ວັນທີ 14/2/2013, ຄະນະກຳມະການປົກປ້ອງນັກຂ່າວສາກົນ ໄດ້ປະກາດອັນທີ່ເອີ້ນວ່າ: “ບົດລາຍງານປະຈຳປີກ່ຽວກັບສະພາບເສລີດ້ານການສື່ສານທົ່ວໂລກ“ ຊື່ງໃນນັ້ນຖືວ່າ: ຫວຽດນາມ ນອນໃນຈຳນວນ 5 ປະເທດກັກຂັງນັກຂ່າວຫຼາຍກ່ວາໝູ່ໃນໂລກ. ການຕີລາຄາດັ່ງກ່າວແມ່ນຂາດຄວາມເປັນຈິງ, ບໍ່ຖືກກັບສະພາບການສື່ສານຢູ່ຫວຽດນາມ ແລະ ໄດ້ເສກສັນປັ້ນແຕ່ງກ່ຽວກັບສິດເສລີດ້ານການສື່ສານຢູ່ຫວຽດນາມ ຢ່າງເປີດແປນ.
(ພາບປະກອບ:petrotimes.vn)
ໃນອັນທີ່ເອີ້ນວ່າ: “ບົດລາຍງານປະຈຳປີກ່ຽວກັບສະພາບເສລີດ້ານການສື່ສານທົ່ວໂລກ“ ຄະນະກຳມະການປົກປ້ອງນັກຂ່າວສາກົນ ຖືວ່າ: ປະຈຸບັນ, ມີ Bloger ຈຳນວນໜຶ່ງ ແລະ ຜູ້ຊົມໃຊ້ອິນເຕີແນັດຖືກກັກຂັງຍ້ອນໄດ້ສະແດງຄຳຄິດຄຳເຫັນຂອງຕົນຢ່າງເສລີຜ່ານເຄືອຂ່າຍອິນເຕີແນັດ. ບົດລາຍງານຍັງລະບຸວ່າ: “ໄລ່ສະເພາະໃນສານພິພາກສາຄັ້ງໜຶ່ງ ເມື່ອວັນທີ 6/1/2013, ໄດ້ມີຊາວໜຸ່ມ 14 ຄົນຖືກຕັດສິນລົງໂທດດ້ວຍການຈຳຄຸກທັງໝົດ 100 ປີຍ້ອນໄດ້ວສຍໃຊສິດເສລີໃນການປາກເວົ້າ“. ດ້ວຍບັນດາຂ່າວຄາວຄືດັ່ງກ່າວ, ຄະນະກຳມະການປົກປ້ອງນັກຂ່າວສາກົນໄດ້ສະຫລຸບຢ່າງຜິດເຂວວ່າ: ບັນດານັກຂ່າວຖືກຈຳຢູ່ຫວຽດນາມ ສ່ວນຫຼາຍແມ່ນຍ້ອນຖືກກ່າວຜູກໂທດວ່າຕ້ານທຳລາຍລັດເປັນຕົ້ນ.
ໃນຫົວຂໍ້ທີ່ວ່າ: “ບັນດາ Bloger ແລະ ຜູ້ຊົມໃຊ້ອິນເຕີແນັດຖືກກັກຂັງຢູ່ໃນຄຸກ“, ຄະນະກຳມະການປົກປ້ອງນັກຂ່າວສາກົນ ໄດ້ຕີລາຄາບັນດານັກຂ່າວຊອບທຳ, ຖືເອົາການເຄື່ອນໄຫວສື່ສານເປັນອາຊີບສັງຄົມ ຄືກັນກັບບັນດາ Bloger ທີ່ສວຍໃຊ້ອິນເຕີແນັດເພື່ອປະຕິບັດບັນດາການກະທຳລະເມີດຂໍ້ມາດຕາທີ 88 ຂອງປະມວນກົດໝາຍອາຍາລັດ ສສ ຫວຽດນາມ. ໃນຫົວຂໍ້ຂອງອັນທີ່ເອີ້ນວ່າ “ບົດລາຍງານ“, ຄະນະກຳມະການປົກປ້ອງນັກຂ່າວສາກົນໄດ້ຕັ້ງໃຈເສກສັນປັ້ນແຕ່ງສະພາບຕົວຈິງດ້ານການສື່ສານຢູ່ຫວຽດນາມ.
