ຕັດສິນໃຈ, ມານະພະຍາຍາມຫຼາຍກວ່າເກົ່າ ເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ

(VOVWORLD) -ເສດຖະກິດ ຫວຽດນາມ ຟື້ນຟູຢ່າງແຮງ ແລະ ໃນວົງກວ້າງ, ຜົນງານໃນການສັກວັກຊິນເປັນຢ່າງດີທ່ີສຸດໄດ້ຊ່ວຍໃຫ້ ຫວຽດນາມ ເປີດປະຕູບັນດາການເຄື່ອນໄຫວ.
ຕັດສິນໃຈ, ມານະພະຍາຍາມຫຼາຍກວ່າເກົ່າ ເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)

ໃນສະພາບການໄພເງິນເຟີ້ເພີ່ມຂຶ້ນໃນລະດັບສະຖິຕິຢູ່ຫຼາຍປະເທດ, ສະກຸນເງິນຂອງຫຼາຍປະເທດຖືກອ່ອນຕົວລົງ, ການແກ່ງແຍ້ງຍຸດທະສາດເກີດຂຶ້ນຢ່າງຮ້າຍແຮງ, ໃນອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມສຳຄັນ 2 ຄັ້ງກັບການນຳບາງກະຊວງ, ຂະແໜງການ, ນັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປຶກສາຫາລືບັນດາມາດຕະການບໍລິຫານເສດຖະກິດຢ່າງມີປະສິດທິຜົນ. ບຸລິມະສິດອັນດັບໜຶ່ງໃນປະຈຸບັນແມ່ນ ສືບຕໍ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່, ຕ້ານການຊຸດໂຊມ, ຊຸກຍູ້ການຟື້ນຟູການເຕີບໂຕເສດຖະກິດ.

ເປັນເຈົ້າການ, ທຸ່ນທ່ຽງ, ມີປະຕິກິລິຍາດ້ານນະໂຍບາຍຢ່າງທັນການ

ໂດຍສັງເກດກ່ຽວກັບບັນດານະໂຍບາຍ ແລະ ມາດຕະການແກ້ໄຂໃນໄລຍະຜ່ານມາຂອງລັດຖະບານ ຫວຽດນາມ, ທີ່ການປຶກສາຫາລືໃນວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານ, ບັນດານັກຊ່ຽວຊານ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຖືວ່າ ຫວຽດນາມ ໄດ້ເປັນເຈົ້າການ, ທຸ່ນທ່ຽນ, ມີປະຕິກິຕິຍາດ້ານນະໂຍບາຍຢ່າງທັນການ, ມີມາດຕະການແກ້ໄຂຖືກຕ້ອງໃນການບໍລິຫານ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຟື້ນຟູເສດຖະກິດພາຍຫຼັງໂລກລະບາດຢ່າງໄວ.

ຕາມທ່ານນາງ ຮ່າທິກິມງາ, ນັກຊ່ຽວຊານເສດຖະກິດຂັ້ນສູງ, ຜູ້ຕາງໜ້າກອງທຶນເງິນຕາສາກົນ (IMF), ເສດຖະກິດ ຫວຽດນາມ ຟື້ນຟູຢ່າງແຮງ ແລະ ໃນວົງກວ້າງ, ຜົນງານໃນການສັກວັກຊິນເປັນຢ່າງດີທ່ີສຸດໄດ້ຊ່ວຍໃຫ້ ຫວຽດນາມ ເປີດປະຕູບັນດາການເຄື່ອນໄຫວ. ຫວຽດນາມ ກໍ່ສະສົມເງິນຕາຕ່າງປະເທດຢ່າງພຽງພໍສົມຄວນ ເພື່ອຜັນຂະຫຍາຍບັນດານະໂຍບາຍມະຫາພາກ. IMF ໄດ້ດັດປັບການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ປີ 2022 ຈາກລະດັບ 6% ກ່ອນນີ້ຂຶ້ນເປັນ 7%.

ທ່ານນາງ Dorsati Madani, ນັກຊ່ຽວຊານເສດຖະກິດຂັ້ນສູງຂອງທະນາຄານໂລກ (WB) ຕີລາຄາວ່າ ເສດຖະກິດ ແລະ ສະພາບແວດລ້ອມມະຫາພາກຢູ່ ຫວຽດນາມ ແມ່ນດີພໍສົມຄວນ, ວິວັດການຟື້ນຟູໄປຖືກທິດ, ຄວາມຕ້ອງການຢູ່ພາຍໃນປະເທດໄດ້ຮັບການຟື້ນຟູ, ຂະແໜງຜະລິດຢູ່ພາຍໃນປະເທດໄດ້ເຕີບໂຕດີ. ທ່ານນາງຖືວ່າ, ສິ່ງທ້າທາຍໃນປະຈຸບັນຂອງ ຫວຽດນາມ ແມ່ນຮັບປະກັນຄວາມດຸ່ນດ່ຽງລະຫວ່າງການຟື້ນຟູເສດຖະກິດ ແລະ ຄວບຄຸມໄພເງິນເຟີ້, ຮຽກຮ້ອງຕ້ອງມີໄຫວພິບທີ່ສຸດ ແລະ ວ່ອງໄວ ເມື່ອປະສານງານດ້ານນະໂຍບາຍດ້ານການເງິນ ແລະ ເງິນຕາ.

