ຊຸກຍູ້ການພົວພັນຫວຽດນາມ - ມຽນມາໃຫ້ພັດທະນາ

ຊຸກຍູ້ການພົວພັນຫວຽດນາມ - ມຽນມາໃຫ້ພັດທະນາ - ảnh 1
ປະທານາທິບໍດີ Thein Sein (ພາບ: ອິນເຕີເນັດ)

(vovworld) - ວັນ​ທີ 20/3, ປະທານາທິບໍດີ ສ​າທາ​ລະນະ​ລັດສະຫະພາບ ​ມຽນມາ Thein Sein ດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 2 ວັນ. ນີ້​ແມ່ນ​ການ​ຢ້ຽມຢາມຫວຽດນາມ​ຄັ້ງ​​ທຳ​ອິດ​ຂອງ​ປະທານາທິບໍດີ Thein Sein, ນັບ​ແຕ່​ທ່ານ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງເປັນ​ການ​ນຳ​ສູງ​ສຸດຂອງມຽນມາ. ການ​ຢ້ຽມຢາມ​ຫວຽດນາມ​ຂອງປະທານາທິບໍດີ Thein Sein ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ.

        ການ​ຢ້ຽມຢາມ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ມຽນມາ ພວມ​ພັດທະນາ​ຢ່າງ​ດີງາມ. ທັງ​ສອງ​ຝ່າຍ​ເຄີຍ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2011 ຜ່ານ​ມາ. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ​ ເມື່ອ​ເດືອນ 6/2011, ການ​ຢ້ຽມຢາມ​ຫວຽດນາມ​ຂອງລັດຖະມົນຕີ​ກະຊວງ​ລ້ຽງສັດ ​ແລະ​ ສິນ​ໃນ​ນ້ຳມຽນມາ​ເມື່ອ​ເດືອນ 8/2011, ​ແລະ​ ຂອງ​ຜູ້​ບັນຊາ​ການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ມຽນມາ ​ເມື່ອ​ເດືອນ 11/2011 ​ແລະ​ຫວ່າງ​ແລ້ວ​ນີ້​, ແມ່ນ​ການ​ຢ້ຽມຢາມ​ມຽນມາ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກໆ ຫງວຽນ​ເຕີ໋ນຢຸງ ​ເມື່ອ​ເດືອນ 12/2011 ພາຍຫຼັງ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ອານຸພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ຄັ້ງ​ທີ 4 (GMS – 4) ຢູ່​ມຽນມາ, ການ​ຢ້ຽມຢາມ​ເຫຼົ່າ​ນີ້​, ໄດ້​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ, ​ໃຫ້​ຮູ້​ວ່າ:

        ”ພວກ​ເຮົາ​ອາດສາມາດ​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ປະທາທິບໍດີ Thein Sein ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸ້ງ ທີ່​ວ່າ: ​ເມື່ອ​ທ່ານ​ນາຍົກລັດຖະມົນຕີມາ​ຢ້ຽມຢາມ​ພວກ​ເຮົາ​ເປັນ​ເທື່ອ​ທຳ​ອິດ, ທ່ານ​ຈະ​​ເປັນແຂກ, ມາ​ຢ້ຽມຢາມ​ເທື່ອ​ທີ​ສອງ, ທ່ານ​ຈະ​​ເປັນເພື່ອນ. ​ແລະ​ ມາ​ຢ້ຽມຢາມ​ເທື່ອ​ທີ​ສາມ, ພວກ​ເຮົາ​ຈະ​ເປັນ​ຄອບຄົວ​ດຽວກັນ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ນຳ​ຂັ້ນ​ສູງ, ກໍ່​ຄື ການ​ນຳ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ​ຫວຽດນາມ ​ແລະ ມຽນມາ. ປະທານາທິບໍດີ Thein Sein ​ໄດ້​ຢັ້ງຢືນ​ວ່າ ຫວຽດນາມ ​ແມ່ນ​ເພື່ອນ​ມິດ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ດັບໜຶ່ງ​ຂອງ​ມຽນມາ​ ໃນ​ອາ​ຊຽນ ​ແລະ​ໃນ​ພາກ​ພື້ນ”

        ກ່ຽວ​ກັບ​ການ​ພົວພັນ​​ດ້ານ​ເສດຖະກິດ​ການ​ຄ້າ, ​ແລະ ການລົງທຶນ​ລະຫວ່າງ​ຫວຽດນາມ - ມຽນມາ, ກໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ຫວຽດນາມ​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ ຮ່າ​ໂນ້ຍ - Yangon, ນະຄອນ​ໂຮ່ຈີ​ມິນ - yangon, ​ເປີດ​ຫ້ອງການ​ຕາງ​ໜ້າດ້ານ​ການບິນ​ຫວຽດນາມ, ຫ້ອງ​ການ​ຕາງ​ໜ້າ​ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV), ບໍລິສັດ​ລົງທຶນ ​ແລະ ​ພັດທະນາ​ມຽນມາ, ຫ້ອງການ​ຕາງ​ໜ້າດ້ານນ້ຳມັນ​ອາຍ​ແກ​ດຫວຽດນາມ, ຫ້ອງການ​ຕາງ​ໜ້າ​ບໍລິສັດ​ໃຫຍ່​ໂທລະ​ຄົມ​ກອງທັບ Viettel, … ຢູ່ yangon. ​ໃນ​ປີ 2011, ສອງ​ຝ່າຍ​​ໄດ້ຊຸກຍູ້​ການຈັດ​ຕັ້ງ​ງານ​ຕະຫຼາດນັດ​​ການ​ຄ້າ​ຄັ້ງຕ່າງໆ​ຢູ່​ແຕ່ລະ​ປະ​ເທດ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ນຳ​ສິນຄ້າມາສູ່​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ສຳຄັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ດ້ານ​ການ​ຄ້າ ​ແລະ​ ການ​ລົງທຶນ​ສອງ​ຝ່າຍ​ໃຫ້​ພັດທະນາ. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ປີ 2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຫວຽດນາມ - ມຽນມາ ຄາດ​ວ່າ​ບັນລຸ​ໄດ້ 170 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 10% ​ເມື່ອ​ທຽບ​ໃສ່​ປີ 2010. ​ແຕ່​ຕາມ​ທ່ານ​ຮອງ​ຫົວໜ້າ​ກົມ​ນະ​ໂຍບາຍ​ດ້ານ​ການ​ຄ້າ, ສັງກັດ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ ​ເລກ​ວາງ​ເລິນ ​ແລ້ວ, ຕົວ​ເລກ​ດັ່ງກ່າວ​ຍັງ​ຕຳ່​ຢູ່ ​ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢູ່​ແຕ່ລະ​ປະ​ເທດ, ​ແລະ​ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ​ຄວນ​ພະຍາຍາມ​ຫຼາຍ​ກວ່າ​ອີກ.

