ການເຄື່ອນໄຫວເບິ່ງແຍງດູແລເພື່ອໃຫ້ປະຊາຊົນໃນທົ່ວປະເທດໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ

(VOVWORLD) -ບຸນເຕັດປີຊວດ 2020 ໃກ້ຈະຮອດແລ້ວ, ໃນຫລາຍມື້ຜ່ານມາ ພັກ, ລັດ, ອຳນາດການປົກຄອງທຸກໆທ້ອງຖິ່ນໃນທົ່ວປະເທດ ໄດ້ມີການເຄື່ອນໄຫວຫລາຍຢ່າງເບິ່ງແຍງດູແລເພື່ອໃຫ້ປະຊາຊົນໃນທົ່ວປະເທດໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ມີຄວາມຜາສຸກເບີກບານໃຈ.

ການເຄື່ອນໄຫວເບິ່ງແຍງດູແລເພື່ອໃຫ້ປະຊາຊົນໃນທົ່ວປະເທດໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງມອບຂອງຂວັນບຸນເຕັດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ພາບ:baoquocte.vn

ບຸນເຕັດປີຊວດ 2020 ດຳເນີນໄປໃນສະພາບການເສດຖະກິດຂອງປະເທດຊາດພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ເຖິງຢ່າງໃດກໍຕາມ ຢູ່ ຫວຽດນາມ ຍັງມີຫລາຍເປົ້າໝາຍຄວນໄດ້ຮັບຄວາມເອົາໃຈໃສ່. ໂດຍປະຕິບັດແຜນນະໂຍບາຍຂອງ ພັກ ແລະ ລັດ ເມື່ອບຸນເຕັດ ລະດູບານໃຫມ່ວຽນມາ, ບັນດາການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ລ້ວນແຕ່ຍາດເວລາລົງຢ້ຽມຢາມຖາມຂ່າວ ອວຍພອນບຸນເຕັດພໍ່ແມ່ປະຊາຊົນຢູ່ຫລາຍເຂດພາກໃນທົ່ວປະເທດ. ເມື່ອມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳມະກອນ ຄອບຄົວນະໂຍບາຍ ຄອບຄົວປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນ ເກີນເທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເນັ້ນຫນັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງຊົນຊັ້ນກຳມະກອນ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ເພາະ “ນັ້ນແມ່ນ ອາລົມຈິດ, ວຽກງານທີ່ຈຳເປັນເພື່ອໃຫ້ທຸກຄົນໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ”.

ແລະກໍ່ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ລົງຢ້ຽມຢາມອວຍພອນບຸນເຕັດ ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ກຳມະກອນ ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ ຫາຍເຢືອງ. ເມື່ອໂອ້ລົມກັບການນຳແຂວງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ກ່າວວ່າ:

ຂ້າພະເຈົ້າສະເຫນີການນຳທຸກຂັ້ນ, ຂະແຫນງການຂອງແຂວງ ຫາຍເຢືອງ ສືບຕໍ່ເອົາໃຈໃສ່ກວ່າອີກ, ສືບຕໍ່ມີບັນດານະໂຍບາຍ ແລະ ຂົນຂວາຍຜູ້ໃຈບຸນໃຈກຸສົນ ມີນະໂຍບາຍຫນູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຄອບຄົວທຸກຍາກ ຄອບຄົວນະໂຍບາຍ ແລະ ກຳມະກອນກໍ່ຄື ແຮງງານປະສົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າມີຊີວິດອີ່ມຫນຳສຳລານສົມບູນພູນສຸກກວ່າ.”

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ລົງຢ້ຽມຢາມ ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ແຂວງ ລອງອານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ ໄດ້ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນຊາວເຜົ່າ ຈຳ ຢູ່ ນະຄອນ ໂຮ່ຈີມິນ. ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ໄດ້ລົງ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊີນ, ກຳມະກອນ ແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ ຫວີງຟຸກ.

