ເມື່ອງລໍ່ ຖ່າຍທອດຄວາມງາມທາງດ້ານວັດທະນະທຳ ຂອງພໍ່ແມ່ພີ່ນ້ອງເຜົ່າ ຜູ້ໄທ

(VOVWORLD) -ຢູ່ຮ່ອມພູ ເມືອງ ລໍ່ ທີ່ເທດສະບານ ເຫງຍໂລະ ແຂວງ ອຽນບ໊າຍ, ການຖ່າຍທອດວັດທະນະທຳບັນດາເຜົ່າ ບໍ່ພຽງແຕ່ໄດ້ຮັບການປະຕິບັດຈາກຄົນລຸ້ນກ່ອນໆ ຢ່າງສຸດໃຈເທົ່ານັ້ນ ຫາກຍັງໃນມໍ່ໆມານີ້ ຍັງໄດ້ຖືກຜັນຂະຫຍາຍນຳເຂົ້າສິດສອນຢູ່ໂຮງຮຽນອີກດ້ວຍ. ຜ່ານນັ້ນກໍ່ໄດ້ຊ່ວຍນັກຮຽນຍົກສູງສະຕິ ຄວາມຮັບຮູ້ໃນການຮັກສາສີສັນວັດທະນະທຳບັນດາເຜົ່າ ນັບແຕ່ເວລາຍັງເປັນນັກຮຽນ. 
ເມື່ອງລໍ່ ຖ່າຍທອດຄວາມງາມທາງດ້ານວັດທະນະທຳ ຂອງພໍ່ແມ່ພີ່ນ້ອງເຜົ່າ ຜູ້ໄທ - ảnh 1ຊົ່ວໂມງຮຽນນອກລະບົບກ່ຽວກັບວັດທະນະທຳເຜົ່າຜູ້ໄທ

    ຕາມຂະແໜງສຶກສາ ແລະ ບຳລຸງສ້າງເທດສະບານ ເຫງຍໂລະ ແຂວງ ອຽນບ໊າຍແລ້ວ ການຮັກສາສີສັນວັດທະນະທຳບັນດາເຜົ່າ ໄດ້ຖືກນຳເຂົ້າສິດສອນຢູ່ບັນດາໂຮງຮຽນ ທີ່ມີນັກຮຽນຫຼາຍຄົນ ແມ່ນລູກຫຼານຂອງພໍ່ແມ່ພີ່ນ້ອງບັນດາເຊົາເຜົ່າ ນັບແຕ່ສົກຮຽນ 2019 – 2020. ມາຮອດປັດຈຸບັນການເຄື່ອນໄຫວນີ້ ຖືກບັນດາໂຮງຮຽນຮັກສາປະຕິບັດຢ່າງເປັນປະຈຳ. ທ່ານ ນາງ ລໍ່ທິຕຽດຢຸງ ຫົວໜ້າຂະແໜງສຶກສາ ແລະບຳລຸງສ້າງເທດສະບານ ເຫງຍໂລະ ແຂວງ ອຽນບ໊າຍ ໃຫ້ຮຸ້ວ່າ:

