ບືນຂຶ້ນຈາກ​ຄວາມ​ເຈັບ​ປວດ​ຂອງ​ທາດ​ພິດ​ສີ​ສົ້ມ

(VOVWORLD) -ວັນທີ 10 ສິງຫາ ຂອງທຸກໆປີ ແມ່ນວັນລະນຶກເຖິງວັນວິນາດສະກຳທາດພິດສີສົ້ມຢູ່່ຫວຽດນາມ. ປີ 2020, ແມ່ນຄົບຮອບ 59 ປີ ແຫ່ງວັນກອງທັບ ອາເມລິກາ ຫວ່ານທາດພິດເຄມີລົງດິນແດນພາກໃຕ້ຫວຽດນາມ (10/8/1961 10/08/2020), ສະນັ້ນ ໄດ້ມີກິດຈະກໍາ, ການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງເພື່ອເບິ່ງແຍງດູແລໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຖືກດໍາເນີນຢູ່ທ້ອງຖິ່ນ, ສະມາຄົມຂັ້ນຕ່າງໆ. ຫຼາຍນະໂຍບາຍກໍຄ່ອຍໆໄດ້ສ້າງໃຫ້ສົມບູນແບບເພື່ອໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ແລະ ລູກຫຼານຂອງເຂົາເຈົ້າໄດ້ມີຊີວິດທີ່ດີງາມກວ່າເກົ່າ. 

ທາດພິດເຄມີໄດ້ເຮັດໃຫ້ປະຊາຊົນຫວຽດນາມຈໍານວນກວ່າ 4,8 ລ້ານຄົນຖືກຮັບຜົນສະທ້ອນ; ໃນນັ້ນ ມີກວ່າ 3 ລ້ານຄົນເປັນຜູ້ປະສົບເຄາະຮ້າຍ, ໃນທົ່ວປະເທດມີປະຊາຊົນນັບໝື່ນໆຄົນຖືກເສຍຊີວິດ, ນັບລ້ານໆຄົນເປັນພະຍາດປົວຍາກ ແລະ ມີອາການທີ່ປວນແປຂອງພະຍາດປົວຍາກ ຍ້ອນທາດພິດດັ່ງກ່າວກໍ່ຂຶ້ນ.

ຄວາມເອົາໃຈໃສ່ຂອງທົ່ວສັງຄົມ

ມີຫຼາຍການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຖືກດໍາເນີນຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ. ຢູ່ແຂວງດົ່ງນາຍ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ, ໂຮງໝໍຫຼາຍຂະແໜງດົ່ງນາຍ, ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນແຂວງ ໄດ້ຈັດຕັ້ງການກວດສຸຂະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນທົ່ວບໍລິເວນແຂວງເພື່ອຕີລາຄາອາການສຸຂະພາບຂອງຜູ້ປະສົບເຄາະຮ້າຍ, ພິຈາລະນາການໜູນຊ່ວຍການກວດ, ປິ່ນປົວພະຍາດໃຫ້ແກ່ຄົນເຈັບໂດຍບໍ່ເສຍຄ່າ. ຜູ້ປະສົບເຄາະຮ້າຍປະມານ 200 ຄົນຢູ່ແຂວງດົ່ງນາຍ ໄດ້ຮັບການໜູນຊ່ວຍກ່ຽວກັບການປິ່ນປົວພະຍາດຜ່ານລາຍການດັ່ງກ່າວ. ເນື່ອງໃນໂອກາດວັນທີ 10 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຂອງແຂວງ ກໍໄດ້ມອບຂອງຂວັນຈໍານວນ 260 ພູດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂັ້ນເມືອງບາງແຫ່ງ. ຢູ່ແຂວງ ຖ໊າຍບິ່ງ ເຊິ່ງເປັນໜຶ່ງໃນບັນດາທ້ອງຖິ່ນທີ່ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫຼາຍທີ່ສຸດໃນທົ່ວປະເທດ ດ້ວຍຈໍານວນ 29.000 ຄົນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຂອງແຂວງ ກໍໄດ້ຈັດການຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍໃນຊຸມວັນຜ່ານມາ.

ພ້ອມກັບຄວາມເອົາໃຈໃສ່ຂອງອໍານາດການປົກຄອງຂັ້ນຕ່າງໆແລ້ວ, ກະກອບສ່ວນເຂົ້າໃນການເບິ່ງແຍງດູແລຜູ້ປະສົບເຄາະຮ້າຍນັ້ນ ຍັງມີຜູ້ຄົນໃຈບຸນໃຈກຸສົນ, ວິສາຫະກິດໃນທົ່ວປະເທດອີກດ້ວຍ. ນີ້ແມ່ນການກະທໍາທີ່ແທດຈິງ ແລະ ເປັນມະນຸດສະທໍາ ແນໃສ່ຊ່ວຍເຫຼືອບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ປະສົບກັບຄວາມຫຍຸ້ງຍາກ.

