ຍຸດທະວິທີ grey zone “ເຂດສີຂີ້ເທົ່າ” ຂອງ ຈີນ ຢູ່ທະເລຕາເວັນອອກ

(VOVWORLD) -ໃນໄລຍະຜ່ານມາ, ຄຳສັບ grey zone “ເຂດສີຂີ້ເທົ່າ” ໄດ້ປະກົດຕົວໃນບັນດາການໄຈ້ແຍກຂອງວົງການນັກຊ່ຽວຊານກ່ຽວກັບທະເລຕາເວັນອອກ. ບັນດາການກະທຳເກາະຜິດຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ຖືວ່າມີຈຸດປະສົງຢ່າງຈະແຈ້ງ, ແນໃສ່ຄວບຄຸມເນື້ອທີ່ສ່ວນໃຫຍ່ໃນທະເລຕາເວັນອອກ.

 ຍຸດທະວິທີ “ເຂດ grey zone” ໄດ້ນິຍາມວ່າແມ່ນການກະທຳທີ່ກໍ່ຄວາມເຄັ່ງຕຶງແຕ່ຢູ່ໃຕ້ລະດັບສົງຄາມ, ບໍ່ແມ່ນສິ່ງກໍ່ໃຫ້ເກີດການປະທະກັນ ເພື່ອໃຫ້ບັນດາປະເທດອື່ນ ບໍ່ມີບ່ອນອີງເພື່ອແຊກແຊງເຂົ້າການທະຫານຢ່າງເປັນທາງການ. ດ້ວຍຍຸດທະວິທີນີ້, ບັນດາປະເທດສາມາດນຳໃຊ້ກຳລັງການທະຫານໂດຍປ່ອມຕົວເປັນກຳລັງພົນລະເຮືອນມາເຄື່ອນໄຫວ. ນອກນັ້ນ, ຍັງສົມທົບກັບບາງຍຸດທະວິທີອື່ນໆຄື: ສົງຄາມດ້ານຈິດຕະສາດ, ນິຕິທຳ, ໂຄສະນາ…, ແນໃສ່ຫັນເຂດທີ່ບໍ່ຂັດແຍ້ງກາຍເປັນເຂດຂັດແຍ້ງ.

ຍຸດທະວິທີ grey zone “ເຂດສີຂີ້ເທົ່າ” ຂອງ ຈີນ ຢູ່ທະເລຕາເວັນອອກ - ảnh 1ນັກຮົບກອງທັບເຮືອ ຫວຽດນາມ   ພາບ: /TTXVN

ວິເຄາະບັນດາການກະທຳລະອຽດ

       ຈາກຄຳນິຍາມດັ່ງກ່າວ, ຖ້າຫາກວິເຄາະຄວາມເຄັ່ງຕຶງຕົວຈິງ ພ້ອມກັບບັນດາການກະທຳກະມຶງກະມັງຢູ່ທະເລຕາເວັນອອກຂອງ ຈີນ ໃນໄລຍະຜ່ານມາ, ອາດເຫັນໄດ້ຍຸດທະສາດທີ່ ປັກກິ່ງ ໄດ້ນຳໃຊ້ ແລະ ດັດປັບຜ່ານແຕ່ລະໄລຍະຢ່າງຕໍ່ເນື່ອງ.

