ຄວາມ​ສ່ຽງເກີດໄພ​ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກຫຼັງ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ໂລກລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງ ໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ. ຕາມການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ແລ້ວ, ໄລ່ຮອດປີ 2025,  ຜົນເສຍຫາຍຍ້ອນໂລກລະບາດໂຄວິດ 19, ໄດ້ຂຶ້ນເຖິງ 28 ພັນຕື້ USD. ດ້ວຍບັນດາການຜັນແປຂອງໂລກລະບາດໂຄວິດ 19 ແລະ ການສະຖິຕິໂດຍສັງເຂບໃນຊຸມເດືອນຕົ້ນປີ 2021, ໂລກຈະມີຄວາມສ່ຽງປະເຊີນໜ້າກັບວິກິດການດ້ານການເງິນຄັ້ງໃໝ່ ແລະ ປີ 2021 ສືບຕໍ່ແມ່ນປີທີ່ພື້ນຖານເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກ.
 
ຄວາມ​ສ່ຽງເກີດໄພ​ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກຫຼັງ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1(ພາບ: thethaovanhoa.vn)

    ບັນດາການຜັນແປອັນສັບສົນຂອງໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ຕະຫຼາດການເງິນທົ່ວໂລກ ປະເຊີນໜ້າກັບບັນດາຄວາມສ່ຽງ, ຕະຫຼາດນ້ຳມັນບໍ່, ລາຄາຄຳ, ສະກຸນເງິນ USD, ການຜັນແປຜິດປົກກະຕິ…ໄດ້ເຮັດໃຫ້ພື້ນຖານເສດຖະກິດໂລກ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຊັບຊ້ອນກັນ.

ໜີ້ສາທາລະນະສູງສະຖິຕິ

  ຕາມສະຖາບັນການເງິນສາກົນ, ໜີ້ສິນທົ່ວໂລກໄດ້ເພີ່ມຂຶ້ນກ່ວາ 15 ພັນຕື້ USD ໃນປີ 2020, ຂຶ້ນເຖິງລະດັບສະຖິຕິ 277 ພັນຕື້ USD, ເທົ່າກັບ 365% GDP ທົ່ວໂລກ. ໜີ້ສິນໃນທຸກຂົງເຂດ, ຈາກຄອບຄົວຕະຫຼອດຮອດພັນທະບັດລັດຖະບານ, ພັນທະບັດວິສາຫະກິດ ລ້ວນແຕ່ໄດ້ເພີ່ມຂຶ້ນສູງ.

   ການລາຍງານຫຼ້າສຸດຂອງ IMF ຫວ່າງແລ້ວນີ້ໄດ້ຄາດວ່າ ຍອດຈຳນວນໜີ້ສາທາລະນະທົ່ວໂລກປີ 2021 ຈະເທົ່າກັບ 99,5% GDP ໂລກ. ຈຳນວນໜີ້ສິນທັງໝົດຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນອັນດັບ 1 ຂອງໂລກ (G20) ປີ 2021 ຄາດວ່າຈະຂຶ້ນເຖິງ 109%, ໃນຂະນະທີ່ໜີ້ສິນຂອງບັນດາພື້ນຖານເສດຖະກິດພັດທະນາຄາດວ່າຈະເພີ່ມຂຶ້ນເກືອບ 125% GDP. IMF ກໍ່ຄາດວ່າການຂາດດູນການເງິນທົ່ວໂລກປີ 2021 ຈະຢູ່ໃນລະດັບ 8,5%, ບັນດາປະເທດ G20 ຢູ່ໃນລະດັບ 9,4% ແລະ ບັນດາ ພື້ນຖານເສດຖະກິດພັດທະນາ ຢູ່ໃນລະດັບ 8,8%. ໂດຍວິຕົກກັງວົນກ່ຽວກັບເລື່ອງໜີ້ສາທາລະນະເພີ່ມຂຶ້ນນັ້ນ, ຫວ່າງແລ້ວນີ້, IMF ໄດ້ຮຽກຮ້ອງໃຫ້ບັນດານັກວາງແຜນຜັງນະໂຍບາຍ ຈົ່ງສືບຕໍ່ໜູນຊ່ວຍດ້ານເສດຖະກິດ ຈົນເຖິງເວລາໂລກລະບາດໄດ້ຮັບການຄວບຄຸມ, ໃນນັ້ນ ເອົາໃຈໃສ່ເປັນພິເສດ ເຂົ້າໃນບັນດາບ້ວງເງິນລົງທຶນເຂົ້າບັນດາຂົງເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

   ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ປີ 2020, ເປັນຄັ້ງທຳອິດທີ່ບັນດາພຶ້ນຖານເສດຖະກິດໃຫ່ຍໃນໂລກພ້ອມກັນຊຸດໂຊມຄື: ອາເມລິກາ, ອັງກີດ, ແອັດສະປາຍ, ປອກຕຸຍການ, ຝະລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ສິງກະໂປ, ໄທ…ໃນນັ້ນ, ອາເມລິກາ ແລະ ເອີລົບ ແມ່ນຈຸດສຸມຂອງໂລກລະບາດ ແລະ ກໍ່ແມ່ນແຫ່ງທີ່ສະພາບເຕີບໂຕເສດຖະກິດ ແລະ ການຄ້າຊຸດໂຊມຮ້າຍແຮງກວ່າໝູ່ໃນປີ 2020.

