ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ EU ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ 3 ປະເທດ ສະມາຊິກສະຫະພາບ ເອີລົບ (EU) ນັ້ນແມ່ນ ລາຊະອານາຈັກ ລຸກຊຳບວກ, ລາຊະນາອາຈັກ ໂຮນລັງ ແລະ ລາຊະນາອາຈັກ ແບນຊິກ ໃນລະຫວ່າງວັນທີ 9 – 15 ທັນວາ. ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຄັ້ງນີ້ບໍ່ພຽງແຕ່ບັນລຸໄດ້ຄວາມເຊື່ອໝັ້ນທາງດ້ານການເມືອງເທົ່ານັ້ນ, ຫາກຍັງນຳມາເຊິ່ງໝາກຜົນຫຼາຍຢ່າງອີກດ້ວຍ ລະອຽດແມ່ນບັນດາຄຳໝັ້ນສັນຍາຮ່ວມມືໃນບັນດາຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມຕ້ອງການຂອງແຕ່ລະຝ່າຍ, ເພີ່ມເຕີ່ມໃຫ້ກັນ, ພ້ອມກັນພັດທະນາ.
ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ EU ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte

ຊຸກຍູ້ການຄ້າ, ການລົງທຶນ, ການເຊື່ອມຕໍ່ດ້ານເສດຖະກິດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ຄ້ຳປະກັນດ້ານສະບຽງອາຫານ, ພັດທະນາເສດຖະກິດທະເລ, ພັດທະນາແບບຍືນຍົງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ… ແມ່ນບັນດາຂົງເຂດຮ່ວມມື ໂດຍ ຫວຽດນາມ ແລະ 3 ປະເທດ EU ສຸມໃສ່ປຶກສາຫາລື. EU ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ກົງກັນຂ້າມ, ຫວຽດນາມ ກໍ່ປາດຖະໜາຢາກຮຽນຮູ້, ແລກປ່ຽນບົດຮຽນປະສົບການຮ່ວມມືໃນບັນດາຂົງເຂດເຊິ່ງບັນດາປະເທດ EU ມີທ່າແຮງ.

ຊຸກຍູ້ການຮ່ວມມືກ່ຽວກັບການພັດທະນາຕະຫຼາດການເງິນ

ໃນການຢ້ຽມຢາມລຸກຊຳບວກຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ໃນລະຫວ່າງວັນທີ 9 – 10 ທັນວາ), ຈຸດພົ້ນເດັ່ນສຳຄັນແມ່ນຊຸກຍູ້ການຮ່ວມມືກ່ຽວກັບການພັດທະນາຕະຫຼາດການເງິນ. ລຸກຊຳບວກ ມີປະສົບການຫຼາຍຢ່າງໃນຂົງເຂດການເງິນ ໃນຂະນະນັ້ນ ຫວຽດນາມ ພວມມີຄວາມຕ້ອງການຢ່າງໃຫຍ່ຫຼວງກ່ຽວກັບການດຶງດູດບັນດາແຫຼ່ງການເງິນ ເພື່ອຮັບໃຊ້ໃຫ້ແກ່ວິວັດການພັດທະນາຂອງປະເທດຊາດ.

