ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ: ປັດ​ໄຈ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ

(VOVWORLD) -ການພົບປະຂັ້ນສູງຄັ້ງທຳອິດລະຫວ່າງປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງອາເມລິກາ, ທ່ານ Joe Biden ໄດ້ສິ້ນສຸດລົງເມື່ອອາທິດຜ່ານມາຢູ່ ເຊີແນວ ປະເທດສະວິດ. ໝາກຜົນຂອງການພົບປະໄດ້ຮັບການວິເຄາະໃນຫຼາຍແງ່ມູມ ແຕ່ກໍ່ມີລາຍລະອຽດທີ່ໜ້າບໍ່ຄາດຄິດ ນັ້ນແມ່ນການນຳສອງປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັກສາສະຖຽນລະພາບຍຸດທະສາດ. ຫາງສຽງຕີລາຄາວ່າ ສິ່ງນີ້ ເປັນການຜັນແປທີ່ບໍ່ພຽງແຕ່ໄດ້ທຳລາຍສິ່ງກີດຂວາງໃນການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຮັກສາ ສະຖຽນລະພາບຍຸດທະສາດຢູ່ໃນໂລກອີກດ້ວຍ.
 
ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ: ປັດ​ໄຈ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ - ảnh 1

 ປະທານາທິບໍດີລັດເຊຍ Vladimir Putin ແລະ ປະທານາທິບໍດີອາເມລິກາ Joe Biden ຢູ່ເຊີແນວ-ສະວິດ ເມື່ອວັນທີ 16/6 (ພາບ: AP)

 ຕາມການຕີລາຄາຂອງທັງສອງຝ່າຍແລ້ວ, ການພົວພັນລະຫວ່າງ ລັດເຊຍ-ອາເມລິກາ ໄດ້ຖືກຊຸດໂຊມໃນຫຼາຍປີ ແລະ ປະຈຸບັນ ພວມໃນສະພາບການທີ່ຮ້າຍແຮງທີ່ສຸດ. ບັນດາຂອດການພົບປະກັນ ຖືກຢຸດຕິເກືອບຄືວ່າ ໃນທຸກບັນຫາສົມທົບກັນເຄື່ອນໄຫວສອງຝ່າຍ. ໃນສະພາບການນັ້ນ, ສອງຝ່າຍພ້ອມແລ້ວທີ່ຈະເຈລະຈາ ເພື່ອບັນລຸໄດ້ຄວາມສະຖຽນລະພາບຍຸດທະສາດ ຊື່ງແມ່ນໜຶ່ງໃນບັນດາໝາກຜົນທີ່ໜ້າສົນໃຈທີ່ສຸດ ທີ່ການພົບປະຂັ້ນສູງລັດເຊຍ-ອາເມລິກາ ຢູ່ເຊີແນວ.

ກຳນົດການພົວພັນມີຄວາມສະຖຽນລະພາບກ່ວາອີກ

   ດ້ວຍຖານະເປັນສອງປະເທດມະຫາອຳນາດໃນໂລກ, ລັດເຊຍ ແລະ ອາເມລິກາ ມີຫຼາຍຫົວເລື່ອງໄດ້ຍົກອອກມາປຶກສາຫາລື, ຈາກບັນດາບັນຫາສອງຝ່າຍ ຕະຫຼອດຮອດການເຈລະຈາຫຼາຍຝ່າຍ, ຈາກການປະທະກັນໃນພາກພື້ນ ເຖິງບັນດາຫົວເລື່ອງຄວາມໝັ້ນຄົງສາກົນ. 1 ໃນ 3 ບັນຫາສຳຄັນ ຊື່ງສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມ ທີ່ການພົບປະຄັ້ງນີ້ ນັ້ນແມ່ນຄຳໝັ້ນສັນຍາຮັກສາ ຄວາມສະຖຽນລະພາບຍຸດທະສາດ, ເຫັນດີເປັນເອກະພາບ ສົ່ງທ່ານເອກອັກຄະລັດຖະທູດປະເທດຕົນ ກັບຄືນປະຕິບັດໜ້າທີ່ຢູ່ປະເທດນັ້ນ ກໍ່ຄືເປີດສາກການທາບທາມຄວາມເຫັນລະຫວ່າງສອງກະຊວງການຕ່າງປະເທດ.

ການ​ພົວ​ພັນ​ລັດ​ເຊຍ-ອາ​ເມ​ລິ​ກາ: ປັດ​ໄຈ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຍຸດ​ທະ​ສາດ - ảnh 2

 ອຳນາດການປົກຄອງຂອງ ປະທານາທິບໍດີ Joe Biden ຕັ້ງໜ້າຊອກຫາການສະໜັບສະໜູນຈາກສຳພັນທະມິດ, ຄູ່ຮ່ວມມື ມນການແກ້ໄຂການພົວພັນກັບ ລັດເຊຍ (ພາບ: AP)

   ເຖິງວ່າ ມົດສະກູ ແລະ ວໍຊິງຕັນ ຍັງບໍ່ທັນຟື້ນຟູຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນໄດ້ກໍ່ຕາມ ແຕ່ທັງສອງຝ່າຍ ຕ່າງກໍ່ຮັບຮູ້ຄວາມຈຳເປັນ ຕ້ອງມີການພົວພັນຮ່ວມມື ເພື່ອສະກັດກັ້ນຄວາມເຄັ່ງຕຶງປິນຂັ້ນໄດ. ຝ່າຍ ລັດເຊຍ ໄດ້ປະກາດເປັນຫຼາຍເທື່ອວ່າ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ມານະພະຍາຍາມເຈລະຈາ ເພື່ອຫັນສາຍພົວພັນສອງຝ່າຍເປັນປອດໃສ ບົນບັນດາຫຼັກການສະເໝີພາບ ແລະ ເຄົາລົບຜົນປະໂຫຍດຂອງກັນ.

