ່ ເຄີຍຖືກຝັງຕາມແບບວິທີ ຂຸດຂຸມມີຮູບວົງມົນ, ຫຼັງຈາກນັ້ນຕັ້ງໄຫສົບໃສ່ເຄິ່ງກາງ ແລະ ກໍ່ຖົມດິນຊ່ຳບ່າຂອງໄຫ ແລະ ຝັງບັນດາເຄື່ອງຂອງຕາມສົບຢູ່ອ້ອມແອ້ມ. ທ່ານ ຫງວຽນແມັ້ງຖັງ ຫົວໜ້າພະແນກຄົ້ນຄວ້າບູຮານຄະດີ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ:

      “ເຂດຮ່ອງຮອຍສະຖານ ບ໊າຍກ້ອຍ ເຊິ່ງໄດ້ຄົ້ນພົບລະບົບໄຫ ແລະ ຝາ ເຊິ່ງໄດ້ເຮັດໃຫ້ປ່ຽນແປງລະດັບຄວາມຮັບຮູ້ຂອງບັນດານັກຄົ້ນຄວ້າບູຮານຄະດີ ກ່ຽວກັບການຈັກສັນຂອງສອງພື້ນຖານວັດທະນະທຳ ດົງເຊີນ ແລະ ຊາຮວິ່ງ. ຮອດການຂຸດຄົ້ນຄັ້ງທີ່ສາມ ພວກຂ້າພະເຈົ້າຈຶ່ງສາມາດຢັ້ງຢືນຢ່າງຈະແຈ້ງກວ່າ. ເຂດບ໊າຍກ້ອຍ ອາດຈະສະແດງໃຫ້ເຫັນວ່າ ປະຊາຊົນທີ່ຂຶ້ນກັບພື້ນຖານວັດທະນະທຳຊາຮວິ່ງ ໄດ້ມາຕັ້ງຖິ່ນຖານກ່ອນ, ຕໍ່ຈາກນັ້ນ ຂະບວນວິວັດວັດທະນະທຳ ດົງເຊີນ ໄດ້ແຜ່ຂະຫຍາຍ. ສອງພື້ນຖານວັດທະນະທຳນີ້ໄດ້ຄົງຕົວມາກ່ອນນີ້ປະມານ 2.500 ປີ. ນີ້ແມ່ນຈຸດພິເສດຂອງຮ່ອງຮອຍສະຖານ ເຂດບ໊າຍກ້ອຍ”.

       ສຳລັບການຂຸດຂຸມຝັງສົບກໍ່ແມ່ນຮູບການຝັງສົບທົ່ວໄປ ຂອງປະຊາຊົນຂຶ້ນກັບວັດທະນະທຳ ດົງເຊີນ. ຢູ່ເຂດບ໊າຍກ້ອຍ ຂຸມຝັງສົບທົ່ວໄປ ແມ່ນມີອາຍຸບໍ່ຫຼາຍ ເມື່ອທຽບໃສ່ຂຸມຝັງໄຫສົບ. ສຳລັບເຄື່ອງຂອງທີ່ຝັງຕາມສົບ ໃນຂຸມຝັງສົບທົ່ວໄປ ກໍ່ມີບັນດາວັດຖຸພັນທີ່ເຮັດດ້ວຍເຄື່ອງປັ້ນດິນເຜົາ ທີ່ຂຶ້ນກັບວັດທະນະທຳດົງເຊີນ ແລະ ມີບາງຢ່າງຝັງຕາມສົບແມ່ນບັນດາ ໂຖ, ໝໍ້, ຖ້ວຍໃຫຍ່… ທີ່ມີຈຸດພິເສດສະເພາະຂອງວັດທະນະທຳ ຊາຮວິ່ງ. ສິ່ງນີ້ໄດ້ເປັນການຢັ້ງຢືນສາຍກ່ຽວພັນ ແລະ ມີຜົນສະທ້ອນພິເສດຢ່າງສະໜິດແໜ້ນ ລະຫວ່າງປະຊາຊົນຂອງສອງພື້ນຖານວັດທະນະທຳນີ້ຢູ່ ເຂດບ໊າຍກ້ອຍ. ທ່ານ ຫງວຽນວັນດວ່ານ ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ:

      “ພິເສດຢູ່ ເຂດບ໊າຍກ້ອຍ ນີ້ເປັນຄັ້ງທຳອິດ ໄດ້ຊອກຄົ້ນຫາຂີດໝາຍວັດທະນະທຳ ຊາຮວິ່ງ ເຊິ່ງແຕ່ດົນນານມາແລ້ວທີ່ພວກເຮົາຄິດວ່າຖືກຈັດສັນຢູ່ ຮ່າຕິ໊ງ. ນີ້ແມ່ນເຂດປະສານກັນ ທາງດ້ານວັດທະນະທຳ ລະຫວ່າງສອງພື້ນຖານວັດທະນະທຳ ດົງເຊີນ ແລະ ຊາຮວິ່ງ ເພາະສະນັ້ນໄດ້ສ້າງເປັນສີສັນວັດທະນະທຳທີ່ເປັນເອກະລັກ ຖືກສະແດງອອກຜ່ານບັນດາເຄື່ອງຂອງ ຝັງຕາມສົບ”.

       ການຂຸດຄົ້ນຮ່ອງຮອຍສະຖານເຂດບ໊າຍກ້ອຍ ໄດ້ຮັບການປະຕິບັດໃນຫຼາຍປີ. ບັນດານັກຄົ້ນຄວ້າ ບູຮານຄະດີຖືວ່າ ໃນໄລຍະທີ່ຈະມາເຖິງ ຄວນເປີດກວ້າງເນື້ອທີ່ຂຸດຄົ້ນຈຶ່ງສາມາດຢັ້ງຢືນໄດ້ຢ່າງຄົບຖ້ວນ. ບັນດາວັດຖຸພັນທີ່ຂຸດຄົ້ນມາໄດ້ຢູ່ ເຂດບ໊າຍກ້ອຍ ໃນປັດຈຸບັນພວມຖືກນຳມາວາງສະແດງຢູ່ຫໍພິພິທະພັນປະຫວັດສາດທີ່ ຮ່າໂນ້ຍ ແລະ ໃນເດືອນ ພຶດສະພາ ປີໜ້າ ຈະສືບຕໍ່ນຳມາວາງສະແດງຢູ່ຫໍພິພິທະພັນ ຮ່າຕິ໊ງ. ດ້ວຍຄຸນຄ່າທາງດ້ານວັດທະນະທຳທີ່ອຸດົມສົມບູນ ແລະ ເປັນເອກະລັກ ໃນປີ 2014 ກະຊວງວັດທະນະທຳ ກິລາແລະ ທ່ອງທ່ຽວ ໄດ້ຮັບຮອງເຂດບ໊າຍກ້ອຍ ແມ່ນຮ່ອງຮອຍສະຖານລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