ຈີນ​ພວມ​ສ້າງ​ໃຫ້​ຕົນ​ເອງ​ໂດດ​ດຽວ​ຍ້ອນ​ມີ​ການ​ກະ​ທຳ​ ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -

   ບັນດານັກສັງເກດການສາກົນ ພວມຕິດຕາມບັນດາການກະທຳຢ່າງຜິດກົດໝາຍຫວ່າງມໍ່ໆມານີ້ຂອງຈີນ ຢູ່ທະເລຕາເວັນອອກຢ່າງແໜ້ນແຟ້ນ. ການກະທຳຂອງຈີນ ເຮັດໃຫ້ປະຊາຄົມໂລກ ຂາດຄວາມໄວ້ເນື້ອເຊື່ອໃຈຕໍ່ປະເທດນີ້ ແລະ ຈີນ ພວມສ້າງໃຫ້ຕົນເອງຢູ່ໂດດດຽວຄໍ່ປະຊາຄົມໂລກ, ເຮັດໃຫ້ ຄວາມໄວ້ວາງໃຈຂອງພາກພື້ນທີ່ມີຕໍ່ປະເທດນີ້ຖືກຫລຸດໜ້ອຍຖອຍລົງ.

ຈີນ​ພວມ​ສ້າງ​ໃຫ້​ຕົນ​ເອງ​ໂດດ​ດຽວ​ຍ້ອນ​ມີ​ການ​ກະ​ທຳ​  ບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1

(ພາບ: AP)

    ເລື່ອງກະຊວງຄຸ້ມຄອງບໍລິຫານປະຊາຊົນຈີນ ໄດ້ປະກາດເອົາເອງອັນທີ່ເອີ້ນວ່າ “ໃນນາມມາດຕະຖານ” ສຳລັບເກາະ, ຫາດຊາຍທະເລແຫ້ງນັບສີບແຫ່ງຢູ່ທະເລຕາເວັນອອກ, ລວມມີບັນດາໂຄງສ້າງພູມສາດທີ່ນອນໃນເຂດເສດຖະກິດຈຳເພາະຂອງຫວຽດນາມ ແລະ ໄດ້ປະກາດອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ” ຂຶ້ນກັບ “ນະຄອນຕາມຊາ” ເພື່ອຄຸ້ມຄອງບັນດາເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ, ບໍ່ພຽງແຕ່ຖືກຫາງສຽງພາຍໃນປະເທດຄັດຄ້ານຢ່າງແຮງເທົ່ານັ້ນ, ຫາກຍັງຖືກກ່າວປະນາມຈາກຫາງສຽງສາກົນຢ່າງຮຸນແຮງອີກດ້ວຍ.

ການກະທຳແບບເກົ່າແຕ່ໃຊ້ວິທີໃຫ່ມ

   ຄວາມຈິງແລ້ວ, ເລື່ອງຈີນ ໄດ້ຍົກອອກຍຸດທະສາດຊືຊາ ກໍ່ແມ່ນຮູບການໃໝ່ ແທນໃຫ້ຍຸດທະສາດແຜນທີ່ເສັ້ນທາງ 9 ຕອນ ຊື່ງຖືກສານກຳມະການສາກົນປະຕິເສດເມື່ອປີ 2016. ປະເທດຕ່າງໆລ້ວນແຕ່ໄດ້ເຂົ້າໃຈແຈ້ງແຜນການນີ້ຂອງຈີນ, ແຕ່ເລື່ອງຈີນ ສ້າງຕັ້ງອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ” ໃນເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຈີນ ມີການຄິດໄລ່ທີ່ເລິກເຊິ່ງ ແຕ່ໄຮ້ເຫດຜົນ.

   ບໍ່ມີໂຄງສ້າງພູມສາດໃດຢູ່ໃນເຂດທີ່ເອີ້ນວ່າ ຕາມຊາ ຖືກຖືວ່າແມ່ນເກາະ ອີງຕາມຄຳຕັດສິນເມື່ອປີ 2016 ຂອງສານກຳມະການສາກົນ. ບັນດາໂຄງສ້າງພູມສາດຢູ່ເຂດທີ່ຈີນ ເອີ້ນວ່າ ຈຸງຊາ ແລະ ຕຸງຊາ ກໍ່ບໍ່ສາມາດຖືກຖືວ່າແມ່ນເກາະໄດ້. ສຳລັບຈີນ ຊື່ງແມ່ນປະເທດມີໄຫຼ່ທະວີບ ແລ້ວ, ການຖະແຫຼງອະທິປະໄຕສຳລັບບັນດາສິດອຳນາດມີໃນທະເລ ລວມມີເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບ ແລະ ແຕ້ມເສັ້ນພື້ນຖານອ້ອມຂ້າງບັນດາໂຄງສ້າງພູມສາດຢູ່ຊືຊາ ນັ້ນແມ່ນບໍ່ມີລັກສະນະເກັ້ຍກ່ອມ.

