ພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງທີ່ເປັນເອກະລັກຢູ່ ດັກລັກ

(VOVWORLD) -ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າເຂດເຕິຍງວຽນ, ຊ້າງບໍ່ພຽງແຕ່ແມ່ນຊັບສົມບັດທີ່ມີຄ່າ ສະແດງໃຫ້ເຫັນກຳລັງແຮງຂອງຄອບຄົວ ວົງຕະກຸນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວ່າ ຊ້າງແມ່ນສັນຍາລັກຂອງຄວາມໂຊກດີ ວັດທະນາຖາວອນຂອງໝູ່ບ້ານອີກດ້ວຍ. ຍ້ອນເຫດນີ້ເອງ ມາຮອດປັດຈຸບັນ ບັນດາເຜົ່າຢູ່ເຂດ ເຕິຍງວຽນຍັງຄົງຮັກສາບັນດາພິທີກຳປະເພນີທີ່ກ່ຽວຂ້ອງເຖິງຊ້າງ ໃນນັ້ນມີພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງເຊິ່ງຖືກຈັກຂຶ້ນປະຈຳປີ.
ພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງທີ່ເປັນເອກະລັກຢູ່ ດັກລັກ - ảnh 1ຊ້າງ ຖືກຄຸມຕົວດ້ວຍແຜ່ນແພພື້ນເມືອງຫຼາກຫຼາຍສີສັນ

      ເມື່ອທຳພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງແຕ່ລະເທື່ອ, ພໍ່ແມ່ພີ່ນ້ອງເຜົ່າເອເດຢູ່ບ້ານຈີ໊ ຕາແສງ ກຣົງນາ ເມືອງບວນໂດນແຂວງດັກລັກກໍ່ໄດ້ເລືອກເອົາທ່ານ້ຳ ໄບຣົງເປັນສະຖານທີ່ຈັດຕັ້ງ. ຂະບວນຄົນໄດ້ຍ່າງຕິດຕໍ່ກັນຈາກບ້ານຫາທ່ານ້ຳເຊິ່ງນຳໜ້າແມ່ນໝໍພອນອີຫັນເບິກຣົງ. ໝໍພອນມືຈັບເຕົ້ານ້ຳນ້ອຍຍ່າງຕາມຫຼັງໝໍພອນແມ່ນສອງຄົນຮັບໃຊ້ການບູຊາແລະຄະນະຊາວໜຸ່ມແມ່ຍິງນຳເອົາເຄື່ອງຂອງຖວາຍບູຊາໄປຍັງແຫ່ງທຳພິທີ. ຢູ່ຂ້າງທ່ານ້ຳໃກ້ຮົ່ມເຢັນຂອງຕົ້ນໄມ້ໃຫຍ່, ຊ້າງ 7 ໂຕຖືກຄຸມຕົວດ້ວຍແຜ່ນແພພື້ນເມືອງຫຼາກຫຼາຍສີສັນ. ລຸງອີຕັງ ຣີອາ ຢູ່ບ້ານ ອີອາຣົງອາ ຕາແສງ ກຣົງນາໃຫ້ຮູ້ວ່າ:

      “ຕາມປະເພນີແລ້ວ ພິທີໄຫວ້ບູຊາໃຫ້ຊ້າງແມ່ນສະແດງໃຫ້ເຫັນຄວາມເຄົາລົບຕໍ່ຊ້າງ ພາວະນາໃຫ້ຊ້າງມີສຸຂະພາບເຂັ້ມແຂງ. ເມື່ອທຳພິທີຈະເອົາເຫຼົ້າ ເລືອດໝູທາໃສ່ຊ້າງເພື່ອອວຍພອນໃຫ້ຊ້າງມີສຸຂະພາບແຂງແຮງ ກິນດີ ບໍ່ເຈັບບໍ່ເປັນ”. 

     ໃນຂະນະນັ້ນ ພໍ່ແມ່ພີ່ນ້ອງເຜົ່າ ເມີນົງ ຖືຊ້າງປຽບເໝືອນສະມາຊິກໃນຄອບຄົວ. ຊ້າງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງ ແລະ ຖືກທຳພິທີໄຫວ້ບູຊາສຸຂະພາບດ້ວຍຄວາມຫວັງໃຫ້ຊ້າງຍາມໃດກໍ່ແຂງແຮງຢູ່ດີກິນດີ, ນຳຄວາມໂຊກດີມາສູ່ເຈົ້າຂອງແລະບ້ານ. ເມື່ອກ່ອນນີ້ ເຄື່ອງຂອງຖວາຍບູຊາເຄີຍມີ ໝູໂຕໜຶ່ງ ເຫຼົ້າໄຫສອງສາມໄຫ ຫຼືອີງຕາມເງື່ອນໄຂຂອງເຈົ້າຂອງຄອບຄົວ. ແຕ່ປັດຈຸບັນ ປະມານ 2 - 3 ປີກໍ່ຈັດເທື່ອໜຶ່ງ, ທາງຕາແສງຈະຈັດພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງທຸກໆໂຕໃນຕາແສງ. ລຸງ ອີຣິນ ກະນຸນ ນາຍບ້ານ ອີອາມາ ຕາແສງ ກຣົງນາ ໃຫ້ຮູ້ວ່າ:

      “ເຄື່ອງຂອງຖວາຍບູຊາ ລວມມີເຂົ້າສານເຂົ້າ, ທູບ, ໝາກ, ຢາສູບວາງເທິງຮ້ານບູຊາ, ພ້ອມກັນນັ້ນກໍ່ມີເຫຼົ້າໄຫ, ໝູໂຕໜຶ່ງທີ່ມີນ້ຳໜັກປະມານ 30 ໂລ”.    

    ພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງໄດ້ຮັບການປະຕິບັດສາມຄັ້ງ ລວມມີໄຫ້ວບູຊາບັນພະບູລຸດ, ໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງແລະໄຫວ້ບູຊາເພື່ອສົມມະນາຄຸນບັນດາເທວະດາຟ້າແຖນ. ເມື່ອໄຫວ້ບູຊາແຕ່ະເທື່ອສຽງຄ້ອງກໍ່ໄດ້ດັງກ້ອງກັງວານຂຶ້ນຢ່າງຄຶກຄື້ນມ່ວນຊື່ນ,  ພວກບ່າວສາວຈັບມືກັນຟ້ອນຊວາງ ແລະ ພ້ອມກັນດື່ມເຫຼົ້າໄຫ. ໝໍພອນກໍ່ວາງຫົວໝູ, ເຂົ້າສານ ແລະ ທາເລືອດໝູ ຫົດນ້ຳໃສ່ຫົວຊ້າງ.

        ເມື່ອສິ້ນສຸດຂັ້ນຕອນທຳພິທີໄຫວ້ບູຊາ ທຸກໆຄົນສືບຕໍ່ຕີຄ້ອງ, ດື່ມເຫຼົ້າໄຫ ແລະເຊື່ອມຕົວເຂົ້າກັບບັນຍາກາດຂອງງານບຸນ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ເຈົ້າຂອງຊ້າງສະແດງໃຫ້ເຫັນຄວາມຖະຫນຸຖະໜອມ  ຕໍ່ຊ້າງຂອງຕົນເທົ່ານັ້ນ, ພິທີໄຫວ້ບູຊາສຸຂະພາບຂອງຊ້າງກໍ່ແມ່ນໂອກາດເພື່ອໃຫ້ຊາວບ້ານ ເພີ່ມທະວີຄວາມສາມັກຄີກັນແລະຮັກສາບັນດາຈຸດວັດທະນະທຳອັນເປັນປະເພນີອັນດີງາມຂອງຊົນເຜົ່າ. ອ້າຍ ອີກອມ ເຮີວິງ ຫົວໜ້າກອງສິລະປະຄ້ອງຕາແສງ ກຣົງນາ ແບ່ງປັນວ່າ:

      “ເຮົາກໍ່ໄດ້ເຂົ້່າຮ່ວມປະກອບສ່ວນ ເພື່ອມີຂະບວນການໃຫ້ພໍ່ແມ່ພີ່ນ້ອງຊາວບ້ານຂອງຕົນ. ຂ້າພະເຈົ້າເຫັນວ່າງານບຸນຖືກຈັດຂຶ້ນຢ່າງເບີກບານມ່ວນຊື່ນ. ກໍ່ມີການປະກອບສ່ວນຂົນຂວາຍພໍ່ແມ່ພີ່ນ້ອງຈັດຕັ້ງພິທີຄືໃນວັນນີ້ ເພື່ອໃຫ້ຊາວບ້ານຮັກສາແລະພັດທະນາອາຊີບເບິ່ງແຍງຊ້າງ”.

        ການຮັກສາພິທີໄຫວ້ບູຊາໃຫ້ສຸຂະພາບຂອງຊ້າງກໍ່ແມ່ນໂອກາດຕັກເຕືອນໃຫ້ມະນຸດຈົ່ງມີການປະພຶດທີ່ດີຕໍ່ສັດປະເພດຊ້າງປຽບເໝືອນຄົນໃນຄອບຄົວເພື່ອໃກ້ຊິດສະໜິດສະໜົມເບິ່ງແຍງຮັກສາສຸຂະພາບ ແລະອະນຸລັກສັດປະເພດຊ້າງ.  

ຕອບກັບ

ຂ່າວ/ບົດ​ອື່ນ