WEF ASEAN 2018: ກາລະໂອກາດເພີ່ມທະວີທີ່ຕັ້ງຂອງປະເທດຊາດ

(VOVWORLD) - ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ກັນຍາ ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4”.

ສືບທອດຜົນສຳເລັດຂອງປີ APEC 2017, ເລື່ອງເປັນປະເທດເຈົ້າພາບຈັດຕັ້ງ  WEF ASEAN ຄັ້ງນີ້ ເປັນການຢັ້ງຢືນຂີດໝາຍການຕ່າງປະເທດຫລາຍຝ່າຍຂອງ ຫວຽດນາມ ໃນປີ 2018, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າຮ່ວມການສ້າງສາ ແລະ ສ້າງເສດຖະກິດພາກພື້ນ ແລະ ທົ່ວໂລກໃຫ້ເປັນຮູບປະທຳ.

WEF ASEAN 2018: ກາລະໂອກາດເພີ່ມທະວີທີ່ຕັ້ງຂອງປະເທດຊາດ - ảnh 1 WEF ASEAN 2018: ກາລະໂອກາດເພີ່ມທະວີທີ່ຕັ້ງຂອງປະເທດຊາດ

 ເວທີປາໄສເສດຖະກິດໂລກ (WEF) ແມ່ນບ່ອນເລີ່ມຕົ້ນກຳເນີດບັນດາແນວຄວາມຄິດຂອງການພັດທະນາແບບໃໝ່, ມີການປະດິດຄິດສ້າງທີ່ມີລັກສະນະຍຸດທະສາດທົ່ວໂລກ.

ການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ຢ່າງມີປະສິດທິຜົນ

        ເມື່ອເຫັນໄດ້ກາລະໂອກາດຈາກ WEF, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ນັບມື້ນັບເພີ່ມທະວີການເຂົ້າຮ່ວມໃນບັນດາເຫດການຂອງອົງການຈັດຕັ້ງນີ້. ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມ ແລະ ຊອກຫາກາລະໂອກາດຈາກ WEF. ເດືອນ ມັງກອນ ປີ 2017 ຢູ່ Davos, ຫວຽດນາມ ເປັນປະເທດທຳອິດທີ່ໄດ້ເຊັນຂໍ້ຕົກລົງຮ່ວມມືກັບ WEF “ພັດທະນາພື້ນຖານເສດຖະກິດ ຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນອະນາຄົດ”, ສຸມໃສ່ເຂົ້າໃນ 6 ຂົງເຂດລວມມີ: ເສດຖະກິດ ແລະ ສັງຄົມ, ການຄ້າ - ການລົງທຶນຂ້າມຊາຍແດນ, ພື້ນຖານໂຄງລ່າງ, ການຜະລິດ, ກະສິກຳ, ການຄ້ຳປະກັນດ້ານສະບຽງອາຫານ, ການສຶກສາ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

        ເມື່ອເຫັນໄດ້ວ່າໂລກ ແລະ ພາກພື້ນພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍຢ່າງໃຫຍ່ຫລວງກ່ຽວກັບການປະຕິວັດອຸດສາຫະກຳ 4.0. ຢູ່ພາຍໃນປະເທດ, ຫວຽດນາມ ກໍ່ພວມຊອກຫາບັນດາຮູບແບບການຄຸ້ມຄອງ ເໝາະສົມທີ່ສຸດໃນຍຸກສະໄໝສັງກາດດີຈີຕອນ, ຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ. ສະນັ້ນ, ເລື່ອງ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ WEF ຄັ້ງນີ້ ບໍ່ພຽງແຕ່ຊ່ວຍ ຫວຽດນາມ ແກ້ໄຂບັນດາບັນຫາຮີບດ່ວນພາຍໃນປະເທດຄືປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ພັດທະນາເສດຖະກິດດີຈີຕອນ, ກໍ່ສ້າງ ແລະ ແກ້ໄຂວຽກເຮັດງານທຳ, ຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາເທົ່ານັ້ນ ຫາກຍັງປະກອບສ່ວນພ້ອມກັບ ອາຊຽນ ປະຕິບັດເປົ້າໝາຍກໍ່ສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງອີກດ້ວຍ.

ກຳລັງດູດດື່ມຂອງ ຫວຽດນາມ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນສາກົນ

        ຕິດແທດກັບຫົວຂໍ້ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ 4.0”, ດ້ວຍວາລະກອງປະຊຸມ 60 ວາລະນັ້ນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ສະເໜີແນວຄວາມຄິດ, ກຳນົດທິດ, ນະໂຍບາຍປຸກລຸກຄວາມສາມາດບົ່ມຊ້ອນ, ກຳລັງປະດິດຄິດສ້າງ ແລະ ຄວາມຂະຫຍັນຂັນເຄື່ອນຂອງວິສາຫະກິດ ແລະ ປະຊາຊົນ. ຄວາມເປັນເຈົ້າການຂອງປະເທດເຈົ້າພາບໄດ້ຮັບການຕີລາຄາສູງຈາກຜູ້ຕາງໜ້າ WEF. ທ່ານ Justin Wood ຜູ້ອຳນວຍການ WEF ພາກພື້ນ ອາຊີ - ປາຊີຟິກ ໃຫ້ຂໍ້ສັງເກດວ່າ:

        “ນີ້ເປັນຄັ້ງທີ 2 ທີ່ WEF ໄດ້ຈັດຕັ້ງຢູ່ ຫວຽດນາມ. ພາຍຫລັງການຈັດຕັ້ງກອງປະຊຸມ WEF ອາຊີຕາເວັນອອກຢູ່ນະຄອນ ໂຮ່ຈີມິນ ຄັ້ງທຳອິດເປັນເວລາ 8 ປີ, ຫວຽດນາມ ໄດ້ມີໄລຍະການພັດທະນາເສດຖະກິດເປັນໜ້າປະທັບໃຈທີ່ສຸດ ແລະ ສິ່ງດັ່ງກ່າວນີ້ ໄດ້ສ່ອງແສງໃຫ້ເຫັນໃນຂອບຂະໜາດຂອງກອງປະຊຸມຄັ້ງນີ້.

