ເລຟີຟີ - ຜູ້ບັນຊາວົງດົນຕີທີ່ເກັ່ງກ້າສາມາດ

(VOVWORLD) -       ຜູ້ບັນຊາວົງດົນຕີ ເລຟີຟີ ແມ່ນນັກເສບດົນຕີ ກະລາດຊິກ ຫວຽດນາມ ທີ່ມີຊື່ສຽງຢູ່ທະວີບເອີລົບ. ຊື່ສຽງຂອງລາວໄດ້ຖືກເຕື້ອງເຖິງຢູ່ຫຼາຍປະເທດ ຄືດັ່ງຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານດົນຕີຂອງ ຫວຽດນາມ ຍຸກທັນສະໄໝ. ຢູ່ພາຍໃນປະເທດ, ເລຟີຟີ ໄດ້ຕິດພັນກັບລາຍການສະແດງດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຄົງຕົວຕະຫຼອດໄປ” ເຊິ່ງໄດ້ສະແດງໃນໂອກາດວັນຊາດ ຫວຽດນາມ ວັນທີ 2 ກັນຍາ ໃນແຕ່ລະປີ.      ໃນລາຍການສະແດງດົນຕີປະສານສຽງ “ສິ່ງທີ່ຄົງຕົວຕະຫຼອດໄປ” ປີ 2019 ທີ່ຈະມາເຖິງນີ້, ຜູ້ບັນຊາວົງດົນຕີ ເລຟີຟີ ສືບຕໍ່ເປັນຜູ້ບັນຊາວົງດົນຕີ ເພື່ອນຳບັນດາບົດດົນຕີທີ່ມີຊື່ສຽງ ແລະ ເຕັມໄປດ້ວຍສີສັນ ຫວຽດນາມ ມາສູ່ມວນຊົນຜູ້ນິຍົມດົນຕີ
ເລຟີຟີ - ຜູ້ບັນຊາວົງດົນຕີທີ່ເກັ່ງກ້າສາມາດ - ảnh 1 ເລຟີຟີ - ຜູ້ບັນຊາວົງດົນຕີທີ່ເກັ່ງກ້າສາມາດ

ເລຟີຟີ ເກີດຢູ່ ຮ່າໂນ້ຍ ຢູ່ໃນຄອບຄົວທີ່ມີມູນເຊື້ອດົນຕີ. ລາວໄດ້ເລືອກເອົາເຮັດວຽກຢູ່ວົງດົນຕີປະສານສຽງແຫ່ງຊາດຂອງປະເທດ ມາກເຊໂດເນຍ ພາຍຫຼັງຮຽນຈົບຈາກສະຖາບັນດົນຕີ ກະຈາຍກົບສະກີ່.  ໄລຍະສ້າງອາຊີບຢູ່ ມາກເຊໂດເນຍ ກໍ່ແມ່ນໄລຍະເວລາທີ່ເປັນໜ້າຈົດຈຳ. ເລຟີຟີ ຫວນຄືນວ່າ:

    “ເພື່ອເປັນການທົດສອບ, ເມື່ອຂ້າພະເຈົ້າຮຽນມະຫາວິທະຍາໄລປີທີສາມ, ປີທີສີ່, ເຂົາເຈົ້າກໍ່ໄດ້ໃຫ້ຂ້າພະເຈົ້າແບກຫາບໜ້າທີ່ທີ່ສຳຄັນທີ່ສຸດ ນັ້ນແມ່ນຜູ້ບັນຊາວົງດົນຕີ. ແລະ ພາຍຫຼັງທີ່ຂ້າພະເຈົ້າໄດ້ຢັ້ງຢືນວ່າ ຂ້າພະເຈົ້າສາມາດເຮັດໄດ້, ມາຮອດປີ 1993 ເມື່ອຂ້າພະເຈົ້າໄດ້ຮຽນຈົບຈາກສະຖາບັນດົນຕີ ກະຈາຍກົບສະກີ ແລ້ວ, ໃນທັນທີ ເຂົາເຈົ້າໄດ້ເຊື້ອເຊີນຂ້າພະເຈົ້າ ແລະ ສະເໜີເປັນຜູ້ບັນຊາວົງດົນຕີ ແລະ ເປັນຜູ້ຊ່ວຍວຽກໃຫ້ຜູ້ບັນຊາວົງດົນຕີໃຫຍ່. ສິ່ງນີ້ກໍ່ໄດ້ຊ່ວຍໃຫ້ຂ້າພະເຈົ້າໄດ້ຮູ້ຫຼາຍສິ່ງຫຼາຍຢ່າງເພາະວ່າ   ລາຍການໃດຂ້າພະເຈົ້າກໍ່ຕ້ອງມີການກະກຽມ ແລະ ຝຶກແອບ. ເພາະສະນັ້ນຄວາມຮູ້ ຄວາມສາມາດທາງດ້ານດົນຕີ ຂອງຂ້າພະເຈົ້າໃນຮອບເວລາແຕ່ 7 ຫາ 10 ປີ  ຂະນະທີ່ຂ້າພະເຈົ້າໄດ້ເຮັດວຽກຢູ່ວົງດົນຕີປະສານສຽງແຫ່ງຊາດແຫ່ງ ສ.ມາກເຊໂດເນຍ ກໍ່ໄດ້ຖືກຍົກສູງຂຶ້ນຫຼາຍທີ່ສຸດ”.

