ພິທີໄຫວ້ບູຊາເທວະດາຟ້າແຖນຍາມຕົ້ນປີໃໝ່ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງໃນແຂວງເຊີນລາ

(VOVWORLD) -      ໃນຍາມຕົ້ນປີໃໝ່ ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍດຳເນີນພິທີໄຫວ້ບູຊາເທວະດາຟ້າແຖນ. ພໍ່ແມ່ພີ່ນ້ອງເຄີຍດຳເນີນພິທີກຳນີ້ ໃນເມື່ອຄອບຄົວປະສົບກັບສິ່ງທີ່ບໍ່ດີຫຼືໂຊກຮ້າຍໃນການທຳມາຫາກິນລ້ຽງສັດເພື່ອພາວະນາໃຫ້ບັນພະບູລຸດເທວະດາຟ້າແຖນຊ່ວຍໃຫ້ຄອບຄົວມີຄວາມສຸຂະພາບເຂັ້ມແຂງສັດລ້ຽງນັບມື້ນັບຕີບໂຕກວ່າເກົ່າ. 
ພິທີໄຫວ້ບູຊາເທວະດາຟ້າແຖນຍາມຕົ້ນປີໃໝ່ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງໃນແຂວງເຊີນລາ - ảnh 1ການກະກຽມໃຫ້ແກ່ພິທີໄຫວ້ບູຊາເທວະດາຟ້າແຖນ

    ເພື່ອກະກຽມໃຫ້ແກ່ພິທີໄຫວ້ບູຊາເທວະດາຟ້າແຖນກ່ອນອື່ນໝົດເຈົ້າຂອງຄອບຄົວຕ້ອງກະກຽມຕົ້ນຫຍ້າເລົາ 3 ຕົ້ນ, ກະດົ້ງໜຶ່ງອັນແລະຟືນພວມລຸກໄໝ້ຕອນໜຶ່ງ, ໝາຫຼືໝູໂຕໜຶ່ງປະມານ 10 ຫາ 12 ກິໂລກາມ ຕ້ອງແມ່ນໂຕແມ່ ແລະຕ້ອງຂຸດຂຸມເລິກປະມານ 1 ແມັດຢູ່ເບື້ອງຊ້າຍປະຕູໃຫຍ່ໃນເຮືອນເພື່ອວາງເຄື່ອງຂອງບູຊາ. ເມື່ອເຄື່ອງຂອງບູຊາໄດ້ກະກຽມເປັນທີ່ຮຽບຮ້ອຍແລ້ວ ຮອດເວລາ 19 ໂມງຕອນຄ່ຳ, ເຈົ້າພາບຈັດພິທີກຳຢືນຢູ່ປະຕູໃຫຍ່, ວັດຖຸເຄື່ອງຂອງບູຊາລວມມີໝາຫຼືໝູຖືກວາງຢູ່ຄຽງຂ້າງ ເພື່ອໃຫ້ເຈົ້າພາບຈັດພິທີລາຍງານຕໍ່ເທວະດາຟ້າແຖນ ເຈົ້າຖິ່ນເຈົ້າຖານຕາມຄຳສູດ. ລຸງ ວື່ຊົວລີ ຢູ່ບ້ານຟາຄວາງ ຕາແສງກໍມະ ເມືອງຖ້ວນເຈົາແຂວງເຊີນລາແມ່ນໝໍພອນມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງໃຫ້ຮູ້ວ່າ:

    “ເນື້ອໃນຂອງບົດສູດແມ່ນເພື່ອແນໃສ່ລາຍງານຕໍ່ເທວະດາຟ້າແຖນທີ່ວ່າເຮົາບໍ່ມີສັດນັບພັນໂຕເພື່ອຖວາຍບູຊາເທວະດາຟ້າແຖນ. ເຮົາມີສັດໂຕ້ນີ້ ເພື່ອເຊື້ອເຊີນເທວະດາຟ້າແຖນມາຮັບປະທານຢັ້ງຢືນຈິດໃຈຂອງຄອບຄົວເຮົາຊ່ວຍໃຫ້ຄອບຄົວເຮົາຍາມໃດກໍ່ມີສຸຂະພາບແຂງແຮງການລ້ຽງສັດປູກຝັງຂະຫຍາຍຕົວດີໄດ້ກິນອີ່ມນຸ່ງອຸ່ນແລະມີສ່ວນແຮໄວ້”.

      ພາຍຫຼັງໄຫວ້ບູຊາແລ້ວ, ສັດທີ່ໃຊ້ເພື່ອເປັນຂອງຖວາຍບູຊາເທວະດາຟ້າແຖນ ຈະຖືກມອບໃຫ້ບັນດາສະມາຊິກໃນຄອບຄົວນຳໄປປາດ. ພາຍຫຼັງທີ່ໄດ້ປາດແລ້ວຈະຕັດເອົາສ່ວນໜຶ່ງໃນຈຳນວນເຄື່ອງໃນຂອງສັດຄືຕັບ,ປອດ, ຫົວໃຈ,ໝາກໄຂ່ຫຼັງ,ກະເພາະ... ແລ້ວບ່ອງໃສ່ກັນ ນຳໄປຕົ້ມ. ສ່ວນຕົ້ນຫຍ້າເລົາ 3 ຕົ້ນພ້ອມກັບກະດົ້ງນັ້ນ ເຈົ້າຂອງຄອບຄົວຈະນຳໄປວາງໄວ້ໃນຫ້ອງນອນຂອງຕົນ. ຫຼັງຈາກນັ້ນກະກຽມຖ້ວຍໃຫຍ່ 5 ອັນແລະຈອກນ້ອຍ 5 ອັນ  ເພື່ອໃສ່ສ່ວນຕ່າງໆຂອງສັດເພື່ອສືບຕໍ່ທຳພິທີຄັ້ງທີສອງ. ອ້າຍ ທ່າວນໍ່ເຈີ໊ ຢູ່ບ້ານນ່າເງິ່ນ ຕາແສງຈ່ຽງເງິ່ນ ນະຄອນເຊີນລາ ແຂວງເຊີນລາໃຫ້ຮູ້ວ່າ:

       “ນີ້ແມ່ນຂັ້ນຕອນທີ່ສຳຄັນທີ່ສຸດໃນພິທີໄຫວ້ບູຊາເທວະດາຟ້າແຖນຂັ້ນຕອນນີ້ຈະຖືກປະຕິບັດໃນຫ້ອງນອນຂອງເຈົ້າຄອບຄົວ. ຖ້ວຍໃຫຍ່ຈະຖືກວາງເປັນລຳດັບຈາກຫົວຕຽງຫາຫາງຕຽງ. ບັນດາສ່ວນຂອງສັດຈະຖືກຕັດຊອຍເປັນແຕ່ລະຕ່ອນນ້ອຍ. ຕ່ອນຖືກຕັດຊອຍທຳອິດຈະຖືກເອົາໃສ່ຖ້ວຍທຳອິດຕາມລຳດັບຈາກຫົວຕຽງຫາຫາງຕຽງ, ຕໍ່ຈາກນັ້ນຂາຂອງສັດກໍ່ຖືກວາງເປັນລຳດັບຕາມບາດຍ່າງຂອງສັດຕະຫຼອດຮອດຖ້ວຍສຸດທ້າຍແມ່ນສ່ວນຫາງຂອງສັດ”.

    ເມື່ອໄຫວ້ບູຊາເຊື້ອເຊີນເທວະດາຟ້າແຖນເປັນທີ່ຮຽບຮ້ອຍແລ້ວບັນດາເຄື່ອງຂອງເພື່ອຖວາຍເທວະດາຟ້າແຖນ ຈະຖືກເຈົ້າຂອງຄອບຄົວເອົາໄປຈັດເປັນພາແລະເຊື້ອເຊີນພວກອ້າຍນ້ອງຍາດພີ່ນ້ອງມາຮ່ວມພິທີພ້ອມກັນຮັບປະທານ. ຂໍໃຫ້ບັນພະບູລຸດເທວະດາຟ້າແຖນຊ່ວຍໃຫ້ຄອບຄົວມີສຸຂະພາບເຂັ້ມແຂງບໍ່ເຈັບບໍ່ເປັນການທຳມາຫາກິນໄດ້ຮັບຜົນດີຝຸງສັດລ້ຽງເຕີບໂຕດີ.ເມື່ອອ້າຍນ້ອງຍາດຕິພີ່ນ້ອງພາກັນກັບຄືນເມືອ, ເຈົ້າຂອງຄອບຄົວຈຶ່ງເອົາຕົ້ນຫຍ້າເລົາ 3 ຕົ້ນມັດໃສ່ກັນແລ້ວກໍ່ແຂວນໃສ່ເພດານຂອງເຮືອນ, ມານອດນີ້ ພິທີໄຫວ້ບູຊາເທວະດາຟ້າແຖນກໍ່ສິ້ນສຸດລົງ. ລຸງ ວື່ຊົວລີ ຢູ່ບ້ານຟາຄວາງຕາແສງກໍມະ ເມືອງຖ້ວນເຈົາໃຫ້ຮູ້ວ່າ:

      “ສຳລັບພິທີໄຫວ້ບູຊາເທວະດາຟ້າແຖນນັ້ນ ວຽກງານທຸກຢ່າງພຽງແຕ່ໄດ້ປະຕິບັດຢູ່ພາຍໃນເຮືອນເທົ່າວັດຖຸເຄື່ອງຂອງທຸກຢ່າງຕ້ອງນຳເຂົ້າເຮືອນຈາກທາງນອກແລະເດັດຂາດບໍ່ເອົາຢູ່ໃນເຮືອນອອກນອກ. ເພາະວ່າຕາມຄວາມສຳນຶກແລ້ວຖ້າຫາກນຳເອົາວັດຖຸເຄື່ອງຂອງຢູ່ພາຍໃນເຮືອນອອກນອກນັ້ນເວລາທຳພິທີກໍ່ຈະຄັບໄຫຼ່ບັນດາສິ່ງທີ່ດີງາມອອກໄປ”.

      ພິທີໄຫວ້ບູຊາເທວະດາຟ້າແຖນມີຄວາມໝາຍທາງດ້ານຈິດວິນຍານຫຼາຍຢ່າງແລະເຄີຍຖືກຊາວເຜົ່າມົ້ງຈັດຕັ້ງໃນຊຸມວັນຕົ້ນປີໃໝ່.ຜ່ານນັ້ນກໍ່ເພື່ອໃຫ້ພໍ່ແມ່ພີ່ນ້ອງຝາກຝັງຄວາມມຸ່ງຫວັງກ່ຽວກັບການດຳລົງຊີວິດທີ່ອີ່ມໜຳສຳລານສົມບູນພູນສຸກ,ຝຸງສັດລ້ຽງນັບມື້ເຕີບໂຕແລະອອກແມ່ແຜ່ລູກ. 

ຕອບກັບ

ຂ່າວ/ບົດ​ອື່ນ