        ກ່ຽວກັບເຫດຜົນທີ່ເວທີປາໄສເສດຖະກິດໂລກຈັດຕັ້ງກອງປະຊຸມຢູ່ ຫວຽດນາມ ນັ້ນ, ທ່ານປະທານ WEF Borge Brende ຢືນຢັນວ່າ ຫວຽດນາມ ໄດ້ ແລະ ພວມພັດທະນາບັນດາແງ່ມູມຄວາມໝັ້ນຄົງເຂັ້ມແຂງຂອງພື້ນຖານເສດຖະກິດ. ຫວຽດນາມ ນັບມື້ນັບໄດ້ຮັບຄວາມສົນໃຈຢ່າງແຮງຈາກບັນດາການນຳວິສາຫະກິດໃນທົ່ວໂລກ.

        “ຫວຽດນາມ ແມ່ນປະເທດພວມພັດທະນາ ດຶງດູດຄວາມສົນໃຈຂອງ WEF. ບັນດາປະເທດ ແລະ ວິສາຫະກິດສາກົນຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ. ເລື່ອງ ຫວຽດນາມ ຟື້ນຟູພາຍຫລັງວິກິດການດ້ານການເງິນ, ເຖິງວ່າຍັງປະສົບກັບສິ່ງທ້າທາຍຫລາຍຢ່າງກໍ່ຕາມ ແຕ່ການພັດທະນາຂອງ ຫວຽດນາມ ເປັນທີ່ຍອມຮັບພໍສົມຄວນ. ການເຕີບໂຕ GDP 7%/ປີ ແມ່ນຕົວເລກທີ່ເປັນໜ້າປະທັບໃຈຢ່າງແທ້ຈິງ.

        ການຈັດຕັ້ງ WEF ASEAN 2018 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການຮ່ວມມືເຊື່ອມຕໍ່, ດຳເນີນທຸລະກິດ, ລົງທຶນເຂົ້າ ຫວຽດນາມ ດ້ວຍບັນດາໂຄງການດຳເນີນງານ, ການກະທຳທີ່ອຸດົມສົມບູນ, ຜັນຂະຫຍາຍບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ແລະ ເໜືອກ່ວາສິ່ງໃດໝົດ, ໂດຍຜ່ານເຫດການນີ້, ຫວຽດນາມ ໄດ້ຍົກລະບັບ, ທີ່ຕັ້ງ, ຄວາມຜູກພັນຂອງບັນດາປະເທດ ອາຊຽນ ນຳກັນ, ສ້າງຮູບພາບ ອາຊຽນ ສາມັກຄີ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕໍ່ການປະຕິວັດອຸດສາຫະກຳຄັ້ງທີ 4, ສ້າງທີ່ຕັ້ງໃຫຍ່ກ່ວາໃຫ້ແກ່ ອາຊຽນ ໃນການເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ແກ່ການພັດທະນາ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດ່ວານຊວນຮຶງ ເຊິ່ງເປັນຜູ້ທີ່ມີຄວາມຜູກພັນກັບ WEF ມາເປັນເວລາຫລາຍປີ ແລະ ທັງເປັນຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫລວງ ທີ່ນຳການຮ່ວມມື WEF ແລະ ຫວຽດນາມ ພັດທະນາ, ທ່ານຖືວ່າ:

        “ພວກເຮົາເປັນສະມາຊິກເດີນຕາມຫລັງຂອງ ອາຊຽນ ແຕ່ໃນການຍາດແຍ່ງກາລະໂອກາດຈາກ WEF ນັ້ນ ພວກເຮົາເປັນປະເທດນຳໜ້າ. ການຈັດຕັ້ງ WEF ASEAN ແມ່ນຂໍ້ລິເລີ່ມທີ່ດີ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນພາກພື້ນ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງຕົນເທົ່ານັ້ນ ຫາກຍັງເພື່ອຜົນປະໂຫຍດຂອງທົ່ວພາກພື້ນອີກດ້ວຍ. ປີ 2020 ພວມເຮົາຈະເປັນປະເທດປະທານ ອາຊຽນ ແລະ ນີ້ຈະແມ່ນໂອກາດການກະກຽມທີ່ດີ, ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ວິໄສທັດໃຫຍ່ກ່ວາຂອງ ຫວຽດນາມ.

        ກອງປະຊຸມ WEF ASEAN 2018 ຢູ່ ຫວຽດນາມ ແມ່ນເຫດການພົວພັນຕ່າງປະເທດສຳຄັນທີ່ສຸດໃນປີ 2018. ກອງປະຊຸມໄດ້ສ້າງກຳລັງໜູນໃໝ່ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຢືນຢັນບົດບາດ, ທີ່ຕັ້ງ ແລະ ການປະກອບຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ ອາຊຽນ, ກໍ່ຄືເປັນການຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າຮ່ວມການສ້າງສາ ແລະ ສ້າງເສດຖະກິດພາກພື້ນ ແລະ ທົ່ວໂລກໃຫ້ເປັນຮູບປະທຳ ./.

ຕອບກັບ

ຂ່າວ/ບົດ​ອື່ນ