ໃນການຢ້ຽມຢາມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການສ້າງກອບຄູ່ຮ່ວມມືຍຸດທະສາດກ່ຽວກັບການເງິນສີຂຽວ, ເພື່ອແນໃສ່ຍາດແຍ່ງທ່າແຮງຂອງ ລຸກຊຳບວກ ກ່ຽວກັບແຫຼ່ງເງິນລົງທຶນ, ເປັນຕົ້ນແມ່ນ ການເງິນສີຂຽວ, ເພື່ອໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ ແລະ ມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກຢູ່ COP26 (ປີ 2021). ທ່ານນາຍົກລັດຖະມົນຕີ ລຸກຊຳບວກ ຢັ້ງຢືນວ່າ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແມ່ນກຳລັງໜູນສຳຄັນ ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງສອງຝ່າຍ, ສະໜັບສະໜູນ EU ຮັບຮອງເອົາ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໂດຍໄວ, ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນ, ທະນາຄານ, ຕະຫຼາດຫຼັບຊັບ, ການເງິນ, ດິນຟ້າອາກາດ ແລະ ພິເສດແມ່ນນຳການຮ່ວມມືດ້ານການເງິນສີຂຽວ ເຊິ່ງແມ່ນຂົງເຂດທີ່ເປັນທ່າແຮງຂອງ ລຸກຊຳບວກ ໃຫ້ກາຍເປັນເສົາຄ້ຳໃນການຮ່ວມມືລະຫວ່າງສອງປະເທດ.

ການຮ່ວມມືຮັບມື ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາກະສິກຳແບບຍືນຍົງ

ສຳລັບໂຮນລັງ, ຜ່ານໄລຍະເວລາ ເກືອບ 50 ປີ, ສອງປະເທດໄດ້ສ້າງການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ. ການພົວພັນ ຫວຽດນາມ - ໂຮນລັງ ໄດ້ຕີລາຄາວ່າແມ່ນແບບຢ່າງຂອງການພົວພັນທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ປະສິດທິຜົນ, ພັດທະນາຢ່າງດີງາມໃນທຸກຂົງເຂດ. ສອງປະເທດໄດ້ສ້າງຕັ້ງຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ (ເດືອນຕຸລາ ປີ 2010), ຄູ່ຮ່ວມມືຍຸດທະສາດ ກ່ຽວກັບກະສິກຳ ແບບຍືນຍົງ ແລະ ຄ້ຳປະກັນດ້ານສະບຽງອາຫານ ( ເດືອນ ມິຖຸນາ 2014). ນີ້ແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງ ໂຮ່ນລັງ ແລະ ຫວຽດນາມ ມີຫຼາຍຈຸດທີ່ຄ້າຍຄືກັນ ອາດຈະຍາດແຍ່ງການຮ່ວມມືຊ່ວຍເຫຼືອຈາກໂຮນລັງ.

ຢູ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ຫຼືໃນການພົບປະກັບບັນດາການນຳຂອງໂຮນລັງໃນຂອບເຂດການຢ້ຽມຢາມ ໃນລະຫວ່າງວັນທີ 11 – 13 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລ້ວນແຕ່ໄດ້ຮັບບັນດາຄຳໝັ້ນສັນຍາເປັນເອກະພາບທີ່ຮເດເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ເປັນຕົ້ນແມ່ນໃນບັນດາຂົງເຂດລະອຽດຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາກະສິກຳ ແບບຍືນຍົງ. ຕາມນັ້ນແລ້ວ, ໂຮນລັງພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ຄວາມຮູ້, ເຕັກໂນໂລຢີ ແລະ ບັນດາບ້ວງເງິນກູ້ຢືມບຸລິມະສິດ ເພື່ອຊ່ວຍຫວຽດນາມ ພັດທະນາກະສິກຳແບບຍືນຍົງ, ລະບົບ logistics, ການຫັນປ່ຽນສີຂຽວ, ປົກປັກຮັກສາຊີວະນາໆພັນ, ຄຸ້ມຄອງນ້ຳ, ພິເສດແມ່ນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ພ້ອມກັນນັ້ນ, Amsterdam ກໍ່ຢັ້ງຢືນວ່າ ຈະຊຸກຍູ້ການຮ່ວມມືໃນການພັດທະນາພະລັງງານທົດແທນ, ໜູນຊ່ວຍຫວຽດນາມ ກ່ຽວກັບເຕັກໂນໂລຢີຂຸດຄົ້ນຊາຍຢູ່ນອກຝັ່ງທະເລ, ຕ້ານດິນເຊາະເຈື່ອນ, ປັບປຸງກົດໝາຍວ່າດ້ວຍຊັບພະຍາກອນນ້ຳ ຢູ່ ຫວຽດນາມ.

