ຂີດໝາຍ70 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ

(vovworld) - 70 ປີທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ນັບ​ແຕ່​ວັນ​ທີ 6/1/1946, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫ​ຍ່​ຫລວງ ແລະ ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ເວີນ ທີ່​ມີ​ຫົວ​ຂໍ້​ວ່າ: ຂີດໝາຍ70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

 

ຂີດໝາຍ70 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານປະທານ ໂຮ່ຈີມິນ ປ່ອນບັດເລືອກຕັ້ງໃນວັນທີ 6/1/1946

          70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ໄລ​ຍະ​ທາງ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ. ຄວາມ​ຈິງຂອງ​ການ​ເຕີບ​​ໃຫຍ່​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍາມ​ໃດ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ບ່ອນ​ເຕົ້າ​ໂຮມກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ມີ​ການ​ປ່ຽນ​ແປງ ແລະ ບູ​ລະ​ນະ​ຢ່າງບໍ່​ຢຸດຢັ້ງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫ​ນ້າ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ.

ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ

70 ປີ​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ສ້າງ​ກົດ​ໝາຍ​ຢ່າງ​ດີ​ເດັ່ນ. ນັບ​ແຕ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 1 ມາ​ຮອດ​ປະ​ຈຸ​ບັນ, ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກາດ​ໃຊ້ ລັດ​ຖະ​ທຳ​ມະ​ນູນ 5 ສະ​ບັບ​ຄື: ລັດ​ຖະ​ທຳ​ມະ​ນູນ​ປີ 1946, ລັດ​ຖະ​ທຳ​ມະ​ນູນ​ປີ 1959, ລັດ​ຖະ​ທຳ​ມະ​ນູນ​ປີ 1980, ລັດ​ຖະ​ທຳ​ມະ​ນູນ​ປີ 1992 ແລະ ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຜ່ານນັ້ນ ສືບ​ທອດ ແລະ ສ້າງ​ສຳ​ເລັດ​ລັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ, ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຫ​ນ້າ​ທີ່​ຂອງ​ປະ​ເທດ​ຊາດ​ໃນ​ແຕ່​ລະ​ໄລ​ຍະ​ປະ​ຫ​ວັດ​ສາດ. ພ້ອມ​ກັບ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງ​ປະ​ເທດ​ຊາດ, ໃນ 7 ທົດ​ສະ​ວັດ​ຜ່ານ​ມາ, ມີ​ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຈາກ​ສະ​ພາ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ຫັນ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ເປັນ​ລະ​ອຽດ ແລະ ປະ​ຕິ​ບັດ​ການ​ຄຸ​້ມ​ຄອງ​ສັງ​ຄົມ​ຕາມ​ ລັດ​ຖະ​ທຳ​ມະ​ນູນ​ ແລະ ກົດ​ໝາຍ.

        ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ, ຕອ​ບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ໃນການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ.

          ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ມີ​ຫລາຍ​ລັດ​ຖະ​ນະ​ໂຍ​ບາຍ​ສຳ​ຄັນ​ຄື: ຕັດ​ສິນ​ໂຄງ​ປະ​ກ​ອບ​ການ​ຈັດ​ຕັ້ງ ແລະ ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ລັດ, ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ກ່ຽວ​ກັບ​ຫ​ນ້າ​ທີ່, ບັນ​ດາ​ແຜນ​ການ​ເສດ​ຖະ​ກິດ ສັງ​ຄົມ​ປະ​ຈຳ​ປີ ແລະ ​ໄລ​ຍະ 5 ປີ, ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 10 ປີ, ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ ຊື່ງ​ຫວຽດ​ນາມ​ໄດ້​ລົງ​ນາມ ຫລື​ເຂົ້າ​ຮ່ວມ. ສະ​ພາ​ແຫ່​ງ​ຊາດ​ກໍ​ໄດ້​ຕັດ​ສິນ​ແຜນ​ນະ​ໂຍ​ບາຍ​ລົ​ງ​ທຶນກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ສຳ​ຄັນ​ຂອງ​ຊາດ​ຄື: ເສັ້ນ​ທາງ​ໂຮ່​ຈິ​ມີນ, ສາຍ​ສົ່ງ​ໄຟ​ຟ້າ 500 kV ເຫ​ນືອ - ໃຕ້, ໂຮງ​ງານ​ອາຍ​ແກ​ສໄຟ​ຟ​້າ ບ່າ​ເຣ້ຍ ຫວູງ​ເຕົາ, ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ ເຊີນ​ລາ, ໂຮງ​ງານ​ກັ່ນ​ນ້ຳ​ມັນ ຢູງກວດ, ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນີງ​ທ້ວນ.. ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ຍູ້​ແຮງ​ຫັນ​ປະ​ເທດ​ຊາດ​ເປັນປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ທ່ານ ອວງ​ຈູ​ລືວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ສັງ​ເກດ​ວ່າ:

          “ 70 ປີ​ຜ່ານ​ມາ ກໍ​ແມ່ນ 70 ປີທີ່ສະ​ພາ​ແຫ່ງ​ຊາດ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ພັກ ແລະ ບັນ​ດາ​​ອົງ​ກ​ານອື່ນ​ຂອງ​ລະ​ບົບ​ການ​ເມືອງໃນ​ການ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສ​ຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງກວ່າ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຶດ​ຕິ​ກຳ​ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກາດ​ໃຊ້​ໃນ​ໄລ​ຍະ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ຄື: ມະ​ຕິ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ ຄື​ແຕ່ປີ 1986-1990 ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ໃນ​ໄລ​ຍະ​ປ່ຽນ​ໃຫມ່, ມະ​ຕິ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 1991 ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃນ​ຂະ​ນະ​ທີ່ສະ​ພາບ​ການ​ສາ​ກົນ ແລະ ພາຍ​ໃນປະ​ເທດ​ມີ​ການ​ຜັນ​ແປ​​ຢ່າງ​ສັບ​ສົນ, ຮັກ​ສາ​ແນວ​ທາງ​ປ່ຽ​ນ​ແປງ​ໃຫມ່​ຫັນ​ໄປ​ສູ່​ກົນ​ໄກ​ການ​ຕະ​ຫລາດ, ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ​ຂອງ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ.”

ຂີດໝາຍ70 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ - ảnh 2
ພາບປະກອບ

          ຕິດ​ຕາມກວດ​ກາ​ສູງ​ສຸດ​ກາຍ​ເປັນ​ເຄື່ອງ​ມື​ທີ່​ມີປະ​ສິດ​ທິ​ຜົນ​ເພື່ອກວດ​ກາ​ສິດ​ອຳ​ນາດ​ແຫ່ງ​ລັດ

          ໃນ​ກອງ​ປະ​ຊຸມ​ແຕ່​ລະ​ຄັ້ງ, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນ​ຫລາຍ​ເພື່ອ​ພິ​ຈາ​ລະ​ນາ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ, ສານ​ປ​ະ​ຊາ​ຊົນ​ສູງ​ສ​ຸດ​ອົງການ​ໄອ​ຍະກສຍປະຊາຊົນ​ສູງ​ສຸດໃນ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ຫ​ນ້າ​ທີ່​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ຫົວ​ເລື່ອງ​ສະ​ເພາະ, ສຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ຊີ​ວິດ​ຊື່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ, ສ້າງ​ບັນ​ຍາ​ກາດ​ເປີດ​ອົກ​ເປີດ​ໃຈ, ມີປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ການ​ຈັດ​ຕັ້ງ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ດາ​ຜູ້​ດຳລົງ​ຕຳ​ແຫ​ນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ ກໍ​ໄດ້​ສ້າງ​ກຳ​ລັງ​ຫ​ນູນ​ເພື່ອ​ໃຫ້​ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ຫ​ນ້າ​ຂະ​ແຫນງ​ການ ປ່ຽນ​ໃຫມ່​ຢ່າງ​ແຮງ​ໃນ​ວຽກ​ງານ​ຊີ້​ນຳ, ບໍ​ລິ​ຫານ. ສາດ​ສະ​ດາ​ຈານ, ດ​ຣ ເຈີນງອກ​ເດື່ອງ, ອະ​ດີດ​ຮອງ​ຫົວ​ຫ​ນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ:

        “ການ​ເຄື່ອນ​ໄຫວ​ຕິດ​ຕາ​ມກວດ​ກາ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ ຈາກ​ການ​​ອີງ​ໃສ່​ພຽງ​ແຕ່​ດ້ານຈິດ​ໃຈ ແລະ ເນື້ອ​ໃນ​ຂອງ ລັດ​ຖະ​ທຳ​ມະ​ນູນ​ ແລະ ກົດ​ໝາຍ​ອົງ​ການ​ສະ​ພາ​ແຫ່ງ​ຊາດ ດ້ວຍ​ບັນ​ດາ​ຂໍ້​ກຳ​ນົດ​ລວມ, ຍັງບໍ່​ທັນ​ຫັນ​ເປັນ​ລະ​ອຽດ​ເທື່ອ ຮອດ​ການ​ອີງ​ໃສ່​ກົດ​ໝາຍ​ສະ​ບັບ​ຫ​ນຶ່ງ​ດ້ວຍ​ບັນ​ດາ​ຂໍ້​ກຳ​ນົດ​ລະ​ອຽດ, ແຫ​ນ້ນ​ແຟ້ນ ຈາກ​ການ​ສ້າງ​ໂຄງ​ການ​ແຜນ​ການ​ຕິດ​ຕາມກວດ​ກາ​ໄລ​ຍະ 6 ເດືອນ, ປ​ະ​ຈຳ​ປີ ຕະ​ຫລອດ​ຮອດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ພາກ​ສ່ວນ, ເປົ້າ​ໝາຍ, ເນື້ອ​ໃນ, ຮູບ​ການ ແລະ ວິ​ທີ​ການ​ຕິດ​ຕາມກວດ​ກາ. ຍ້ອນ​ເຫດນັ້ນ ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຈຶ່ງໄດ້ຮັບ​ການ​ປະ​ຕິ​ບັດ​ເປັນ​ປະ​ຈຳ, ມີ​ຈຸດ​ສຸມ, ສ່ອງ​ແສງ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຊົນ. ທີ​ສອງ​ແມ່ນ ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປ​ະ​ຕິ​ບັດ​ໃນ​ບັນ​ຍາ​ກາ​ດ​ທີ່ນັບ​ມື້​ນັບມີ​ປະ​ຊາ​ທິ​ປະ​ໄຕ, ເປີດ​ອົກ​ເປີດ​ໃຈ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ ແມ່ນ​ເຄື່ອງ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຕິດ​ຕາມກວດ​ກາ​ສິດ​ອຳ​ນາດ​ແຫ່ງ​ລັດ.”

          ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃນ​ເວ​ທີ​ສາ​ກົນ

        ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ການ​ເຄື່ອນ​ໄຫວ​ການ​ທູດ, ລັດ​ຖະ​ສະ​ພາ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ. ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປັບ​ປຸງ, ມີ​ການພັດ​ທະ​ນາ​ການ​ພົວ​ພັນ​ກັບ​ລັດ​ຖະ​ສະ​ພາ​ຫລາຍ​ປະ​ເທດ, ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ຢ່າງ​ສະ​ດວກ​ໃຫ້​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ການ​ພົວ​ພັນ​ຫລາຍ​ຝ່າຍ, ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ​ຫລາຍ​ອົງ​ການ​ລະ​ຫວ່າງ​ລັດ​ຖະ​ສະ​ພາ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫ​ນ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ເວ​ທີ​ປາ​ໄສ​ນີ້​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ເຈົ້າ​ການ​ສະ​ເຫ​ນີ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່ມີ​ລັກ​ສະ​ນະ​ສ້​າງ​ສັນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກ​ໍ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ຄັນ​ຫລາຍ​ຄັ້ງ​ຢູ່​ຫວຽດ​ນາມສຳ​ເລັດ​ຜົນ, ໃນ​ນັ້ນ ກອງ​ປະ​ຊຸມ​ສະ​ມັດ​ຊາໃຫ​ຍ່ສະຫະພັນ ​ລັດ​ຖະ​ສະ​ພາ​ສາກົນ​ຄັ້ງ​ທີ 132 (IPU) ດ້ວຍ​ຖະ​ແຫລງການ​ຮ່າ​ໂນ້ຍເປັນ​ການ​ພິ​ສູດ​ໃຫ້​ເຫັນ​ສິ່ງນັ້ນ. ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວ​ຫ​ນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ, ເລ​ຂາ​ທິ​ການ​ໃຫ​ຍ່​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ວ່າ:

          “ບົດ​ພື້ນ​ຖານ​ແນວ​ຄິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ກ່ຽວ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເປີດກວ້າງ​ໄດ້​ປະ​ກົດ​ອອກ​ໃນ​ໄລ​ຍະ​ຕົ້ນ​ແຫ່ງ​ເອ​ກະ​ລາດ, ໃນ​ໄລ​ຍະ 70 ປີ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂອງ​ປະ​ເທ​ດ​ຊາດ. ພິ​ເສດກອງ​ປະຊຸມ IPU 132 ຂອງ​ສະຫະພັນລັດ​ຖະ​ສະ​ພາ​ສາກົນ​ຢູ່ ຮ່າ​ໂນ້ຍ ເມື່ອ​ເດືອນ 3/2015ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ເປັນ​ເຈົ້າ​ການ ແລະ ຕັ້ງ​ຫ​ນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ປະ​ກອບ​ສ່ວນ​ຍົກ​ສູງທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ.”

          ຜ່ານ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ສະ​ພາ​ແຫ່ງ​ຊາ​ດ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ອັນ​ໃຫ​ຍ່​ຫລວງ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ບັນ​ດາ​ໝາກຜົນ​ນີ້​​ໄດ້ສືບ​ຕໍ່​ສ້າງ​ປະ​ຖົມ​ປັດ​ໄຈ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແມ່ນ​ພື້ນຖານ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່ການ​ພັດ​ທະ​ນາ​​ຂອງປະ​ເທດ​ຊາດ​ສຳ​ເລັດ​ຜົນ.  

         


ຂ່າວ/ບົດ​ອື່ນ