ເລື່ອງລາວກ່ຽວກັບຄອບຄົວຮັກສາວັດທະນະທຳເຜົ່າຜູ້ໄທຢູ່ແຂວງເຊີນລາ

(VOVWORLD) -ດ້ວຍຄວາມຫວັງເພື່ອໃຫ້ຊາວເຜົ່າຜູ້ໄທປຽບເໝືອນດອກໄມ້ທີ່ຫອມຫວນໃນສວນດອກໄມ້ ບັນດາເຜົ່າ ຫວຽດນາມ, ໃນຊຸມປີທີ່ຜ່ານມາສອງຜົວເມຍປ້າລຸງ ຮວ່າງທິມາຍແລະກວ່າງວັນຮັກ  ຢູ່ນະຄອນເຊີນລາແຂວງເຊີນລາໄດ້ມານະພະຍາຍາມອະນຸລັກຮັກສາເສີມຂະຫຍາຍສີສັນວັດທະນະທຳທີ່ເອກະລັກຂອງເຜົ່າຜູ້ໄທກາຍເປັນຄອບຄົວດີເດັ່ນໃນການຮັກສາວັດທະນະທຳບັນດາເຜົ່າຢູ່ທ້ອງຖິ່ນ
ເລື່ອງລາວກ່ຽວກັບຄອບຄົວຮັກສາວັດທະນະທຳເຜົ່າຜູ້ໄທຢູ່ແຂວງເຊີນລາ - ảnh 1ນາງມາຍພວມແນະນຳວິທີຟ້ອນໃຫ້ເອື້ອຍນ້ອງແມ່ຍິງໃນບ້ານ
 
 

ຮອດທ້າຍອາທິດຫຼືໃນເວລາທີ່ລູກຫຼານມາເຕົ້າໂຮມໃນຄອບຄົວເນື່ອງໃນໂອກາດໄລຍະພັກແລ້ງ. ປ້າ ຮວ່າງທິມາຍ ອາຍຸ 75 ປີຢູ່ບ້ານບໍ໊ ຕາແສງຈ່ຽງອານນະຄອນເຊີນລາແຂວງເຊີນລາໄດ້ສອນພວກຫຼານບັນດາບົດເພງຂອງເຜົ່າຜູ້ໄທ    ໂດຍໄດ້ກຳເນີດແລະເຕີບໃຫຍ່ຂຶ້ນຢູ່ເມືອງອຽນເຈົາ ປ້າມາຍໄດ້ໃຫຍ່ຂຶ້ນໃນທ່າມກາງສຽງແຄນ ວາດຟ້ອນ, ບັນດາທຳນອງເພງພື້ນເມືອງຂອງເຜົ່າຜູ້ໄທ ຄາວອາຍຸ 12 - 13 ປີ ປ້າສາມາດຂັບຮ້ອງແລະຟ້ອນໄດ້ດີແລະໄດ້ຮັບການຄັດເລືອກເຂົ້າກອງສິລະປະກອນແຂວງເຊີນລາໃນຄາວນັ້ນ.ນັບແຕ່ເວລາອອກພັກກິນເບ້ຍບຳນານໃນປີ 1989 ມາຮອດປັດຈຸບັນ,ປ້າໄດ້ສິດສອນບັນດາບົດເພງວາດຟ້ອນໃຫ້ແກ່ລຸ້ນລູກລຸ້ນຫຼານໃນຄອບຄົວແລະພໍ່ແມ່ພີ່ນ້ອງໃນໝູ່ບ້ານ. ປ້າ ມາຍເວົ້າວ່າ:

       “ກອງສິລະປະກອນທຳອິດຂອງບ້ານມີພຽງ 6 ຄົນເທົ່ານັ້ນ. ມາຮອດຊຸມປີ 2005 ຂະນະທີ່ແຂກທ່ອງທ່ຽວມາຍາມໝູ່ບ້ານນັບມື້ນັບຫຼາຍຂຶ້ນນັ້ນຂ້າພະເຈົ້າໄດ້ໃຫ້ສ້າງຕັ້ງສອງກອງສິລະປະກອນແມ່ຍິງແລະຊາວໜຸ່ມ. ປັດຈຸບັນສະມາຄົມແມ່ຍິງ ຊາວໜຸ່ມຜູ້ອາຍຸສູງກໍ່ລ້ວນແຕ່ມີກອງສິລະປະກອນລວມທັງໝົດ 5 ກອງສິລະປະກອນ”.