ສອງຝ່າຍໄດ້ເຊັນຂໍ້ຕົກລົງ, ເອກະສານຮ່ວມມືບາງສະບັບໃນບັນດາຂົງເຂດຄື: ພັດທະນາການນຳໃຊ້ເຕັກໂນໂລຢີຊີວະວິທະຍາ ແລະ ເລືອກເອົາແນວພັນປູກທີ່ມີມູນຄ່າສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເຕັກໂນໂລຊີຫັນເປັນການຄ້າ, ບຳລຸງສ້າງອາຊີບ ແລະ ຝືກຫັດກ່ຽວກັບສະສິກຳແບບອັດສະລິຍະ…

ຫວຽດນາມ ແລະ ແບນຊິກ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືກ່ຽວກັບກະສິກຳ, ການລົງທຶນ ແລະ ການຄ້າ

ລາຊະອານາຈັກ ແບນຊິກ ແມ່ນປະເທດທີ 3 ແລະ ປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຢູ່ ເອີລົບໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ແບນຊິກແມ່ນຄູ່ຮ່ວມມືກນຄ້າໃຫຍ່ອັນດັບທີ 6 ຂອງ ຫວຽດນາມ ໃນ EU. ເຖິງວ່າ ແມ່ນຕະຫຼາດນ້ອຍກໍ່ຕາມ ແຕ່ການພົວພັນທາງການຄ້າລະຫວ່າງ ຫວຽດນາມ ແລະ ແບນຊິກ ຢູ່ລະດັບສູງກ່ວາຫຼາຍເມື່ອທຽບໃສ່ກັບບັນດາປະເທດ EU ແລະ ເອີລົບ, ພິເສດແມ່ນການສົ່ງອອກຂອງ ຫວຽດນາມ ຍ້ອນວ່າສິນຄ້າ ຈາກຫວຽດນາມ ໄດ້ສົ່ງເຂົ້າແບນຊິກ ເພື່ອສົ່ງຕໍ່ໄປຍັງບັນດາປະເທດຢູ່ຕາເວັນຕົກເອີຣົບ. ບົນພື້ນຖານນັ້ນ, ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄູ່ຮ່ວມຕຳແໜ່ງລາຊະອານາຈັກ ແບນຊິກ Alexander De Croo ໄດ້ເຫັນດີເປັນເອກະພາບວ່າ ສັນຍາ EVFTA ແມ່ນກຳລັງໜູນສຳຄັນເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ. ແບນຊິກສະໜັບສະໜູນເລື່ອງສອງຝ່າຍ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດທາງດ້ານກະສິກຳຢ່າງແຮງ ແລະ ມີປະສິດທິຜົນ, ສະເໜີໃຫ້ສ້າງກຸ່ມເຮັດວຽກລວມ ເພື່ອມີບັນດາໂຄງການຮ່ວມມືຢ່າງລະອຽດ. ມີເອກະສານຮ່ວມມືຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດໃນບັນດາຂົງເຂດຄື: ກະສິກຳ, ພັດທະນາເສດຖະກິດທະເລຂຽວ, ສະບຽງອາຫານປອດສານພິດ, ຖ່ານກຳມັນໄດ້ລົງນາມໃນໂອກາດນີ້.

ປີ 2023, ຫວຽດນາມ ຈະພ້ອມກັບ 3 ປະເທດ ລຸກຊຳບວກ, ໂຮນລັງ, ແບນຊິກ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023). ພາຍຫຼັງການຢ້ຽມຢາມນີ້, ດ້ວຍບັນດາໝາກຜົນລະອຽດດັ່ງກ່າວ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ 3 ປະເທດ EU ນີ້ແນ່ນອນວ່າຈະໄດ້ຮັບການຊຸກຍູ້ຢ່າງແຮງກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