“ພວກຂ້າພະເຈົ້າຜັນຂະຫຍາຍເນື້ອໃນ ນຳເຂົ້າບັນດາການເຄື່ອນໄຫວ ຄື ການນຸ່ງຊຸດປະຈຳເຜົ່າ, ການປະດັບປະດາຂອບເຂດຫ້ອງຮຽນ ດ້ວຍບັນດາຈຸພິເສດສະເພາະທາງດ້ານວັດທະນະທຳຂອງທ້ອງຖິ່ນ. ສ້າງຕັ້ງບັນດາສະໂມສອນເຄື່ອນໄຫວຕາມຄະຕິປະຈຳໃຈ, ສະໂມສອນກ່ຽວກັບການຊອກຮູ້ບັນດາຄຸນຄ່າວັດທະນະທຳທ້ອງຖິ່ນ  ໃນນັ້ນມີສະໂມສອນເປົ່າແຄນ, ສະໂມສອນຕົວໜັງສືຜູ້ໄທບູຮານ ໄດ້ຖືກນຳເຂົ້າສິດສອນຢູ່ໃນໂຮງຮຽນ. ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າກ້າວໄປເຖິງ  ສິດສອນ ຖ່າຍທອດພາສາຕົວໜັງສືຂອງເຜົ່າອື່ນໆ ເຂົ້າໃນຫຼັກສູດຂອງໂຮງຮຽນ ໃຫ້ແທດເໝາະກັບເງື່ອນໄຂຕົວຈິງຢູ່ຕາມເຂດແຄວ້ນຂອງແຕ່ລະທ້ອງຖິ່ນ ທັງນີ້ກໍ່ເປັນປະກອບສ່ວນອະນຸລັກເສີມຂະຫຍາຍຄຸນຄ່າວັດທະນະທຳຂອງທ້ອງຖິ່ນ”.

   ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຫຼີຕືຈ້ອງ ຕັ້ງໃນບໍລິເວນຕາແສງ ຝູຈ້າງ ເທດສະບານ ເຫງຍໂລະ ມີນັກຮຽນຈຳນວນກວ່າ 40% ແມ່ນຊາວເຜົ່າຜູ້ໄທ. ທາງໂຮງຮຽນກໍ່ໄດ້ສ້າງຕັ້ງບັນດາສະໂມສອນຄື ສະໂມສອນເຄື່ອງດົນຕີ, ສະໂມສອນຟ້ອນແຊ, ສະໂມສອນຕົວໜັງສືຜູ້ໄທ... ນ້ອງ ລໍ່ທິບ໋າວຈີ ນັກຮຽນສັງກັດໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຫຼີຕື່ຈ້ອງ ໃຫ້ຮູ້ວ່າ:

   “ຢູ່ເຮືອນ ປູ່ຍ່າ ພໍ່ແມ່ໄດ້ສອນພາສາຜູ້ໄທໃຫ້ແກ່ນ້ອງ, ໄປຮອດໂຮງຮຽນນ້ອງກໍ່ໄດ້ຮຽນພາສາຜູ້ໄທ. ມີບາງຕົວໜັງສືນ້ອງຮູ້ສຶກວ່າຍາກຫຼາຍ ແຕ່ຮຽນເປັນໄລຍະໜຶ່ງ ນ້ອງກໍ່ເຫັນວ່າສາມາດເຂົ້າໃຈງ່າຍ. ນ້ອງມັກຮຽນທີ່ສຸດ”.

   ນອກຈາກຮຽນຕາມບັນດາຫຼັກສູດໃນລະບົບນັ້ນ ທາງໂຮງຮຽນກໍ່ຍັງມີບັນດາການດຳເນີນຊີວິດນອກລະບົບ ດ້ວຍການລະຫຼິ້ນພື້ນເມືອງ, ການຂັບລຳທຳເພງທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ. ອ້າຍຄູ ເລແທັງຕຸ່ງ ສັງກັດໂຮງຮຽນ ໃຫ້ຮູ້ວ່າ:

   “ທາງໂຮງຮຽນໄດ້ນຳຮູບການສອນພາສາ ແລະ ຕົວໜັງສືຊົນເຜົ່າຜູ້ໄທ ໂດຍຜ່ານຮູບການສ້າງຕັ້ງສະໂມສອນ ເພື່ອຮັກສາໃຫ້ແກ່ພວກນ້ອງທີ່ມີຄວາມຕ້ອງການຢາກຮຽນ ແລະ ມີຄວາມຊົມຊອບວັດທະນະທຳເຜົ່າຜູ້ໄທ. ພວກນ້ອງນັກຮຽນມີຄວາມເມົາມົວ ແລະ ມັກຮຽນວິຊານີ້. ຍ້ອນແມ່ນນັກຮຽນຊົນເຜົ່າ ດັ່ງນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ເມື່ອນຳເຂົ້າສິດສອນ, ພວກນ້ອງກໍ່ຮັບເອົາຄວາມຮູ້ເປັນການຍາກ. ໃນບໍລິເວນມີສອງເຜົ່າຄື ເຜົ່າໄທຂາວ ແລະ ໄທດຳ ດັ່ງນັ້ນເມື່ອນຳເຂົ້າສິດສອນ ຄູສອນກໍ່ຕ້ອງເລືອກເອົາຮູບການ ເພື່ອເຮັດແນວໃດ ເພື່ອໃຫ້ພວກນ້ອງເຂົ້າໃຈງ່າຍ”.

    ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຮວ່າງວັນທຸ ມີນັກຮຽນເກືອບທັງໝົດ ແມ່ນຊາວເຜົ່າສ່ວນໜ້ອຍ, ໃນນັ້ນ ເຜົ່າຜູ້ໄທ ກວມເອົາຫຼາຍກວ່າ 95%. ທາງໂຮງຮຽນກໍ່ໄດ້ປະສານສົມທົບບັນດາຫຼັກສູດການສຶກສາຢູ່ທ້ອງຖິ່ນ ເຂົ້າໃນແຕ່ລະວິຊາຮຽນ ຖ່າຍທອດໃຫ້ນັກຮຽນສະຖາປັດຕະຍະກຳເຮືອນຮ້ານ, ຊຸດອາພອນປະຈຳເຜົ່າ, ອາຫານການກິນຂອງເຜົ່າຜູ້ໄທ, ການຂັບລຳທຳເພງພື້ນເມືອງ, ການລະຫຼິ້ນພື້ນເມືອງ, ເຄື່ອງດົນຕີພື້ນເມືອງ... ເອື້ອຍຄູ ດັ້ງທິຮົ່ງແອັ໊ງ ຫົວໜ້າອຳນວຍການໂຮງຮຽນ ໃຫ້ຮູ້ວ່າ:

     “ນັບແຕ່ສົກຮຽນ 2019 – 2020 ພວກຂ້າພະເຈົ້າກໍ່ໄດ້ມີແນວຄິດນຳຕົວໜັງສື ເຜົ່າຜູ້ໄທບູຮານກໍ່ຄື ບັນດາບົດເພງເຜົ່າຜູ້ໄທ ເຂົ້າໃນການເຄື່ອນໄຫວຂອງໂຮງຮຽນ. ໃນເບື້ອງຕົ້ນພວກຂ້າພະເຈົ້າກໍ່ໄດ້ຕິດຕໍ່ພົວພັນກັບນັກສິລະປະການ ລໍ່ຕຽນຢຸງ ເພື່ອຊ່ວຍສິດສອນໃຫ້ບັນດາເອື້ອຍຄູ ກໍ່ຄືພວກນ້ອງນັກຮຽນ ແລະ ຕິດຕໍ່ກັບນັກສິລະປະການ ດຽວທິຊຽງ ເພື່ອສອນພາສາຜູ້ໄທໃຫ້”.

  ການອະນຸລັກຈຸດວັດທະນະທຳພື້ນເມືອງ ໄດ້ຮັບການປະຕິບັດຢ່າງລະອຽດມີແບບມີແຜນ ຈາກເທດສະບານ ເຫງຍໂລະ. ຈາກນັ້ນ ສາມາດກໍ່ສ້າງລຸ້ນລູກລຸ້ນຫຼານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ບໍ່ພຽງແຕ່ມີຄວາມຮູ້ຢ່າງໜັກແໜ້ນເທົ່າ ຫາກຍັງມີຄວາມເຂົ້າໃຈວັດທະນະທຳຂອງຕົນອີກດ້ວຍ ທັງນີ້ກໍ່ເປັນການສືບທອດຄົນລຸ້ນກ່ອນເພື່ອອະນຸລັກ ແລະ ເສີມຂະຫຍາຍສີສັນວັດທະນະທຳທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