ພິທີອວຍພອນອາຍຸຍືນ - ປະເພນີທີ່ມີຄວາມໝາຍຂອງຊາວເຜົ່າເມີນົງລຳ

(VOVWORLD) -ຊາວເຜົ່າເມີນົງລຳຢູ່ເມືອງລັກ ແຂວງດັກລັກ ມີຄວາມຜຸກພັນກັບທຳມະຊາດ ດັ່ງນັ້ນໃນການເຫຼື້ອມໃສດ້ານຈິດວິນຍານ ຍາມໃດກໍ່ໄຫວ້ບູຊາເທວະດາຟ້າແຖນຄື ເທວະດາພູ, ເທວະດານ້ຳ ແລະ ໄດ້ຮັບການປົກປິດຊ່ວຍເຫຼືອຈາກເຈົ້າຖິ່ນເຈົ້າຖານ. ການດຳລົງຊີວິດຂອງເຂົາເຈົ້າ ຍາມໃດກໍ່ມີການເຊື່ອມຕໍ່ກັນລະຫວ່າງບັນດາສະມາຊິກໃນຄອບຄົວ, ລະຫວ່າງຄອບຄົວກັບວົງຕະກຸນ ແລະ ລະຫວ່າງວົງຕະກຸນກັບໝູ່ບ້ານ. ພິເສດໃນບັນດາພິທີກຳທາງດ້ານວັດທະນະທຳການເຫຼື້ອມໃສ, ໃນການດຳລົງຊີວິດຂອງຊາວເຜົ່າເມີນົງ ຍັງຖືກພໍ່ແມ່ພີ່ນ້ອງຈັດຂຶ້ນຢ່າງເປັນປະຈ ຳໃນນັ້ນມີພິທີອວຍພອນອາຍຸຍືນດ້ວຍຄວາມໝາຍວັດທະນະທຳມະນຸດ ເພີ່ມທະວີຄວາມສາມັກຄີລະຫວ່າງຄອບຄົວກັບໝູ່ບ້ານ
ພິທີອວຍພອນອາຍຸຍືນ - ປະເພນີທີ່ມີຄວາມໝາຍຂອງຊາວເຜົ່າເມີນົງລຳ - ảnh 1ໝໍພອນ ອີກຣາຍກີມ ທຳພິທີໄຫວ້ບູຊາອວຍພອນອາຍຸຍືນ

      ຊາວເຜົ່າເມີນົງລຳເຄີຍຈັດຕັ້ງພິທີອວຍພອນອາຍຸຍືນເມື່ອພໍ່ແມ່ມີອາຍຸກວ່າ 60 ປີເພື່ອສະແດງຄວາມກະຕັນຍູ ເຄົາລົບນັບຖື. ພິທີອວຍພອນອາຍຸຍືນເຄີຍຖືກຈັດຂຶ້ນແຕ່ເດືອນ 1 ຫາເດືອນ 2 ໄລ່ຕາມຈັນທະປະຕິທິນຫວຽດນາມ ໃນແຕ່ລະປີ ພາຍຫຼັງສິ້ນສຸດລະດູການເຮັດໄຮ່. ຕາມໝໍພອນ ອີກຣາຍກິນ ຢູ່ບ້ານເຢຢຸກຕາແສງ ດັກເພີຍເມືອງລັກ, ພິທີອວຍພອນອາຍຸຍືນຂອງຊາວເຜົ່າເມີນົງລຳ ເຄີຍຕິດພັນກັບການໄຫວ້ບູຊາເທວະດາຟ້າແຖນ. ໝໍພອນ ອີກຣາຍກິນໃຫ້ຮູ້ວ່າ:

     “ບັນດາຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປເຄີຍຖືກຊາວບ້ານຈັດພິທີອວຍພອນອາຍຸຍືນ. ເມື່ອເຄື່ອງຂອງຖວາຍບູຊາຖືກວາງຢ່າງເຕັມສ່ວນນັ້ນ ໝໍພອນຈະເລີ່ມພິທີໄຫວ້ບູຊາອວຍພອນອາຍຸຍືນ. ໝໍພອນກໍ່ເຊື້ອເຊີນເທວະດາຟ້າແຖນລວມມີເທວະດາພູ, ເທວະດາປ່າ, ເທວະດານ້ຳມາເພື່ອຂໍອະນຸຍາດໄດ້ຈັດຕັ້ງພິທີອວຍພອນອາຍຸຍືນ”.

