ບັນດາພິທີ,ງານບຸນທີ່ສຳຄັນຂອງຊາວເຜົ່າຈຳ.

(VOVWORLD) -ຢູ່ດິນແດນພາກກາງທີ່ເຕັມໄປດ້ວຍແດດ ແລະ ລົມກໍ່ມີປະຊາຄົມເຜົ່າໜຶ່ງ ໄດ້ປະກອບສ່ວນສ້າງຄວາມຫຼາກຫຼາຍສີສັນວັດທະນະທຳ ຫວຽດນາມ ນັ້ນແມ່ນຊາວເຜົ່າຈຳ. ແຫ່ງທີ່ມີທາດຈຳ, ສຽງກອງ ປຣານຶງ, ສຽງແຄນ ຊາຣານາຍ, ບັນດາງານບຸນປະເພນີຂອງຊາວເຜົ່າຈຳຄື ງານບຸນ ກາເຕ ເຊິ່ງບໍ່ພຽງແຕ່ແມ່ນເຫດການເຫຼື້ອມໃສເທົ່ານັ້ນ, ຫາກຍັງແມ່ນແຫ່ງເຕົ້າໂຮມສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳ, ເປັນແຫ່ງທີ່ມະນຸດມີຄວາມຜູກມັດກັບເທວະດາຟ້າແຖນ.
ບັນດາພິທີ,ງານບຸນທີ່ສຳຄັນຂອງຊາວເຜົ່າຈຳ. - ảnh 1ພິທີແຫ່ຂອງຊາວເຜົ່າຈຳໃນງານບຸນກາເຕ

     ກ່ອນອື່ນໝົດແມ່ນພິທີ ເຢືອງຢານຊ໊າດ ນີ້ແມ່ນພິທີກຳເປັນເອກະລັກ ແລະ ມີມາແຕ່ດົນນານໃນຊີວິດຈິດວິຍານຂອງຊາວເຜົ່າຈຳ. ພິທີນີ້ຖືກຈັດຂຶ້ນຢູ່ເຂດທາດຈຳມີຄວາມໝາຍຂັບໄລ່ຜີສາງ, ລົບລ້າງສິ່ງທີ່ຊົ່ວຮ້າຍ ເພື່ອພາວະນາໃຫ້ຊີວິດມີຄວາມສະຫົງບສຸກ ລະດູການຜະລິດໄດ້ຮັບຜົນດີ. ທ່ານ ປາເຊມັນ ສັງກັດກຸ່ມຍົດຖາບັນດາສັກຊາວເຜົ່າຈຳ ເປີດເຜີຍວ່າ:

“ພິທີ ເຢືອງຢານຊ໊າດ ຖືກຈັດຂຶ້ນໃນວັນເພງເດືອນ 4 ແຕ່ລະປີ. ພິທີນີ້ເຄີຍໃຊ້ໄກ່ເປັນເຄື່ອງຖວາຍ ແລະ ພາວະນາໃຫ້ເທວະດາຟ້າແຖນ ຊ່ວຍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ຊ່ວຍໃຫ້ພໍ່ແມ່ພີ່ນ້ອງມີນ້ຳໃຊ້ ເພື່ອຜະລິດກະສິກຳໄດ້ຮັບຜົນດີ.”   

     ໃນຊຸມວັນຈັດງານບຸນ ກາເຕ ໃນຊ່ວງເວລາ ເດືອນ ກັນຍາ ແລະ ເດືອນ ຕຸລາ ແຕ່ລະປີ, ບັນດາທາດຈຳຄື ໂປກະລົງກາຣາຍ, ໂປໂຣເມ ຖືກປະດັບປະດາຫຼາກຫຼາຍສີສັນທີ່ສວຍງາມ. ແຕ່ລະຜູ້ຄົນກໍ່ນຸ່ງຊຸດປະເພນີ, ແມ່ຍິງນຸ່ງສິ້ນ ດ້ວຍສີສັນຫຼາກຫຼາຍ, ເພດຊາຍກໍ່ໃສ່ແພພັນຫົວ ທັງໝົດເຫຼົ່ານີ້ກໍ່ປະສານເຂົ້າກັບຂະບວນຄົນເຂົ້າໄປນະມັດສະການ. ເວົ້າເຖິງຄວາມສຳຄັນຂອງງານບຸນ ກາເຕ ຂອງຊາວເຜົ່າຈຳ, ອາຈານ ບົງຕື໊ ເວົ້າວ່າ:

“ພິທີນີ້ແມ່ນມີຂອບຂະໜາດໃຫຍ່, ແຕ່ລະປີພຽງແຕ່ມີໂອກາດນີ້ເທົ່ານັ້ນ. ສຳລັບພິທີນີ້ຊາວເຜົ່າຈຳ ຕ້ອງຈັດຕັ້ງຢ່າງເດັດຂາດ ເພາະວ່າ ນີ້ແມ່ນພິທີກຳໄດ້ຖືກຈັດຂຶ້ນນັບແຕ່ປາງກ່ອນເປັນຕົ້ນມາ”.