ບືນຂຶ້ນຈາກ​ຄວາມ​ເຈັບ​ປວດ​ຂອງ​ທາດ​ພິດ​ສີ​ສົ້ມ          - ảnh 1ການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຜູ້ຕິດທາດພິດເຄມີ (ພາບປະກອບ: TTXVN) 

ນະໂຍບາຍລະອຽດ

ທາດພິດສີສົ້ມໄດ້ສົ່ງຜົນກະທົບເຖິງລະບົບສືບພັນ, ກໍ່ໃຫ້ເກີດການຫັນປ່ຽນແຢນກໍາມະພັນ, ສົ່ງຜົນກະທົບຕໍ່ຫຼາຍລຸ້ນຄົນ; ເຮັດໃຫ້ລູກ, ຫຼານຂອງຜູ້ຖືກຜົນສະທ້ອນໂດຍກົງ ມີຮູບຮ່າງບໍ່ສົມປະກອບ, ພິການມາແຕ່ກຳເນີດ.

ໃນຫຼາຍປີຜ່ານມາ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະ ເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແມ່ນໜຶ່ງໃນບັນດາວຽກງານຈຸດສຸມຂອງນະໂຍບາຍຮັບປະກັນຊີວິດສັງຄົມຂອງລັດຫວຽດນາມ. ເອກະສານດ້ານກົດໝາຍຫຼາຍສະບັບທີ່ກ່ຽວຂ້ອງເຖິງການແກ້ໄຂລະບອບ, ນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເວົ້າລວມ ແລະ ຜູ້ເຂົ້າຮ່ວມການຕໍ່ຕ້ານທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມເວົ້າສະເພາະ ກໍໄດ້ຮັບການປະກາດໃຊ້. ແຕ່ລະປີ, ລັດ ໄດ້ຈັດແບ່ງບ້ວງງົບປະມານນັບພັນຕື້ດົ່ງເພື່ອໜູນຊ່ວຍ, ເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສ້ົມ ແລະ ໜູນຊ່ວຍເຂດທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຍ້ອນຖືກຜົນສະທ້ອນຈາກທາດພິດດັ່ງກ່າວ. ທ່ານນາງ ຟ້າມທິຫາຍຮ່າ, ຮອງຫົວໜ້າກົມອຸປະກາລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

“ໄລ່ມາຮອດຈຸດເວລານີ້, ຕາມລັດຖະບັນຍັດວ່າດ້ວຍຜູ້ມີຄຸນງາມຄວາມດີແລ້ວ, ຫວຽດນາມ ມີຜູ້ມີຄຸນງາມຄວາມດີຈໍານວນ 9,2 ລ້ານຄົນໄດ້ຮັບການຢັ້ງຢືນ, ໃນນັ້ນມີ 320.000 ຄົນແມ່ນໄດ້ເຂົ້າຮ່ວມການຕໍ່ຕ້ານ ແລະ ລູກເຕົ້າຂອງເຂົາເຈົ້າຖືກຕິດທາດພິດເຄມີ. ຕາມກົດໝາຍວ່າດ້ວຍຜູ້ພົນພິການ, ພວກຂ້າພະເຈົ້າກໍໄດ້ສະຖິຕິມີຄົນພິການຫຼາຍ ກວ່າ 3 ລ້ານຄົນທີ່ໄດ້ຮັບໃບຢັ້ງຢືນແມ່ນຄົນພິການ. ບົນຫຼັການອອກໃບຢັ້ງຢືນນັ້ນ ແມ່ນມີຄົນພິການປະມານກວ່າ 1 ລ້ານຄົນ ໄດ້ຮັບເງິນໜູນຊ່ວຍປະຈໍາເດືອນ”.

ພ້ອມກັບລັດ, ໃນໄລຍະ 5 ປີມານີ້, ບັນດາສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໄດ້ລະດົມຫຼາຍແຫຼ່ງອຸປະຖໍາເພື່ອມາລົງທຶນກໍ່ສ້າງສູນລ້ຽງດູ, ເບິ່ງແຍງດູແລ, ຟື້ນຟູສະມັດຕະພາບ, ສອນວິຊາຊີບ; ໜູນຊ່ວຍທຶນຮັບໃຊ້ການຜະລິດ, ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ໃນໄລຍະຈະມາເຖິງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຈະສືບຕໍ່ສະເໜີໃຫ້ອົງການມີສິດອໍານາດ ປັບປຸງລັດຖະບັນຍັດສະບັບເລກທີ 04/2012/UBTVQH ກ່ຽວກັບນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ ໃນນັ້ນ ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເວົ້າລວມ ແລະ ຄົນລຸ້ນທີ 3 ທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມເວົ້າສະເພາະໂດຍໄວ ໃຫ້ເໝາະສົມກັບສະພາບການເສດຖະກິດ, ສັງຄົມທີ່ພວມມີການປ່ຽນແປງຫຼາຍຢ່າງນີ້; ປະກອບສ່ວນໜູນຊ່ວຍຊີວິດການເປັນຢູ່ຂອງບັນດາຜູ້ປະສົບເຄາະຮ້າຍໃຫ້ດີກວ່າເກົ່າ.

ຫວຽດນາມ ກໍານົດວ່າ ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ໂດຍກອງທັບ ອາເມລິກາ ນໍາໃຊ້ໃນປາງສົງຄາມຢູ່ຫວຽດນາມ ຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງຄົນເຮົາ ແມ່ນບັນຫາທັງຮີບດ່ວນ ແລະ ຍາວນານ. ເລື່ອງອໍານາດການປົກຄອງທຸກຂັ້ນ ແລະ ທົ່ວສັງຄົມພ້ອມກັນຮ່ວມແຮງຮ່ວມໃຈຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃຫ້ມີຊີວິດທີ່ນັບມື້ນັບດີງາມກວ່າເກົ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