ກຽມພ້ອມໃຫ້ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ

ວັນ​ທີ 22/5, ຜູ້​ມີ​ສິດ​ເລືອກ​ຕັ້ງນັບ​ສິບ​ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ເພື່ອ​ເລືອກ​ເອົາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​​ຢູ່ 184 ຫົວ​ໜ່ວຍ​ເລືອກ​ຕັ້ງ. ມາ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ເຫດ​ການ​ການ​ເມືອງ​ສຳ​ຄັນ​ນີ້ ໄດ້​ສ້າງ​ສຳ​ເລັດ​ຢູ່ 63 ແຂວງ ແລະ ນະ​ຄອນ​ທົ່ວ​ປະ​ເທດ. ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມໄດ້​ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ​ນີ້.

 

ກຽມພ້ອມໃຫ້ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ  ແລະ ສະມາຊິກສະພາປະຊາຊົນ - ảnh 1
ຂະ​ບວນ​ລົດ​ໂຄ​ສະ​ນາ​ວັນ​ເລືອກ​ຕັ້ງ ສ.ສ.ຊ

      ການ​ເລ​ືອກ​ຕັ້ງແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ຊີ​ວິດ​ການ​ເມືອງ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ ຂອງ​ແຕ່​ລະ​ທ້ອງ​ຖິ່ນ ເພາະ​ມັນ​ສະ​ແດງ​ໃຫ້​ເຫັນ​ສິດ​ອຳ​ນາດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ເລືອກ​ເອົາ​ຜູ້​ເປັນຕົວ​ແທນຂອງ​ຕົນ​ເພື່ອ​ນຳ​ພາ​ທ້ອງ​ຖິ່ນ ແລະ ປະ​ເທດ​ຊາດ. ການ​ກະ​ກຽມ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງໄປ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ມາ​ແຕ່ຫຼາຍ​ເດືອນ​ແລ້ວ ນັບ​ທັງ​ດ້ານ​ບຸກ​ຄະ​ລາ​ກອນ, ພື້ນ​ຖານ​ວັດ​ຖຸ, ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ.

     ຜັນ​ຂະ​ຫຍາຍ​ຖືກ​ຕາມ​ຄວາມ​ຄືບ​ໜ້າ

   ໄລ່​ມາ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານ​ໃຫຍ່ 9 ປະ​ການ​ໄດ້​ຮັບ​ການຜັນ​ຂະ​ຫຍາຍ​ເພື່ອ​ດຳ​ເນີນ​ການ​ເລືອກ​ຕັ້ງ. ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ບັນ​ດາ​ອະ​ນຸ​ກຳ​ມະການ​ຂອງສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ດຳ​ເນີນ​ການ​ປຶກ​ສາ​ຫາ​ລື 3 ຮອບເພື່ອ​ກຳ​ນົດ​ໂຄງ​ປະ​ກອບ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ກຳ​ນົດ​ໂຄງ​ປະ​ກອບ​ພາກ​ສ່ວນ​ບັນ​ດາ​ຜູ້​ໄດ້​ຮັບ​ການ​ສະ​ເໜີ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສາ​ມາດ​ຕອບ​ສະ​ໜອງ​ມາດ​ຕະ​ຖານ​ຂອງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເພື່ອ​ປະ​ກາດ​ບັນຊີ​ລາຍ​ຊື່ນີ້. ບົນ​ພື້ນ​ຖານນັ້ນ, ກຳ​ນົດ​ບັນ​ດາ​ຫົວ​ໜ່ວຍ​ເລືອກ​ຕັ້ງ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ຈຳນວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຈຳ​ນວນ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທີ່​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຢູ່ແຕ່​ລະ​ຫົວ​ໜ່ວຍ​ເລືອກ​ຕັ້ງ, ຕິດ​ປະ​ກາດ​ບັນ​ຊີ​ລາຍ​ຊື່ບັນ​ດາ​ຜູ້​ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ຈັດ​ຕັ້ງ​ການ​ພົບ​ປະ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃຫ້​ບັນ​ດາ​ຜູ້ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ທ່ານ ຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຮອງ​ປະ​ທານ ສະ​ພາ​ເລືອກ​ຕັ້ງ​​ແຫ່ງ​ຊາດ​ຕີ​ລາ​ຄາ​ວ່າ :