ແຂວງເຮົ້າຢາງຈັດການພົບປະສ້າງສັນກັບນັກຂ່າວໃນໂອກາດບຸນເຕັດ
(ພາບ:tuyengiao.vn)
ອີກຢ່າງໜຶ່ງ, ໃນຕົວຈິງ, ຢູ່ຫວຽດນາມ, ບໍ່ມີນັກຂ່າວຜູ້ໃດຖືກກັກຂັງຍ້ອນໂທດ “ຕ້ານທຳລາຍລັດ“, ພຽງແຕ່ມີບັນດາ Bloger ຖືກສານຕັດສິນລົງໂທດຕ້ອງຈຳຄຸກຍ້ອນເຂົາເຈົ້າໄດ້ລະເມີດກົດໝາຍຫວຽດນາມ. ບັນດາ Bloger ຖືກກັກຂັງ ຫລືວ່າບັນດາຊາວໜຸ່ມຖືກສານຕັດສິນລົງໂທດຕ້ອງຈຳຄຸກຫວ່າງແລ້ວນີ້ຍ້ອນ “ສວຍໃຊ້ສິດເສລີໃນການປາກເວົ້າ“….. ຊື່ງຄະນະກຳມະການປົກປ້ອງນັກຂ່າວສາກົນໄດ້ເຕື້ອງເຖິງໃນ “ບົດລາຍງານ“ ແມ່ນບັນດາເປົ້າໝາຍລະເມີດກົດໝາຍຫວຽດນາມ, ສານຂັ້ນຕ່າງໆຢູ່ຫວຽດນາມ ໄດ້ທຳການພິພາກສາຢ່າງເປີດເຜີຍ, ຕາມຈິດໃຈເຄົາລົບລັດຖະທຳມະນູນ ແລະ ກົດໝາຍ. ໃນສານ, ເຂົາເຈົ້າໄດ້ຍອມຮັບໂທດດ້ວຍບັນດາພະຍານຫຼັກຖານຢ່າງຈະແຈ້ງ ແລະ ຕ້ອງປະຕິບັດຕາມການຕັດສິນລົງໂທດຂອງສານ ແລະ ຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ. ນັບທັງບັນດາທະນາຍຄວາມແກ້ຄວາມໃຫ້ບັນດາເປົ້າໝາຍນີ້ກໍ່ຍອມຮັບວ່າ ສານພິພາກສາເທົ່ານັ້ນໄດ້ທຳການພິພາກສາຖືກຄົນ, ຖືກໂທດ, ຖືກຕ້ອງຕາມກົດໝາຍ. ເປັນອັນວ່າ, ຫວຽດນາມ ປະເທດມີລັດຖະທຳມະນູນ, ກົດໝາຍ, ແມ່ນບໍ່ສາມາດກັກຂັງຜູ້ໃດແບບໄຮ້ເຫດຜົນ, ບໍ່ສາມາດຈັບຕົວຄຸມຂັງຜູ້ບໍ່ມີໂທດ ແລະ ກໍ່ບໍ່ສາມາດກັກຂັງຜູ້ໃດທີ່ໄດ້ອອກສຽງສະແດງຄຳເຫັນຂອງຕົນ, ຄືດັ່ງຄະນະກຳມະການປົກປ້ອງນັກຂ່າວສາກົນ ໄດ້ຄັດສະເໜີໃນບົດລາຍງານ. ອີກເທື່ອໜຶ່ງ, ຄະນະກຳມະການປົກປ້ອງນັກຂ່າວສາກົນໄດ້ຕັ້ງໃຈຄັດສະເໜີບັນດາຂ່າວຄາວທີ່ຜິດເຂວ ເພື່ອຕູ່ຫາສິດເສລີດ້ານສື່ສານຢູ່ຫວຽດນາມ.
