ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ທາງອາກາດ ຄັ້ງປະຫວັດສາດ

(VOVWORLD) - ເດືອນ ທັນວາ 1972, ອາເມລິກາ ໄດ້ເປີດບັ້ນບຸກໂຈມຕີຍຸດທະສາດດ້ວຍທາງອາກາດເຂົ້າພາກເໜືອ ຫວຽດນາມ ແນໃສ່ມ້າງທຳລາຍ, ດັບສູນກຳລັງຄວາມສາມາດດ້ານເສດຖະກິດ, ການປ້ອງກັນຊາດ, ເຮັດໃຫ້ພາກເໜືອ ສັງຄົມນິຍົມຖືກກັບຄືນສູ່ສະໄໝ “ເຄື່ອງຫີນ”,

ກ່ອນນີ້ 45 ປີ, ໃນເດືອນ ທັນວາ 1972, ກອງທັບ ແລະ ປະຊາຊົນ ພາກເໜືອ ຫວຽດນາມ ໄດ້ຜາບແຜ້ການບຸກໂຈມຕີຍຸດທະສາດທາງອາກາດດ້ວຍຂອບຂະໜາດໃຫຍ່ ທີ່ບໍ່ເຄີຍມີມາກ່ອນຂອງ ອາເມລິກາ ເຂົ້າ ຮ່າໂນ້ຍ, ຫາຍຟ່ອງ ແລະ ບາງທ້ອງຖິ່ນທາງພາກເໜືອ, ສ້າງເປັນໄຊຊະນະ “ຮ່າໂນ້ຍ  - ດ້ຽນບຽນຝູ ທາງອາກາດ”. ໄຊຊະນະມີຄວາມໝາຍຍຸດທະສາດທັງດ້ານການເມືອງ, ການທະຫານ ແລະ ການທູດ, ແມ່ນບາດລ້ຽວສຳຄັນກ່ຽວກັບຍຸດທະສາດສຳລັບການປະຕິວັດ ຫວຽດນາມ, ປະກອບສ່ວນປະຕິບັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດຢ່າງສະຫງ່າລາສີ.

ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ທາງອາກາດ ຄັ້ງປະຫວັດສາດ - ảnh 1 (ພາບປະກອບ)

        ເດືອນ ທັນວາ 1972, ອາເມລິກາ ໄດ້ເປີດບັ້ນບຸກໂຈມຕີຍຸດທະສາດດ້ວຍທາງອາກາດເຂົ້າພາກເໜືອ ຫວຽດນາມ ແນໃສ່ມ້າງທຳລາຍ, ດັບສູນກຳລັງຄວາມສາມາດດ້ານເສດຖະກິດ, ການປ້ອງກັນຊາດ, ເຮັດໃຫ້ພາກເໜືອ ສັງຄົມນິຍົມຖືກກັບຄືນສູ່ສະໄໝ “ເຄື່ອງຫີນ”, ກໍ່ຄວາມກົດດັນບັງຄັບໃຫ້ ຫວຽດນາມ ຕ້ອງຍອມເຊັນສັນຍາ ປາຣີ ຕາມບັນດາມາດຕາມີຜົນປະໂຫຍດໃຫ້ແກ່ ອາເມລິກາ.

        ໃນ 12 ວັນ ແລະ ຄືນ ແຕ່ວັນທີ 18 – 30 ທັນວາ 1972, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍິງເຮືອບິນປະເພດຕ່າງໆຂອງກອງທັບ ອາເມລິກາ ຕົກ 81 ລຳ, ໃນນັ້ນ ມີເຮືອບິນ B52 34 ລຳ. ສະເພາະ ກອງທັບ ແລະ ປະຊາຊົນນະຄອນຫຼວງ ໄດ້ຍິງເຮືອບິນຕົກ 23 ລຳ, ສ້າງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ຄັ້ງປະຫວັດສາດ.

