ຄວາມສາມັກຄີແມ່ນຢາວັກຊິນຊ່ວຍ ອາຊຽນ ຍູ້ໂລກລະບາດໃຫ້ຖອຍໄປ

(VOVWORLD) -   ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ດ້ວຍບົດບາດເປັນປະທານ ອາຊຽນ, ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ໄດ້ສິ້ນສຸດລົງໃນວັນທີ 14 ເມສາ ດ້ວຍໝາກຜົນສຳຄັນຫລາຍຢ່າງ. 

 ຖະແຫຼງການຮ່ວມຂອງກອງປະຊຸມ ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຈິດໃຈສາມັກຄີ, ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງກ່ຽວກັບການຮ່ວມມືໃນກຸ່ມ ກໍ່ຄືກັບບັນດາຄູ່ຮ່ວມມື, ການຢັ້ງຢືນນີ້ແມ່ນກຳລັງແຮງ ຊ່ວຍໃຫ້ ອາຊຽນ ເອົາຊະນະຕໍ່ໂລກລະບາດໂຄວິດ-19.

ຄວາມສາມັກຄີແມ່ນຢາວັກຊິນຊ່ວຍ ອາຊຽນ ຍູ້ໂລກລະບາດໃຫ້ຖອຍໄປ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

          ຖະແຫຼງການຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ທີ່ບັນລຸໄດ້ຢູ່ບັນດາກອງປະຊຸມ ອີກຄັ້ງໜຶ່ງໄດ້ສືບຕໍ່ສ້າງແປວໄຟແຫ່ງຄວາມສາມັກຄີຂອງ ອາຊຽນແລະ ຄືດັ່ງຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນວາລະໄຂກອງປະຊຸມສຸດຍອດພິເສດ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ-19 ນັ້ນ “ຄວາມສາມັກຄີ ແລະ ການອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງບັນດາປະເທດ” ແມ່ນລູກກະແຈແຫ່ງຄວາມສຳເລັດ ເພື່ອໃຫ້ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້.

ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

       ນັບແຕ່ເມື່ອໂລກລະບາດແຜ່ລະບາດໃນທົ່ວໂລກ, ດ້ວຍຄວາມມານະພະຍາຍາມລວມ, ຈຳນວນຜູ້ຕິດເຊື້ອຢູ່ພາກພື້ນ ອາຊຽນ ຕ່ຳ ແລະ ເພີ່ມຂຶ້ນ ຊ້າກ່ວາ ເມື່ອທຽບໃສ່ອັດຕາສ່ວນລວມຂອງທົ່ວໂລກ. ນີ້ແມ່ນຄວາມມານະພະຍາຍາມໄດ້ຮັບການຢັ້ງຢືນຈາກໂລກ ແລະ ແມ່ນຄວາມຈິງທີ່ ບໍ່ອາດປະຕິເສດໄດ້.

        ໃນຈຸດເວລານີ້ ສື່ມວນຊົນໂລກຍາມໃດກໍ່ເຕື້ອງເຖິງເລື່ອງບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ ແລະ ຫລາຍປະເທດເພື່ອນມິດອື່ນ “ແບ່ງທຸກແບ່ງສຸກ” ຮ່ວມແຮງຮ່ວມໃຈເມື່ອຖືກເຄາະຮ້າຍ ແລະ ກໍ່ບໍ່ແມ່ນເລື່ອງບັງເອີນ ເຊິ່ງບັນດາສຳນັກຂ່າວສານໃຫຍ່, ໜັງສືພິມໃຫຍ່ຄື: Reuters, The Diplomat, ໜັງສືພິມໄປຊະນີ ວໍຊິງຕັນ ຫຼື ໜັງສືພິມ ນິວຢອກລາຍວັນ…ທີ່ລົງພິມຫລາຍຂ່າວ, ບົດກ່ຽວກັບຂໍ້ມູນຕ່າງໆ ແລະ ສ່ອງແສງກ່ຽວກັບຄວາມມານະພະຍາຍາມ ຮ່ວມມືຂອງ ອາຊຽນ, ກ່ຽວກັບບົດບາດຂອງ ຫວຽດນາມ, -ເຊິ່ງແມ່ນປະເທດປະທານ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ-19 ທີ່ອັນຕະລາຍນີ້. ໜັງສືພິມ Asiatoday ແມ່ນໜຶ່ງໃນບັນດາໜັງສືພິມໃຫຍ່ຂອງ ສ.ເກົາຫຼີ ຫາກໍ່ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ສຳລັບການພັດທະນາ ແລະ ຄວາມສາມັກຄີຂອງ ອາຊຽນ, ເປັນຕົ້ນແມ່ນໃນສະພາບການທີ່ໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງກ້ວາງຂວາງ ອອກສູ່ຫລາຍປະເທດໃນໂລກ.