ສະມາຄົມນັກຂ່າວຫວຽດນາມ, ອົງການອາຊີບໄດ້ຄຸ້ມຄອງສະມາຊິກກ່ວາ 19.000 ຄົນ, ໃນນັ້ນມີນັກຂ່າວເກືອບ 17.000 ຄົນໄດ້ຮັບບັດນັກຂ່າວພວມເຮັດວຽກຢູ່ອົງການສື່ມວນຊົນແຕ່ສູນກາງລົງຮອດທ້ອງຖິ່ນນັບຮ້ອຍອົງການ, ຍາມໃດກໍ່ສົ່ງເສີມນັກຂ່າວເຄື່ອນໄຫວໂດຍເສລີ ແລະ ມີຫົວຄິດປະດິດສ້າງໃນຂອບເຂດກົດໝາຍ. ແຕ່ກ່ອນອື່ນໝົດ, ນັກຂ່າວຕ້ອງແມ່ນພົນລະເມືອງ ແລະ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຂໍ້ມູນຂ່າວຕ່າງໆໃນບົດຂຽນຂອງຕົນ. ຖ້ານັກຂ່າວລະເມີດກົດໝາຍ, ໃນນັ້ນມີກົດໝາຍວ່າດ້ວຍສື່ສານ ລ້ວນແຕ່ຖືກລົງໂທດຕາມກົດໝາຍ. ສຳລັບບັນດາກໍລະນີບໍ່ແມ່ນນັກຂ່າວ ແຕ່ໄດ້ອ້າງວ່າຕົນເອງແມ່ນ “ນັກຂ່າວເສລີ“, ສວຍໃຊ້ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ສານ ເພື່ອແຈກຢາຍເອກະສານລະເມິດເຖິງຄວາມສະຫງົບປອດໄພແຫ່ງຊາດ, ແລະ ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ພົນລະເມືອງ, ໂດຍອີງໃສ່ລັກສະນະ, ລະດັບ, ຜົນຮ້າຍທີ່ໄດ້ກໍ່ຂຶ້ນ ເພື່ອລົງໂທດຕາມກົດໝາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສະເໝີພາບ ແລະ ຄວາມເຂັ້ມງວດຂອງກົດໝາຍເພື່ອແນໃສ່ຈຸດປະສົງປົກປ້ອງສິດເສລີໃນການປາກເວົ້າ, ສິດເສລີດ້ານການສື່ສານອັນຊອບທຳຢູ່ຫວຽດນາມ.
ແນ່ນອນວ່າ, ຄະນະກຳມະການປົກປ້ອງນັກຂ່າວສາກົນໄດ້ຮູ້ຈັກສິ່ງດັ່ງກ່າວແລ້ວ ແຕ່ໜ້າເສຍດາຍ ໂດຍບໍ່ຫົວຊາຕໍ່ສະພາບຕົວຈິງ, ອົງການນີ້ໄດ້ປະລະເລື່ອງບັນດາອົງການກົດໝາຍຫວຽດນາມ ໄດ້ ແລະ ພວມນຳໃຊ້ລະບົບກົດໝາຍ ຊື່ງໄດຮັບການ້ກໍ່ສ້າງບົນພື້ນຖານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງຫວຽດນາມ ແລະ ສອດຄ່ອງກັບທຳນຽມສາກົນ ເພື່ອປົກປ້ອງສິດເສລີດ້ານການສື່ສານອັນຊອບທຳຢູ່ຫວຽດນາມ, ຫາກໄດ້ເສກສັນປັນແຕ່ງ, ຕູ່ຫາຫວຽດນາມ ຂາດສິດເສລີດ້ານການສື່ສານ. ດ້ວຍບັນດາວຽກງານຂາດລັກສະນະພາວະວິໄສນີ້, ຄະນະກຳມະການປົກປ້ອງນັກຂ່າວສາກົນ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ທຳການເຄື່ອນໄຫວເພື່ອບັນດານັກຂ່າວສັດຈະທຳຢູ່ຫວຽດນາມ ເວົ້າສະເພາະ ແລະ ບັນດານັກຂ່າວສັດຈະທຳສາກົນເວົ້າລວມ.