ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສືບ​ຕໍ່​ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ສະ​ພາບ​ແວດ​ລ້ອມແຫ່ງ​ການ​ລົງ​ທຶນ ຢູ່ ຫວຽດ​ນາມ

(VOVWORLD) - ໃນສະພາບການເສດຖະກິດທົ່ວໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກໃນໄລຍະ 6 ເດືອນຕົ້ນປີ 2024, ຫວຽດນາມ ຍັງຄົງນັບມື້ນັບດຶງດູກໃຈນັກລົງທຶນຕ່າງປະເທດ ແລະ ຍາມໃດກໍນອນໃນບັນຊີບຸລິມະສິດ. ສິ່ງດັ່ງກ່າວໄດ້ສະແດງຜ່ານການເຕີບໂຕຂອງກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ລົງທຶນເຂົ້າ ຫວຽດນາມ ກໍຄືດັດຊະນີຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດຕ່າງປະເທດສຳລັບແງ່ຫວັງເສດຖະກິດ ຫວຽດນາມ ຍາມໃດກໍຮັກສາຢູ່ໃນລະດັບທີ່ຕັ້ງໜ້າ.

ຕາມຕົວເລກຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໃນ 6 ເດືອນຕົ້ນປີ 2024, ຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ຈົດທະບຽນທັງໝົດບັນດລຸເກືອບ 15,2 ຕື້ USD, ເພີ່ມຂຶ້ນກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດກັບພື້ນຖານເສດຖະກິດຂອງ ຫວຽດນາມ ແມ່ນພວມມີຄວາມຕັ້ງໜ້າ ດ້ວຍເລື່ອງມີຫຼາຍກຸ່ມບໍລິສັດ, ວິສາຫະກິດ ສະແດງຄວາມປາດຖະໜາຢາກສືບຕໍ່ລົງທຶນຢູ່ ຫວຽດນາມ. ຄວາມຫວັງດຶງດູດເງິນລົງທຶນ FDI ທັງປີ 2024 ອາດຈະບັນລຸປະມານ 39 - 40 ຕື້ USD.

ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສືບ​ຕໍ່​ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ສະ​ພາບ​ແວດ​ລ້ອມແຫ່ງ​ການ​ລົງ​ທຶນ ຢູ່ ຫວຽດ​ນາມ - ảnh 1ທ່ານ Hong Sun, ປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ (Kocham)
(ພາບ: chinhphu.vn) 

ແງ່ຫວັງເສດຖະກິດມີສັນຍານຕັ້ງໜ້າ - ປັດໄຈສຳຄັນດຶງດູດ FDI

        ໄລຍະຜ່ານມາ, ຫາງສຽງຕ່າງປະເທດ, ບັນດາອົງການການເງິນ ແລະ ບັນດາອົງການຈັດຕັ້ງສາກົນ ສືບຕໍ່ຍົກອອກຂໍ້ສັງເກດທີ່ຕັ້ງໜ້າກ່ຽວກັບສະພາບການພັດທະນາເສດຖະກິດ ຫວຽດນາມ.

        ລະອຽດ, Oxford Economics, ບໍລິສັດໃຫ້ຄຳປຶກສາເອກະລາດແຖວໜ້າໂລກ, ຄາດຄະເນວ່າ GDP ປີ 2024 ຂອງ ຫວຽດນາມ ຈະເພີ່ມຂຶ້ນ 5,6%, ໃນຂະນະນັ້ນ ທະນາຄານ United Oversea – UOB (ສິງກະໂປ) ຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ບັນລຸ 6% ໃນປີ 2024 ແລະ 6,4%  ໃນປີ 2025. ING THINK, ເວັບໄຊວິເຄາະເສດຖະກິດ - ການເງິນສາກົນ, ຄາດວ່າລະດັບການເຕີບໂຕ GDP ຂອງ ຫວຽດນາມ ປີ 2024 ແມ່ນ 6%, ໜຶ່ງໃນບັນດາລະດັບການເຕີບໂຕສູງສຸດຂອງພາກພື້ນ  ແລະ ຄາດວ່າຈະເພີ່ມຂຶ້ນ 6,5% ໃນປີ 2025.

        ຕາມການຕີລຄາຂອງກຸ່ມບໍລິສັດ Standard Chartered (ອັງກິດ) ແລ້ວ, ຫວຽດນາມ ນອນໃນກຸ່ມນຳໜ້າລະດັບການເຕີບໂຕຂອງປີ 2024 ດ້ວຍການເພີ່ມຂຶ້ນກວ່າ 6%. ທ່ານ Jose Vinals, ປະທານກຸ່ມບໍລິສັດ ຖືວ່າ:

        “ເມື່ອອັນດັບການສິນເຊື່ອຂອງປະເທດເພີ່ມຂຶ້ນ, ຫວຽດນາມ ອາດສາມາດດຶງດູດໄດ້ຫຼາຍນັກລົງທຶນກວ່າ, ນັບທັບເງິນລົງທຶນໂດຍກົງ ແລະ ທາງອ້ອມ. ນັ້ນແມ່ນການກະທົບອັນຕັ້ງໜ້າສຳລັບພື້ນຖານເສດຖະກິດ ຫວຽດນາມ, ພື້ນຖານເສດຖະກິດທີ່ເປີດເຜີຍ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ. ຂ້າພະເຈົ້າຄິດວ່າ ຫວຽດນາມ ສາມາດບັນລຸໄດ້ເປົ້າໝາຍພັດທະນາສູງກວ່າ ຍ້ອນວ່າ ຫວຽດນາມ ມີກຳລັງບົ່ມຊ້ອນ ແລະ ມີຄວາມດູດດື່ມເພື່ອເຕີບໂຕໄວກວ່າ. ເມືຶ່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆໃນໂລກ, ການຄາດຄະເນລະດັບການເຕີບໂຕ 6% ໃນປີ 2024 ຂອງ ຫວຽດນາມ ແມ່ນຂ່າວທີ່ດີ”.