        ”ປະຈຸ​ບັນ, ມູນ​ຄ່າການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ມຽນມາ ຍັງ​ຕຳ່​ຢູ່, ​ເມື່ອ​ທຽບ​ໃສ່​ຍອດ​ວົງ​ເງິນ​ການ​ຄ້າ​ພາຍ​ໃນ​ກຸ່ມ ອາ​ຊຽນ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ຕ້ອງ​ຊອກ​ຮູ້​ບັນດາ​ມາດ​ຕະການ​ຊຸກຍູ້, ທັງ​ມີ​ລັກສະນະ​ສອງ​ຝ່າຍ ​ແລະ​ ພາກ​ພື້ນ, ບາງ​ເທື່ອ​ຈະ​ແມ່ນ​ການ​ເຄື່ອນ​ໄຫວ​ຕ່າງໆທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ສື່​ຂ່າວ, ​ການ​​ເຄື່ອນ​ໄຫວແລກປ່ຽນ​ຄະນະ​ນັກທຸລະ ກິດ, ​ເພີ່ມ​ທະວີ​ກາລະ​ໂອກາດ​ລົງທຶນ ​ແລະ​ ການ​ຄ້າ”

        ທີ່​ກອງ​ປະຊຸມ​ຫວ່າງ​ແລ້ວ​ນີ້ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ​ວິທະຍາສາດ - ​ເຕັກນິກ, ສອງ​ຝ່າຍ​ໄດ້​ປຶກສາ​ຫາ​ລື​ມາດ​ຕະການ​ອັນ​ລະອຽດ​ຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ກະ​ສີ​ກຳ - ປ່າ​ໄມ້, ສິນ​ໃນ​ນ້ຳ, ທາງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ… ພິ​ເສດ, ​ໃນ​ການ​ຢ້ຽມຢາມ​ມຽນມາ​ເມື່ອ​ປີ​ກາຍ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ, ການ​ນຳ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ຈະ​ສືບ​ຕໍ່​ໃຫ້​ບຸລິ​ມາ​ສິດ ​ແກ່​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ, ການ​ຄ້າ ​ແລະ ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 500 ລ້ານ USD ​ໃນ​ປີ 2015. ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ, ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ມີ​ຄວາມ​ສາມັກຄີ ​ແລະ ໝັ້ນຄົງ​ໃນ​ປີ 2015… ​ແລະ​ດ້ວຍ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ທ່ານປະທານາທິບໍດີ Thein Sein . ທັງ​ຫວຽດນາມ ​ແລະ ມຽນມາ ລ້ວນ​ແຕ່​ຢາກຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຮ່ວມ​ມື, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ ຖື​ວ່າ:

        ”​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ຫວຽດນາມ ​ແລະ ມຽນມາ​ໄດ້​ສ້າງ​ຂອບ​ເຂດ​ແຫ່ງ​ການ​ຮ່ວມ​ມື ​ແລະ​ພື້ນຖານ​ການ​ຮ່ວມ​ມື​ໃນ​ທຸກ​ດ້ານ​ຄື: ​ເສດຖະກິດ, ການ​ຄ້າ, ການ​ເມືອງ, ການ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ​ແລະ​ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ເສີມ​ຂະຫຍາຍ​ຂອບ​ເຂດ​ແຫ່ງ​ການ​ຮ່ວມ​ມື​ດັ່ງກ່າວ​ກວ່າ​ອີກ”

        ​​ແນ່ນອນ​ວ່າ, ​ການ​ຢ້ຽມຢາມ​ຫວຽ​ດນາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ຂອງ​ທ່ານປະທານາທິບໍດີ Thein Sein ຈະ​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ບັນດາ​ເນື້ອ​​ໃນ​ທີ່​ຈະ​ປຶກສາ​ຫາລື​ຢ່າງ​ລະອຽດ ​ແລະ ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ທີ່​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ແມ່ນ​ບັນດາ​ການ​ກະທຳ​ລະອຽດ, ພິສູດ​ໃຫ້​ເຫັນ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ຢ່າ​ງ​ແທດ​ຈິງ, ມີ​ປະສິດທິ​ຜົນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຫວຽດນາມ ​ແລະ ມຽນມາ​ໃນ​ປະຈຸ​ບັນ ​ແລະ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