ຄວາມໝາຍລະດັບຊາດ

        ໄຊຊະນະ “ດ້ຽນບຽນຝູ ທາງອາກາດ” ໄດ້ສະແດງໃຫ້ເຫັນແນວທາງດ້ານການເມືອງ ແລະ ການທະຫານຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ, ຂອງສັດຈະທຳ “ບໍ່ມີຫຍັງລ້ຳຄ່າກ່ວາຄວາມເປັນເອກະລາດ, ເສລີພາບ”. ນັ້ນແມ່ນໄຊຊະນະຂອງກຳລັງແຮງທາງການເມືອງ, ນ້ຳໃຈຂອງທົ່ວປວງຊົນທັງຊາດ ດ້ວຍເຈດຈຳນົງຕັດສິນໃຈຕໍ່ສູ້, ກ້າຕີ ແລະ ຕັດສິນໃຈຕີເອົາໄຊຊະນະສັດຕູ ອາເມລິກາ ຜູ້ຮຸກຮານ. ນັ້ນແມ່ນໄຊຊະນະຂອງແນວທາງສົງຄາມປະຊາຊົນ ແລະ ສິລະປະການຈັດຕັ້ງ ນຳໃຊ້ກຳລັງໃນທ່າຮົບປ້ອງກັນອາກາດປະຊາຊົນ. ຜູ້ບັນຊາເຫຼົ່າທັບປ້ອງກັນອາຫາດ, ກອງທັບອາກາດ, ພົນຕີ ເລປຸຍວີ້ງ, ຢັ້ງຢືນວ່າ:

        “ດ້ວຍເຈດຈຳນົງອັນແຮງກະ, ທະຫານ ແລະ ປະຊາຊົນ ຫວຽດນາມ, ເຊິ່ງໃນນັ້ນແກ່ນສານແມ່ນກຳລັງປ້ອງກັນອາກາດ, ກອງທັບອາຫາດໄດ້ຜາບແຜ້ບັ້ນບຸກໂຈມຕີຍຸດທະສາດທາງອາກາດ ດ້ວຍຂອບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນຂອງຈັກກະພັດ ອາເມລິກາ. ນີ້ກໍ່ເປັນຄັ້ງທຳອິດໃນປະຫວັດສາດ, ເຮືອບິນ B52 ຖືກປະລາໄຊ ແລະ ກອງທັບອາກາດ ອາເມລິກາ ຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດ.”

        ສຳລັບບັ້ນຮົບຕໍ່ຕ້ານ, ຕ້ານ ອາເມລິກາ, ກູ້ຊາດ, ໄຊຊະນະນີ້ມີຄວາມໝາຍຍຸດທະສາດທັງດ້ານການເມືອງ, ການທະຫານ ແລະ ການທູດ. ພັນເອກ, ປອ ຫງວຽນວັນເລື້ອງ, ສະຖາບັນປະຫວັດສາດການທະຫານ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ຮ່າໂນ້ຍ  - ດ້ຽນບຽນຝູ ທາງອາກາດ ໃນເດືອນ ທັນວາ 1972 ຍັງແມ່ນໄຊຊະນະຕັດສິນການຜາບແຜ້ເຈດຈຳນົງຮຸກຮານຂອງຈັກກະພັດ ອາເມລິກາ ຢ່າງສົມບູນ, ບັງຄັບໃຫ້ ອາເມລິກາ ຕ້ອງເຊັນສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ, ເປີດກາລະໂອກາດຍຸດທະສາດອັນໃຫຍ່ຫຼວງເພື່ອດຳເນີນການບຸກໂຈມຕີຍຸດທະສາດຄັ້ງໃຫຍ່ລຸກຮື້ຂຶ້ນລະດູບານໃໝ່ 1975. ໄຊຊະນະນີ້ ແມ່ນໜຶ່ງໃນບັນດາໄຊຊະນະຍິ່ງໃຫຍ່ຂອງຊາດ ຫວຽດນາມ ໃນສະຕະວັດ 20, ສ້າງປະຫວັດສາດອັນສະຫງ່າລາສີຕ້ານສັດຕູຜູ້ຮຸກຮານຂອງຊາດ.”

ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ທາງອາກາດ ຄັ້ງປະຫວັດສາດ - ảnh 2(ພາບປະກອບ) 

        ສຳລັບກອງທັບ, ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ເປັນຂີດໝາຍບາດກ້າວພັດທະນາບຸກທະລຸຂອງກຳລັງປ້ອງກັນອາກາດ ດ້ວຍທະຫານ 3 ກຳລັງ, ເປັນຕົ້ນແມ່ນທະຫານປ້ອງກັນອາກາດ - ກອງທັບອາກາດ  ພ້ອມກັບການປະກອບສ່ວນເໝາະສົມເຂົ້າໃນການພັດທະນາສິລະປະສູ້ຮົບປ້ອງກັນອາກາດ, ສິລະປະສ້າງກຳລັງແຮງສັງລວມຂອງພື້ນຖານວິທະຍາສາດ, ສິລະປະຍຸດການທະຫານ ຫວຽດນາມ. ພົນຕີ ເລຮູຍວີ້ງ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ, ກອງທັບອາກາດ ຖືວ່າ:

        “ຖ້າຫາກນຳອາວຸດປະທະກັບອາວຸດ, ເສດຖະກິດ ປະທະກັບເສດຖະກິດນັ້ນ, ເປັນທີ່ຈະແຈ້ງແລ້ວວ່ານີ້ແມ່ນຄວາມຜິດໂຕນກັນ ເຊິ່ງບໍ່ສາມາດວາດພາບໄດ້. ແຕ່ເປັນຫຍັງ ຫວຽດນາມ ຈຶ່ງຍາດໄດ້ໄຊຊະນະ? ຍ້ອນບົດຮຽນເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຕັດສິນໃຈຕໍ່ສູ້ຍາດເອົາໄຊຊະນະຂອງກຳລັງປ້ອງກັນອາກາດ ກອງທັບອາກາດຍາມໃດກໍ່ມີຄຸນຄ່າດ້ານປະຫວັດສາດແທດຈິງຢ່າງເລິກເຊິ່ງ. ນັ້ນແມ່ນການເປັນເຈົ້າການກະກຽມກ່ຽວກັບບັ້ນຮົບ, ຍຸດໂທບາຍ, ເຊື່ອມຊຶມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: ບໍ່ວ່າແມ່ນສັນຕິພາບ ຫຼື ສົງຄາມ, ພວກເຮົາກໍ່ຕ້ອງກຳແໜ້ນທ່າເປັນເຈົ້າການ, ຕ້ອງກະກຽມກ່ອນ. ເຮັດໄດ້ແນວນັ້ນຈຶ່ງຫຼີກລ້ຽງຄວາມເສຍຫາຍໄດ້”

ຄວາມໝາຍສາກົນ

        ໃນຕະຫຼອດການຕໍ່ຕ້ານ, ຕ້ານ ອາເມລິກາ, ກູ້ຊາດ ກໍ່ຄືໃນການຕໍ່ສູ້ ຕ້ານສັດຕູເປັນເວລາ 12 ວັນ ແລະ ຄືນ ໃນທ້າຍປີ 1972, ປະຊາຊົນ ຫວຽດນາມ ໄດ້ຮັບຄວາມສາມັກຄີ, ການຊ່ວຍເຫຼືອດ້ານວັດຖຸ, ຈິດໃຈຈາກເພື່ອນມິດສາກົນກ່ຽວກັບດ້ານອາວຸດ, ອຸປະກອນດ້ານເຕັກນິກທັນສະໄໝ. ພົນຈັດຕະວາ ຫງວຽນວັນນີງ, ຮັບຜິດຊອບການເວນຍາມປ້ອງກັນອາກາດ ຢູ່ອຸໂມງບັນຊາສູ້ຮົບໃນ 12 ວັນ - ຄືນ, ໃຫ້ຮູ້ວ່າ:

        “ໃນວຽກງານກະກຽມ, ນັກຊ່ຽວຊານ ໂຊວຽດ ຊ່ວຍທະຫານ ຫວຽດນາມ ປັບປຸງລະບົບລູກສອນໄຟຄັ້ງທີ 3 ເພື່ອແນໃສ່ຕ້ານການສັບສົນຂອງສັນຍານ ເພື່ອສາມາດຍິງ ເຮືອບິນ B52 ໄດ້. ທີສອງ ແມ່ນປັບປຸງ ເຄື່ອງວັດແທກຂອງລູກສອນໄຟທັງໝົດ. ນັກຊ່ຽວຊານ ໂຊວຽດ ມາ ຫວຽດນາມ ເພື່ອປັບປຸງລະບົບນີ້ເປັນເວລາຫຼາຍເດືອນ. ຖ້າບໍ່ປັບປຸງຍິງເຮືອບິນ B52 ຈະບໍ່ຖືກ”

ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ ທາງອາກາດ ຄັ້ງປະຫວັດສາດ - ảnh 3 (ພາບປະກອບ)

        ດັ່ງນັ້ນ, ສຳລັບໂລກແລ້ວ, ໄຊຊະນະ “ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍສຳຄັນສຳລັບຂະບວນການຕ່ໍສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ລັດທິສັງຄົມນິຍົມ; ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາຜູ້ຕໍ່ສູ້ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

        ຫວຽດນາມ ພວມຢູ່ໃນຈຸດເວລາສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ທາງອາກາດ. ຄວາມໝາຍຄັ້ງປະຫວັດສາດຂອງເຫດການນີ້ ແມ່ນບົດຮຽນອັນລ້ຳຄ່າໃຫ້ແກ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