      ບໍ່ພຽງແຕ່ແມ່ນສິ່ງລື້ງເຄີຍໃນແຕ່ລະວັນເທົ່ານັ້ນ ສຳລັບປ້າມາຍແລ້ວ ວັດທະນະທຳສິລະປະວັນນະຄະດີຍັງແມ່ນຂໍກຸນແຈແຫ່ງພູມປັນຍາຊ່ວຍໃຫ້ຈິດວິນຍານຂອງຄົນເຮົາ ເບີກບານມ່ວນຊື່ນສະຫວາດສະເຫວີຍ, ເຊື່ອມຕໍ່ທຸກໆຄົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ໃນທຸກດ້ານມີການປ່ຽນແປງເປັນຢ່າງດີ. ປ້າມາຍໃຫ້ຮູ້ອີກວ່າ:

       “ນັບແຕ່ເວລາມີການເຄື່ອນໄຫວທາງດ້ານສິລະປະວັນນະຄະດີເຊັ່ນນີ້,ຫຼາຍຄົນແຫ່ງຕ່າງໆຍິ່ງຮູ້ຈັກຫຼາຍກ່ຽວກັບບ້ານ ບໍ໊. ຈາກນັ້ນໝູ່ບ້ານໄດ້ຮັບການລົງທຶນກ່ຽວກັບຕາຂ່າຍໄຟຟ້າ,ທາງຄົມມະນາຄົມ...  ພໍ່ແມ່ພີ່ນ້ອງຊາວບ້ານມີຄວາມເບີກບານໃຈທີ່ສຸດ. ປັດຈຸບັນໝູ່ບ້ານປ່ຽນແປງເຊັ່ນນີ້ ຫຼາຍຄົນກໍ່ຍັງຄົງເວົ້າວ່າຍ້ອນມີຂະບວນການວັດທະນະທຳສິລະປະວັນນະຄະດີ”.     

       ສ່ວນອ້າຍຄູຮັກ ຜູ້ເປັນຜົວຂອງປ້າມາຍຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖືຈາກຄອບຄົວແລະພໍ່ແມ່ພີ່ນ້ອງຊາວບ້ານ.ໃນຊຸມປີທີ່ຜ່ານມາລຸງຮັກຍາມໃດກໍ່ຕັ້ງໜ້າສອນຕົວໜັງສືຜູ້ໄທບູຮານ ໃຫ້ແກ່ທຸກໆຄົນໃນບ້ານ. ລຸງຮັກໃຫ້ຮູ້ວ່າ:

       “ຂ້າພະເຈົ້າຍັງຮຽບຮຽງຫຼັກສູດການສອນໃຫ້ແກ່ຕົນເອງ. ແຕ່ລະຊຸດຮຽນຕ້ອງໃຊ້ເວລາ 3 ເດືອນ,ອາທິດໜຶ່ງກໍ່ຮຽນສອງຕອນ.ເມື່ອສຳເລັດຫຼັກສູດການຮຽນກໍ່ລ້ວນແຕ່ມີການສະຫຼຸບແລະມີການຍ້ອງຍໍຊົມເຊີຍ. ມາຮອດປັດຈຸບັນຫຼາຍຄົນໃນບ້ານກໍ່ຮູ້ອ່ານຮູ້ຂຽນຕົວໜັງສືຜູ້ໄທ, ຂ້າພະເຈົ້າຍັງພວມສະເໜີໃຫ້ເປີດຊຸດຮຽນຕື່ມອີກ”.