ສ້າງຄວາມເປັນລະບຽບຮຽບຮ້ອຍໃນໂລກ

  ເຖິງວ່າບໍ່ມັກກັນ ແລະ ຍາມໃດກໍ່ຢູ່ໃນທ່າສູ້ຢັນກັນກໍ່ຕາມ, ແຕ່ຕໍ່ໜ້າການປ່ຽນແປງໃໝ່ຢ່າງໄວວາ ຂອງສະພາບການໂລກ, ດ້ານໜຶ່ງ, ທັງລັດເຊຍ ແລະ ອາເມລິກາ ລ້ວນແຕ່ໄດ້ສະແດງອອກຫຼັກໝັ້ນທີ່ແຂງກະດ້າງ, ແຕ່ອີກດ້ານໜຶ່ງ ກໍ່ສະແດງເຈດຕະນາດີຢາກຮ່ວມມືກັນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນ.

   ໃນຂະນະທີ່ ຈີນ ນັບມື້ນັບໄດ້ບືນຕົວຂຶ້ນ ເປັນຄູ່ແຂ່ງຂອງ ອາມາເລິກາ, ອຳນາດການປົກຄອງຂອງປະທານາທິບໍດີ Joe Biden ເບີ່ງຄືວ່າ ໄດ້ໃຫ້ບຸລິມະສິດການຮ່ວມມືກັບ ມົດສະກູ ໃນຂົງເຂດທີ່ສອງຝ່າຍມີຜົນປະໂຫຍດລວມ. ບັນດານະໂຍບາຍແຂງກະດ້າງກັບລັດເຊຍ ຍັງມີຢູ່, ແຕ່ສ່ວນຫຼາຍແມ່ນມີລັກສະນະສັນຍາລັກເທົ່ານັ້ນ. ເຫດການປະທານາທິບໍດີອາເມລິກາ Joe Biden ຕົກລົງພົບປະກັບ ປະທານາທິບໍດີລັດເຊຍ Vladimir Putin ໃນຈຸດເວລາໄວທີ່ສຸດ ໃນອາຍຸການຂອງທ່ານ ໄດ້ສະແດງໃຫ້ເຫັນວ່າ ທ່ານໄດ້ເບິ່ງເຫັນສິ່ງທີ່ໃໝ່ອ່ຽມ ກ່ຽວກັບການພົວພັນກັບລັດເຊຍ, ພ້ອມແລ້ວທີ່ຈະສ້າງສະຖຽນລະພາບໃນແນວໂຮມນີ້ ເພື່ອສຸມໃສ່ບັນດາສິ່ງທ້າທາຍທີ່ໃຫ່ຍຫຼວງກ່ວາຈາກ ຈີນ.

   ໃນຂະນະນັ້ນ, ລັດເຊຍ ກໍ່ຈະບໍ່ຊອກຫາວິທີສູ້ຢັນກັບ ວິຊິງຕັນ ແທນໃຫ້ນັ້ນ, ມົດສະກູ ຈະນຳໃຊ້ບັນດາໄມ້ງັດທີ່ຕົນມີຢ່າງສຸດຂີດ ເພື່ອຂຸດຄົ້ນການສູ້ຢັນກັນລະຫວ່າງສອງປະເທດມະຫາອຳນາດ ອາເມລິກາ-ຈີນ ເພື່ອໄດ້ຮັບຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ຕົນເອງ, ຮັກສາທີ່ຕັ້ງບົດບາດຂອງປະເທດນີ້ ໃນສະພາບການລະຫວ່າງສາມຝ່າຍ ອາເມລິກາ-ຈີນ-ລັດເຊຍ.

   ຄຽງຄູ່ກັນນັ້ນ, ຕາມບັນດານັກຊ່ຽວຊານແລ້ວ, ປະເທດອາຊີ ສ່ວນຫຼາຍ ຈະໄດ້ຮັບບັນດາການກະທົບອັນຕັ້ງໜ້າ ຈາກການພົວພັນທີ່ຫລຸດຜ່ອນຄວາມເຄັ່ງຕຶງກ່ວາ ລະຫວ່າງສອງປະເທດມະຫາອຳນາດ ອາເມລິກາ ແລະ ລັດເຊຍ. ການພົວພັນອັນດີງາມລະຫວ່າງ ວໍຊິງຕັນ ແລະ ມົດສະກູ ອາດສ້າງຄວາມສະດວກກ່ວາອີກໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການກົດໜ່ວງທ່າທີກະມຶງກະມັງທີ່ນັບມື້ນັບຫຼາຍຂອງ ປັກກິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