(vovworld)- ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11(ເອີ້ນຫຍໍ້ວ່າ ກອງປະຊຸມສູນກາງຄັ້ງທີ 5) ໄດ້ອັດລົງໃນກາງອາທິດ ແລະ ໄດ້ວາງອອກຫລາຍລັດຖະນະໂຍບາຍທີ່ສຳຄັນ, ໃນນັ້ນ ເນື້ອໃນຊຶ່ງຫາງສຽງມີຄວາມສົນໃຈ ແລະ ສະແດງຄວາມເຫັນດີເຫັນພ້ອມສູງ ນັ້ນແມ່ນ ເລື່ອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນສັງກັດກົມການເມືອງ. ນີ້ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາມາດຕະການທີ່ຈຳເປັນ ເພາະວ່າ ການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ພວມຮຽກຮ້ອງຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງຈຶ່ງສາມາດນຳມາຊຶ່ງປະສິດທິຜົນໄດ້.
ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11
ພາບ:nld.com.vn
|
ກ່ອນການດຳເນີນກອງປະຊຸມສູນກາງຄັ້ງທີ 5, ສະໂມສອນ ທັງລອງ ຢູ່ ຮ່າໂນ້ຍ ຊຶ່ງແມ່ນສະຖານທີ່ພະນັກງານກິນເບ້ຍບຳນານ 1600 ທ່ານ ດຳເນີນຊີວິດ, ຊຶ່ງອະດີດແມ່ນພະນັກງານຂັ້ນກາງ, ຂັ້ນສູງຢູ່ບັນດາອົງການສູນກາງ ແລະ ນະຄອນຮ່າໂນ້ຍ ໄດ້ສົ່ງຂໍ້ສະເຫນີເຖິງກົມການເມືອງ, ຄະນະເລຂາສູນກາງ ເຂົ້າຮ່ວມການປະກອບຄຳເຫັນກ່ຽວກັບບັນດາມາດຕະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ. ທ່ານ Duong Ngoc Son ຮອງຫົວຫນ້າປະຈຳສະໂມສອນ ທັງລອງ, ອະດີດຮອງຫົວຫນ້າອົງການກວດກາລັດຖະບານໃຫ້ຮູ້ວ່າ: ເພື່ອມີຂໍ້ສະເຫນີດັ່ງກ່າວ, ສະໂມສອນໄດ້ຈັດຕັ້ງກອງປະຊຸມສຳມະນາ 2 ຄັ້ງ ດ້ວຍຫລາຍຄຳເຫັນທີ່ສຸດຈິດສຸດໃຈ, ໃນນັ້ນ ສະເໜີ 5 ມາດຕະການກ່ຽວກັບການປ້ອງກັນ ແລະ ຕ້ານສໍ້ລາດບັງຫລວງ.
“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເພາະວ່າ ແນວຄວາມຄິດຂອງພວກຂ້າພະເຈົ້າທີ່ປະກອບໃຫ້ສູນກາງ ກໍເໝາະສົມກັບແຜນນະໂຍບາຍຂອງກອງປະຊຸມສູນກາງຄັ້ງທີ 5 . ສິ່ງສຳຄັນທີ່ສຸດໃນກອງປະຊຸມຄັ້ງນີ້ນັ້ນແມ່ນ ກົມການເມືອງຊີ້ນຳໂດຍກົງກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຂອງປະເທດຊາດ. ໃນຕໍ່ຫນ້າ ເມື່ອຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງເລີ່ມເຄື່ອນໄຫວ ພາຍໃຕ້ການຊີ້ນຳຂອງກົມການເມືອງ ແລະ ຂອງທ່ານເລຂາທິການໃຫຍ່, ຂ້າພະເຈົ້າມີຄວາມເຊ່ືອໝັ້ນວ່າ ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຈະບັນລຸໝາກຜົນເປັນຢ່າງດີ.”