ການເບິ່ງແຍງດູແລໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ປະຊາຊົນຢູ່ເຂດຊາຍແດນ ແລະ ບັນດາເປົ້າໝາຍນະໂຍບາຍ ແມ່ນເນື້ອໃນຈຸດສຸມຊື່ງທາງແຂວງ ລ້າງເຊີນ ໄດ້ຜັນຂະຫຍາຍໃນຊຸມມື້ໃກ້ຈະຮອດບຸນເຕັດ. ທົ່ວແຂວງ ລ້າງເຊີນ ມີຜູ້ທຸກຍາກ ແລະ ຄອບຄົວນະໂຍບາຍ ປະມານ 7.500 ຄົນ ໄດ້ຮັບຂອງຂວັນບຸນເຕັດຂອງທ່ານປະທານປະເທດ. ນອກນັ້ນ ແຂວງ ລ້າງເຊີນ ກໍ່ໄດ້ມອບຂອງຂວັນເກືອບ 10.000 ພູດ ໃຫ້ຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກພິເສດ. ທ່ານ ຫງວຽນກວາງຕວນ ຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:

ຂອງຂວັນທີ່ມອບໃຫ້ຜູ້ທຸກຍາກ ແມ່ນເອົາມາຈາກແຫລ່ງງົບປະມານແຫ່ງລັດ, ບັນດາວິສາຫະກິດ ແລະ ສົ່ງໃຫ້ບັນດາເມືອງ ນະຄອນ ສະຫະພັນແຮງງານ, ສະພາກາແດງ ແຂວງ ມອບໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ”

ບຸນເຕັດປີຊວດ 2020 ຢູ່ ແຂວງ ກວ໋າງນາມ ມີຄອບຄົວນະໂຍບາຍ, ທະຫານເຈັບປ່ວຍ, ແມ່ຫວຽດນາມ ວິລະຊົນ, ຜູ້ທຸກຍາກ ກວ່າ 130.000 ຄອບຄົວ ໄດ້ຮັບຂອງຂວັນບຸນເຕັດ. ທ່ານ ຮີ່ງເຕີນຈຽວ ຫົວຫນ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

“ບັນດາການນຳແຂວງ ພວມລົງທ້ອງຖິ່ນຕ່າງໆເພື່ອຢື້ຢາມຖາມຂ່າວ ມອບຂອງຂວັນໃຫ້ແກ່ປະຊາຊົນຢ່າງທັນການເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ. ວຽກງານມອບຂອງຂວັນ ແລະ ເງິນອຸດຫນູນລ້ວນແຕ່ປະຕິບັດກອ່ນວັນທີ 20 ເດືອນ 12 ໄລ່ຕາມຈັນທະປະຕິທິນ ເພື່ອໃຫ້ປະຊາຊົນກະກຽມຕ້ອນຮັບບຸນເຕັດ. ບັນດາການເຄື່ອນໄຫວຄືແນວນີ້ແມ່ນມີຄວາມໝາຍແທ້ຈິງ ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດ ໃນວຽກງານເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ ປະຊາຊົນໃນໂອກາດບຸນເຕັດ.”

ສຳລັບບັນດາກຳລັງປະກອບອາວຸດ ນັບແຕ່ຕົ້ນເດືອນ ມັງກອນປີ 2020 ກອງບັນຊາການທະຫານເຮືອເຂດ 4 ໄດ້ຈັດຕັ້ງການລົງຢ້ຽມຢາມ ແລະ ອວຍພອນບຸນເຕັດໃຫ້ພະນັກງານ, ນັກຮົບພວມປະຕິບັດຫນ້າທີ່ຢູ່ ໝູ່ເກາະ ເຈື່ອງຊາ. ການເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ທຸກຍາກ ຄອບຄົວນະໂຍບາຍ ແລະ ນັກຮົບຢູ່ເຂດທະເລໝູ່ເກາະ ເປັນການປະກອບສ່ວນຊ່ວຍໃຫ້ເຂົາເຈົ້າມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ເບີກບານມ່ວນຊື່ນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