 ບັນດາເຄື່ອງຂອງຖວາຍໃນງານບຸນ ກາເຕ ຢູ່ທາດຈຳ ລວມມີແບ້ໂຕໜຶ່ງ, ໄກ່ສາມໂຕ ເພື່ອທຳພິທີກຳຈັດສິ່ງທີ່ເປື້ອນເປິໃນທາດ, ຫ້າພາເຂົ້າດ້ວຍແກງ ແລະ ຊີ້ນແບ້, ໜຶ່ງພາເຂົ້າກັບງາ ພ້ອມກັບເຂົ້າໝົມ ແລະ ໝາກໄມ້. ນອກຈາກນັ້ນຊາວບ້ານກໍ່ຍັງກະກຽມເຫຼົ້າ, ໄຂ່, ນ້ຳຫວານ ແລະ ໝາກ ໃບພູ... ນີ້ແມ່ນເຄື່ອງຂອງຖວາຍເພື່ອບູຊາໃນທາດຕ່າງໆ, ສ່ວນຢູ່ທາງລຸ່ມກໍ່ມີນັບຮ້ອຍພາເຂົ້າທີ່ແຕກຕ່າງກັນ. ທ່ານ ຮວິ່ງເກີ ຊາວເຜົ່າຈຳ ຢູ່ແຂວງ ແຄັ໊ງຮວ່າ ເປີດເຜີຍວ່າ:

“ສຳລັບຊາວເຜົ່າຈຳ, ງານບຸນ ກາເຕ ກໍ່ແມ່ນງານບຸນທີ່ຂາດບໍ່ໄດ້ຂອງຕົນ. ງານບຸນ ກາເຕ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳພື້ນເມືອງ ແລະ ຄວນໄດ້ຮັບການໂຄສະນາຢ່າງກວ້າງຂວາງ ເພື່ອໃຫ້ຫຼາຍຄົນຮູ້ຈັກ”.

     ພາຍຫຼັງຂັ້ນຕອນຈັດພິທີ, ກໍ່ແມ່ນຂັ້ນຕອນຈັດບຸນ ຖືກດຳເນີນຢູ່ທຸກໝູ່ບ້ານຊາວເຜົ່າຈຳ ດ້ວຍການເຄື່ອນໄຫວສະແດງສິລະປະວັນນະຄະດີ, ແຂ່ງຂັນກິລາທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ. ເມື່ອສຽງກອງ ປຣານຶງ ສຽງແຄນ ຊາຣານາຍ ກັງວານຂຶ້ນ ພ້ອມກັບພວກນາງສາວເຜົ່າຈຳ ໃນຊຸດອາພອນປະເພນີກໍ່ໄດ້ຂັບຮ້ອງບັນດາບົດເພງພື້ນເມືອງ ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມຫຼົງໄຫຼ. ນາງ ເລກ່ຽວຖຸຍ ເປັນຄັ້ງທຳມິດທີ່ໄດ້ມາຢ້ຽມຊົມງານບຸນ ກາເຕ ໃຫ້ຮູ້ວ່າ:

 “ໄດ້ເຂົ້າຮ່ວມງານບຸນ ກາເຕ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ບໍ່ພຽງແຕ່ໄດ້ຢ້ຽມຊົມສະຖາປັດຕະຍະກຳທາດຈຳບູຮານເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ສັກສິດອີກດ້ວຍ. ນີ້ແມ່ນການຄົ້ນຫາຍາກທີ່ຈະລືມໄດ້”.

ໃນສາງວັດທະນະທຳບັນດາເຜົ່າ ຫວຽດນາມ, ງານບຸນຂອງຊາວເຜົ່າຈຳ ແມ່ນສິ່ງທີ່ປະເສີດເລີດລ້ຳ ປະກອບສ່ວນສ້າງຮູບພາບວັດທະນະທຳຫຼາກຫຼາຍສີສັນ. ພິທີ ເຢືອງຢານຊ໊າດ ແລະ ງານບຸນ ກາເຕ ບໍ່ພຽງແຕ່ແມ່ນຄວາມທະນົງໃຈຂອງຊາວເຜົ່າຈຳເທົ່ານັ້ນ ຫາກຍັງແມ່ນມໍລະດົກຂອງຊາວ ຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