   ຍ້ອນເຫດນັ້ນ, ໃນດ້ານທາດແທ້, ຍຸດທະສາດຊືຊາ ພຽງແຕ່ແມ່ນແຜນການຢາກແກ່ຍາວຂອງຍຸດທະສາດເສັ້ນທາງ 9 ຕອນຊື່ງຈີນ ແຕ້ມດ້ວຍຕົນເອງຢູ່ທະເລຕາເວັນອອກ ເພື່ອແນໃສ່ປະຕິບັດກົນອຸບາຍຜູກຂາດທະເລຕາເວັນອອກ. ແຕ່ໃນຕົວຈິງແລ້ວ, ປະເທດນີ້ ໄດ້ສ້າງຊ່ອງຫວ່າງໃຫ່ຍຫຼາຍຢ່າງໃນນິຕິກຳ ຂະນະໄດ້ຖະແຫຼງອະທິປະໄຕ.

ສ້າງຕົນເອງໃຫ້ຢູ່ໂດດດຽວ ແລະ ກໍ່ຄວາມຂາດສະສະຖຽນລະພາບໃນພາກພື້ນ

   ສິ່ງທີ່ໜ້າເວົ້າເຖິງ ນັ້ນແມ່ນໃນຂະນະທີ່ແຕ່ລະປະເທດ, ພາກພື້ນ ແລະ ທັງວົງຄະນາຍາດສາກົນ ພວມຕັ້ງໜ້າຮັບມືກັບໂລກລະບາດໂຄວິດ-19. ປັກກິງ ພັດສວຍໃຊ້ໂອກາດນີ້ ເພື່ອປັບປຸງແນວຄວາມຄິດຄວບຄຸມບັນດາໂຄງສ້າງພູມສາດ ແລະ ເຂດທະເລ ຢູ່ທະເລຕາເວັນອອກ. ຄວາມຈິງແລ້ວ, ການກະທຳນີ້ ພວມກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ, ຫລຸດຜ່ອນທ່ວງທ່າ ຊ້ຳບໍ່ໜຳແມ່ນທຳລາຍຄວາມຄືບໜ້າຂອງການເຈລະຈາຄັ້ງຕ່າງໆ ກ່ຽວກັບກົດແຫ່ງການປະພຶດໃນທະເລຕາເວັນອອກ (COC). ສຳຄັນກ່ວານັ້ນແມ່ນ ການກະທຳນີ້ ໄດ້ເຮັດໃຫ້ພາບພົດປະເທດໃຫ່ຍຖືກຊົ່ວຮ້າຍລົງ ໃນສາຍຕາຂອງປະເທດອື່ນໆໃນພາກພື້ນ ແລະ ໃນໂລກ.

   ບັນດານັກສັງເກດການ, ນັກໄຈ້ແຍກສາກົນ ໄດ້ໃຫ້ຂໍ້ສັງເກດວ່າ ຈີນ ໄດ້ສວຍໃຊ້ “ໂອກາດຍຸດທະສາດ ແລະ ສ້າງສະພາບຕົວຈິງໃໝ່ຢູ່ທະເລຕາເວັນອອກ” ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນວ່າ: ປະເທດນີ້ບໍ່ເຄົາລົບກົດໝາຍສາກົນ, ເພີ່ມຄວາມກົດດັນ ແລະ ການນາບຂູ່, ບໍ່ຫົວຊາຕໍ່ກົດໝາຍສາກົນ ແລະ ຄຳຮຽກສິດທີ່ເປັນທຳຂອງປະເທດຕ່າງໆໃນພາກພື້ນ.

   ດ້ວຍບັນດາການກະທຳລະເມີດກົດໝາຍຄືແນວນັ້ນ, ຈີນ ໄດ້ເຮັດໃຫ້ອິດທິພົນຊື່ສຽງເປັນປະເທດໃຫ່ຍຂອງຕົນຖືກຫລຸດລົງ, ກໍ່ຜົນສະທ້ອນໃດ 1 ຕໍ່ຄວາມໄວ້ວາງໃຈ ແລະ ວີທີຮັບຮູ້ຂອງລັດຖະບານປະເທດຕ່າງໆ ຕໍ່ປັກກິງ. ໂດຍແມ່ນປະເທດໃຫ່ຍ ແລະ ແມ່ນ 1 ໃນຈຳນວນ 5 ປະເທດກຳມະການປະຈຳການ ຂອງສະພາຄວາມໝັ້ນຄົງ ສປຊ, ທີ່ຈິງແລ້ວ, ຈີນ ອາດຈະຕ້ອງມີບັນດາການກະທຳທີ່ເໝາະສົມ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ ເຂົ້າໃນການແກ້ໄຂບັນຫາທະເລຕາເວັນອອກ ອີງຕາມກົດໝາຍສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊີ-ປາຊີຟິກ. ແຕ່ໜ້າເສຍດາຍ, ເລື່ອງນີ້ເບີ່ງຄືວ່າຍັງໄກຢູ່ ແລະ ຫາງສຽງສາກົນຍັງຄົງລໍຄອຍບັນດາເຈດຕະນາດີຈາກຝ່າຍຈີນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