ສະຖາປັດຕະຍະກຳເຮືອນຢູ່ອາໄສຂອງຊາວເຜົ່າ ມົ້ງ

(VOVWORLD) -ຢູ່ຕາມບົນເສັ້ນທາງລຽບຕາມເປີ້ນພູຂຶ້ນໄປພຽງຫີນ ດົ່ງວັນ, ແມ່ວວາກ ຂອງແຂວງ ຮ່າຢາງ, ຍາມໃດກໍ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ ຍ້ອນທິວທັດມະຊາດທີ່ໃຫຍ່ໂຕມະໂຫຖານ. ບໍ່ພຽງແຕ່ເທົ່ານັ້ນ, ເຂົາເຈົ້າຍັງຖືກດຶງດູດດ້ວຍຮູບາບເຮືອນຊານບ້ານຊ່ອງທີ່ສວຍງາມຂອງພໍ່ແມ່ປະຊາຊົນບັນດາເຜົ່າ ປຸກສ້າງຕາມສະຖາປັດຕະຍະຳເປັເອລັກສະເພາະ, ໃນນັ້ນ ພົ້ນເດັ່ນກວ່າໝູ່ແມ່ນເຮືອນຝາດິນຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ. ບັນດາເຮືອນດັ່ງກ່າວລ້ວນແຕ່ມີສີນ້ຳຕານເຂັ້ມຂອງດິນ, ເຊິ່ງພົ້ນເດັ່ນຂຶ້ນໃນທ່າມກາງຮົ້ຫີນສີຂີ້ເທົ່າ ອັນໄດ້ສ້າງເປັນຮູບາບແບບປະຖົມປະຖາ, ລຶກລັບ, ເຮັດໃຫ້ບໍ່ວ່າຜູ້ໃດທີ່ໄປຜ່ານກໍຢາກແວ່ ຊົມເບິ່ງ.

