ສິລະປະລະຄອນຕຸກກະຕາ ຂອງຊາວເຜົ່າໄຕ່

(VOVWORLD) -ສິລະປະສະແດງລະຄອນຕຸກກະຕາແມ່ນ ສິລະປະທີ່ເປັນເອກະລັກຂອງວັດທະນະທຳເຜົ່າໄຕ່. ລະຄອນຕຸກກະຕາເຄີຍຖືກຊາວເຜົ່າໄຕ່ສະແດງ ໃນໂອກາດຕົ້ນປີໃໝ່, ໃນມື້ຈັດພິທີລົງນາ, ເພື່ອແນໃສ່ຈຸດປະສົງສ້າງຄວາມມ່ວນຊື່ນ, ສະແດງໃຫ້ເຫັນຄວາມຫວັງພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ຫວັງໃຫ້ການດຳລົງຊີວິດມີຄວາມສະຫງົບສຸກ, ຜ່ານບັນດາລາຍການສະແດງ ລະຄອນຕຸກກະຕາກໍໍ່ເພື່ອແນໃສ່ເຊີດຊູ ມູນເຊື້ອມັກການຮ່ຳຮຽນຂອງປະຊາຊົນ. 
ສິລະປະລະຄອນຕຸກກະຕາ ຂອງຊາວເຜົ່າໄຕ່ - ảnh 1 ການສະແດງລະຄອນຕຸກກະຕາຢູ່ບ້ານ ເຖິ໋ມຣົກ ຕາແສງ ບິ່ງອຽນ ແລະ ບ້ານ ຣູເງະ ຕາແສງ ດົ້ງທິ້ງ ເມືອງ ດິ່ງຮວ໊າ ແຂວງ ຖາຍງວຽນ

ລະຄອນຕຸກກະຕາຂອງຊາວເຜົ່າໄຕ່ ແມ່ນຖືກສະແດງຢູ່ຫຼາຍບ່ອນ, ແຕ່ມີຊື້ສຽງກວ່າໝູ່ກໍ່ຕ້ອງເວົ້າເຖິງລະຄອນຕຸກກະຕາຢູ່ບ້ານ ເຖິ໋ມຣົກ ຕາແສງ ບິ່ງອຽນ ແລະ ບ້ານ ຣູເງະ ຕາແສງ ດົ້ງທິ້ງ ເມືອງ ດິ່ງຮວ໊າ ແຂວງ ຖາຍງວຽນ. ນີ້ແມ່ນຈຸດວັດທະນະທຳທີ່ເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງຊາວເຜົ່າໄຕ່ ເຊິ່ງໄດ້ມີມາກ່ອນນີ້ກວ່າ 200 ແລະ ໄດ້ຄົງຕົວຈົນຮອດວັນນີ້. ສິລະປະລະຄອນຕຸກກະຕາແມ່ນໄດ້ຮັບການອະນຸລັກຮັກສາ ແລະ ສືບທອດໃນວົງຕະກຸນ ມາກວາງ ຜ່ານ 13 ລຸ້ນຄົນ. ຕາມທ່ານ ມາກວາງແຍງ ຫົວໜ້າວົງຕະກຸນ ໃຫ້ຮູ້ວ່າ: ບັນດາຕົວລະຄອນຕຸກກະຕາ ໄດ້ມີມາກ່ອນນີ້ 200 ປີນັ້ນ ຍັງຄົງໄດ້ຮັບການຮັກສາຈາກວົງຕະກຸນ, ທຳອິດຊຸດຕົວລະຄອນຕຸກກະຕາມີພຽງ 6 ໂຕເທົ່ານັ້ນ, ໃນນັ້ນມີ 2 ໂຕເພດຊາຍ ແລະ ຍິງ, ຕາມການເວລາຊຸດໂຕລະຄອນຕຸກກະຕາໄດ້ຂະຫຍາຍເປັນ 12ໂຕ, ແລ້ວກໍ່ເພີ່ມຂຶ້ນເປັນ 33 ໂຕຄືໃນທຸກວັນນີ້. ທ່ານ ມາກວາງແຍງ ເລົ່າສູ່ຟັງວ່າ:

  “ຖ້າຫາກເວົ້າເຖິງປະຫວັດຄວາມເປັນມາຂອງສິລະປະສະແດງລະຄອນຕຸກກະຕາຂອງວົງຕະກຸນ, ພວກຂ້າພະເຈົ້າແມ່ນຄົນລຸ້ນຫຼັງ ແລະ ກອງສະແດງລະຄອນຕຸກກະຕາຂອງພວກຂ້າພະເຈົ້າ ໄດ້ຮັບການຟື້ນຟູນັບແຕ່ປີ 2000 ມານີ້. ປັດຈຸບັນພວກຂ້າພະເຈົ້າໄດ້ມີອາຍຸສູງແລ້ວ, ເຖິງເວລາແລ້ວກໍ່ຕ້ອງມອບສິດເຄື່ອນໄຫວສິລະປະ ລະຄອນຕຸກກະຕານີ້  ໃຫ້ລຸ່ນລູກລຸ່ນຫຼານ”.

  ຄວາມເປັນເອກະລັກຂອງສິລະປະ ລະຄອນຕຸກກະຕາ ແມ່ນເລີ່ມມາຈາກວິທີຜະລິດຕົວລະຄອນຕຸກກະຕາ. ວັດຖຸເພື່ອເຮັດຕົວລະຄອນ ແມ່ນເຄີຍເຮັດດ້ວຍໄມ້  ທຶ່ງມຶກ ເຊິ່ງແມ່ນຕົ້ນໄມ້ເຄີຍປະກົດມີຢູ່ເຂດພູດອຍ ບໍ່ເຄີຍຖືກປວກ ແລະ ມອດກິນ.   ບັນດາຕົວລະຄອນຕຸກກະຕາຕົ້ນຕໍ່ແມ່ນຕົວລະຄອນ ເຈົ້າຊີວິດ, ເຈົ້າເສນາອາໝາດ, ຊາວນາ, ສັດປະເພດຕ່າງໆ. ເພື່ອຜະລິດຕົວລະຄອນຕຸກກະຕາໂຕໜຶ່ງ, ບັນດານັກສິລະປະການກໍ່ຕ້ອງການມີເວລາແຕ່ 2 ຫາ 3 ວັນ, ຕ້ອງຜ່ານບັນດາຂັ້ນຕອນການເລືອກເຟັ້ນວັດຖຸ, ການແກະຄວັດສະຫຼັກຮູບ, ຕາກໃຫ້ແຫ້ງ, ທາສີ ແລະ ຕັດຫຍິບສົ້ງເສື້ອໃຫ້ແກ່ຕົວລະຄອນຕຸກກະຕາ. ແຕ່ເຖິງຢ່າງໃດກໍ່ຕາມ ຂອດທີ່ສຳຄັນກວ່າໜູ່ ຍັງຄົງແມ່ນການເລືອກເຟັ້ນເອົາໄມ້ ເພື່ອແກະຄັວດສະຫຼັກຕົວລະຄອນ. ທ່ານ ມາກວາງແຍງ ໃຫ້ຮູ້ຕື່ມອີກວ່າ:

  “ກ່ອນອື່ນໝົດ ແມ່ນຕ້ອງເລືອກເອົາໄມ້ທີ່ມີລັກສະນະເບົາ ແລະ ທົນທານ, ດັ່ງນັ້ນກອງສິລະປະລະຄອນຕຸກກະຕາພວກຂ້າພະເຈົ້າ ກໍ່ເຄີຍເລືອກເອົາໄມ້ ທຶ່ງມຶກ. ພວກຂ້າພະເຈົ້າສາມາດຜະລິດ ຕົວລະຄອນຕຸກກະຕາດ້ວຍຕົນເອງ ໂດຍບໍ່ຜ່ານຊຸດອົບຮົມກ່ຽວກັບການແກະຄວັດສະຫຼັກໃດໆ. ຄອບຄົວຂ້າພະເຈົ້າເຮັດອາຊີບເຟີນີເຈີ ແຕ່ການຜະລິດບັນດາຕົວລະຄອນຕຸກກະຕາ ກໍ່ຕ້ອງມີພອນສະຫວັນ, ຕ້ອງມີສີມື ເພື່ອແກະຄວັດສະຫຼັກ ໂຕລະຄອນຕຸກກະຕາໃຫ້ສວຍງາມ”.