        ນັບແຕ່ນີ້ຮອດທ້າຍປີ 2024, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າກວ່າ. ທະນາຄານໂລກ (WB), ກອງທຶນເງິນຕາສາກົນ  (IMF), ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (AMRO) ລ້ວນແຕ່ຄາດຄະເນການເຕີບໂຕຂອງ ຫວຽດນາມ ປີ 2024 ເພີ່ມຂຶ້ນເມື່ອທຽບໃສ່ປີ 2023, ບັນລຸປະມານ 5,5 % - 6%.

ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ສືບ​ຕໍ່​ຕັ້ງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ສະ​ພາບ​ແວດ​ລ້ອມແຫ່ງ​ການ​ລົງ​ທຶນ ຢູ່ ຫວຽດ​ນາມ - ảnh 2ລະບົບຜະລິດຂອງວິສາຫະກິດແຫ່ງໜຶ່ງທີ່ມີທຶນ FDI (ພາບປະກອບ:  Danh Lam/TTXVN)

       ຈຸດໝາຍປາຍທາງທີ່ຈັບໃຈຂອງບັນດານັກລົງທຶນຕ່າງປະເທດ

        ດ້ວຍລະດັບການເຕີບໂຕເສດຖະກິດທີ່ຕັ້ງໜ້າໃນໄລຍະ 6 ເດືອນຕົ້ນປີ 2024, ການລົງທຶນ FDI ເຂົ້າ ຫວຽດນາມ ໃນປີ 2024 ນີ້ມີການເຕີບໂຕທີ່ເປັນໜ້າຊື່ນຊົມ. ໜ້າສົນໃຈແມ່ນ, ເງິນລົງທຶນໂດຍກົງຈາກຕ່າງປະເທດປະຕິບັດຢູ່ ຫວຽດນາມ ໃນ 6 ເດືອນຕົ້ນປີຄາດວ່າບັນລຸ 10,84 ຕື້ USD, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເຊິ່ງແມ່ນລະດັບສູງສຸດໃນຮອບເວລາ 5 ປີຜ່ານມາ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ບັນດານັກລົງທຶນຕ່າງປະເທດສືບຕໍ່ຖື ຫວຽດນາມ ແມ່ນສະຖານທີ່ລົງທຶນສຳຄັນໃນໄລຍະກາງ ແລະ ໄລຍະຍາວ ໃນສະພາບການລະບົບສະໜອງທົ່ວໂລກພວມດຳເນີນວິວັດທະນາການສ້າງໂຄງປະກອບຄືນໃໝ່. ທ່ານ Joo – ok Lee, ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ, ເວທີປາໄສເສດຖະກິດໂລກ (WEF) ຕີລາຄາວ່າ:

        “ຫວຽດນາມ ພວມຢັ້ງຢືນໄດ້ອິດທິພົນຊື່ສຽງຂອງຕົນກັບການນຳບັນດາສະມາຊິກຂອງເວທີປາໄສເສດຖະກິດໂລກ. ບັນດາວິສາຫະກິດ, ກຸ່ມບໍລິສັດທົ່ວໂລກພວມຊອກຫາສະຖານທີ່ລົງທຶນທີ່ມີສະຖຽນລະພາບ, ຂະຫຍັນຂັນເຄື່ອນ ແລະ ມີໂອກາດເປີດກວ້າງການລົງທຶນ”.

        ຄູ່ຮ່ວມມືສຳຄັນອື່ນອີກຂອງ ຫວຽດນາມ ແມ່ນຍີ່ປຸ່ນ ກໍຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ. ຜົນການສຳຫຼວດຂອງ JETRO ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດປະກາດໃນໄຕມາດທີ I/2024 ກໍຊີ້ໃຫ້ເຫັນວ່າ ໃນ 1 – 2 ປີຕໍ່ໜ້າ, ອັດຕາວິສາຫະກິດ ຍີ່ປຸ່ນ ຈະເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ ແມ່ນເກືອບ 57%. ມີຫຼາຍກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ຕ່າງກໍສະແດງຄວາມປາດຖະໜາຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

        ບັນດານັກຊ່ຽວຊານດ້ານເສດຖະກິດໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມດຶງດູດສຳລັບບັນດານັກລົງທຶນຕ່າງປະເທດ ແລະ ໜ້າລົງທຶນທີ່ສຸດໃນໄລຍະຈະມາເຖິງ. ເລື່ອງບັນດານັກລົງທຶນຕ່າງປະເທດຕີລາຄາສູງຄວາມດູດດື່ມຂອງ ຫວຽດນາມ ນັ້ນ ແມ່ນ ກຳລັງໜູນທີ່ສຳຄັນ ເພື່ອໃຫ້ ຫວຽດນາມ ສືບຕໍ່ດຶງດູດກະແສເງິນລົງທຶນ FDI ໃນ 6 ເດືອນທ້າຍປີ, ຜ່ານນັ້ນ, ກໍ່ປະກອບສ່ວນເຂົ້າໃນການພັດທະນາລວມຂອງພື້ນຖານເສດຖະກິດໃນປີ 2024./.

ຕອບກັບ

ຂ່າວ/ບົດ​ອື່ນ