ຊົນເຜົ່າ ມົ້ງ ໄດ້ດຳລົງຊີວິດຢູ່ຕາມເນີນພູເຂົາຫີນສູງຊັນມາເປັນຮ້ອຍໆປີແລ້ວ, ສະພາບອາກາດຫນາວຈັດຢ່າງຮ້າຍແຮງໄດ້ສົ່ງຜົນສະທ້ອນເຖິງສະຖາປັດຕະຍະກຳເຮືອນຢູ່ ທີ່ເປັນມູນເຊື້ອຂອງຊາວເຜົ່າ ມົ້ງ. ຈາກຄວາມສຳນຶກ ແລະ ສະພາບແວດລ້ອມໃນການດຳລົງຊີວິດນັ້ນ ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳສະຖາປັດຕະຍະກຳຂອງເຮືອນຝາດິນ, ມຸງດ້ວຍດິນຂໍ ຫລື ຫຍ້າຄາ ເຊິ່ງເຫມາະສົມກັບຊີວິດການເປັນຢູ່ຂອງເຂົາເຈົ້າ, ດ້ວຍຈຸດດີແມ່ນຮັກສາຄວາມອົບອຸ່ນໃນລະດູຫນາວ, ເຢັນສະບາຍໃນລະດູຮ້ອນ ແລະ ຍັງສາມາດຕ້ານບໍ່ໃຫ້ຄົນຂີ້ລັກ, ສັດຮ້າຍ… ເຂົ້າມາໃນເຮືອນໄດ້ອີກ. ຕາມການອະທິບາຍຂອງປະຊາຊົນທີ່ຢູ່ທີ່ນີ້ແລ້ວ, ເຮືອນຝາດິນມີຄວາມຫມາຍວ່າ ແມ່ນເຮືອນທີ່ມີຝາເຮັດດ້ວຍດິນ. ເພື່ອເຮັດຝາເຮືອນນັ້ນ, ພໍ່ແມ່ພີ່ນ້ອງຕ້ອງເຮັດໄມ້ແບບທີ່ມີລວງຍາວ 1,5 ແມັດ, ກວ້າງ 0,45 – 0,5 ແມັດ. ເມື່ອເຮັດຝາ, ເຂົາເຈົ້າຖອກດິນໃສ່ໄມ້ແບບນັ້ນ ແລ້ວໃຊ້ໄມ້ຄ້ອນ ຫຼື ສາກ ຕຳດິນໃຫ້ແຫນ້ນຫນາ. ດິນທີ່ໃຊ້ເພື່ອເຮັດຝາເຮືອນຕ້ອງແມ່ນດິນທີ່ບໍ່ມີຮາກໄມ້, ຫີນໃຫຍ່, ຂີ້ເຫຍື້ອຫຍ້າປະເພດຕ່າງໆປົນຢູ່ນຳ. ເມື່ອປະຕິບັດການເຮັດຝາເຮືອນ, ເຂົາເຈົ້າກໍປຸກລະດົມຊາຍຫນຸ່ມໃນບ້ານປະມານ 20 -30 ຄົນມາເຮັດຊ່ວຍ; ເຮັດຈາກແບບໄມ້ນີ້ຕໍ່ໃສ່ແບບໄມ້ອື່ນໄປເລື້ອຍໆຈົນກວ່າຈະສຳເລັດ. ບັນດາຝາເຮືອນໄດ້ຕຳໃຫ້ພຽງເປັນ 4 ແຈ ແລະ ແຫນ້ນຫນາຄັກແນ່. ພາຍຫລັງເຮັດຝາສຳເລັດແລ້ວ, ເຈົ້າຂອງເຮືອນຈຶ່ງປະຕິບັດການເລືອກເອົາມື້ສັນວັນດີ, ເຫມາະສົມກັບອາຍຸເຈົ້າຂອງເຮືອນໃຫມ່ເພື່ອເຂົ້າໄປປ່າຕັດເອົາໄມ້ມາເຮັດເສົາ, ເຮັດແປເຮືອນ (ໂຄງຫລັງຄາເຮືອນ) ແລະ ປະຕິບັດການມຸງຫລັງຄາ. ໂດຍສັງລວມແລ້ວ, ສະຖາປັດຕະຍະກຳເຮືອນຂອງ ຊາວເຜົ່າ ມົ້ງ, ເຖິງວ່າຈະໃຫຍ່ ຫລື ນ້ອຍກໍຕ້ອງມີ 3 ຫ້ອງ, 2 ປະຕູ (ລວມມີ ປະຕູຫນ້າ ແລະ ປະຕູຫລັງ)  ແລະ ມີປ່ອງຢ້ຽມ 2 ປ່ອງ. ເຮືອນແຕ່ລະຫລັງອາດຈະມີຫນຶ່ງ ຫລື ສອງຫ້ອງນ້ອຍ. 3 ຫ້ອງກາງເຮືອນໄດ້ຈັດແບ່ງຢ່າງເຫມາະສົມ. ຫ້ອງທາງເບື້ອງຊ້າຍ ໃຊ້ເພື່ອເປັນບ່ອນແຕ່ງຢູ່ຄົວກິນ ແລະ ຫ້ອງນອນຂອງຜົວເມຍເຈົ້າຂອງເຮືອນ; ຫ້ອງທາງເບື້ອງຂວາ ໃຊ້ເພື່ອຕັ້ງເຕົາໄຟຝີງ ແລະ ຕຽງເພື່ອຮັບແຂກ; ຫ້ອງຢູ່ລະຫວ່າງກາງເຮືອນ ຕາມປົກກະຕິແລ້ວ ແມ່ນກວ້າງກວ່າສອງຫ້ອງທາງຂ້າງ ແລະ ມີບ່ອນເພື່ອຕັ້ງແທ່ນບູຊາບັນພະບູລຸດ, ພ້ອມກັນນັ້ນ ກໍມີບ່ອນຮັບແຂກ, ບ່ອນກິນດື່ມຂອງຄອບຄົວ. ເມື່ອໄປຢ້ຽມຢາມຊົມເຮືອນຝາດິນຂອງອ້າຍ ຢ່າງມີ້ສື ຊາວເຜົ່າ ມົ້ງ ຢູ່ ເມືອງ ແມ່ວວາກ ແລ້ວ, ເອື້ອຍ ຮ່າທິລຽນ ແຂກທ່ອງທ່ຽວຢູ່ແຂວງ ຕວຽນກວາງ ໃຫ້ຮູ້ວ່າ:

        ເມື່ອເຂົ້າໄປໃນເຮືອນຫລັງນີ້ ເຮັດໃຫ້ຂ້າພະເຈົ້າມີວາມຮູ້ສຶບາຍໃຈ ແລະ ສະຫວາສະເຫວີຍທີ່ສຸດ, ເຮືອນກວ້າພໍສົມວນ. ພິເສດແມ່ນຢູ່ເຄິ່ງກາງເດີ່ນເຮືອນແມ່ນມເດີ່ທີ່ປູດ້ວຍຫີນໃຫ້ເດັກນ້ອຍລະຫລິ້ນຢອກໄຍກັນ ສ້າຄວາມຮູ້ສຶກອັນອົບອຸ່ນ ແລະ ສຫງົບສຸກ”.