ຄວາມ​ສ່ຽງເກີດໄພ​ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກຫຼັງ​ໂລກ​ລະ​ບາດ​ໂຄວິດ 19 - ảnh 2(ພາບ: Scitechdaily)

 ການເງິນອາດຈະຫລຸດລົງຍ້ອນບັນດາມາດຕະການກະຕູ້ນໃຫ່ຍຫຼວງ

  ເຖິງວ່າ ໂລກລະບາດໂຄວິດ 19 ພວມຄ່ອຍໆໄດ້ຮັບການຄວບຄຸມ ຍ້ອນແຜນການສັກວັກຊິນພວມໄດ້ຜັນຂະຫຍາຍໃນຂອງເຂດທົ່ວໂລກ ແລະ ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ຄາດວ່າ ເສດຖະກິດທົ່ວໂລກຈະເຕີບໂຕໂດຍທາງບວກຄືນໃໝ່ໃນປີ 2021 ກໍ່ຕາມ, ແຕ່ຄວາມສ່ຽງທີ່ຊ້ອນແຝງຍັງໃຫ່ຍຫຼວງຢູ່. IMF ກ່າວເຕືອນວ່າ ວັກຊິນ ແລະ ບັນດາມາດຕະການປິ່ນປົວ ອາດຈະຍູ້ໄວລະດັບການຟື້ນຟູເສດຖະກິດ, ແຕ່ກໍ່ອາດຈະຊຸດໂຊມຮ້າຍແຮງກ່ວາອີກ, ພິເສດ, ຖ້າຫາກບັນດາກໍລະນີຕິດແປດໄດ້ເພີ່ມຂຶ້ນເປັນຈຳນວນຫຼາຍ.

   ສິ່ງໜ້າວິຕົກກັງວົນອີກອັນໜຶ່ງ ນັ້ນແມ່ນ ເພື່ອປະເຊີນໜ້າກັບບັນດາຜົນກະທົບບໍ່ດີ ຍ້ອນໂລກລະບາດໂຄວິດ 19, ປະເທດຕ່າງໆໄດ້ພ້ອມກັນຍົກອອກບ້ວງເງິນກະຕູ້ນ ພ້ອມກັບຫຼາຍມາດຕະການເງິນຕາ ແລະ ໃຫ້ກູ້ຢືມດ່ວນ ເພື່ອກູ້ຊ່ວຍພື້ນຖານເສດຖະກິດ. ຊ້ຳບໍ່ໜຳ, ຍອດມູນຄ່າບັນດາບ້ວງເງິນໜູນຊ່ວຍຂອງອາເມລິກາ ຫລືຍີ່ປຸ່ນ ໄດ້ຂຶ້ນເຖິງ 20% GDP. ຄວາມສ່ຽງຫລຸດລົງດ້ານການເງິນ ສຳລັບບັນດາທະນາຄານ ແລະ ອົງການຈັດຕັ້ງການເງິນ ຍ້ອນມາດຕະການກະຕູ້ນໃຫ່ຍຫຼວງແມ່ນອາດຈະເປັນໄປໄດ້ສູງ, ພິເສດແມ່ນຢູ່ອາເມລິກາ ແລະ ເອີລົບ. ບັນດານັກໄຈ້ແຍກການເງິນຖືວ່າ, ຄວາມສ່ຽງສະພາບດ້ານການເງິນຖືກຂາດວັກຂາດຕອນ ແມ່ນນັບມື້ນັບເພີ່ມຂຶ້ນ ໂດຍເລີ່ມຈາກການກຳນົດມູນຄ່າຊັບສົມບັດສູງເກີນໄປ ແລະ ລະດັບໜີ້ສາທາລະນະເພີ່ມຂຶ້ນ ຍ້ອນບັນດາມາດຕະການກະຕູ້ນນະໂຍບາຍເງິນຕາ ແລະ ປີການເງິນ. ສິ່ງດັ່ງກ່າວເຄີຍເກີດຂຶ້ນໃນບັນດາວິກິດການການເງິນໃນອະດີດຕະການແລ້ວ.

   ມາຮອດຈຸດເວລານີ້, ທຸກການຄາດຄະເນກ່ຽວກັບວິກິດການດ້າສນການເງິນທົ່ວໂລກຄັ້ງໃໝ່ ກໍ່ລ້ວນແຕ່ມີລັກສະນະທຽບຖານເທົ່ານັ້ນ, ທຸກຢ່າງແມ່ນຕ້ອງຂຶ້ນກັບການຄວບຄຸມໂລກລະບາດໂຄວິດ 19 ໃນຂອບເຂດທົ່ວໂລກ ຈະມີປະສິດທິຜົນຄືແນວໃດ.

 

ຕອບກັບ

ຂ່າວ/ບົດ​ອື່ນ