ເຮັດເຂົ້າຕົ້ມທີ່ເປັນມູນເຊື້ອໃຫ້ບຸນເຕັດ

(vovworld) - ສຳ​​ລັບ​ຫຼາຍ​ຄອບ​ຄົວ​ຊາວ​ຫວຽດ​ນາມ, ເຂົ້າ​ຕົ້​ມ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ຂາດບໍ່​ໄດ້​​ເພື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ​ໃນ​ໂອ​ກາດ​ບຸນ​ເຕັດ. ​ນັບ​ແຕ່​ດົນ​ແລ້ວ, ເລື່ອງ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວພ້ອມ​ກັ​ນ​ຫໍ່​ເຂົ້າ​ຕົ້ມ ແລະ ແບ່ງ​ກັນ​ຕົ້ມ​ເຂົ້າ​ຕົ້ມ​ໄດ້​ກາຍ​ເປັນ​ຈ​ຸດ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ ແລະ ແມ່ນ​ຄວາມ​​ຊົງ​ຈຳ​ທີ່ບໍ່​ສາ​ມາດ​ລົງ​ຫຼື່ມ​ໄດ້​ສຳ​ລັບ​ຊາວ​ຫວຽດ​ນາມ ​ຫຼາຍ​ຄົນ.

ປະ​ຈຸ​ບັນ​, ແທນ​ທີ່​ເຮັດ​ເຂົ້າ​ຕົ້ມ​ດ້ວຍ​ຕົນ​ເອງ, ຫຼາຍ​ຄອບ​ຄົວ​ໄດ້​ຊື້​ເຂົ້າ​ຕົ້ມ​ເພື່ອ​ບູ​ຊາ​ໃນ​ໂອ​ກາດ​ບຸນ​ເຕັດ. ແຕ່​ວ່າ, ຖ້າ​ຫາກ​ເພື່ອນ​ຢາກ​ຊອກ​ຮູ້​ບັນ​ດາ​ຂັ້ນ​ຕອນ​ເຮັດ​ເຂົ້າ​ຕົ້ມ ແລະ ​​ຢາກ​ເຮັດ​ເຂົ້າຕົ້​ມ​​ທີ່​ເປັນມູນ​ເຊື້ອ​ຂອງ​ຫວຽດ​ນາມ ດ້ວຍ​ຕົນ​ເອງ, ເຊີນ​ເພື່ອນຮັບ​ຊົມ​ຂັ້ນ​ຕອນ​ດັ່ງ​ນີ້.



+ ວັດ​ຖຸດິບ
- ເຂົ້າ​ໜຽວ, ໝາກ​ຖົ່ວ​ຂ​ຽວ, ຊີ້ນ​ໝູ 3 ຊັ້ນ, ເກືອ, ໝາກ​ພິກ​ໄທ, ​ຫົວ​ຜັກ​ບົວ, ແປງ​ນົວ

+ ວິ​ທີ​ເຮັດ
- ມ່າເຂົ້າ​ໜຽວຄື​ນ​ໜຶ່ງ ແລ້ວ​ເອົາ​ເຂົ້າ​ອອກປະ​ໃຫ້​ແຫ້ງ, ຫຼັງ​ຈາກ​ນັ້ນ​ໃສ່​ເກືອ​ຕື່ມ​ອີກ ແລ້ວ​ປົກ​ໃຫ​້​ສະ​ເໝີ​ລວນ
- ມ່າໝາກ​ຖົ່ວ​ຂ​ຽວເປັນ​ເວ​ລາ 2 – 4 ຊົ່ວ​ໂມງ, ເອົາ​ເປືອກ​ອອກ, ຕົ້ມ​ໃຫ້​ສຸກແລ້ວ​ຕຳ​ໃຫ້​ແລກ, ປັ້ນ​ເປັນ​ແຕ່​ລະ​ປັ້ນ
- ເອົາ​ເຂົ້າ​ຖ້ວຍ​ໜຶ່ງ​ຖຶດ​ໃສ່​ໃບ​ຕອງ​, ຈາກນັ້ນ​ໃສ່​ໝາ​ກ​ຖົ່ວ​ຂຽວ ½ ປັ້ນ​ຕື່ມ, ​ຫຼັງ​ຈ​າກນັ້ນ​ໃສ່​ຕື່ມ​ຊີ້ນ 2 ຕອນ ແລ້ວ​ສືບ​ຕໍ່​ໃສ່ໝາກ​ຖົ່ວ​ຂຽວ ½ ທີ່​ຍັງ​ເ​ຫຼືອ​, ​ສຸດ​ທ້າຍ​ແມ່ນໃສ່​ເຂົ້າ​ຖ້ວຍ​ໜຶ່ງ, ​ພັນ​ໃຍ​ຕອງຫໍ່​ເຂົ້າ​ຕົ້ມ​ເປັນ​ຮູບ 4 ຫຼ່​ຽມ​ມົນ​ທົນ ແລະ ມັດ​ໄວ້.
- ວາງ​ກ້າໃບ​ຕອງ​ຈິງ​ຢູ່​ກົ້ນ​​ໝ​​ໍແລ້ວ​ໃສ່​ເຂົ້າ​ຕົ້ມ​ໃນ​ໝ​ໍ, ​ຈາກນັ້ນ​ຖອກ​ນ້ຳ​ໃຫ​້​ເຕັມ​ໝໍແລ້ວ​ຕົ້ມ, ເມື່ອ​ນ້ຳ​ບົກແຫ້ງ​​ກໍ່ໃສ່​ນ້ຳ​ຕື່ມ​ອີກ​ ແລະ ຕ​ົ້ມ​ເຂົ້າ​ຕ​ົ້ມ​ເປັນ​ເວ​ລາ 12 ຊົ່ວ​ໂມງ​ກໍ່​ສຸກ. ເອົາ​ອອກ, ​ແລ້ວ​ບີບ​ດ້ວຍ​ວັດ​ຖຸ​ໜັກໃຫ້​ນ້ຳ​ອອກ​ໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