    “ ບັນ​ດາ​ເນື້ອ​ໃນ​ວຽກ​ງານ​ທັງ​ໝົດ​ແມ່ນ​ປະ​ຕິ​ບັດ​ຕາມ​ກົ​ດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​  ແລະ ແຜນ​ການ​ເລືອກ​ຕັ້ງ​ໂດຍ​ ສະ​ພາ​ເລືອກ​ຕັ້ງ​​ແຫ່ງ​ຊາດຮັບ​ຮອງ​ເອົາ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ຕາມ​ຄວາມ​ຄືບ​ໜ້າ. ວຽກ​ງານໃຫຍ່ 9 ຢ່າງ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຮຽບ​ຮ້ອຍ​ແລ້ວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ບັນ​ດາ​ທ້ອງ​ຖິ່ນ​ພວມກວດ​ກາ​ຄືນ​ການ​ກະ​ກຽມ. ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ ກຳ​ລັງ​ຢູ່​ຕາມ​ຫົວ​ໜ່ວຍ​ເລືອກ​ຕັ້ງ​ໄດ້​ກຽມ​ພ້ອມໃຫ​້​ວັນ​ເລືອກ​ຕັ້ງ​ແລ້ວ ”

     ຜູ້​ມີ​ສິດ​ເລືອກ​ຕັ້ງກຽມ​ພ້ອມ​ໄປ​ປ່ອນ​ບັດ

  ຊຸມມື້ນີ້, ຫໍ​ວັດ​ທະ​ນະ​ທຳ​ຢູ່​ຕາ​ແສງ ດົງ​ຟອງ ນະ​ຄອນ​ລາຍ​ເຈົາ​ມີ​ຄົນ​ເຂົ້າ​ອອກຢ່າງ​ໜາ​ແໜ້ນ. ບ່ອນ​ຕິດ​ປະ​ກາດ​ບັນ​ດາ​ຊີ​ລາຍ​ຊື່​ຜູ້ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ບໍ​ລິ​ເວນ​ໄດ້​ຮັບ​ຄວາມ​ສັນ​ໃຈ​ທີ່​ສຸດ​ຈາກ ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ ບຸຍ​ເທ້​ແມ້ງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ບ້ານ​ດົງ​ຟອງ​ໃຫ້​ຮູ້​ວ່າ : 

   “ຜູ້​ມີ​ສິດ​ເລືອກ​ຕັ້ງພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັດ​ເລືອກ​ຕັ້ງ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຄົ້ນ​ຄ້​ວາ​ລະ​ອຽດ​ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ບັນ​ດາ​ຜູ້ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ຢູ່​ທ້ອງ​ຖິ່ນ​ຄັ້ງ​ນີ້. ຂ້າ​ພະ​ເຈົ້າ​ກໍ​ເຊັ່ນ​ດຽວ​ກັນ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຄົນ​ອື່ນໆ​ໃນ​ເຂດ​ຊຸມ​ຊົນ ຕ່າງ​ກໍ​ມີ​ຄວາມ​ຫວັງ​ຕໍ່​ບັນ​ດາ​ຜູ້​ເມື​ອ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຕົວ​ແທນ​ປະ​ຊາ​ຊົນ​ຈະ​ຕ້ອງ​ປະ​ກອບ​ສຽງ​ເວົ້າ​ຂອງ​ຕົນ​ເພື່ອໃຫ້​ທ້ອງ​ຖິ່ນ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ດີກວ່າ ”

      ໃນ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆອາ​ຍຸ​ການ 2016-2021, ທົ່ວ​ແຂວງ​ຈາ​ວິງ​ມີ 1.111 ໜ່ວຍ​ເລ​ືອກ​ຕັ້ງ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງເກືອບ 800.000 ຄົນ. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໄດ້​ຮັບ​ບັດ​ເລືອກ​ຕັ້ງ​ແລ້ວ. ​ ບັນ​ຊີ​ລາຍ​ຊື່ ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ບັນ​ດາ​ຜູ້​ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງໄດ້​ຕິດ​ປະ​ກາດ​ແລ້ວ.

