ວັດທຽນເອີ໊ນໃນລະດູອານກືກຽດຫ້າ ຫຼື “ບຸນເຂົ້າພັນສາ”

(VOVWORLD) -ວັດທຽນເອີ໊ນ ນອນຢູ່ຂ້າງແມ່ນ້ຳ ຈ່າຄຸກ, ຫ່າງຈາກນະຄອນ ກວາງຫງາຍໄປທາງທິດຕາເວັນອອກ 3,5 ກມ, ຂຶ້ນກັບເທດສະບານ ເຊີນຕິ້ງ, ແມ່ນສະຖານທີ່ມີ “ທິວທັດທຳມະຊາດສວຍງາມທີ່ສຸດ” ຂອງແຂວງ ກວາງຫງາຍ.
ວັດທຽນເອີ໊ນໃນລະດູອານກືກຽດຫ້າ ຫຼື “ບຸນເຂົ້າພັນສາ” - ảnh 1
ວັດ ທຽນເອີ໊ນ ໃນຍາມບຸນເຂົ້າພັນສາຈາກຂົວຈ່າຄຸກ ໄປລຽມຕາມເສັ້ນທາງເຖິງ ໂກ໊ຫລູຍ ປະມານ 2 ກມ, ແຂກທ່ອງທ່ຽວຈະພົບເຫັນເສັ້ນທາງພາໄປເຖິງວັດ ທຽນເອີ໊ນ. ວັດແຫ່ງນີ້ໄດ້ຮັບການກໍ່ສ້າງເມື່ອປີ 1694 ແລະ ກໍ່ສ້າງສຳເລັດໃນທ້າຍປີ 1695.
ວັດທຽນເອີ໊ນໃນລະດູອານກືກຽດຫ້າ ຫຼື “ບຸນເຂົ້າພັນສາ” - ảnh 2
ຮອດປີ 1716, ເຈົ້າຖິ່ນ ຫງວຽນຟຸກຈູ ໄດ້ຕັ້ງຊື່ວ່າ: “ຊັກໂຕ໋ທຽນເອີ໊ນຕື້” - ວັດ ຊັກໂຕ໋ທຽນເອີ໊ນ. ວັດແຫ່ງນີ້ໄດ້ຮັບການບູລະນະປະຕິສັງຂອນເປັນຫຼາຍຄັ້ງໃນປີ: 1717, 1827, 1910, 1918, 1959, 1992 – 1993.
ວັດທຽນເອີ໊ນໃນລະດູອານກືກຽດຫ້າ ຫຼື “ບຸນເຂົ້າພັນສາ” - ảnh 3
ວັດແຫ່ງນີ້ນອນໃນເຂດດິນສັກກະລະບູຊາໃນຈິດສຳນຶກຂອງປະຊາຊົນ ກວາງຫງາຍ, ນັ້ນແມ່ນຈອມພູ ທຽນເອີ໊ນ
ວັດທຽນເອີ໊ນໃນລະດູອານກືກຽດຫ້າ ຫຼື “ບຸນເຂົ້າພັນສາ” - ảnh 4
ຢ້ຽມຢາມວັດ ທຽນເອີ໊ນ ໃນຍາມບຸນເຂົ້າພັນສາບໍ່ພຽງແຕ່ມີພຸດທະສາສະນິກກະຊົນເທົ່ານັ້ນ ຫາກສຳລັບປະຊາຊົນແລ້ວ, ວັດແຫ່ງນີ້ມີຄວາມໃກ້ຊິດຕິດພັນໃນຈິດວິນຍານ, ອາລົມຈິດ, ສະແດງຜ່ານບັນດາເທບນິຍາຍຄື: ນ້ຳສ້າງພະພູດທະເຈົ້າ, ລາຄັງ…
ວັດທຽນເອີ໊ນໃນລະດູອານກືກຽດຫ້າ ຫຼື “ບຸນເຂົ້າພັນສາ” - ảnh 5
ແຕ່ລະປີ, ມີ 3 ເດືອນເພື່ອໃຫ້ບັນດາພະສົງສຳມະເນັນເຂົ້າວັດເພື່ອບຳເພັນກຸສົນຄົ້ນຄ້ວາຄຳພີສາສະໜາພຸດ, ນັບແຕ່ວັນເພັງເດືອນ 4 ຫາວັນເພັງເດືອນ 7.

ຕອບກັບ

ຂ່າວ/ບົດ​ອື່ນ