PCA - ພື້ນຖານສຳຄັນໃນການຮ່ວມມື ຫວຽດນາມ - ອີຢູ

(VOVWORLD) - ວັນທີ 15 ທັນວາ, ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ກ່ຽວກັບການຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ (PCA) ແລະ ບັນດາປະເທດສະມາຊິກ ໄດ້ດຳເນີນຢູ່ຮ່າໂນ້ຍ.

 ກອງປະຊຸມດຳເນີນໄປໃນໂອກາດ 2 ຝ່າຍສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຢູ (28/11/1990 28/11/2020) ແລະ ພາຍຫລັງສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນສັກສິດມາເປັນເວລາ 4 ເດືອນ, ແນໃສ່ສືບຕໍ່ນຳການພົວພັນຫວຽດນາມ - ອີຢູ ເຂົ້າສູ່ການຮ່ວມມືຢ່າງມີປະສິດທິຜົນກ່ວາໃນໄລຍະຈະມາເຖິງ.

PCA - ພື້ນຖານສຳຄັນໃນການຮ່ວມມື ຫວຽດນາມ - ອີຢູ - ảnh 1 ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ 

ສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອີຢູ (PCA) ມີຜົນສັກສິດມາແຕ່ວັນທີ 01 ຕຸລາ 2016 . ຂອບເຂດຂອງ PCA ບໍ່ພຽງແຕ່ຢູ່ໃນຂົງເຂດການຄ້າ ແລະ ການຮ່ວມມືເສດຖະກິດເທົ່ານັ້ນ ຫາກຍັງເປີດກ້ວາງໄປສູ່ຂົງເຂດສິ່ງແວດລ້ອມ, ພະລັງງານ, ເຕັກໂນໂລຊີ, ການບໍລິຫານສາທາລະນະ, ການທ່ອງທ່ຽວ, ວັດທະນະທຳ, ອົບພະຍົບ, ຄວາມໝັ້ນຄົງ, ຕ້ານການສໍ້ລາດບັງຫລວງ ແລະ ອາດຊະຍາກຳທີ່ມີການຈັດຕັ້ງອີກດ້ວຍຢ່າງມີປະສິດທິຜົນ.

ພາຍຫລັງໄດ້ຮັບການຜັນຂະຫຍາຍປະຕິບັດມາເປັນເວລາກ່ວາ 4 ປີ, ຕາມສະພາບຕົວຈິງແລ້ວ PCA ໄດ້ສ້າງບາດກ້າວບຸກທະລຸໃນການພົວພັນລະຫວ່າງ 2 ຝ່າຍ, ສະແດງໃຫ້ເຫັນການພົວພັນເໝາະສົມກັບທ່າອ່ຽງຂອງຍຸກທັນສະໄໝ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ເພີ່ມທະວີການຮ່ວມມືສັງລວມ

            ການພົວພັນລະຫວ່າງຫວຽດນາມ ແລະ ອີຢູ ມີການພັດທະນາກະໂດດຂັ້ນໃນ 3 ທົດສະວັດຜ່ານມາ. ພິເສດແມ່ນ ນັບແຕ່ເມື່ອ PCA ໄດ້ຮັບການຜັນຂະຫຍາຍໃນເດືອນ ຕຸລາ 2016, ການພົວພັນລະຫວ່າງຫວຽດນາມ - ອີຢູ ໄດ້ພັດທະນາທັງລວງກ້ວາງ ແລະ ລວງເລິກ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງລະອຽດ ຜ່ານການເຊັນສັນຍາການຄ້າ ແລະ ສັນຍາອາລັກຂາການລົງທຶນ (EVFTA ແລະ EVIPA) ໃນປີ 2019. ພາຍຫລັງກ່ວາ 1 ປີ (8/2020), EVFTA ໄດ້ຮັບການຜັນຂະຫຍາຍປະຕິບັດ, ເປັນຂີດໝາຍໃໝ່ບົນເສັ້ນທາງການຮ່ວມມື ແລະ ພັດທະນາລະຫວ່າງ ຫວຽດນາມ ແລະ ອີຢູ, ແມ່ນສານທີ່ມີຄວາມຕັ້ງໜ້າກ່ຽວກັບຄວາມຕັດສິນໃຈພັດທະນາການພົວພັນ 2 ຝ່າຍຂອງທັງຫວຽດນາມ ແລະ ອີຢູ.

          EVFTA ໄດ້ປະກອບສ່ວນສ້າງກຳລັງ “ຜັກດັນ” ຢ່າງແຮງໃຫ້ແກ່ການລົງທຶນ ແລະ ດຳເນີນທຸລະກິດຂອງ 2 ຝ່າຍ, ສ້າງກະແສການລົງທຶນທີ່ມີຄຸນນະພາບສູງຈາກທັງ 2 ຝ່າຍ. ສຳລັບຫວຽດນາມ, ເລື່ອງຜັນຂະຫຍາຍ EVFTA ໄດ້ຊ່ວຍເປີດກ້ວາງຕະຫລາດໃຫ້ແກ່ບັນດາຂະແໜງສົ່ງອອກຫຼັກແຫຼ່ງຂອງຫວຽດນາມ, ສ້າງກາລະໂອກາດເພື່ອໃຫ້ ຫວຽດນາມ ໄດ້ສຳຜັດກັບບັນດາອຸປະກອນ, ເຕັກໂນໂລຊີ, ເຕັກນິກສູງຂອງ ອີຢູ, ສ້າງລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບກ່ວາອີກ ຕາມທິດກະຈ່າງແຈ້ງໂປ່ງໃສ, ເໝາະສົມກັບທຳນຽມສາກົນກ່ວາອີກ. ທ່ານ ໂດທັ໊ງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ:

