VOV ອອກອາກາດລາຍການພາສາ ສ. ເກົາຫຼີ

 (VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ  (VOV) ຫາກໍ່ເປີດຕົວລາຍການພາສາ ສ. ເກົາຫຼີ, ໄດ້ອອກອາກາດເວລາ 18 ໂມງ 00 ຂອງວັນທີ 7 ກັນຍາ ເຊິ່ງກົງກັບໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 – 7/9/2018). ລາຍການໄດ້ອອກອາກາດທຸກມື້ໃນຄວາມຖີ່ 105.5 MHz ຢູ່ທີ່ຮ່າໂນ້ຍ  ແລະ 105.7 MHz ຢູ່ນະຄອນໂຮ່ຈີມິນ ແລະ ແຂວງ ກ໋ວາງນິງ ແລະ ສາມາດຟັງອອນລາຍໃນແວບໄຊ vovworld.vn/ko-KR.vov.