      ສອງປ້າລຸງມາຍແລະຮັກມີລູກນຳກັນ 4 ຄົນແລະມີຫຼານເຫຼນ 8 ຄົນ. ນັບແຕ່ຄາວຍັງນ້ອຍແຕ່ລະຄົນກໍ່ລ້ວນແຕ່ໄດ້ຮັບການບົ່ງບອກສິດສອນຈາກປູ່ຍ່າກ່ຽວກັບບັນດາທຳນອງເພງເຜົ່າຜູ້ໄທເພາະສະນັ້ນໃຜໆກໍ່ສາມາດຮຽນເກັ່ງ ລູກຊາຍຫຼາ້ຂອງສອງປ້າລຸງປັດຈຸບັນພວມເຮັດວຽກໃນກຳລັງທະຫານປ້ອງກັນຊາຍແດນລາວສາມາດເປົ່າແຄນມ່ວນທີ່ສຸດ. ນ້ອງລູ່ທິເຮືອງ ຫຼານຂອງລຸງຮັກເວົ້າວ່າ:

     “ຫຼານດີໃຈແລະມີຄວາມເອກອ້າງທະນົງໃຈຍ້ອນບໍ່ພຽງແຕ່ສາມາດປາກພາສາຂອງເຜົ່າຕົນທົ່ານັ້ນຫາກຍັງສາມາດຂຽນໄດ້ຕົວໜັງສືຜູ້ໄທບູຮານອີກດ້ວຍ. ຫຼານຂອບໃຈນຳປູ່ຍ່າຍ້ອນໄດ້ສອນໃຫ້ພວກຫຼານ ແລະບັນດາເພື່ອນໜຸ່ມກ່ຽວກັບຄວາມງາມດ້ານວັດທະນະທຳຂອງເຜົ່າຕົນ”.

     ນັບແຕ່ປີ 2009 ລຸງຮັກໄດ້ໃຫ້ສ້າງຕັ້ງສະມາຄົມສົ່ງເສີມການຮຽນຂອງວົງຕະກຸນກວ່າງຢູ່ບ້ານບໍ໊. ປັດຈຸບັນຢູ່ໃນວົງຕະກຸນກໍ່ມີຫຼາຍຄົນຮຽນເກັ່ງແລະເສັງໄດ້ຄະແນນດີ ດ້ວຍຫຼາຍກວ່າ 60 ຄົນບັນລຸລະດັບປະລິນຍາໂທ, ວິທະຍາໄລແລະມະຫາວິທະຍາໄລ.ທ່ານເລື່ອງວັນດິກ ເລຂາໜ່ວຍພັກທັງເປັນນາຍບ້ານໆບໍ໊ ໃຫ້ຮູ້ວ່າ:

      “ສອງປ້າລຸງມາຍຮັກ ເຖິງວ່າອາຍຸສູງແລ້ວກໍ່ຕາມແຕ່ຍັງສູດຈິດສຸດໃຈສິດສອນບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳຂອງເຜົ່າຕົນໃຫ້ແກ່ລູກຫຼານ. ມາຮອດປັດຈຸບັນບ້ານບໍ໊ ໄດ້ຮັບແຂກທ່ອງທ່ຽວມາຢ້ຽມຢາມນັບມື້ນັບຫຼາຍຂຶ້ນຊີວິດທາງດ້ານວັດຖຸແລະຈິດໃຈຂອງຊາວບ້ານໄດ້ຖືກຍົກສູງຂຶ້ນຢ່າງເຫັນໄດ້ຊັດ”.

     ປີ 2020 ລຸງກວ່າງວັນຮັກ ໄດ້ຮັບໃບຍ້ອງຍໍຈາກສູນກາງສະມາຄົມສົ່ງເສີມການຮຽນຫວຽດນາມ. ສ່ວນປ້າ ຮວ່າງທິມາຍໃນເດືອນເມສາທີ່ຜ່ານມາກໍ່ໄດ້ຮັບການເຊື້ອເຊີນຈາກປະທານປະເທດ ໄປຮ່ວມການພົບປະສ້າງສັນກັບບັນດາເຈົ້າກົກເຈົ້າເຫຼົ່ານາຍບ້ານ ນັກສິລະປະການຊາວເຜົ່າສ່ວນໜ້ອຍທີ່ດີເດັ່ນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