ປະເພນີສູ່ຂໍ, ງານດອງຂອງຊາວເຜົ່າໄທດຳ ຢູ່ ແຂວງເຊີນລາ

(VOVWORLD) -ຊົນເຜົ່າ ຜູ້ໄທ, ດຳລົງຊີວິດຕົ້ນຢູ່ເຂດທາງທິດຕາເວັນຕົກສ່ຽງເຫນືອ(ໄຕ່ບັກ ) ຫວຽດນາມ, ເປັນຊົນເຜົ່າທີ່ມີວັດທະນະທຳຫລາຍຮູບຫຼາຍສີ. ຊາວເຜົ່າ ຜູ້ໄທ ມີຈຸດວັດທະນະອັນດີງາມຫຼາຍຢ່າງ, ພິເສແມ່ນປະເພນີ ສູ່ຂໍ, ງານດອງ. ຕາມຮີດຄອງປະເພນີແລ້ວ, ການສູ່ຂໍ, ງານດອງ ແມ່ນສິ່ງທີ່ຄັນຍິ່ງໃນຕະຫຼອດວິດຂອງຄົນຜູ້ຫນຶ່ງ ສະນັ້ນ ທັງວົງຄະນະຍາດ ແລະ ບັນດາຄອຄົວຊາວເຜົ່າຜູ້ໄທຖືເລື່ອງນີ້ແມ່ນສິ່ງຄັນທີ່ສຸ.

ຜູ້ຊາຍ, ຜູ້ຍິງຊາວເຜົ່າ ໄທດຳ ຢູ່ ເຊີນລາ, ເມື່ອເຕີບໃຫຍ່ຂຶ້ນ, ຢາກເອົາເມຍ ຫຼື ເອົາຜົວ ລ້ວນແຕ່ໄດ້ຊອກຮູ້ກັນເອງແບບເສລີ, ມີໜ້ອຍຄົນຖືກພໍ່ແມ່ຈັດຫາໃຫ້. ພໍ່ແມ່ພີ່ນ້ອງຢູ່ທີ່ນີ້ມີຄວາມສຳນຶກວ່າ ຜູ້ຊາຍຢາກໄດ້ເມຍແມ່ນຕ້ອງຂະຫຍັນໝັ່ນພຽນອອກແຮງງານ, ພິເສດແມ່ນຕ້ອງຮູ້ຈັກເຖິງການຈັກສານເຄື່ອງໃຊ້ຂອງສອຍ. ຜູ້ຍິງແມ່ນຕ້ອງຮູ້ຈັກຫຍິບປັກຖັກແສ່ວຜ້າປຽວ (ແພຄຽນຫົວ ຫຼື ຜ້າປົກຫົວຂອງແມ່ຍິງຊາວເຜົ່າ ໄທດຳ), ຮູ້ຕ່ຳແຜ່ນທໍໄໝ. ເມື່ອຄູ່ບ່າວສາວໄດ້ຮັກແພງກັນ ແລະ ຢາກເປັນຜົວເມຍກັນ ແມ່ນທາງຝ່າຍເຈົ້າບ່າວຕ້ອງໃຫ້ແມ່ສື່ ພ້ອມກັບພີ່ນ້ອງຄົນ 01 ໃນວົງຕະກູນນຳເອົາເຄື່ອງຂອງ ເຊິ່ງລວມມີ ໝາກກ້ວຍ ແລະ ອ້ອຍໄປເຮືອນຝ່າຍເຈົ້າສາວເພື່ອທາບທາມ, ຂໍໃຫ້ລູກຊາຍຕົນໄດ້ໄປມາຫາສູ່ກັບຝ່າຍເຈົ້າສາວ ເພື່ອຊອກຮູ້ເຊິ່ງກັນ ແລະ ກັນ. ທ່ານ ເລື່ອງວັນມວນ ຢູ່ບ້ານ ເລົ່າ, ຕາແສງ ຈ່ຽງເລ່, ນະຄອນ ເຊີນລາ ໃຫ້ຮູ້ວ່າ:

ຜູ້ບ່າວຖ້າຫາກມັກຜູ້ສາວຕ້ອງໄປຢູ່ເປັນເຂີຍ. ໄລຍະເວລາຢູ່ເປັນເຂີຍແຕ່ 2 3 ປີ. ໂດໄດ້ຮັບອະນຸຍາດໃຫ້ຖືມີ, ໂສ້ງເສື້ອມາເຮືອນຝ່າຍຍິງເພື່ອມາຢູ່ມາກິນ, ແລະເຮັດວຽກ ແຕ່ໄດ້ນອນຢູ່ຫ້ອງຕ່າງຫາກ. ພ້ອມກັນນັ້ນ ກເພື່ອເປັນການທົດສອບວ່າ ຜູ້ຊາຍມີຄວາມຂະຫຍັນໝັ່ພຽນໃນການທຳມາກິນ ຫຼືບໍ່, ມີຄວາມຄ່ອງແຄ້ວ ແລະ ຫ້າວຫັນບໍ່. ຖ້າາກເຮືອນຝ່າຍຍິງເຫັນດີ ແມ່ນຈະຈັດງານແຕ່ງດອງໃຫ້. ຖ້າບໍ່ເຫັນດີ ແມ່ນຈະບໍ່ໄດ້ແຕ່ງດອງ”.

ຜ່ານໄລຍະເວລາການທົດສອບນັ້ນ, ຖ້າເພິ່ງພໍໃຈ ແມ່ນທາງຝ່າຍເຈົ້າສາວຈະສົ່ງຂ່າວແຈ້ງໃຫ້ທາງຝ່າຍເຈົ້າບ່າວຊາບວ່າ ໄດ້ເຫັນດີພໍໃຈໃນຕົວຂອງລູກຊາຍ ແລະ ເຫັນດີໃຫ້ຈັດຕັ້ງງານສົມລົດ. ທາງຝ່າຍເຈົ້າບ່າວຈະເລືອກເອົາມື້ສັນວັນດີເພື່ອໃຫ້ເຈົ້າໂຄດລຸງຕາ ພ້ອມກັບຜູ້ຕາງໜ້າໃນຄອບຄົວຝ່າຍເຈົ້າບ່າວມາເຮືອນຝ່າຍເຈົ້າສາວ ເຮັດພິທີສູ່ຂໍ. ເຄື່ອງຂອງຄ່າດອງແມ່ນ ໝູໜັກ 20 ກິໂລ, ໄກ່ຜູ້ ແລະ ໄກ່ແມ່ 1 ຄູ່ ເພື່ອໃຫ້ຝ່າຍຍິງບູຊາບັນພະບູລຸດ, ເຫຼົ້າຂາວ 10 ລິດ, ເຂົ້າສານໜຽວ 10 ກິໂລ ເພື່ອເຮັດພາເຂົ້າເຊີນຍາດຕິພີ່ນ້ອງຄອບຄົວຝ່າຍຍິງ. ມື້ຕໍ່ມາແມ່ນມີແຕ່ສອງຄອບຄົວປຶກສາຫາລືເລືອກມື້ສັນວັນດີເພື່ອຈັດງານແຕ່ງດອງ.

ປະເພນີສູ່ຂໍ, ງານດອງຂອງຊາວເຜົ່າໄທດຳ ຢູ່ ແຂວງເຊີນລາ - ảnh 1 ພີທີເກົ້າຜົມໃຫ້ເຈົ້າສາວຂອງເຜົ່າໄທດຳ

(ພາບ: baomoi.com)

