ເຂົ້າຈີ່ຮູບດາວ - ການສະແດງຄວາມຮັກຕໍ່ປະເທດຫວຽດນາມ ທີ່ເປັນເອກະລັກສະເພາະ

  

ເຂົ້າຈີ່ ແມ່ນເຍື່ອງອາຫານທີ່ລື້ງເຄີຍສຳລັບຊາວຫວຽດນາມ ແລະ ເພື່ອນມິດສາກົນ. ເຂົ້າຈີ່ມີຫຼາຍຊະນິດທີ່ເປັນເອກະລັກສະເພາະຄື: ເຂົ້າຈີ່ນ້ອຍຂອງຫາຍຟ່ອງ, ເຂົ້າຈີ່ດຳຂອງແຂວງ ກວາງນິງ ຫຼື ເຂົ້າຈີ່ເຮັດຈາກໝາກມັງກອນ. ຫວ່າງມໍ່ໆມານີ້, ມີເຂົ້າຈີ່ຊະນິດໜຶ່ງທີ່ມີສີແດງ ແລະ ຮູບດາວສີເຫຼືອງທີ່ເປັນເອກະລັກຂອງທຸງຊາດຫວຽດນາມ ໄດ້ວາງຂາຍຢູ່ຮ້ານຂາຍເຂົ້າຈີ່ Cybuger, ຢູ່ເຮືອນເລກທີ 29A, ຖະໜົນ ໂອເຈິເຢື່ອ, ຮ່າໂນ້ຍ ແລະ ໄດ້ສ້າງຄວາມດຶງດູດໃຈຕໍ່ຜູ້ກິນເຂົ້າຈີ່.

ຕອບກັບ

ຂ່າວ/ບົດ​ອື່ນ