ວິວັດການໂຄສະນາວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ ຂອງນາງ ຢືທູຈາງ

(VOVWORLD) -ນາງ ຢືທູຈາງ ແມ່ນຊື່ທີ່ລຶ້ງເຄີຍກັບຜູ້ຊົມ ຫວຽດນາມ ຫຼາຍຄົນຢູ່ປະເທດ ຝລັ່ງ ໃນບັນດາລາຍການວັດທະນະທຳສິລະປະ. ພິເສດກ່ວາ, ນາງຍັງແມ່ນຜູ້ຍົກອອກຂໍ້ລິເລີ່ມ ແລະ ປະຕິບັດໂດຍກົງບັນດາຮູບພາບກ່ຽວກັບ ຫວຽດນາມ, ເຂດທະເລ, ໝູ່ເກາະ ຫວຽດນາມ ຜ່ານສະແຕມພິມໃນສະແຕມ ແລະ ໄປສະນີ ຝລັ່ງ ພິມຈຳໜ່າຍດ້ວຍຈຸດປະສົງໂຄສະນາວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ ກັບເພື່ອນມິດສາກົນ.
ວິວັດການໂຄສະນາວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ ຂອງນາງ ຢືທູຈາງ - ảnh 1
ຢືທູຈາງ ເກີດປີ 1982 ຢູ່ຮ່າໂນ້ຍ. ແຕ່ປີ 2005, ນາງໄດ້ຮຽນຢູ່ມະຫາວິທະຍາໄລການເງິນ, ເສດຖະກິດຢູ່ມະຫາວິທະຍາໄລ ປາຣີ 8, ປະເທດ ຝລັ່ງ. ຫຼັງຈາກນັ້ນ, ສືບຕໍ່ຮຽນປະລິຍາໂທຢູ່ມະຫາວິທະຍາໄລ Panthaon Sorbonne ແລະ Cergy Pontoise ແລະ ໂຮງຮຽນເຕັກນິກສິລະປະແຫ່ງຊາດ ຝລັ່ງ. ແຕ່ທ້າຍປີ 2008, ທູຈາງ ໄດ້ເລີ່ມເຂົ້າຮ່ວມການເຄື່ອນໄຫວຄືດັ່ງຜູ້ຮ່ວມງານຢູ່ສູນວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ, ຄະນະປະຕິບັດງານ ຫວຽດນາມ ປະຈຳ Unesco, ບັນດາຄະນະ, ສະມາຄົມຂອງຊາວ ຫວຽດນາມ ຢູ່ ຝລັ່ງ… ໃນການຈັດຕັ້ງບັນດາເຫດການ, MC ໃນງານສະແດງສິລະປະ, ໂຄສະນາວັດທະນະທຳ ຫວຽດນາມ.
ວິວັດການໂຄສະນາວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ ຂອງນາງ ຢືທູຈາງ - ảnh 2
ຈາກຄວາມປາດຖະໜາຢາກຢາກໃຫ້ຮູບພາບ ຫວຽດນາມ ມີໜ້າຢູ່ ຝລັ່ງ ຫຼາຍກ່ວາ, ເພື່ອ “ຫລຸດຜ່ອນຄວາມຄິດຮອດຄອບຄົວ”, ກໍ່ຄືການເຄື່ອນໄຫວດຶງດູດບັນດາເພື່ອນມິດສາກົນ ຮູ້ຈັກເຖິງ ຫວຽດນາມ ກ່ວາອີກ, ທູຈາງ ໄດ້ຄິດເຖິງແນວຄວາມຄິດການທູດວັດທະນະທຳຫຼາຍຢ່າງ. ໜຶ່ງໃນບັນດາແນວຄວາມຄິດໂດຍ ທູຈາງ ຜັນຂະຫຍາຍ ບັນລຸຜົນສຳເລັດ ແລະ ສ້າງຊື່ສຽງນັ້ນແມ່ນສະເໜີຊຸດສະແຕມ ຫວຽດນາມ ພ້ອມກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ໂດຍໄປສະນີ ຝລັ່ງ ພິມຈຳໜ່າຍ.

ເມື່ອອະທິບາຍເລື່ອງເປັນຫຍັງເລືອກເອົາຮູບພາບຂອງ ເຈື່ອງຊາ ເພື່ອພິມໃນຊຸດສະແຕມ, ທູຈາງ ໃຫ້ຮູ້ຕື່ມອີກວ່າ:


ຕອບກັບ

ຂ່າວ/ບົດ​ອື່ນ