(VOVWORLD) -ພິທີພາວະນາຟ້າຝົນແມ່ນການເຄື່ອນໄຫວວັດທະນະທຳເຫຼື້ອມໃສທີ່ເປັນເອກະລັກ ມີສີສັນສະເພາະຂອງຊາວເຜົ່າ ຢາຣາຍ ໃນແຂວງ ຢາລາຍ. ງານບຸນຖືກຊາວ ຢາຣາຍ ອະນຸລັກເສີມຂະຫຍາຍແບບດັ້ງເດີມດ້ວຍຄຸນຄ່າມາແຕ່ດົນນານ ປະກອບສ່ວນເຮັດໃຫ້ສາງວັດທະນະທຳງານບຸນຂອງບັນດາເຜົ່າຢູ່ເຂດ ເຕິຍງວຽນ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.
ຊາວບ້ານໄປເອົານ້ຳສະອາດເມືອທຳພິທີພາວະນາຟ້າຝົນ |
ໂດຍຖືກຈັດຂຶ້ນໃນເດືອນ ເສມາ ຫາເດືອນ ພຶດສະພາ ແຕ່ລະປີ, ພິທີພາວະນາຟ້າຝົນ ແມ່ນພິທີກຳເຫຼື້ອມໃສທີ່ສຳຄັນ ເຊິ່ງຊາວເຜົ່າ ຢາຣາຍ ໄດ້ຮັກສາຜ່ານຫຼາຍລຸ້ນຄົນ. ຕາແສງ ຈືອາທາຍ ນອນຢູ່ໃນເຂດມີອູ່ເຂົ້າໃຫຍ່ກວ່າໝູ່ຢູ່ແຂວງ ຢາລາຍ ແລະ ກໍ່ແມ່ນແຫ່ງຕິດພັນກັບບັນດາເລື່ອງລາວເລົ່າຂານປາກຕໍ່ປາກ ກ່ຽວກັບເທວະດາໄຟ, ເທວະດານ້ຳ. ເພາະສະນັ້ນພິທີພາວະນາຟ້າຝົນກໍ່ແມ່ນໜຶ່ງໃນບັນດາພິທີກຳທີ່ສຳຄັນໃນຊີວິດການເຫຼື້ອມໃສຈິດວິນຍານ ແລະ ວັດທະນະທຳເປັນເອກະລັກສະເພາະຂອງຊາວເຜົ່າ ຢາຣ
ນັບແຕ່ຮຸ່ງເຊົ້າ, ບັນຍາກາດຟົດຟື້ນມ່ວນຊື່ນ ໄດ້ປົກຄຸມໄປທົ່ວເຂດຂະນະທີ່ຊາວບ້ານຫຼາຍຄົນໄດ້ເຕົ້າໂຮມກັນຢູ່ຕີນພູ ຈືຕາວວາງ ທີ່ສັກສິດ. ຊາວບ້ານຈາກຜູ້ເຖົ້າຜູ້ແກ່ບ່າວສາວຕະຫຼອດຮອດເດັກນ້ອຍກໍ່ລ່ວນແຕ່ນຸ່ງຊຸດອາພອນປະຈຳເຜົ່າຫຼາກຫຼາຍສີສັນ. ສະພາເຈົ້າກົກເຈົ້າເຫຼົ່າໄດ້ປະດັບປະດາຕົ້ນໄມ້ໄຜ່ ແລະ ກະກຽມເຄື່ອງຂອງຖວາຍບູຊາເທວະດາຟ້າແຖນ. ທ່ານ ເຣີມາຟຽກ ຜູ້ຕາງໜ້າບ້ານ ເຟິໄລແຕນອາ ເວົ້າວ່າ:
“ເປັນກຽດທີ່ສຸດທີ່ໄດ້ເຂົ້າຮ່ວມງານບຸນ ແລະ ພິທີພາວະນາຟ້າຝົນ. ຄວາມຫວັງຂອງພວກຂ້າພະເຈົ້າແມ່ນຢາກຟື້ນຟູປະເພນີ ແລະ ສີສັນຂອງຊາວເຜົ່າ ຢາຣາຍ”.