    ເຄື່ອງຂອງຖວາຍບູຊາໃນພິທີອວຍພອນອາຍຸຍືນລວມມີໝູໂຕໜຶ່ງ, ເຂົ້າສາມຖ້ວຍ, ໝາກເຕົ້ານ້ຳໜ່ວຍໜຶ່ງ, ພິເສດມີເຫຼົ້າໄຫສາມໄຫ. ຕາມຄວາມສຳນຶກຂອງຊາວເຜົ່າເມີນົງລຳແລ້ວ, ເຫຼົ້າໄຫແມ່ນນ້ຳດື່ນຂອງເທວະດາຟ້າແຖນ. ກະໂຕຜູ້ຕົ້ມເຫຼົ້າກໍ່ຕ້ອງສະອາດ, ດັ່ງນັ້ນເຫຼົ້າຈຶ່ງແຊບແລະຫອມແລະບໍ່ມີຄວາມຜິດຕໍ່ເທວະດາຟ້າແຖນ. ເມື່ອເຄື່ອງຂອງຖວາຍບູຊາທຸກຢ່າງໄດ້ຮັບການກະກຽມຢ່າງຄົບຖ້ວນແລ້ວ ບັນດາລະບຽບການເພື່ອປະຕິບັດພິທີໄຫວ້ບູຊາອວຍພອນອາຍຸຍືນຈະເລີ່ມຕົ້ນ. ໝໍພອນກໍ່ໄດ້ເຊື້ອເຊີນເທວະດາຟ້າແຖນລວມມີເທວະດາພູ ເທວະດາປ່າ ເທວະດານ້ຳມາປົກປິດຊ່ວຍເຫຼືອຜູ້ໄດ້ຮັບການອວຍພອນອາຍຸຍືນ ມີສຸຂະພາບແຂງແຮງ ມີອາຍຸຍືນຍາວພ້ອມກັບລູກຫຼານ. ຫຼັງຈາກນັ້ນໝໍພອນຈະເຊື້ອເຊີນຜູ້ໄດ້ຮັບການອວຍພອນດື່ມເຫຼົ້າໄຫ ແລະ ສືບຕໍ່ພາວະນາ ມອບປະລັກແຂນ ໃຫ້ຜູ້ໄດ້ຮັບການອວຍພອນ ປຽບເໝືອນຂອງປະເສີດຂອງເທວະດາຟ້າແຖນເຊິ່ງເປັນການສະແດງໃຫ້ເຫັນ ການເຊື່ອມຈອດລະຫວ່າງມະນຸດກັບເທວະດາຟ້າແຖນແລະຫວັງວ່າເທວະດາຟ້າແຖນຍາມໃດກໍ່ຢູ່ຄຽງຂ້າງປົກປິດໍຊ່ວຍເຫຼືອໃຫ້ແກ່ຕົນເອງ. ຫຼັງຈາກນັ້ນບັນດາສະມາຊິກຢູ່ໃນຄອບຄົວຜັດປ່ຽນກັນເຊີນພໍ່ແມ່ດື່ມເຫຼົ້າໄຫ, ຮັບປະທານອາຫານແລະ ກ່າວຄຳອວຍພອນພໍ່ແມ່. ບ່າວສາວໃນບ້ານກໍ່ມາອວຍພອນໃຫ້ຜູ້ອາຍຸສູງ ແລ້ວກໍ່ພ້ອມກັນຟ້ອນລຳທຳເພງ, ດື່ມເຫຼົ້າໄຫ. ໝໍພອນອີກຣາຍກີມໃຫ້ຮູ້ຕື່ມອີກວ່າ:

      “ເມື່ອຈັດພິທີອວຍພອນອາຍຸຍືນ,ພໍ່ແມ່ພີ່ນ້ອງກໍ່ພາວະນາໃຫ້ຜູ້ໄດ້ຮັບການ ອວຍພອນຈົ່ງມີສຸຂະພາບທີ່ເຂັ້ມແຂງ ຢູ່ດີມີແຮງກັບລູກຫຼານແລະເປັນແບບຢ່າງເພື່ອສິດສອນລູກຫຼານໃນທຳມາຫາກິນ. ຜູ້ໄດ້ຮັບການອວຍພອນອາຍຸຍືນຍັງຕັກເຕືອນບອກສອນລູກຫຼານຮ່ຳຮຽນໃຫ້ດີເພື່ອມີການດຳລົງຊີວິດທີ່ດີງາມກວ່າ ພ້ອມກັນສ້າງສາໝູ່ບ້ານໃຫ້ຮັ່ງມີສວຍງາມກວ່າເກົ່າ”.                                               

      ພິທີອວຍພອນອາຍຸຍືນຂອງຊາວເຜົ່າເມີນົງລຳຢູ່ເມືອງລັກ ຖືກຈັດຂຶ້ນຢ່າງງ່າຍດາຍ ແຕ່ມີຄວາມໝາຍຫຼາຍຢ່າງ. ນີ້ແມ່ນໂອກາດເພື່ອໃຫ້ລູກຫຼານສະແດງຄວາມເຄົາລົບນັບຖື ຄວາມກະຕັນຍູຕໍ່ປູ່ຍ່າຕາຍາຍ ພໍ່ແມ່. ທັງແມ່ນໂອກາດເພື່ອໃຫ້ທຸກໆຄົນໄດ້ພົບປະແລກປ່ຽນກ່ຽວກັບວຽກງານ, ບົດຮຽນໃນການອອກແຮງງານ ທຳການຜະລິດ ແລະ ສົ່ງເສີມໃຫ້ກັນຈົ່ງສ້າງຄວາມສາມັກຄີ ຮັກສາຄວາມງາມຂອງເຜົ່າຕົນ. ນີ້ແມ່ນພິທີກຳທີ່ຂາດບໍ່ໄດ້ໃນການດຳລົງຊີວິດຂອງຊາວເຜົ່າເມີນົງລ ຳເຊິ່ງແມ່ນມູນເຊື້ອອັນດີງາມຂອງວົງຄະນາຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