ສີສັນຊົນເຜົ່າ ໄຕ່ ຢູ່ ຮ່າຢາງ

(VOVWORLD) -ຊົນເຜົ່າ ໄຕ່ ຂຶ້ນກັບໝວດສາ ໄຕ່ - ຜູ້ໄທ, ແມ່ຊົນເຜົ່າທີ່ມີປະຊາກອນຫລາຍກວ່າໝູ່ໃນບັນດາເຜົ່າສ່ວນໜ້ອຍຢູ່ ຫວຽດນາມ ດ້ວຍຈຳນວນປະມານ 1,6 ລ້ານຄົນດໍາເນີນຊີວິດເຕົ້າໂຮມກັນຢູ່ບັນດາເຂດພູດອຍທາງທິດຕາເວັນອອກສ່ຽງເໜືອ. ຢູ່ແຂວງ ຮ່າຢາງ, ຊົນເຜົ່າ ໄຕ່ ກວມ 25% ຈຳນວນປະຊາກອນໃນແຂວງ. ໂດຍຜ່ານການເວ, ວົງຄະນະຍາດຊາວເຜົ່າ ໄຕ່ ຢູ່ ຮ່າຢາງ ຍັງຄົງຮັສາຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະໄວ້ໄດ້, ເຮັດໃຫ້ຊີວິດກາເປັນຢູ່ທາງດ້ານວັດທະນະຈິດໃຈຂອງວົງຄະນະຍາດບັນດາເຜົ່າ ຢູ່ ແຂວງ ຮ່າຢາງ ອຸດົສົມບູນກວ່າອີກ. ບົດຂຽນຂອງ ໂຕຕ໋ວນ, ນັກຂ່າວ VOV.

ໃນບັນດາເຜົ່າທີ່ດຳລົງຊີວິດຢູ່ແຂວງ ຮ່າຢາງ, ວົງຄະນະຍາດຊາວເຜົ່າ ໄຕ່ ແມ່ນກວມເອົາຈຳນວນຫລາຍ ດ້ວຍປະມານ 170.000 ຄົນ. ຊາວເຜົ່າ ໄຕ່ ດຳລົງຊີວິດຢູ່ເປັນບ້ານຕາມຮ່ອມພູ, ເປີ້ນພູຕ່ຳເຂດພູດອຍ, ແຫ່ງທີ່ມີແຫຼ່ງນ້ຳຫ້ວຍໄຫຼໃສເຢັນ. ແຕ່ລະບ້ານມີປະມານ 15 – 20 ຫລັງຄາເຮືອນ, ຫລາຍບ້ານມີເປັນຮ້ອຍໆຫລັງຄາເຮືອນ. ເຮືອນແບບດັ້ງເດີມຂອງຊາວເຜົ່່າ ໄຕ່ ແມ່ນເຮືອນຮ້ານ, ຊາວເຜົ່່າ ໄຕ່ ລ້ວນແຕ່ເລືອກເອົາໄມ້ທີ່ມີຄ່າມາປຸກສ້າງເຮືອນ. ເຮືອນບາງຫລັງ ມີຫລັງຄາ 2 ຫລື 4 ດ້ານຖືກມຸງດ້ວຍດິນຂໍ, ຫຍ້າຄາ ຫລື ໃບໝາກຄໍ້. ແອ້ມດ້ວຍໄມ້ແປ້ນ ຫລື ແຕະໄມ້ເຮ້ຍ. ຊາວເຜົ່່າ ໄຕ່ ດຳລົງຊີວິດຕົ້ນຕໍແມ່ນອີງໃສ່ການປູກຝັງກະສິກຳ ແລະ ມີບົດຮຽນຫລາຍຢ່າງໃນການປູກເຂົ້າແບບກະເສດສຸມ, ປູກເຂົ້ານາທາມ; ນອກນັ້ນຍັງມີການປູກເຂົ້າໄຮ່, ພືດຜັກ, ຕົ້ນໄມ້ກິນໝາກ... ລ້ຽງສັດຕາມຮູບການປ່ອຍຕາມທຳມະຊາດເປັນຕົ້ນຕໍ; ຊາວເຜົ່່າ ໄຕ່ ມີຊື່ສຽງກ່ຽວກັບອາຊີບຕ່ຳແຜ່ນແພພື້ນເມືອງ, ບັນດາອາຊີບຫັດຖະກຳຄອບຄົວ ຄື: ຜະລິດອຸປະກອນຮັບໃຊ້ກະສິກຳ, ເຮັດເຄື່ອງເຟີນີເຈີ, ເຮັດເຄື່ອງປັ້ນດິນເຜົາ. ກ່ຽວກັບຊຸດອາພອນ, ຊາວເຜົ່່າ ໄຕ່ ໄດ້ເປັນທີ່ຮູ້ຈັກກັນດີ ແມ່ນຊຸດອາພອນສີຄາມ, ນຸ່ງເສື້ອແຂນສັ້ນຢູ່ໃນ, ເສື້ອແຂນຍາວຢູ່ນອກ ແລະ ເກືອບຄືວ່າບໍ່ມີລວດລາຍຫຍິບປັກຖັກແສ່ວຫຍັງໝົດ. ເຖິງວ່າບໍ່ພິຖີພິຖັນ, ບໍ່ມີສີສັນຫລາກຫລາຍກໍຕາມ, ແຕ່ບັນດາເສື້ອສີຄາມຂອງຊາວເຜົ່່າ ໄຕ່ ທີ່ລຽບງ່າຍນັ້ນ ໄດ້ສະແດງໃຫ້ເຫັນຈຸດງາມອັນມີສະເໜ່ ແລະ ອ່ອນໂຍນຂອງແມ່ຍິງຊາວເຜົ່່າ ໄຕ່; ນິດໄສສະຫງຽມຄ່ຽມຄົມ, ສຸພາບ ແລະ ນີ້ມນວນຂອງເຂົາເຈົ້າທີ່ແທ້ຈິງ.