    ຢູ່​ບ້ານ Plei Sar ນະ​ຄອນກອນ​ຕຸມ, ຍິ່ງ​ຫຍັບ​ເຂົ້າ​ໃກ້​ວັນ​ເລືອກ​ຕັ້ງ, ບັນ​ຍາ​ກາດ​ກໍ​ຍິ່ງ​ຟົດ​ຟື້ນ​ມ່ວນ​ຊື່ນ​ດ້ວຍ​ສຽງ​ໂທ​ລະ​ໂຄງໂຄ​ສະ​ນາ, ປ້າຍ​ໂຄ​ສະ​ນາ, ປ້າຍ​ຄຳ​ຂວັນ, ເປັນ​ຕົ້ນ​ແມ່ນ​ຢູ່​ຕາມ​ຫົວ​ໜ່ວຍ​ເລືອກ​ຕັ້ງ. ອ້າຍ ອາ​ທິກ ຊາວ​ບ້ານ Plei Sar ນະ​ຄອນກອນ​ຕຸມໃຫ້​ຮູ້​ວ່າ : 

   “ ປະ​ຊາ​ຊົນ​ໃນ​ບ້ານ​ພວກ​ຂ້າ​ພະ​ເຈົ້າສະ​ໜັບ​ສະ​ໜູນ​ວັນ​ເລືອກ​ຕັ້ງ​ຢ່າງ​ສຸດ​ໃຈ. ຕ້ອງ​ເລືອກ​ເອົາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີຄຸນ​ສົມ​ບັດຢ່າງ​ພຽງ​ພໍ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ”

      ໃນ​ຂະ​ນະ​ນັ້ນ, ຢູ່​ຕາມ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ໄດ້​ຮັບ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ເຂົ້າ​ຮ່ວມ​ວັນ​ເລືອກ​ຕັ້ງ. ທ່ານ​ນາງ​ຫງວຽນ​ທິ​ຕວຽນ ປະ​ທານ​ສະ​ຫະ​ພັນ​ແຮງ​ງານ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

    “ ຖ້າ​ຫາກ​ມີຜູ້​ມີ​ສິດ​ເລືອກ​ຕັ້ງກວ່າ 300 ຄົນ ຈະ​ມີ​ຫີບ​ບັດ​ເພື່ອ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ເງື່ອນ​ໄຂ​ສະ​ດ​ວກ​ໃຫ້​ແກ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ປ່ອນ​ບັດ. ສຳ​ລັບ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ຜະ​ລິດ​ສົ່ງ​ອອກ​ຮ່າ​ໂນ້ຍ ກໍ​ລ້ວນ​ແຕ່​ມີ​ກຳ​ມະ​ກອນກວ່າ 10.000 ຄົນ, ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ກໍ​ມີ​ບໍ​ລິ​ເວນ​ສະ​ເພາະ​ເພື່ອ​ໃຫ້​ກຳ​ມະ​ກອນ​ເຂົ້າ​ຮ່ວມ​ປ່ອນ​ບັດ ”

      ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ຖືກ​ຈັດ​ຂຶ້ນ 5 ປີ​ເທື່ອ​ໜຶ່ງ. ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ຈະ​ປະ​ກອບ​ສ່​ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງວັນ​ເລືອກ​ຕັ້ງ, ຊ່ວຍ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ເລືອກ​ເຟັ້ນ​ເອົາ​ບັນ​ດາ​ຜູ້​ສົມ​ກັບ​ເປັນ​ຕົວ​ແທນ​ຂອງ​ຕົນ​ເຂົ້າ​ເຮັດ​ວຽກ​ໃນ​ອົງ​ການ​ສຳ​ນັກ​ງານ​ອຳ​ນາດ​ແຫ່ງ​ລັດ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