ກ່ອນທີ່ດຳເນີນພິທີໃຫຍ່, ຊາວບ້ານກໍ່ຕ້ອງຈັດສາມພິທີນ້ອຍລວມມີ ພິທີໄຫວບູຊາຂັບໄລ່ຜີສາງນາງໄມ້, ໂລກໄຂ້ຫວັດສັດປີກໃນບ້ານ; ໄຫວ້ບູຊາທ່ານ້ຳຢູ່ແມ່ນ້ຳ ອາຢູນ; ໄຫວ້ບູຊາເທວະດາຟ້າແຖນໃນໝູ່ບ້ານ. ເຄື່ອງຂອງຖວາຍບູຊາໃນພິທີກໍ່ມີໝູດຳເພດຜູ້ໂຕໜຶ່ງ ມີນ້ຳໜັກປະມານ 20 ກິໂລກາມ; ສາມໄຫເຫຼົ້າ…
ເວລາ 9 ໂມງເຊົ້າ, ພິທີພາວະນາຟ້າຝົນໄດ້ເລີ່ມຂຶ້ນ, ປະທານພິທີກ່າວບົດສະດຸດີເປັນພາສາ ຢາຣາຍ ສະແດງຄວາມຫວັງຢາກໃຫ້ຟ້າຝົນດິນຟ້າອາກາດອຳນວຍຄວາມສະດວກ ຊາວບ້ານມີຄວາມສະຫງົບສຸກມີສຸຂະພາບແຂງແຮງ ແລະ ມີຢູ່ມີກິນ. ທ່ານ ຊິວເຟີ ຜູ້ປະຕິບັດພິທີພາວະນາຟ້າຝົນ ເປີດເຜີຍວ່າ:
“ພາວະນາຟ້າຝົນ ເພື່ອໃຫ້ທຸກຄົນມີສຸຂະພາບແຂງແຮງ ພໍ່ແມ່ພີ່ນ້ອງມີການດຳລົງຊີວິດອັນດີງາມ”.
ຕາມຄວາມສຳນຶກຂອງຊາວເຜົ່າ ຢາຣາຍ ແລ້ວ ເມື່ອມະນຸດກຳເນີດຂຶ້ນ, ສັດສາວາສິ່ງນາໆຊະນິດກໍ່ກຳເນີດຂຶ້ນພ້ອມກັນ. ບັນດາເທວະດາຟ້າແຖນກໍ່ໄດ້ດົນບັນດານສະພາບແວດລ້ອມແຫ່ງຊີວິດ ພ້ອມທັງປົກປ້ອງຊ່ວຍເຫຼືອມະນຸດຄືເທວະດານ້ຳ, ເທວະດາຝົນ ເທວະດາລົມ ແລະ ເທວະດາໄຟ. ນາງ ຊິວກູ ຢູ່ຕາແສງ ຈືີອາທາຍ ເວົ້າວ່າ:
“ເມື່ອປະຕິບັດພິທີພາວະນາຟ້າຝົນໃຫ້ສຳເລັດແລ້ວ, ຝົນຈະຕົກ. ປີໃດກໍ່ເຊັ່ນດຽວກັນ ເມື່ອທຳພິທີສຳເລັດແລ້ວ ຝົນກໍ່ຕົກເລີຍ. ຝົນຕົກຈະພາໃຫ້ການດຳລົງຊີວິດຂອງປະຊາຊົນພັດທະນາໄດ້”. ສ່ວນທ່ານຮອງສາດສະດາຈານ ປອ ຫງວຽນຄັກສື ອະດີດພະນັກງານຄົ້ນຄວ້າສັງກັດສະຖານບັນບູຮານຄະດີ ໃຫ້ຮູ້ວ່າ:
“ສຳລັບຊາວກະສິກອນປູກເຂົ້າຢູ່ເຂດ ເຕິຍງວຽນ ນັ້ນ ກໍ່ມີສອງປັດໄຈທີ່ສຳຄັນ ນັ້ນແມ່ນນ້ຳ ແລະ ເຄື່ອງມືຮັບໃຊ້ການອອກແຮງງານ. ພິທີພາວະນາຟ້າຝົນ ກໍ່ມີບົດບາດສຳຄັນທີ່ສຸດໃນການສະແດງຄວາມຫວັງຂອງມະນຸດ ພິເສດແມ່ນຂອງຊາວເຜົ່າ ຢາຣາຍ ທີ່ມີຕໍ່ເທວະດາຟ້າແຖນ ເພາະວ່າວັດທະນະທຳຢູ່ແຫ່ງນີ້ແມ່ນຕິດພັນກັບທຳມະຊາດ”.
ໂດຍໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ພິທີພາວະນາຟ້າຝົນຂອງຊາວເຜົ່າ ຢາຣາຍ ບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມອະນຸລັກສີສັນປະເພນີເທົ່ານັ້ນ ຫາກຍັງກາຍສັນຍາລັກທາງດ້ານວັດທະນະທຳທີ່ເປັນເອກະລັກຂອງເຂດ ເຕິຍງວຽນ ອີກດ້ວຍ. ນີ້ກໍ່ແມ່ນຄວາມທະນົງໃຈຂອງວົງຄະນາຍາດເຜົ່າ ຢາຣາຍ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອໂຄສະນາການທ່ອງທ່ຽວວັດທະນະທຳ ດຶງດູດແຂກທ່ອງທ່ຽວມາຄົ້ນຫາຄວາມງາມເຂັ້ມຂົ້ນໄປດ້ວຍສີສັນຂອງດິນແດນ ຢາຣາຍ.