ສີສັນຊົນເຜົ່າ ໄຕ່ ຢູ່ ຮ່າຢາງ - ảnh 1ສິລະປະຂັບແທນ ພິນຕິ໋ງ ຂອງຊາວເຜົ່່າ ໄຕ່ ຢູ່ ຮ່າຢາງ

(ພາບ: zing.vn)

ປັດຈຸບັນ ຊາວເຜົ່່າ ໄຕ່ ຢູ່ ຮ່າຢາງ ຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກສະເພາະໄວ້ໄດ້ ເຊິ່ງສະແດງໃຫ້ເຫັນຜ່ານບັນດາງານບຸນປະເພນີ ແລະ ນັບທັງສາງວັດທະນະທຳກ່ຽວກັບປະເພດເທບນິຍາຍ, ນິທານ, ກະວີນິພົນ, ຂັບລຳພື້ນເມືອງ... ພິເສດແມ່ນສິລະປະຂັບແທນ ພິນຕິ໋ງ. ພິນຕິ໋ງ ແມ່ນປະເພດເຄື່ອງດົນຕີທີ່ມີໜ້າຢູ່ທັງໝົດບັນດາການດຳເນີນຊີວິດວັດທະນະທຳດ້ານຈິດໃຈຂອງວົງຄະນະຍາດຊາວເຜົ່່າ ໄຕ່. ປຽບເໝືອນຈິດວິນຍານຂອງສິລະປະຂັບລຳ ແລະ ຟ້ອນພື້ນເມືອງຊາວເຜົ່່າ ໄຕ່. ບໍ່ຈັກວ່າເທົ່າໃດເຊັນຄົນມາແລ້ວ ພິນຕິ໋ງປຽບເໝືອນດັ່ງ ພາຫະນະຕິດຕໍ່ກັບເທວະດາຟ້າແຖນ. ໃນຊີວິດຂອງຊາວເຜົ່່າ ໄຕ່ ຍັງຄົງຮັກສາບັນດາຮີດຄອງປະເພນີ, ຄວາມລື້ງເຄີຍໃນການດຳເນີນຊີວິດທີ່ມີລັກສະນະສີສັນສະເພາະຂອງຊົນເຜົ່າຕົນ. ບັນດາງານບຸນຄື: ງານບຸນ ໂລ່ງໂຕ່ງ - ຫລື ຍັງເອີ້ນວ່າ ງານບຸນລົງນາ ເຊິ່ງດຳເນີນໃນໂອກາດຕົ້ນປີ; ງານບຸນໄຫວ້ພະຈັນ ເຊິ່ງດຳເນີນໃນມື້ວັນເພັງ ເດືອນ 8 (ໄລ່ຕາມຈັນທະປະຕິທິນ) ຂອງແຕ່ລະປີ;... ແມ່ນບັນດາງານບຸນທີ່ເປັນເອກະລັກສະເພາະທີ່ສຸດ, ສະແດງໃຫ້ເຫັນສີສັນວັດທະນະທຳ ແລະ ຄວາມເຫລື້ອມໃສຂອງເຂົາເຈົ້າຢ່າງຈະແຈ້ງທີ່ສຸດ. ທ່ານ ຫງວຽນວັນນາມ ນັກຄົ້ນຄວ້າວັດທະນະທຳພື້ນເມືອງຂອງແຂວງ ຮ່າຢາງ ໃຫ້ຮູ້ວ່າ:

“ເມື່ອໂອກາດດູບານໃໝ່ວຽນມາໃນສະພາບທີ່ດິນຟ້າອາກາດໝາເລັກໜ້ອຍ ກໍແມ່ນເວາດເນີນງານບຸນ ໂລ່ງໂຕ່ງ ຂອງຊາວເຜົ່່າ ໄຕ່ ເຊິ່ງໄດ້ດຶງດູດູ້ເຖົ້ຜູ້ແກ່ຕະຫລອດເດັກນ້ອຍ. ທຸກຄົນລ້ວນແຕ່ໄດ້ນຸ່ງຖືງາມກວ່າປົກກະຕິເພື່ອໄປບຸນຢ່າງຄຶກຄື້ນມ່ວນຊື່ນ. ນີ້ແມ່ການດເນີນຊວິດດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່່າ ໄຕ່, ຕິດພັນກັບານຜະລິດກະສິກ, ການປູກຝັງ. ງານບຸນເປັນບ່ອນາກຝັງຄວາມໄຝ່ຝັນຂອງມະນຸດ ພາວະນາຂໍໃຫ້ດິນຟ້າອາກາດເອື້ອອນວຍຄວາມສະດວກ, ການເກັບກ່ຽວໄດ້ຮັບຜົນ. ນີ້ແມ່ໜຶ່ງໃນບັນດາງານບຸນທີ່ເຕັມໄປ້ວຍສີສັວັດທະນະທຳຂອງຊາວຊົນເຜົ່່າ ໄຕ່”.

ສີສັນຊົນເຜົ່າ ໄຕ່ ຢູ່ ຮ່າຢາງ - ảnh 2 ວາດຟ້ອນທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຕ່ ແຂວງຮ່າຢາງ

(ພາບ:baohagiang.vn)

ຢູ່ບ້ານເຂດພື້ນຕ່ຳຂອງຕາແສງ ເຟືອງໂດະ, ຫ່າງຈາກໃຈກາງນະຄອນ ຮ່າຢາງ ປະມານ 6 ກິໂລແມັດ ມີ  ບ້ານຂອງຊາວເຜົ່່າ ໄຕ່ 2 ບ້ານ ຄື: ບ້ານ ທາ ແລະ ບ້ານ ຫະແທ່ງ ທີ່ຍັງຄົງຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນໄວ້ຢ່າງຄົບຖ້ວນພໍສົມຄວນ. ຢູ່ທີ່ນີ້ ມີເຮືອນຮ້ານເກືອບ 200 ຫລັງທີ່ຍັງຄົງຮັກສາຄວາມງາມແບບປະຖົມປະຖານ, ຕັ້ງຢູ່ໃກ້ກັບຫ້ວຍ ຕຽນ ທີ່ມີນຳ້ໃສເຢັນໄຫລຕະຫລອດປີ. ທິວທັດພູຜາປ່າໄມ້, ແມ່ນ້ຳລຳເຊທີ່ຈັບອົກຈັບໃຈພ້ອມກັບການດຳລົງຊີວິດອັນລຽບງ່າຍຂອງຊາວເຜົ່່າ ໄຕ່ ໃນບໍລິເວນນັ້ນ ໄດ້ເປັນສະຖານທີ່ດຶງດູດນັກທ່ອງທ່ຽວມາຄົ້ນຫາເຂດດິນແດນແຫ່ງນີ້ນັບມື້ນັບຫລາຍ. ນີ້ກໍແມ່ນໝາກຜົນໃນນະໂຍບາຍຂອງທ້ອງຖິ່ນແນໃສ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ ໄຕ່. ທ່ານ ຫງວຽນຊວນຢ້ຽວ ເລຂາຄະນະພັກຕາແສງ ເຟືອງໂດະ ນະຄອນ ຮ່າຢາງ ໃຫ້ຮູ້ວ່າ:

ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດວັດທະນະັນດີງາມຂອງຊົເຜົ່າ ໄຕ່ ນັ້ນ ອົງຄະນະພັກ, ອຳນາດການປົກຄອງໄດ້ມີແຜນນໂຍບາຍໃນການອະນຸລັກຮັກສາ, ເສີມຂະຫຍາຍຈຸດວັດທະນະັນດີງາມຂອງຊົເຜົ່າ ໄຕ່ ພ້ອມກັນນັ້ນ ກນຳເຂົ້າໃນບັນດາກຸ່ມເຫດການເຄື່ອນໄຫດ້ານວັດນະເຫລີມສະຫລອງບັນດງານບຸນໃຫຍ່ຂອງປະເທດ, ຂອງຊາດ”.

ເມື່ອໄປຮອດບ້ານ ທາ ແລະ ບ້ານ ຫະແທ່ງ, ນັກທ່ອງທ່ຽວມີໂອກາດເຊື່ອມຕົວເຂົ້າກັບການດຳລົງຊີວິດທີ່ສະຫງົບສຸກຂອງໝູ່ບ້ານຊາວເຜົ່່າ ໄຕ່. ບັນດາເຮືອນຮ້ານເຮັດບໍລິການ homestay ຢູ່: ບ້ານ ທາ ແລະ ບ້ານ ຫະແທ່ງ ລ້ວນແຕ່ມີ wifi, ມີຜູ້ນຳທ່ຽວເປັນຄົນທ້ອງຖິ່ນສອນວິທີປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງຂອງຊາວເຜົ່່າ ໄຕ່. ເມື່ອຫຼຽວເບິ່ງຜ່ານປ່ອງຢ້ຽມເຮືອນຮ້ານອອກໄປແມ່ນໂນນພູຕົ້ນໝາກຄໍ້, ທົ່ງນາທີ່ຂຽວອຸ່ມທຸ່ມເຢັນສະບາຍ. ເມື່ອຮອດຍາມຕາເວັນຕົກດິນ, ນັກທ່ອງທ່ຽວສາມາດພັກຜ່ອນຢູ່ເຮືອນຮ້ານຂອງຊາວເຜົ່່າ. ໃຕ້ແປວໄຟທີ່ຮຸ່ງແຈ້ງ ແລະ ອົບອຸ່ນນັ້ນ, ນັກທ່ອງທ່ຽວຈະມີໂອກາດໄດ້ຟັງເຈົ້າຂອງເຮືອນຂັບແທນປະສານກັບສຽງພິນຕິ໋ງອັນອ່ອນຊ້ອຍ. ບັນດາອາດຟ້ອນພື້ນເມືອງ, ຟ້ອນຕາມຄວາມເຫລື້ອມໃສ, ບັນດາງານບຸນປະເພນີ, ສິ່ງເລິກລັບນັ້ນ ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກຄືດັ່ງໄດ້ກັບຄືນເມືອຫາຕົ້ນກຳເນີດຂອງຊາວຊົນເຜົ່າ. ການດຳລົງຊີວິດແບບໃໝ່ໃນໝູ່ບ້ານຂອງຊາວເຜົ່່າ ໄຕ່ ຢູ່ຕາແສງ ເຟືອງໂດະ ແມ່ນສິ່ງທີ່ພິສູດໃຫ້ເຫັນການປ່ຽນແປງຢ່າງເຫັນໄດ້ຊັດໃນການດຳລົງຊີວິດຂອງຊາວເຜົ່່າ ໄຕ່ ຢູ່ເຂດດິນແດນ ຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