ສະຖາປັດຕະຍະກຳເຮືອນຢູ່ອາໄສຂອງຊາວເຜົ່າ ມົ້ງ - ảnh 1ປະຕູໂຂງເຂົ້າເຮືອນຂອງຊາວເຜົ່າມົ້ງ, ແຂວງຮ່າຢາງ

ປະຕູຫນ້າເຮືອນຂອງຊາວເຜົ່າ ມົ້ງ ຕາມປົກກະຕິແມ່ນເຮັດດ້ວຍໄມ້ເນື້ອແຂງ. ປະຕູ ຍາມໃດກໍເປີດເຂົ້າໄປທາງດ້ານໃນຂອງເຮືອນ ແລະ ຈະບໍ່ເປີດອອກທາງດ້ານນອກຂອງເຮືອນ. ຊາວເຜົ່າ ມົ້ງ ບໍ່ໃຊ້ບານພັບ, ໄລກອນປະຕູທີ່ເຮັດດ້ວຍເຫລັກ ແຕ່ຈະເຮັດດ້ວຍໄມ້ທັງຫມົດ, ເພາະຊາວເຜົ່າ ມົ້ງ ຖືບານປະຕູເປີດປິດຄືດັ່ງຈິດໃຈຂອງຄົນ, ຖ້າເຮັດບານພັບດ້ວຍເຫລັກກ້າແມ່ນບັນດາວັດຖຸແຂງ ເຊິ່ງປຽບເໝືອນດັ່ງມີດດາບ, ເມື່ອເປັນເຊັ່ນແນວນັ້ນແມ່ນບ່ໍສະແດງເຖິງຈິດໃຈອັນດີງາມ, ຄວາມຮັກແພງຂອງເຈົ້າຂອງເຮືອນທີ່ມີຕໍ່ແຂກ. ນອກຈາກປະຕູຫນ້າແລ້ວ, ເຮືອນຂອງຊາວເຜົ່າ ມົ້ງ ກໍຍັງມີປະຕູຫລັງ, ເຊິ່ງແມ່ນປະຕູເພື່ອນຳເອົາເຄື່ອງຂອງໃຊ້ໃຫ້ຄົນຕາຍເຂົ້າມາໃນເຮືອນເມື່ອເວລາມີງານສົບ. ມີພຽງແຕ່ເວລານຳສົບໄປປ່າຊ້າເທົ່ານັ້ນ ຈຶ່ງໄດ້ໄປຜ່ານປະຕູຫນ້າເຮືອນ.

ສະຖາປັດຕະຍະກຳເຮືອນຢູ່ອາໄສຂອງຊາວເຜົ່າ ມົ້ງ - ảnh 2 ຮົ້ວຫີນຢູ່ອ້ອມເຮືອນ

ຈຸດທີ່ເປັນເອກະລັກສະເພາະອີກຢ່າງຫນຶ່ງໃນສະຖາປັດຕະຍະກຳເຮືອນແບບດັ້ງເດີມຂອງຊາວເຜົ່າ ມົ້ງ ແມ່ນ ເຮືອນຊານທັງຫມົດ ຕາມປົກກະຕິ ແມ່ນເອົາຫີນວາງກອງກັນເປັນຮົ້ວເຮືອນ. ເພື່ອໃຫ້ມີຮົ້ວຫີນອ້ອມຮອບເຮືອນທີ່ສົມບູນແບບ ແລະ ຕອນດິນກວ້າງປະມານ 200 – 300 ຕາແມັດ, ເຈົ້າຂອງເຮືອນພ້ອມກັບຍາດພີ່ນ້ອງ ບາງເທື່ອຕ້ອງໃຊ້ເວລາຫຼາຍເດືອນໃນການເກັບເອົາກ້ອນຫີນທີ່ແຕກເປັນປ່ຽງ ຢູ່ອ້ອມແອ້ມເຮືອນວາງກອງກັນເປັນຮົ້ວຫີນ. ບັນດາກ້ອນຫີນມີຂະຫນາດຕ່າງກັນ ດ້ວຍ ຫລາຍມູມວາງກອງກັນ ສະຫລັບສັບຊ້ອນ, ສ້າງເປັນຝາຜະຫນັງທີ່ຫມັ້ນແກ່ນ, ພຽງໂດຍບໍ່ຕ້ອງນຳໃຊ້ທາດຫນຽວໃດເພື່ອຕິດເຂົ້າກັນ. ປະຕູໂຂງໄມ້ທີ່ມີຫລັງຄາ ແລະ ຕິດເຈັ້ຍສີແດງສັບປົນຢູ່ລະຫວ່າງແຄມຮົ້ວຫີນຕໍ່ຫນ້າເຮືອນນັ້ນ, ຊາວເຜົ່າ ມົ້ງ ໄດ້ປະດັບປະດາສ້າງເປັນຄວາມອົບອຸ່ນໃນທ່າມກາງຄວາມຫນາວເຢັນຂອງລະດູຫນາວຢູ່ເຂດພູພຽງຫີນ. ໂດຍຢືນຢູ່ຮົ້ວຫີນຕໍ່ຫນ້າເຮືອນຂອງຕົນ, ອ້າຍ ທ່າມິນເຈີ ຊາວເຜົ່າ ມົ້ງ ຢູ່ເມືອງ ແມ່ວວາກ ອະທິບາຍວ່າ:

        ພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ ເຮົາ ໄດ້ຈັດລຽງຮົ້ຫີນກວ້າງຄືແນວນີ້ແມ່ນເພື່ອອງກັນ. ໃນລະດູຮ້ອນກໍບໍ່ຮ້ອນ, ສ່ວນດູຫນາວແມ່ນຫລຸດຜ່ອນຄວາມຫນາວ. ເຊິ່ງບັນດາຝາຫີນນີ້ກໍສາມາດບັງລົມໄດ້”.

        ສິ່ງທີ່ເປັນຫນ້າປະທັບໃຈທີ່ສຸດໃນສະຖາປັດຕະຍະກຳເຮືອນຂອງຊາວເຜົ່າ ມົ້ງ ແມ່ນຢູ່ຕາມແຄມບັນດາຮົ້ວຫີນນີ້ ຍາມໃດພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ ກໍປູກບັນດາຕົ້ນຫມາກຄາຍ, ຕົ້ນຫມາກຫມັ້ນ, ຕົ້ນຫມາກແອັມຟີຄອດ.

ສະຖາປັດຕະຍະກຳເຮືອນຢູ່ອາໄສຂອງຊາວເຜົ່າ ມົ້ງ - ảnh 3ຊາວເຜົ່າ ມົ້ງ ປູກບັນດາຕົ້ນຫມາກຄາຍ, ຕົ້ນຫມາກຫມັ້ນ, ຕົ້ນຫມາກແອັມຟີຄອດຢູ່ຕາມແຄມບັນດາຮົ້ວຫີນ 

ເມື່ອລະດູບານໃຫມ່ວຽນມາ, ຈຸດຄວາມງາມແບບດັ້ງເດີມ, ຄວາມງາມສີຂີ້ເທົ່າຂອງຮົ້ວຫີນ ແລະ ສີນ້ຳຕານເຂັ້ມຂອງເຮືອນຝາດິນ ພັດໄດ້ປະດັບປະດາດ້ວຍສີແດງຂອງດອກໝາກຄາຍ, ສີຂາວຂອງດອກໝາກ ແອັມຟີຄອດ; ດອກໝາກຫມັ້ນ…ທັງຫມົດເຫຼົ່ານັ້ນ ຄືການປະສານເຂົ້າກັນກາຍເປັນຮູບພາບທຳມະຊາດທີ່ເປັນເອກະລັກສະເພາະຢູ່ທ່າມກາງພູພຽງຫີນ.

        ຜ່ານຫລາຍສະຕະວັດ, ຊາວເຜົ່າ ມົ້ງ ຢູ່ ຮ່າຢາງ ໃນປັດຈຸບັນຍັງປະດິດຄິດແຕ່ງເພື່ອປັບປຸງເຮືອນແບບດັ້ງເດີມຂອງຕົນຢ່າງ ໃຫ້ເຫມາະສົມກັບເງື່ອນໄຂທຳມະຊາດ ບໍ່ຢຸດຢັ້ງ, ກໍຄືໃນການດຳລົງຊີວິດ, ການອອກແຮງງານທຳການຜະລິດ ແຕ່ຍັງຄົງບໍ່ຫລົງລືມການຮັກສາບັນດາຈຸດທີ່ເປັນເອກະລັກສະເພາະ, ມູນເຊື້ອຂອງຊົນເຜົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