ຄວາມປະທັບໃຈຕໍ່ຄວາມງາມບີ່ງດິ້ງ

(VOVWORLD) - ການປະສານກົມກືນລະຫວ່າງດິນ ແລະ ຟ້າ, ຂອງພູ ແລະ ທະເລ ທັງສະຫງົບງຽບ, ທັງໃຫຍ່ໂຕມະໂຫຖານ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອ ໄດ້ນຳຄວາມງາມທີ່ດຶງດູດໃຈມາໃຫ້ການທ່ອງທ່ຽວຢູ່ ບີ່ງດິ້ງ.

ບີ່ງດິ້ງ ແມ່ນດິນແດນນອນຢູ່ແຄມທະເລທິດໃຕຂອງພາກກາງ ຫວຽດນາມ. ຢູ່ທີ່ນີ້ ຍັງຄົງຮັກສາບັນດາຈຸດທີ່ຮົກເຮື້ອເປົ່າຫວ່າງ ແລະ ລຽບງ່າຍ ກັບທຳມະຊາດໃຫຍ່ໂຕມະໂຫຖານ. ປີ 2016, ສື່ເອເລັກໂຕນິກທີ່ມີອິດທິພົນຊື່ສຽງຂອງ ອາເມລິກາ Business Insider ໄດ້ເລືອກເຟັ້ນໝູ່ບ້ານປະມົງ ບ໋າຍແຊບ ຂອງນະຄອນ ກູຍເຍີນ, ແຂວງ ບີ່ງດິ້ງ ແມ່ນໜຶ່ງ ໃນຈຳນວນ 16 ສະຖານທີ່ດຶງດູດໃຈຂອງອາຊີ.

ນອກຈາກນັ້ນ, ບີ່ງດິ້ງ ຍັງແມ່ນເຂດ “ດິນແດນແຫ່ງນ້ຳໃຈຕໍ່ສູ້ຢ່າງອົງອາດກ້າຫານ ແລະ ເປັນອູ່ວັນນະຄະດີ”. ຊຶ່ງພົ້ນເດັ່ນຂຶ້ນແມ່ນຂະບວນການ ລຸກຮື້ຂຶ້ນຂອງຊາວນາໂດຍນັກວິລະຊົນ ໄຕເຊີນ - ຫງວຽນເຫ້ວ ນຳໜ້າ. ປະຈຸບັນ, ບີ່ງດິ້ງ ຍັງຄົງຮັກສາໄດ້ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະໂດຍຄົນລຸ້ນກ່ອນປະໄວ້ໃຫ້.

ບີ່ງດິ້ງ ຍັງເປັນສູນກາງພຸດທະສາສະໜາ ຂອງພາກກາງ, ດ້ວຍວັດກ່ວາ 700 ແຫ່ງ, ເປັນສະຖານທີ່ມີຫຼາຍລະບົບທາດຂອງເຜົ່າຂະແມທີ່ເປັນເອກະລັກສະເພາະທີ່ສຸດ…

ຕອບກັບ

ຂ່າວ/ບົດ​ອື່ນ