(vovworld)- ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ແຕ່ວັນທີ 24-26/7 ແມ່ນເຫດການສຳຄັນ, ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ ໃນການພົວພັນລະຫວ່າງຫວຽດນາມ-ອາເມລິກາ. ນີ້ແມ່ນການໄປປະຕິບັດງານເຖິງອາເມລິກາ ຄັ້ງທີ 2 ຂອງປະມຸກລັດຫວຽດນາມ ໃນເກືອບ 20 ປີຜ່ານມາ.
(ພາບ:baodatviet.vn)
ກ່ອນນີ້ 18 ປີເຕັມ, ໃນວັນທີ 12/7/1995, ປະທານາທິບໍດີອາເມລິກາ ໃນເວລານັ້ນແມ່ນທ່ານ Bill Cliton ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວໍ້ວັນກຽດ ໄດ້ປະກາດສ້າງການພົວພັນທາງການທູດເປັນປົກກະຕິ, ນີ້ເປັນຂີດໝາຍໃໝ່ທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ອາເມລິກາ. ນັບແຕ່ນັ້ນເປັນຕົ້ນໄປ, ການພົວພັນລະຫວ່າງສອງປະເທດບັນລຸໄດ້ຜົນງານແຫ່ງການຮ່ວມມືຫຼາຍຢ່າງ. ທ່ານຫງວຽນກວກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໃຫ້ຂໍ້ສັງເກດວ່າ:
“ໃນເກືອບ 2 ທົດສະວັດນັບແຕ່ສ້າງການພົວພັນເປັນປົກຕະຕິ, ສອງຝ່າຍໄດ້ສ້າງເປັນພື້ນຖານທີ່ໝັ້ນຄົງພໍສົມຄວນດ້ວຍບັນດາກົນໄກຮ່ວມມືເປັນປົກກະຕິໃຫ້ແກ່ການພົວພັນສອງຝ່າຍ. ການຢ້ຽມຢາມຊື່ງກັນ ແລະ ກັນ ແລະ ການພົບປະຂັ້ນສູງຄັ້ງຕ່າງໆ ຢູ່ນອກບັນດາກອງປະຊຸມສາກົນ ໄດ້ປະກອບສ່ວນຮັກສາທ່າພົວພັນ. ປະຈຸບັນ, ສອງປະເທດໄດ້ສ້າງ 10 ກົນໄກໂອ້ລົມສົນທະນາດ້ານການເມືອງ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ກ່ຽວກັບການປ້ອງກັນຄວາມສະຫງົບ, ການພັດທະນາຂອງພາກພື້ນອາຊີ-ປາຊີຟິກ”
(ພາບປະກອບ)
ພ້ອມກັບການພົວພັນດ້ານການເມືອງອັນຈົບງາມ, ມີຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ, ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າກໍ່ໄດ້ຮັບການພັດທະນາຢ່າງແຮງ, ໂດຍສະເພາະນັບແຕ່ສັນຍາການຄ້າສອງຝ່າຍຫວຽດນາມ-ອາເມລິກາ (BTA) ມີຜົນບັງຄັບໃຊ້ນັບແຕ່ປີ 2001. ວົງເງິນການຄ້າສອງສົ້ນໃນປີ 1995 ບັນລຸພຽງປະມານກ່ວາ 400 ລ້ານ USD ເທົ່ານັ້ນ, ແຕ່ໃນປີ 2009 ໄດ້ເພີ່ມຂຶ້ນກ່ວາ 30 ເທົ່າ, ຂຶ້ນເຖິງລະດັບ 15,6 ຕື້ USD ແລະ ປະຈຸບັນແມ່ນປະມານກ່ວາ 25 ຕື້ USD. ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດອື່ນໆລ້ວນແຕ່ພວມພັດທະ ນາຢ່າງຕັ້ງໜ້າ. ນອກຈາກນັ້ນ, ສອງປະເທດຍັງຮ່ວມມື, ສົມທົບກັນຢ່າງມີປະສິດທິຜົນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.