        ທຳອິດແມ່ນຍຸດທະສາດດັດແປງ, ຫັນບັນດາກ່ຳປັ່ນພົນລະເຮືອນ, ກ່ຳປັ່ນຫາປາເປັນການທະຫານ. ປັດຈຸບັນ, ຈີນ ມີກ່ຳປັ່ນຕິດຕາມກວດກາການເດີນເຮືອ, ກ່ຳປັ່ນຄຸ້ມຄອງການຫາປາທັນສະໄໝເປັນຈຳນວນຫລວງຫລາຍ. ບັນດາພາບຖ່າຍຈາກດາວທຽມໄດ້ສະແດງໃຫ້ເຫັນວ່າ ບາງຈຸດເວລາມີກ່ຳປັ່ນຫາປາຂອງ ຈີນ ແຕ່ 200 – 300 ລຳຢູ່ອ້ອມຂ້າງດອນຫີນ ຊູບີ ແລະ ແວ່ງຄັນ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ນີ້ແມ່ນບັນດາກຳລັງທີ່ກະມຶງກະມັງທີ່ສຸດ ໃນການສະກັດກັ້ນກ່ຳປັ່ນຂອງບັນດາປະເທດອື່ນ ທີ່ເຄື່ອນໄຫວຖືກຕາມກົດໝາຍຢູ່ເຂດທະເລຂອງຕົນ. ສິ່ງທີ່ອັນຕະລາຍກ່ວາ ແມ່ນບັນດາກ່ຳປັ່ນເຫຼົ່ານັ້ນ ສາມາດບຸກໂຈມຕີ, ມີທ່າດີໃນການຂັດແຍ້ງຢູ່ທະເລ, ສາມາດເຂົ້າໃກ້ກັບບັນດາເຂດທີ່ກ່ຳປັ່ນກອງທັບເຮືອຂອງ ຈີນ ບໍ່ໄດ້ຮັບອະນຸຍາດເຂົ້າ, ປະຕິບັດບັນດາໜ້າທີ່ ເຊິ່ງກ່ຳປັ່ນກອງທັບເຮືອບໍ່ສາມາດປະຕິບັດຢູ່ເຂດນ່ານທະເລຂອງປະເທດອື່ນໄດ້. ຊ້ຳບໍ່ໜຳບັນດາກ່ຳປັ່ນເຫຼົ່ານີ້ໄດ້ປະກອບປືນໃຫຍ່ 30 ມມ, 76 ມມ, ແຕ່ໃນຫລາຍກໍລະນີ ມັນກໍ່ກາຍເປັນອາວຸດປະເພດໜຶ່ງດ້ວຍການກະທຳຕຳ, ດາດ ແລະ ແລ່ນຕັນໜ້າບັນດາກ່ຳປັ່ນຕ່າງປະເທດຢູ່ໃນໄລຍະຫ່າງອັນໃກ້. ກົນອຸບາຍອັນໂຫດຫ້ຽມສ້ຽມແຫຼມນີ້ ພວມກໍ່ຄວາມວິຕົກກັງວົນຕໍ່ບັນດາປະເທດໃນພາກພື້ນ.

        ຕາມການອະທິບາຍຂອງ ປັກກິ່ງ ແລ້ວ, ບັນດາເຫດກ່ຳປັ່ນຕຳກັນຢູ່ທະເລຕາເວັນອອກແມ່ນອຸບັດຕິເຫດການເດີນເຮືອທຳມະດາລະຫວ່າງບັນດາກ່ຳປັ່ນຫາປານຳກັນ, ຕາມການຕີລາຄາຂອງບັນດານັກຄົ້ນຄວ້າສາກົນແລ້ວ ເລື່ອງກຳລັງທະຫານລາດປ້ອງກັນທະເລຊ້ອນຕົວໃນເງົາມືດ ໄດ້ຊ່ວຍ ປັກກິ່ງ ສາມາດສືບຕໍ່ດຳເນີນບັນດາການກະທຳຕຳ, ດາດ ແລະ ກໍ່ຄວາມວຸ້ນວາຍຕໍ່ບັນດາກ່ຳປັ່ນຕ່າງປະເທດ ເຊິ່ງເຂົາເຈົ້າຖືວ່າ ພວມເຄື່ອນໄຫວໃນ “ເສັ້ນ 9 ຕອນ” ກວມເອົາ 80% ເນື້ອທີ່ທະເລຕາເວັນອອກ ໂດຍເຂົາເຈົ້າເປັນຜູ້ແຕ້ມເອງນັ້ນ.