ຕັດສິນໃຈ, ມານະພະຍາຍາມຫຼາຍກວ່າເກົ່າ ເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ - ảnh 2ທ່ານນາງ Dorsati Madani, ນັກຊ່ຽວຊານເສດຖະກິດຂັ້ນສູງຂອງທະນາຄານໂລກ (WB)
(ພາບ: sggp.org.vn)

ນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກເຊື່ອໝັ້ນວ່າ, ພື້ນຖານເສດຖະກິດ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ໃນນັ້ນມີເລື່ອງຊຸກຍູ້ບັນດາບ້ວງເງິນໜູນຊ່ວຍທາງດ້ານເສດຖະກິດ, ບັນດາໂຄງການລົງທຶນສາທາລະນະທີ່ພວມຜັນຂະຫຍາຍ ໄດ້ຮັບການຕີລາຄາວ່າແມ່ນສອດຄ່ອງກັບເສດຖະກິດດີຈີຕອນ, ການພັດທະນາສີຂຽວທີ່ສຸດ, ມຸ່ງໄປເຖິງຮູບແບບພັດທະນາໃໝ່ແບບຍືນຍົງ ແລະ ເປົ້າໝາຍກາຍເປັນປະເທດພັດທະນາໃນໄລຍະ 10-20 ປີຈະມາເຖິງ.

ມີຄວາມຕັດສິນໃຈ, ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າເກົ່າ

ຕາມທັດສະນະຊີ້ນຳລຸລ່ວງຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ທີ່ບັນດາກອງປະຊຸມກ່ຽວກັບການບໍລິຫານເສດຖະກິດມະຫາພາກໃນໄລຍະຈະມາເຖິງແມ່ນ ບໍ່ປະໝາດຢ່າງເດັດຂາດ, ກຳແໜ້ນສະພາບການສາກົນ, ພາຍໃນປະເທດ, ເປັນເຈົ້າການນຳໃຊ້, ສົມທົບກັນລະຫວ່າງບັນດາເຄື່ອງມືນະໂຍບາຍຢ່າງມີໄຫວພິບ ເພື່ອປະຕິບັດບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ນີ້ແມ່ນເປົ້າໝາຍໃຫ້ບຸລິມະສິດ ທັງມີລັກສະນະຮີບດ່ວນ, ທັງມີລັກສະນະຍຸດທະສາດ ແລະ ກໍ່ແມ່ນໜ້າທີ່ຈຸດສຸມ, ລຸລ່ວງໃນໄລຍະທີ່ຍັງເຫຼືອຂອງປີ 2022 ແລະ ຊຸມປີຕໍ່ໆໄປ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ຢາກຜັນຂະຫຍາຍຢ່າງມີປະສິດທິຜົນ, ຫວຽດນາມ ຈະສຸມໃສ່ບັນດາໜ້າທີ່, ມາດຕະການແກ້ໄຂຈຸດສຸມ. ນັ້ນແມ່ນ, ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ເປັນເຈົ້າການ, ມີໄຫວພິບ, ທັນການ, ບັນລຸປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດກັບນະໂຍບາຍປີການເງິນ ແລະ ນະໂຍບາຍອື່ນ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການຄຸ້ມຄອງ, ກວດກາ, ຕິດຕາມກວດກາຕະຫຼາດ, ລາຄາ, ບໍລິຫານຢ່າງມີໄຫວພິບທີ່ສຸດ…

ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ພື້ນຖານເສດຖະກິດມີຄວາມສາມາດຕ້ານຢັນເປັນຢ່າງດີ, ມີການແກ້ງແຍ້ງສູງຈຶ່ງສ້າງພື້ນຖານເສດຖະກິດມະຫາພາກໃຫ້ເປັນປົກກະຕິຢ່າງໝັ້ນຄົງເຂັ້ມແຂງໄດ້, ຫຼຸດຜ່ອນຜົນກະທົບຈາກສະພາບການຜັນແປຢ່າງໃຫຍ່ຫຼວງຈາກພາຍນອກ. ຍ້ອນເຫດນັ້ນ, ຍູ້ແຮງການພັດທະນາຕະຫຼາດພາຍໃນ, ພ້ອມທັງຫັນເປັນຕະຫຼາດສາກົນເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການສົ່ງເສີມດ້ານການຄ້າ, ສ້າງເຄື່ອງໝາຍການຄ້າ ຫວຽດນາມ, ຊຸກຍູ້ການສົ່ງອອກແບບຍືນຍົງ. ຊຸກຍູ້ການຮ່ວມສຳພັນຕາມທິດລະບົບມູນຄ່າ, ຍົກສູງມູນຄ່າເພີ່ມ, ເຊື່ອມຕໍ່ເຂດເສດຖະກິດຢູ່ພາຍປະເທດ ກັບເຂດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI), ລະຫວ່າງຕະຫຼາດພາຍໃນປະເທດ ແລະ ຕະຫຼາດສາກົນ.

ບັນດາກະຊວງ, ຂະແໜງການ ຈະສືບຕໍ່ສ້າງລະບອບນະໂຍບາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ ເພື່ອສ້າງ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ; ຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາດີຈີຕອນ, ເສດຖະກິດສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ພ້ອມນັ້ນ, ຫວຽດນາມ ກໍ່ຈະສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