ບັນດາຜົນງານດັ່ງກ່າວແມ່ນໜ້າສົ່ງເສີມແຕ່ມັນພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນເທົ່ານັ້ນ. ໃນສະພາບການທີ່ຫວຽດນາມ ວາງຈຸດໝາຍກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝຮອດປີ 2020, ຍາມໃດອາເມລິກາ ກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ. ທັງຫວຽດນາມ ແລະ ອາເມລິກາ ພວມມານະພະຍາຍາມສືບຕໍ່ສ້າງ ແລະ ປັບປຸງການພົວພັນຄູ່ຮ່ວມມືມິດຕະພາບ, ການຮ່ວມມືຫຼາຍດ້ານ. ຍ້ອນເຫດນັ້ນ, ການຢ້ຽມຢາມອາເມລິກາ ຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ເຈືອງຕິນຊາງ ແມ່ນເພື່ອແນໃສ່ກຳນົດບັນດາທິດທາງຮ່ວມມືໃໝ່. ໜຶ່ງໃນບັນດາຈຸດສຸມຂອງການຮ່ວມມືໃຫ່ຍ ນັ້ນແມ່ນຍູ້ແຮງການເຈລະຈາສັນຍາການລົງທຶນສອງຝ່າຍ ຫວຽດນາມ-ອາເມລິກາ, ຊຸກຍູ້ສັນຍາຄູ່ຮ່ວມມືເສດຖະກິດເຂດປາຊີຟິກ (TPP), ຂໍ້ຕົກລົງການຄ້າເສລີທີ່ເຕັມໄປດ້ວຍຄວາມຫວັງ ໂດຍມີການເຂົ້າຮ່ວມຂອງ 10 ປະເທດອ້ອມແອ້ມພາກພື້ນປາຊີຟິກ. ທ່ານຫງວຽນກວກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໃຫ້ຮູ້ວ່າ:
“ສອງປະເທດພວມຕັ້ງໜ້າເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຟິກ (TPP) ພ້ອມກັບ 10 ປະເທດອື່ນ ແລະ ຖ້າຫາກລົງນາມໃນທ້າຍປີນີ້ໄດ້ ຄືດັ່ງຄຳໝັ້ນໝາຍຂອງບັນດາການນຳ, TPP ຈະເປີດໂອກາດໃຫ່ຍໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນຂອບເຂດຕະຫຼາດທີ່ກ້ວາງໃຫ່ຍດ້ວຍພົນລະເມືອງ 800 ລ້ານຄົນ ແລະ ການຄ້າກໍ່ຄືຈີດີພີ ກວມເອົາປະມານ 40% ຂອງໂລກ“.
ໃນການຢ້ຽມຢາມອາເມລິກາ ຢ່າງເປັນທາງການຄັ້ງນີ້, ທ່ານປະທານປະເທດຫວຽດນາມ ເຈືອງຕິນຊາງ ຈະມີການພົບປະເຈລະຈາກັບປະທານາທິບໍດີ Barack Obama, ແລກປ່ຽນຄຳເຫັນກ່ຽວກັບບັນດາການກຳນົດທິດໃຫ່ຍໃນການພົວພັນລະຫວ່າງສອງປະເທດ. ທ່ານປະທານປະເທດຫວຽດນາມ ເຈືອງຕິນຊາງ ກໍ່ຈະພົບປະກັບຜູ້ຕາງໜ້າອຳນາດການປົກຄອງ, ສະພາແຫ່ງຊາດ, ອົງການຈັດຕັ້ງສາກົນຈຳນວນໜຶ່ງ, ວົງການນັກຮຽນຮູ້, ນັກທະລຸກິດອາເມລິກາ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ. ຜ່ານນັ້ນຈະເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ອາເມລິກາ ໃນທຸກໆຂົງເຂດກ່ວາອີກ, ນັບທັງບັນດາບັນຫາທີ່ຍັງມີທັດສະນະແຕກຕ່າງກັນທີ່ກ່ຽວຂ້ອງເຖິງປະຊາທິປະໄຕ, ສິດທິມະນຸດ, ສາສະໜາ.
ໃນ 18 ປີຜ່ານມາ, ຫວຽດນາມ ແລະ ອາເມບິກາ ບັນລຸໄດ້ຜົນງານຫຼາຍຢ່າງໃນການຮຳບາດແຜສົງຄາມ ແລະ ສ້າງຂອບເຂດການພົວພັນເປັນປົກກະຕິ, ຍາວນານ. ການຢ້ຽມຢາມອາເມລິກາ ຄັ້ງນີ້ ຂອງທ່ານປະທານປະເທດຫວຽດນາມ ເຈືອງຕິນຊາງ ຈະສືບຕໍ່ປະຕິບັດແຜນນະໂຍບາຍ, ແນວທາງການຕ່າງປະເທດຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເອກະລາດ, ເປັນເຈົ້າຕົນເອງ, ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ. ຕາມນັ້ນແລ້ວ, ຍາມໃດ ຫວຽດນາມ ກໍ່ຖືການພົວພັນກັບອາເມລິກ ເປັນສຳຄັນ ແລະ ຈະສືບຕໍ່ພັດທະນາການຮ່ວມມືກັບອາເມລິກາ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ແນ່ນອນວ່າ ການຢ້ຽມຢາມຈະແມ່ນຂີດໝາຍສຳຄັນ, ນຳການພົວພັນຫວຽດນາມ-ອາເມລິກາ ສືບຕໍ່ພັດທະນາໃນລະດັບສູງໃໝ່ ./.