ກ່ຽວກັບການປ່ຽນໃຫມ່ຮູບແບບຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ໃນກອງປະຊຸມສູນກາງຄັ້ງທີ 5 ຜ່ານມາ, ຄະນະບໍລິຫານງານສູນກາງ ໄດ້ຕົກລົງສ້າງຕັ້ງຄະນະວຽກງານການເມືອງພາຍໃນສູນກາງຄືນໃຫມ່ ທັງປະຕິບັດພາລະບົດບາດຂອງຄະນະພັກ ທັງແມ່ນອົງການປະຈຳຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ. ຕາມຜູ້ຊ່ຽວຊານຫລາຍທ່ານແລ້ວ, ວິທີການນີ້ຈະເຮັດໃຫ້ຮູບແບບປະຈຸບັນປ່ຽນແປງນັບທັງພາກສ່ວນໃນຄະນະຊີ້ນຳ. ນອກນັ້ນ ດ້ວຍຮູບແບບນີ້ ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແມ່ນພາຍໃຕ້ການຊີ້ນຳນຳພາໂດຍກົງ ແລະ ເປັນປະຈຳຂອງກົມການເມືອງ, ຄະນະເລຂາ, ຮັບປະກັນຄວາມເອກະລາດກັບອົງການນິຕິບັນຍັດ, ອຳນາດບໍລິຫານ, ຍຸຕິທຳ. ທ່ານ Mai Truc Lan, ອະດີດຮອງປະທານສະພາແຫ່ງຊາດ ເວົ້າວ່າ:
“ນັ້ນແມ່ນວຽກງານລະອຽດທີ່ສຸດ ມີຄວາມແທດຈິງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ພະນັກງານ, ສະມາຊິກພັກໃນການປະຕິບັດມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບບາງບັນຫາຮີບດ່ວນໃນວຽກງານກໍ່ສ້າງພັກ. ນັ້ນແມ່ນຜົນສຳເລັດຊຶ່ງໄດ້ຮັບການສະຫນັບສະຫນູນຈາກຫາງສຽງທີ່ສຸດ. ໃນກອງປະຊຸມຄັ້ງນີ້, ສູນກາງໄດ້ຕົກລົງຄືແນວນັ້ນ ແມ່ນຖືກຕ້ອງ ແລະ ຫວັງວ່າ ອົງການນີ້ຈະເຄື່ອນໄຫວ ແລະ ບັນລຸໝາກຜົນຢ່າງແທດຈິງກວ່າໃນການສະກັດກັ້ນ ແລະ ຄວບຄຸມການສໍ້ລາດບັງຫລວງ.”
ກອງປະຊຸມຍ້ອງຍໍສັນລະເສີນສ່ວນບຸກຄົນມີຜົນງານດີເດັ່ນໃນການຕ້ານ
ການສໍ້ລາດບັງຫລວງ
ພາບ:baodatviet.vn
|
ນອກນັ້ນ, ເລື່ອງສ້າງຕັ້ງຄະນະວຽກງານການເມືອງພາຍໃນສູນກາງຄືນໃຫມ່ ທັງປະຕິບັດບົດບາດຫນ້າທີ່ຂອງຄະນະພັກ ພ້ອມທັງແມ່ນອົງການປະຈຳ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຍັງສອດຄ່ອງກັບລະບອບພັກນຳພາຮອບດ້ານໃນປະຈຸບັນ. ຍິ່ງກວ່ານັ້ນ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແມ່ນບັນຫາແກ່ນສານໃນການຕ້ານການເສື່ອມທາດຂາດຄຸນໃນພະນັກງານ, ສະມາຊິກພັກ. ສະນັ້ນ ຮູບແບບນີ້ກໍຊ່ວຍຊຸກຍູ້ການປະຕິບັດມະຕິສູນກາງຄັ້ງທີ 4 ກ່ຽວກັບການກໍ່ສ້າງ, ປັບປຸງພັກ. ທະນາຍຄວາມ Luu Van Dat ຫົວຫນ້າສະພາທີ່ປຶກສາກ່ຽວກັບອະທິປະໄຕ - ກົດໝາຍ ສັງກັດຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ:
“ດ້ວຍແຜນນະໂຍບາຍຂອງສູນກາງ ນັ້ນແມ່ນຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ພາຍໃຕ້ການຄຸ້ມຄອງຂອງກົມການເມືອງ, ຂ້າພະເຈົ້າເຫັນວ່າ ເຮັດຄືແນວນັ້ນແມ່ນເໝາະສົມ ເພາະວ່າ ລະບົບການເມືອງຂອງພວກເຮົາແມ່ນພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ. ກົມການເມືອງຄຸ້ມຄອງໂດຍກົງ, ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຈະມີປະສິດທິຜົນກວ່າ. ”
ພ້ອມກັບເລື່ອງສ້າງກົງຈັກປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ຕາມຮູບແບບໃຫມ່, ຫາງສຽງກໍປາດຖະຫນາວ່າ ບັນດາອົງການກ່ຽວຂ້ອງສືບຕໍ່ສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ ເພື່ອຈຳກັດບັນດາຂໍ້ຂາດຕົກບົກຜ່ອງເກີດຄວາມຫຍໍ້ທໍ້, ນຳໃຊ້ພະນັກງານຢ່າງເໝາະສົມ, ເສີມຂະຫຍາຍບົດບາດຕິດຕາມກວດກາຂອງປະຊາຊົນຢ່າງສູງສຸດ. ເຮັດຄືແນວນັ້ນ ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ທີ່ເຄີຍໄດ້ຮັບຖືວ່າແມ່ນບັນຫາສັບສົນ ແລະ ຫຍຸ້ງຍາກຈຶ່ງເສີມຂະຫຍາຍປະສິດທິຜົນຢ່າງແທ້ຈິງໄດ້.
ນັກຂ່າວ Huong Giang