ຕາມຮີດຄອງປະເພນີແລ້ວ, ເມື່ອຈັດງານແຕ່ງດອງ ຝ່າຍເຈົ້າບ່າວຈະຕ້ອງຖືເອົາໄກ່ 1 ຄູ່, ຊ້ອງເກົ້າຜົມ 1 ຄູ່, ປອກແຂນ 1 ຄູ່, ປິ່ນປັກຜົມ 1 ອັນທີ່ເຮັດດ້ວຍເງິນ, ແພ 4 ວາພໍດີ (ໝາຍຄວາມວ່າແມ່ນແພພື້ນເມືອງທີ່ຕ່ຳດ້ວຍມື) ມາເຮືອນຝ່າຍຍິງ. ສິ່ງຂອງດັ່ງກ່າວນີ້ ໂດຍແມ່ຍິງສອງຄົນ ທີ່ມີຄອບຄົວຜາສຸກ ຂຶ້ນກັບຝ່າຍເຈົ້າບ່າວ ຈັດຫາມາໃຫ້ກ່ອນມື້ຈັດງານດອງ ເພື່ອເຮັດພິທີຂຶ້ນເກົ້າ (ເກົ້າຜົມຢູ່ເຄິ່ງກາງຫົວ) ໃຫ້ເຈົ້າສາວ. ເກົ້າຜົມຢູ່ເຄິ່ງກາງຫົວ ແມ່ນເຄື່ອງໝາຍແມ່ຍິງທີ່ມີຜົວແລ້ວ. ມື້ຕໍ່ມາ ຝ່າຍເຈົ້າບ່າວຈະເອົາໝູໜັກປະມານແຕ່ 70 – 80 ກິໂລ, ເຫຼົ້າຂາວ 70 ລິດ, ເຂົ້າສານໜຽວ 70 ກິໂລ ແລ້ວແຕ່ຈຳນວນແຂກຂອງຝ່າຍເຈົ້າສາວ ຖ້າແຂກຫຼາຍແມ່ນຕ້ອງເອົາມາຫຼາຍ. ນອກຈາກນັ້ນ ສິ່ງທີ່ຂາດບໍ່ໄດ້ແມ່ນ ໄກ່ 2 ຄູ່, ພ້ອມກັບບັນດາເຄື່ອງຂອງອື່ນໆທີ່ໃຊ້ໃນພິທີ ເອີ້ນວ່າ ແຕ່ງຫັບຫໍ ລວມມີ ເກືອ 1 ຫໍ່, ຂີງ 1 ຫໍ່, ໃບພູ, ຄຳໝາກ 1 ຫໍ່, ຢາເສັ້ນ 1 ຫໍ່, ປາ 1 ຫໍ່ (2 ໂຕ). ຈຳນວນເຄື່ອງຂອງທີ່ໃຊ້ໃນພິທີ ແຕ່ງຫັບຫໍ ມີຫຼາຍ ຫຼື ໜ້ອຍແມ່ນຂຶ້ນກັບຝ່າຍເຈົ້າສາວສະເໜີ. ນອກຈາກນັ້ນ ຍັງມີຄ່ານ້ຳນົມ, ຄ່າລ້ຽງດູລູກສາວ ແມ່ນທາງຝ່າຍເຈົ້າບ່າວຕ້ອງເອົາໃຫ້ຝ່າຍເຈົ້າສາວ. ບ້ວງເງິນນີ້ແມ່ນຂຶ້ນກັບສອງຝ່າຍຕົກລົງກັນ. ບັນດາເຄື່ອງຂອງທີ່ໃຊ້ໃນພິທີທັງໝົດ ລ້ວນແຕ່ມອບໃຫ້ທາງຝ່າຍເຈົ້າສາວ ແລະ ວາງຢູ່ຕໍ່ໜ້າຮ້ານບູຊາເພື່ອໃຫ້ເຈົ້າໂຄດລຸງຕາ ເຮັດພິທີລາຍງານຕໍ່ບັນພະບູລຸດ. ທ່ານ ເລື່ອງວັນມວນ ຢູ່ບ້ານ ເລົ່າ, ຕາແສງ ຈ່ຽງເລ່, ນະຄອນ ເຊີນລາ ໃຫ້ຮູ້ຕື່ມອີກວ່າ:

ເຄື່ອຫັບໍທີ່ຝ່າຍຊາຍນມານັ້ນ ຕ້ອງມອບໃຫ້ຝ່າຍຍິງ. ເມື່ອອ້າຍເອື້ອຍຍາດຕິພີ່ນ້ອງຝ່າຍຍິງທີ່ມາຮ່ວມງານແຕ່ງດອງ ເມື່ອເວລາກັບເມືອບ້ານ ຝ່າຍຍິງມີໜ້ທີ່ແຈກຢາຍໃຫ້ອ້າຍເອື້ອຍນ້ອງ. ຜູ້ໃຫຍ່ແມ່ນຈະໄດ້ໄກ່ 1 ໂຕ ຫຼື ເຄິ່ງໂຕ, ສ່ວນຜູ້ນ້ອຍ ແມ່ນຈະໄດ້ຕ່ອນຊີ້ນ. ເມື່ອຜູ້ຍິງເມືອຢູ່ເຮືອນຜົ, ບັນດາພີ່ນ້ອງຜູ້ທີ່ໄດ້ຮັບເຄື່ອງຫັບນັ້ນ ຕ້ອງນເອົຄຸ, ຊາມ, ມາມອບໃຫ້ຫຼານສາຖືໄປເຮືອນຜົວນ”.

ປະເພນີສູ່ຂໍ, ງານດອງຂອງຊາວເຜົ່າໄທດຳ ຢູ່ ແຂວງເຊີນລາ - ảnh 2 ຝ່າຍເຈົ້າບ່າວກຽມເຄື່ອງຂອງເພື່ອມອບໃຫ້ເຈົ້າສາວ

(ພາບ: phununet.com)

ພາຍຫຼັງພິທີແຕ່ງດອງ, ເຈົ້າບ່າວຈະໄປເປັນເຂີຍຢູ່ເຮືອນເມຍ (ໄລຍະເວລາແມ່ນແລ້ວແຕ່ແຕ່ລະຄອບຄົວກຳນົດ), ຫຼັງຈາກນັ້ນ ທາງຝ່າຍເຈົ້າບ່າວຈຶ່ງນຳເອົາໝູ, ເຫຼົ້າ, ເຂົ້າສານມາ ເພື່ອຈັດພິທີຂໍຮັບໃພ້ເມືອເຮືອນ. ເວລານັ້ນ, ພໍ່ແມ່ເມຍກໍກະກຽມບັນດາເຄື່ອງໃຊ້ຂອງສອຍໃນເຮືອນໃຫ້ລູກສາວຢ່າງຄົບຊຸດຄື: ມີດ, ປືນ, ເຄື່ອງບ່ອນນອນ, ຜ້າປຽວ, ບັນດາແນວພັນສັດ, ແນວພັນປູກ, ໝໍ້, ຖ້ວຍບ່ວງຈານຊາມ... ບັນດາເຄື່ອງຂອງເຫຼົ່ານີ້ ຈະໄດ້ມອບໃຫ້ຄອບຄົວຝ່າຍຜົວຫາມເອົາເມືອ ແລະ ເຮັດພິທີຮັບເຈົ້າສາວ. ທາງຝ່າຍຊາຍກໍຈັດພາເຂົ້າເຊີນພໍ່ແມ່ພີ່ນ້ອງ, ໝູ່ເພື່ອນມາຮ່ວມມ່ວນຊື່ນ ແລະ ອວຍພອນໃຫ້ຄູ່ຜົວເມຍອີກ.

ໂດຍປະຕິບັດແບບແຜນດຳລົງຊີວິດວັດທະນະທຳແບບໃໝ່, ປັດຈຸບັນ ງານແຕ່ງດອງຂອງຊາວເຜົ່າ ໄທດຳ ຢູ່ ແຂວງເຊີນລາ ໄດ້ຫຼຸດຜ່ອນບັນດາປະເພນີທີ່ຫຍຸ້ງຍາກ ແລະ ບໍ່ຈຳເປັນ, ສ້າງຄວາມຟູມເຟືອຍ ຄື ບໍ່ຮ້ອງເອົາຄ່າສິນສອດ, ບໍ່ບັງຄັບໃຫ້ເປັນເຂີຍຢູ່ເຮືອນເມຍ... ບັນດາພິທີກຳໃນພິທີສູ່ຂໍ, ແຕ່ງດອງ ແຕ່ລະຄອບຄົວກໍໄດ້ເຮັດແບບກະທັດຮັດ, ແຕ່ຍັງຮັກສາລັກສະນະສີສັນຂອງຊົນເຜົ່າໄວ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