        ໃນສະພາບການໂລກສືບຕໍ່ປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ຂຶ້ນ, ການຮ່ວມແຮງຮ່ວມໃຈ, ແບ່ງປັນຂອງ ອາຊຽນ, ບັນດາຄວາມມານະພະຍາຍາມຂອງແຕ່ລະປະເທດສະມາຊິກ ອາຊຽນ, ໃນນັ້ນມີ ຫວຽດນາມ…ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຄວາມສາມັກຄີດ້ວຍຫລາຍຮູບຫລາຍແບບເທົ່ານັ້ນ ຫາກຍັງແມ່ນແປວໄຟແຫ່ງຄວາມໄວ້ເນື້ອເຊື່ອໃຈອີກດ້ວຍ ຊ່ວຍໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນຳນຳພາຂອງບັນດາລັດຖະບານ; ຊ່ວຍ ອາຊຽນ ກາຍເປັນຈຸດພົ້ນເດັ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຢັ້ງຢືນພາບພົດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ 2020, ຊຸກຍູ້ການຮ່ວມມື ໃນພາກພື້ນ ແລະ ສາກົນ ເພື່ອຮັບມືກັບໂລກລະບາດ. ເປັນທີ່ຈະແຈ້ງແລ້ວວ່າ, ໂລກລະບາດໂຄວິດ-19 ແມ່ນສິ່ງທ້າທາຍ ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດຍັບໃກ້ເຂົ້າກັນກວ່າ, ຜູກພັນກັນກວ່າ, ພ້ອມກັນແບ່ງປັນບົດຮຽນກ່ຽວກັບການຮັບມື ກໍ່ຄືສະແດງໃຫ້ເຫັນບົດບາດເປັນໃຈກາງຂອງກຸ່ມ ໃນການແກ້ໄຂບັນດາສິ່ງທ້າທາຍແບບໃໝ່.

ຫວຽດນາມໃນບົດບາດຮັກສາການຮ່ວມມືໃນ ອາຊຽນ

       ໃນບົດບາດເປັນປະທານອາຊຽນ 2020, ປະເທດເຈົ້າພາບຂອງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19, ບັນດາແນວຄວາມຄິດ, ຂໍ້ສະເໜີ, ຫົວຂໍ້ຂອງ ຫວຽດນາມ ທີ່ໄດ້ຍົກອອກມາ ລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມ. ຕາມນັ້ນແລ້ວ, ເລື່ອງແບ່ງປັນບັນດາບົດຮຽນອັນລ້ຳຄ່າ, ແບ່ງປັນຂໍ້ມູນດ້ານສາທາລະນະສຸກ ໃນການປິ່ນປົວພະຍາດ; ການໜູນຊ່ວຍອຸປະກອນການແພດໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ຫຼື ຊ່ວຍເຫຼືອກັນປົກປ້ອງພົນລະເມືອງ…ແມ່ນບັນດາປັດໄຈຈຳເປັນ ເພື່ອຊ່ວຍໃຫ້ ອາຊຽນ ແລະ ບັນດາຄູ່ຮ່ວມມືຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ ແລະ ສິ່ງສຳຄັນທີ່ສຸດ, ນັ້ນແມ່ນຖືປະຊາຊົນເປັນໃຈກາງ, ບັນດາຂໍ້ລິເລີ່ມທີ່ຍົກອອກມາ ຕ້ອງໄດ້ຮັບການສະໜັບສະໜູນ, ເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈກະທຳຈາກປະຊາຊົນ ຈຶ່ງສາມາດເສີມຂະຫຍາຍປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໄດ້.

        ໃນສະພາບການໂລກລະບາດໂຄວິດ-19 ພວມແຜ່ລະບາດອອກສູ່ໄປທົ່ວໂລກ, ຫວຽດນາມ ພວມຢັ້ງຢືນໄດ້ບົດບາດເປັນປະທານ ອາຊຽນ ແລະ ຖືນີ້ແມ່ນກາລະໂອກາດ ເພື່ອນຳມາເຊິ່ງຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ 10 ປະເທດສະມາຊິກ ອາຊຽນ. ພາຍຫລັງຖະແຫຼງການຮ່ວມ ອາຊຽນ ເພີ່ມທະວີການຮ່ວມມືໃຫ້ບຸລິມະສິດຮັບມືກັບໂລກລະບາດຍ້ອນເຊື້ອໄວຣັດໂຄໂຣນາສາຍພັນໃໝ່ຂອງ ອາຊຽນ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍຖານະເປັນປະທານ ອາຊຽນ ໃນວັນທີ 14 ກຸມພາ, ພາຍໃຕ້ບົດບາດປະທານ ອາຊຽນ, ກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດ ຈີນ - ອາຊຽນ ກໍ່ໄດ້ຈັດຂຶ້ນຢູ່ ວຽງຈັນ, ປະເທດ ລາວ ໃນວັນທີ 20 ກຸມພາ ເພື່ອເພີ່ມທະວີການຮ່ວມມື ແລະ ຮັບມືກັບໂລກລະບາດໂຄວິດ-19.

        ແລະໃນຄັ້ງນີ້, ເລື່ອງຈັດຕັ້ງ 2 ກອງປະຊຸມສຸດຍອດພິເສດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ສຳເລັດຜົນ, ບໍ່ພຽງແຕ່ສືບຕໍ່ສະແດງໃຫ້ເຫັນຈິດໃຈຕັ້ງໜ້າ, ຄວາມຮັບຜິດຊອບທີ່ມີຢູ່ແລ້ວຂອງ ຫວຽດນາມ ໃນການຮ່ວມມື ໃນອາຊຽນ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນບົດບາດ “ການເຊື່ອມຕໍ່, ເປັນເຈົ້າການຮັບມື”, ຮັກສາການຮ່ວມມືຂອງ ອາຊຽນ ກັບບັນດາຄູ່ຮ່ວມມື. ໂດຍຜ່ານກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19, ຫວຽດນາມ, ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ພ້ອມກັນເສີມສ້າງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຮ່ວມມື, ຕັດສິນໃຈເອົາຊະນະຕໍ່ໂລກລະບາດໂຄວິດ-19ໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