          “ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ໄດີຮັບໝາກຜົນເປັນໜ້າຊື່ນຊົມໃນເບື້ອງຕົ້ນ. ສິນຄ້າສົ່ງອອກຂອງ ຫວຽດນາມ ຫລາຍປະເພດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າຢູ່ຕະຫລາດ ອີຢູ ພາຍຫລັງສັນຍາດັ່ງກ່າວໄດ້ຮັບການຜັນຂະຫຍາຍປະຕິບັດ. ນອກຈາກຜະລິດຕະພັນສິນໃນນ້ຳແລ້ວ ເຂົົ້າສານຂອງ ຫວຽດນາມ ທີ່ສົ່ງອອກໄປຍັງ ເອີຣົບ ກໍ່ມີສັນຍານດີພໍສົມຄວນ ລາຄາເຂົ້າສານ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ໄລຍະທີ່ EVFTA ຍັງບໍ່ມີຜົນສັກສິດ.

          ຂຸດຄົ້ນຜົນປະໂຫຍດທັວສອງຝ່າຍຢ່າງສຸດຂີດ

            ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງຫວຽດນາມ ແລະ ອີຢູ ມີທ່າອ່ຽງສະດວກຫລາຍກ່ວາ ຍ້ອນທັງ 2 ຝ່າຍລ້ວນແຕ່ມີຄວາມຕ້ອງການຊຸກຍູ້ການພົວພັນ 2 ຝ່າຍ. ພິເສດແມ່ນ ພາຍຫລັງສົນທິສັນຍາ  Lisbon, ອີຢູ ຢາກເພີ່ມທະວີທີ່ຕັ້ງບົດບາດຢູ່ເວທີສາກົນຢ່າງແຮງກ່ວາອີກ, ໃນນັ້ນ ມີເລື່ອງກ່ຽວກັບ ຍູ້ແຮງການພົວພັນກັບອາຊີ. ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງ ອີຢູ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ສຳລັບ ຫວຽດນາມ, ການພັດທະນາການພົວພັນກັບຄູ່ຮ່ວມມືພິເສດ ລວມມີ 27 ສະມາຊິກຄື ອີຢູ ບໍ່ພຽງແຕ່ມີຄວາມເໝາະສົມກັບນະໂຍບາຍການຕ່າງປະເທດຫລາຍຝ່າຍຂອງຫວຽດນາມ ເທົ່ານັ້ນ ຫາກຍັງຊ່ວຍຫວຽດນາມ ດຸ່ນດ່ຽງການພົວພັນກັບບັນດາປະເທດໃຫຍ່ອີກດ້ວຍ. ການພົວພັນນີ້ ຍັງໄດ້ຮັບການປັບປຸງດ້ວຍບັນດາການພົວພັນ 2 ຝ່າຍ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກຫຼັກແຫຼ່ງຂອງ ອີຢູ.

PCA - ພື້ນຖານສຳຄັນໃນການຮ່ວມມື ຫວຽດນາມ - ອີຢູ - ảnh 2 ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ 

          ໄປຄຽງຄູ່ກັບການຮ່ວມມື 2 ຝ່າຍ, ໃນ 30 ປີຜ່ານມາ, ການຮ່ວມມືຫລາຍຝ່າຍລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືເອີຣົບ ກໍ່ມີບັນດາບາດກ້າວພັດທະນາຢ່າງແຮງ. ປະຈຸບັນ, ທີ່ຕັ້ງສາກົນ ແລະ ພາກພື້ນຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນເມື່ອ ຫວຽດນາມ ຫາກໍ່ປະຕິບັດບົດບາດປະທານ ອາຊຽນ ປີ 2020 ແລະ ແບກຫາບບົດບາດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໄລຍະປີ 2020 – 2021 ປະສົບຜົນສຳເລັດເປັນຢ່າງດີ. ໃນສະພາບການນັ້ນ, ຫວຽດນາມ ແລະ ບັນດາປະເທດ, ຄູ່ຮ່ວມມື ອີຢູ ໄດ້ ແລະ ພວມເພີ່ມທະວີບັນດາກົນໄກແລກປ່ຽນ, ສົມທົບກັນ ແນໃສ່ຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ຊຸກຍູ້ລັດທິຫລາຍຝ່າຍ, ການຄ້າເສລີ, ຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນຢູ່ອາຊີ - ປາຊີຟິກ ກໍ່ຄືຢູ່ທະເລຕາເວັນອອກ, ຮັບປະກັນການເຄົາລົບກົດໝາຍສາກົນ, ເຄົາລົບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

          ບົນພື້ນຖານຜົນປະໂຫຍດທັງສອງຝ່າຍ, ການປັບປຸງ, ເພີ່ມທະວີການພົວພັນ ຫວຽດນາມ - ອີຢູ ຢ່າງມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແມ່ນຄວາມຕ້ອງການຍຸດທະສາດຂອງທັງ 2 ຝ່າຍ ໃນໄລຍະຈະມາເຖິງ. ສັນຍາແມ່ການຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ (PCA) ສືບຕໍ່ແມ່ນພື້ນຖານສຳຄັນ ເພື່ອໃຫ້ການພົວພັນຮ່ວມມືຫວຽດນາມ - ອີຢູ ນັບມື້ນັບພັດທະນາຕາມລວງເລິກ ແລະ ມີປະສິດທິຜົນກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