     ໃນຖານະຕຳແໜ່ງເປັນຜູ້ບັນຊາວົງດົນຕີ ຂອງວົງດົນຕີປະສານສຽງແຫ່ງຊາດແຫ່ງ  ສ.ມາກເຊໂລເນຍ ແຕ່ປີ 1993 ຫາ 2000, ເລຟີຟີ ໄດ້ທຳການສະແດງນັບຮ້ອຍຄັ້ງ ຢູ່ມາກເຊໂລເນຍ ກໍ່ຄືຢູ່ ລັດເຊຍ, ຝະລັ່ງ, ເຢຍລະມັນ, ອີຕາລີ, ແຊັກເບຍ, ຊູແອັດ,… ເລຟີຟີ ກໍ່ຍັງເຄີຍເຮັດວຽກກັບບັນດາວົງດົນຕີປະສານສຽງອື່ນໆເຊັ່ນ: ວົງດົນຕີປະສານສຽງ ວິທະຍຸກະຈາຍສຽງ ແລະ ໂທລະພາບ ເບນກາດ, ວົງດົນຕີປະສານສຽງ ວີດິງ ຂອງບູນກາລີ, ວົງດົນຕີປະສານສຽງ ນິດ ຂອງ ແຊັກເບຍ… ແຕ່ປີ 1995 ມາຮອດປັດຈຸບັນ, ເລຟີຟີ ກໍ່ໄດ້ເຄີຍກັບມາຢ້ຽມຢາມ ຫວຽດນາມ ເປັນປະຈຳ ແລະ ໄດ້ຜະລິດຫຼາຍລາຍການນດົນຕີປະສານສຽງ ພ້ອມທັງໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາວົງດົນຕີຢູ່ພາຍໃນປະເທດ. ລາວກໍ່ແມ່ນຂົວເຊື່ອມຕໍ່ ລະຫວ່າງບັນດານັກສິລະປິນ ຫວຽດນາມ ທີ່ພວມດຳລົງຊີວິດ  ແລະ ເຮັດວຽກຢູ່ຕ່າງປະເທດກັບບັນດາຫົວໜ່ວຍສະແດງຢູ່ພາຍໃນປະເທດ. ເມື່ອໄດ້ຮັບຊົມຜູ້ບັນຊາການວົງດົນຕີ ເລຟີຟີ ທຳການສະແດງນັ້ນ, ນັກປະພັນວັນນະຄະດີ ເຈິ່ນທິເຈື່ອງ ຍາມໃດກໍ່ເລືອກເອົາບ່ອນນັ່ງສະເພາະໃຫ້ແກ່ຕົນ ເພື່ອສາມາດຮັບຊົມຢ່າງຈະແຈ້ງກ່ຽວກັບບັນດາຈັງຫວະ ທ່າທີ່ຂອງບັນດານັກສິລະປິນ. ນາງ ເຈິ່ນທິເຈື່ອງ ເວົ້າວ່າ:

     “ຖ້າຫາກບໍ່ລ່າເລີງ ແມ່ນບໍ່ອາດມ່ວນໄດ້. ນ້ຳເຮື່ອຂອງລາວກໍ່ໄດ້ຍ້ອຍລົງເທົ່າໃດ ກໍ່ພຽງແຕ່ລາວຮູ້ເທົ່ານັ້ນ. ໃບໜ້າ ແສງຕາ ທ່າທີ ຈັງຫວະ ຂອງການບັນຊານັ້ນ ເຖິງຂັ້ນຄືຂ້າພະເຈົ້າແມ່ນຜູ້ຊົມ ທີ່ຂ້າພະເຈົ້າໄດ້ເຫັນກໍ່ຕື້ນຕັນໃຈແລ້ວ,  ເວົ້າຫຍັງແມ່ນນັກສິລະປິນ ທີ່ເຂົາເຈົ້າມີສາຍຕາເປັນອາຊີບ, ເຂົາເຈົ້າໄດ້ມີຄວາມເຂົ້າໃຈ ເມື່ອແສງຕາຂອງລາວຄືຈັ່ງຊັ້ນ, ການບັນຊາດ້ວຍຈັງຫວະຈັ່ງຊີ້, ແລະ ລາຍການສະແດງໄດ້ສ້າງຄວາມປະທັບໃຈທີ່ສຸດ ແລະ ໄດ້ບັນລຸເຖິງສິ່ງທີ່ຍອດຢ້ຽມ”

     ໂດຍແມ່ນຜູ້ທີ່ສຸດຈິດສຸດໃຈ  ກັບລາຍການສະແດງດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຄົງຕົວຕະຫຼອດໄປ”,  ນັກຂ່າວ ຟ້າມແອັງຕ໊ວນ  ຫົວໜ້າບັນນາທິການ ໜັງສືພິມເອເລັກໂຕນິກ ຫວຽດນາມເນັດ ຖືວ່າ ເລຟີຟີ ຖືກອຸປະມາດັ່ງວິນຍານ ໃນບັນດາລາຍການສະແດງດົນຕີປະສານສຽງ “ສິ່ງທີ່ຄົງຕົວຕະຫຼອດໄປ”. ນັກຂ່າວ ຟ້າມແອັງຕ໊ວນ ເວົ້າວ່າ:

    “ຢູ່ ຫວຽດນາມ ຜູ້ມີໜ້າທີ່ເປັນຜູ້ບັນຊາການວົງດົນຕີແມ່ນມີໜ້ອຍທີ່ສຸດ ດັ່ງນັ້ນກໍ່ບໍ່ມີເງື່ອນໄຂເພື່ອສົມທຽບ, ພຽງແຕ່ສົມທຽບອ້າຍ ເລຟີຟີ ກັບບັນດາຜູ້ບັນຊາວົງດົນຕີຢູ່ຕ່າງປະເທດເທົ່ານັ້ນ ແຕ່ລາວກໍ່ບໍ່ນ້ອຍໜ້າກວ່າ ຜູ້ບັນຊາວົງດົນຕີໃດໆຊ້ຳ.  ແລະ ອີກສິ່ງໜຶ່ງ, ເຮົາກໍ່ຮູ້ສຶກມີຄວາມໃກ້ຊິດຕິດແທດ ເພາະວ່າລາວແມ່ນຊາວ ຫວຽດນາມ, ໃນຖານະແມ່ນຜູ້ຊົມ ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ເມື່ອໄດ້ຮັບຊົມບັນດາລາຍການທີ່ ເລຟີຟີ ເປັນຜູ້ບັນຊາວົງດົນຕີ”.

    ເຖິງວ່າໄດ້ຖືກເວົ້າເຖິງດ້ວຍບົດຮຽນ ປະສົບການເປັນຜູ້ບັນຊາວົງດົນຕີກໍ່ຕາມ, ພິເສດແມ່ນດົນຕີກະລາດຊິກໃນໂລກ,  ແຕ່ສຳລັບ ເລຟີຟີ ແລ້ວ,  ຫວຽດນາມ ຍາມໃດກໍ່ແມ່ນບ້ານເກີດເມືອງນອນ ແມ່ນສະຖານທີ່ທຳອິດ ທີ່ລາວໄດ້ຂຶ້ນແຜນທຳການສະແດງໃນແຕ່ລະປີ. ໂດຍມີການເຄື່ອນໄຫວຢ່າງປະສົບຜົນສຳເລັດຢູ່ຕ່າງປະເທດ ແລະ ໄດ້ມີການປະກອບສ່ວນ ຫຼາຍຢ່າງໃຫ້ແກ່ພື້ນຖານດົນຕີຂອງ ຫວຽດນາມ, ເລຟີຟີ ໄດ້ກາຍເປັນແບບຢ່າງທີ່ໜ້າປະທັບໃຈ ໃນປະຫວັດສາດດົນຕີ ຫວຽດນາມ ຍຸກທັນສະໄໝຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