 ບັນດາລາຍການສະແດງລະຄອນຕຸກກະຕາຢູ່ ເຖິ໋ມຫຼົກ ກໍ່ລ້ວນແຕ່ຖືບັນຊາດ້ວຍໄມ້ໄຜ່ ຕິດກັບຮ່າງ, ຫົວ, ແຂນ ແລະ ຂາຂອງຕົວລະຄອນ. ໃນຂະນະທີ່ເພດຊາຍ ຮັບຜິດຊອບບົດບາດບັນຊາຕົວລະຄອນຕຸກກະຕານັ້ນ, ເພດຍິງກໍ່ມີໜ້າທີ່ຂັບຮ້ອງ ຫຼື ອ່ານຄຳສົນທະນາໃຫ້ແກ່ຕົວລະຄອນ. ບາງຄັ້ງບາງຄາວ ກໍ່ມີຜູ້ຕ້ອງສວມບົດແຕ່ 3 ຫາ 4 ຕົວລະຄອນໃນພາບດຽວ. ດ້ວຍການບັນຊາສະແດງທີ່ງ່າຍດ່າຍນັ້ນ, ບັນດາລາຍການສະແດງລະຄອນຕຸກກະຕາໄດ້ມີຊີວິດຊີວາ ເຊິ່ງໄດ້ເວົ້າເຖິງຊີວິດອອກແຮງງານທຳການຜະລິດ ແລະ ຊີວິດປະຈຳວັນຂອງປະຊາຊົນຄືເຮັດໄຮ່ໄຖນາ ປີນຕົ້ນໄມ້. ທ່ານ ມາຄັກຢຸ໊ງ ນັກສິລະປະການ ສະແດງຕົວລະຄອນຕຸກກະຕາ ເວົ້າຄວາມໃນໃຈສູ່ຟັງວ່າ:

“ຂ້າພະເຈົ້າສັງກັດກອງສະແດງລະຄອນຕຸກກະຕາມາຮອດເວລານີ້ ໄດ້ 18 ປີແລ້ວ, ແຕ່ຍັງຄົງຮູ້ສຶກຮັກອາຊີບນີ້ທີ່ສຸດ. ສິ່ງທີ່ຫຍຸ້ງຍາກທີ່ສຸດ ເມື່ອສະແດງລະຄອນຕຸກກະຕານັ້ນ ແມ່ນເຮັດແນວໃດການສະແດງຕ້ອງມີຄວາມຄ່ອງແຄ້ວ ແລະ ດູດດື່ມ. ໄລຍະທຳອິດກໍ່ຮຽນສອງສາມປີ. ປັດຈຸບັນພຽງແຕ່ມີຄວາມຫວັງວ່າ ໃຫ້ລຸ້ນໜຸ່ມສືບຕໍ່ຮຽນອາຊີບນີ້ ເພື່ອອະນຸລັກຮັກສາໃຫ້ລຸ້ນລູກລຸ້ນຫຼານ ໃນພາຍພາກໜ້າ”.

  ໃນລາຍການສະແດງລະຄອນຕຸກກະຕາ ກໍ່ຍັງມີບັນດານັກສິລະປິນຢືນຢູ່ທາງຫຼັງຜ້າກັ້ງ ບົນເວທີສະແດງ ເຂົາເຈົ້າໄດ້ຕີກອງ, ຕີຄ້ອງ, ທັງເປັນຜູ້ພາກລາຍການ. ເຂົາເຈົ້າເອງໄດ້ສ້າງເປັນບັນຍາກາດຟົດຟື້ນມ່ວນຊື່ນ ໃນແຕ່ລະລາຍການສະແດງ. ໃນການສະແດງ, ບັນດາລາຍການລະຄອນຕຸກກະຕາຍາມໃດ ກໍ່ສ້າງສະພາບຕົກສະເງິ, ດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ, ສະແດງໃຫ້ເຫັນສີສັນວັດທະນະທຳຂອງຊາວເຜົ່າໄຕ່.

ຕອບກັບ

ຂ່າວ/ບົດ​ອື່ນ