        ກ່ຽວກັບສິ່ງດັ່ງກ່າວ, ອາດຈະຍົກຕົວຢ່າງລະອຽດຄືໃນປີ 2014, ເມື່ອ ຈີນ ຕັັ້ງເຮືອນຮ້ານເຈາະນ້ຳມັນຢູ່ທະເລເລິກ ໄຮຢາງ-981, ໃນເຂດທະເລນອກຝັ່ງຂອງ ຫວຽດນາມ. ຫຼື ຈີນ ຈັດສົ່ງຂະບວນກ່ຳປັ່ນສຳຫລວດ ໄຮຢາງ 8 ລ່ວງລະເມີດເຂົ້າເລິກໃນເຂດເສດຖະຈິດຈຳເພາະ, ເຂດໄຫຼ່ທະວີບຂອງ ຫວຽດນາມ ຢູ່ເຂດ ບ໊າຍຕືຈີ໊ງ ແລະ ແກ່ຍາວເປັນເວລາກ່ວາ 3 ເດືອນ, ນັບແຕ່ຕົ້ນເດືອນ ກໍລະກົດ ຈົນເຖິງທ້າຍເດືອນ ຕຸລາ 2019. ຈີນ ນຳໃຊ້, ບັນຊາກຳລັງທະຫານລາດເພື່ອບັງຄັບ ແລະ ສະກັດກັ້ນການເຈາະນ້ຳມັນ, ກໍ່ຄວາມວຸ້ນວາຍຕໍ່ຊາວປະມົງ…ຍຸດທະວິທີທັງໝົດນີ້ ລ້ວນແຕ່ຂຶ້ນກັບແນວຄວາມຄິດບໍ່ນຳໃຊ້ກຳລັງກອງທັບ.

        ທີສອງ, ບັນດາຖານທີ່ໝັ້ນການທະຫານໃໝ່ທີ່ຜິດກົດໝາຍ ໂດຍ ຈີນ ສ້າງຕັ້ງຢູ່ທະເລຕາເວັນອອກ, ແນໃສ່ເພີ່ມທະວີກຳລັງຄວາມສາມາດຄຸ້ມຄອງສະພາບຕົວຈິງຂອງ ປັກກິ່ງ. ສຸດທ້າຍ ແນວໂຮມຂໍ້ມູນຂ່າວສານສວມບົດບາດສຳຄັນ. ນີ້ກໍ່ແມ່ນສ່ວນໜຶ່ງຂອງຍຸດທະສາດເຂດສີຂີ້ເທົ່າ ເມື່ອ ຈີນ ມານະພະຍາຍາມຍົກອອກບັນດາພະຍານຫຼັກຖານປະຫວັດສາດທີ່ມີຜົນປະໂຫຍດໃຫ້ແກ່ເຂົາເຈົ້າ; ຈັດສົ່ງນັກຮຽນຮູ້ໄປຕ່າງປະເທດ ເພື່ອຮັກສາທັດສະນະອະທິປະໄຕ ຫຼື ເພີ່ມທະວີການພິມຈຳໜ່າຍບັນດາບົດຂຽນທີ່ສະໜັບສະໜູນທັດສະນະຂອງ ຈີນ.

