ຄວາມຄາດຫວັງສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

(VOVWORLD) - ຄວາມຄາດຫວັງສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນໄປໃນເວລາ 3 ວັນ ຄືແຕ່ວັນທີ 13-15 ມັງກອນປີ 2021. ນອກຈາກ ຄັດເລືອກ, ເລືອກຕັ້ງຖັນແຖວພະນັກງານການນຳຂັ້ນສູງໃຫ້ອາຍຸການຈະມາເຖິງ, ກອງປະຊຸມໃຫຍ່ຄັ້ງນີ້ ຍັງຕັ້ງຄວາມຄາດຫວັງ ຈະວາງອອກຍຸດທະສາດພັດທະນາ ພ້ອມກັບບັນດາມາດຕະການມີລັກສະນະບຸກທະລຸ, ນຳປະເທດລາວ ຫລຸດພົ້ນອອກຈາກຄວາມຫຍຸ້ງຍາກວິກິດການ, ສືບຕໍ່ພັດທະນາ. 

ກໍ່ເຊັ່ນດຽວກັນກັບຊາວລາວນັບລ້ານຄົນ, ທ່ານ ຈັນບຸດດີ ຢູ່ ບ້ານໄຊສະຫວາດ ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ຍາມໃດກໍ່ຮູ້ສຶກວ່າ ຕົນເອງ ແລະ ຄອບຄົວ, ພີ່ນ້ອງລ້ວນແຕ່ມີຄວາມປອດໄພ ເພາະໃນປີຜ່ານມາ ລັດຖະບານ ແລະອຳນາດການປົກຄອງທຸກຂັ້ນ ໄດ້ປະຕິບັດວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເປັນຢ່າງດີ.ສະນັ້ນເຖິງວ່າ ຖືກຜົນກະທົບບໍ່ແມ່ນຫນ້ອຍຈາກບັນດາຂໍ້ກກຳນົດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດ, ເສດຖະກິດຂອງປະເທດຊາດຖືກຢຸດສະຫງັກ, ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນຄົນງານຖືກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ຍາມໃດທ່ານກໍ່ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ເມື່ອເວົ້າເຖິງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ທ່ານເອງ ແລະພໍ່ແມ່ປະຊາຊົນຢູ່ທີ່ນີ້ ມີຄວາມປາດຖະຫນາວ່າ:

ຄວາມຄາດຫວັງສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ - ảnh 1ທ່ານຫົງໄຊ ສິງຫາລາດ ຜູ້ອຳນວຍການ ບໍລິສັດ AKAR PLUS ຕອບສຳພາດຕໍ່ນັກຂ່າວ VOV ປະຈຳລາວ

ສ່ວນທ່ານ ຫົງໄຊ ສິງຫາລາດ ຜູ້ອຳນວຍການ ບໍລິສັດ AKAR PLUS ໃຫ້ຮູ້ວ່າ: ດ້ວຍຂອບຂະຫນາດຫນ້ອຍ ພື້ນຖານເສດຖະກິດ ລາວ ຖືກຜົນສະທ້ອນຈາກການກະທົບຢູ່ພາຍນອກຫລາຍສຸດ ເປັນຕົ້ນແມ່ນເສດຖະກິດພາກເອກະຊົນ, ວິສາຫະກິດຂະຫນາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ. ທ່ານ ຫົງໄຊ ສິງຫາລາດ ມີຄວາມຫວັງວ່າ:

 
ຄວາມຄາດຫວັງສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ - ảnh 2ທ່ານ ໂຍທິນ ເວດສະພົງ ຕອບສຳພາດຕໍ່ນັກຂ່າວ VOV ປະຈຳລາວ

ຍາມໃດກໍ່ເປັນຫ່ວງກັງວົນຕໍ່ການຂາດແຄນແຫລ່ງຊັບພະຍາກອນມະນຸດມີສີມື ຊື່ງແມ່ນສາຍເຫດເຮັດໃຫ້ການພັດທະນາຂອງພື້ນຖານເສດຖະກິດຖືກອຶກອັກຊັກຊ້າ ເຖິງວ່າ ສປປ ລາວແມ່ນປະເທດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນກ່ຽວກັບປ່າ, ທີ່ດິນ, ບໍ່ແຫ່ໂລຫະ; ແລະຈາກຜົນສຳເລັດໃນອາຊີບປຸງແຕ່ງເຄື່ອງເຟີນີເຈີ ແລະຜະລິດຕະພັນໄມ້ສົ່ງອອກ, ທ່ານ ໂຍທິນ ເວດສະພົງ ຢູ່ ເມືອງ ນາໄຊທອງ ນະຄອນຫລວງ ວຽງຈັນ ໄດ້ສ້າງຕັ້ງ ໂຮງຮຽນເຕັກນິກ ແລະສອນອາຊີບ …… ດ້ວຍຄວາມປາດຖະຫນາຢາກຊ່ວຍຊາວຫນຸ່ມ ມີເງື່ອນໄຂຊອກວຽກເຮັດງານທຳ ແລະ Start up ດ້ວຍຄວາມຮູ້ ຊື່ງຕົນເອງໄດ້ຮ່ຳຮຽນ. ທ່ານ ໂຍທິນ ເວດສະພົງ ມີຄວາມປາດຖະຫນາວ່າ ກອງປະຊຸມໃຫຍ່ຄັ້ງນີ້ຂອງພັກປະຊາຊົນປະຕິວັດລາວ ຈະປຶກສາຫາລື ແລະ ວາງອອກຍຸດທະສາດຂຸດຄົ້ນຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບແບບຍື່ນຍົງເພື່ອພັດທະນາປະເທດຊາດ. ເປັນຕົ້ນໃນສອງຂົງເຂດກະສິກຳມີຄຸນນະພາບສູງ ແລະການທ່ອງທ່ຽວ.

  ດັ່ງທີ່ກ່າວມາຂ້າງເທິງ ແມ່ນ ການພົບປະໂອ້ລົມ ລະຫວ່າງ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳ ສປປ ລາວ ກັບ ປະຊາຊົນ ແລະ ວິສາຫະກິດ ລາວ ຈຳນວນຫນຶ່ງ ກ່ຽວກັບຄວາມມຸ່ງມາດປາດຖະຫນາ, ຄວາມຄາດຫວັງຂອງເຂົາເຈົ້າຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

 

 

ຕອບກັບ

ຂ່າວ/ບົດ​ອື່ນ