ຜົນກະທົບຫຍໍ້ທໍ້ຕໍ່ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ

       ແນ່ນອນແລ້ວວ່າ ບັນດາປະເທດ ແລະ ຫາງສຽງສາກົນນັບແຕ່ກ່ອນມາຮອດປັດຈຸບັນ ພັດຍັງບໍ່ທັນມີເວລາໃດຮັບຮອງເອົາຄຳຮຽກສິດ “ເສັ້ນ 9 ຕອນ” ທີ່ໄຮ້ເຫດຜົນ ແລະ ໄຮ້ຫຼັກຖານຂອງ ຈີນ. ຫວ່າງແລ້ວນີ້, ໃນບົດລາຍງານ “ມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີພາບ ແລະ ເປີດກ້ວາງ: ຊຸກຍູ້ວິໄສທັດລວມ” ປະກາດໃນວັນທີ 04 ພະຈິກ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຢືນຢັນວ່າ ອະທິປະໄຕທີ່ອີງໃສ່ແຜນທີ່ “ເສັ້ນ 9 ຕອນ” ເຊິ່ງ ຈີນ ຖະແຫຼງຢູ່ທະເລຕາເວັນອອກ ແມ່ນໄຮ້ຫຼັກຖານ, ໄຮ້ເຫດຜົນ ແລະ ຜິດກົດໝາຍ. ອີງໃສ່ກົດໝາຍໜຶ່ງດຽວ ເຊິ່ງ ຈີນ ອ້າງອີງເພື່ອຮຽກເອົາອະທິປະໄຕຢູ່ທະເລຕາເວັນອອກ ກໍ່ຖືກສານ PCA ປະຕິເສດໃນການຕັດສິນເມື່ອເດືອນ ກໍລະກົດ ປີ 2016 ໃນຄະດີ ຟີລິບປີນ ຮ້ອງຟ້ອງ ຈີນ ໂດຍໄດ້ອີງໃສ່ UNCLOS 1982. ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ຄວາມຈິງນັ້ນ, ຈີນ ຍັງຄົງສືບຕໍ່ຮຽກເອົາອະທິປະໄຕໄຮ້ເຫດຜົນ ແລະ ຜິດກົດໝາຍ ເພື່ອຫັນບັນດາເຂດທະເລທີ່ຂຶ້ນກັບອະທິປະໄຕຂອງປະເທດອື່ນ ແລະ ບໍ່ມີການຂັດແຍ້ງໃຫ້ກາຍເປັນເຂດທະເລມີການຂັດແຍ້ງ.

        ຄວາມມັກໃຫຍ່ໃຝ່ສູງຢຶດຄອງທະເລຕາເວັນອອກ ໄດ້ກຳເນີດ “ຍຸດທະວິທີເຂດສີຂີ້ເທົ່າ” ແລະ ເລື່ອງ ຈີນ ພວມນຳໃຊ້ກຳລັງແຮງຂອງຕົນ ເພື່ອບັນລຸຜົນປະໂຫຍດ ເຮັດໃຫ້ເກີດຄວາມສ່ຽງສູ້ຢັນກັນ ແລະ ຂັດແຍ້ງກັນຢູ່ທະເລເພີ່ມຂຶ້ນ, ສົ່ງຜົນກະທົບຫຍໍ້ທໍ້ຕໍ່ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ຶ້ນ. ບັນດາປະເທດໃນພາກພື້ນ ແລະ ໂລກ ລ້ວນແຕ່ມີຜົນປະໂຫຍດທີ່ຕິດພັນກັບທະເລຕາເວັນອອກ. ສະນັ້ນ, ການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍອີງໃສ່ກົດໝາຍ, ເປັນຕົ້ນແມ່ນເຄົາລົບກົດໝາຍສາກົນຢ່າງຄົບຖ້ວນ, ໃນນັ້ນ ພິເສດແມ່ນສົນທິສັນຍາ UNCLOS 1982 ຄວນມີການຮ່ວມມືຫລາຍຝ່າຍ, ພິເສດແມ່ນ ອາຊຽນ ຕ້ອງຮັກສາບົດບາດເປັນໃຈກາງ, ສາມັກຄີ. ເມື່ອສຽງເວົ້າຂອງປະຊາຄົມສາກົນເຂັ້ມແຂງແຮງກ້າ, ເປັນຈິດໜຶ່ງໃຈດຽວ, ການກະທຳໄປຝືນກັບກົດໝາຍສາກົນ ຈະຖືກປະລາໄຊ./.

ຕອບກັບ

ຂ່າວ/ບົດ​ອື່ນ