ປີສາມັກຄີມິດສະພາບ ຫວຽດນາມ - ລາວ: ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ

(VOVWORLD) -ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໄດ້ຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ປະກົດຜົນເປັນຈິງ
ປີສາມັກຄີມິດສະພາບ ຫວຽດນາມ - ລາວ: ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ປີ 2022, ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ໄດ້ສ້າງຂີດໝາຍເຂັ້ມຂຸ້ນຫຼາຍຢ່າງໃນການພົວພັນລະຫວ່າງ 2 ຝ່າຍ. ມີການເຄື່ອນໄຫວຫຼາຍຢ່າງຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (05 ກັນຍາ 1962 05 ກັນຍາ 2022), ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ (18 ກໍລະກົດ 1977 18 ກໍລະກົດ 2022), ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ລວມທັງຫຼາຍຂົງເຂດ, ໄດ້ດຶດດູດຄວາມສົນໃຈຂອງປະຊາຊົນທັງ 2 ປະເທດ. ບັນດາການເຄື່ອນໄຫວນີ້ສະແດງໃຫ້ຫັນຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ ໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

        ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໄດ້ຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ປະກົດຜົນເປັນຈິງ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ແບບຢ່າງຫາຍາກກ່ຽວກັບຄວາມສະໜິດຕິດພັນທີ່ສະໜິດແໜ້ນ

        ໂດຍຢືນຢັນຄວາມຕັດສິນໃຈຂອງທັງ 2 ປະເທດແມ່ນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ມີການເຄື່ອນໄຫວໃຫຍ່ຫຼາຍຢ່າງເຊິ່ງ 2 ປະເທດໄດ້ຈັດຂຶ້ນໃນຂອບເຂດປີສາມັກຄີມິດຕະພາບ. ພົ້ນເດັ່ນແມ່ນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ  45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ເຊິ່ງໄດ້ຈັດຂຶ້ນຢູ່ທັງ 2 ປະເທດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ. 2 ຝ່າຍກໍ່ຈັດການແລກປ່ຽນຄະນະຜູ້ແທນ ທຸກຂັ້ນ, ຈັດການພົວພັນແລກປ່ຽນ, ຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຈັດການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ບັນດາການເຄື່ອນໄຫວແລກປ່ຽນວັນນະຄະດີ, ວັດທະນະທຳ, ສິລະປະ, ການສຶກສາ ແລະ ກິລາ ກໍ່ໄດ້ຈັດຂຶ້ນ. 2 ປະເທດໄດ້ຈັດພິທີປຸກລະດົມງານປະກວດ, ຄື: “ຊອກຫາປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ”, “ອານຸສອນແຫ່ງຄວາມຊົງຈຳ”… ເພື່ອໃຫ້ລຸ້ນໜຸ່ມ, ປະຊາຊົນ 2 ປະເທດມີຄວາມເຂົ້າໃຈກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດຢ່າງເລິກເຊິ່ງກວ່າ.

        ໃນບົດກ່າວປາໄສທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ  45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ທີ່ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ ໃນເດືອນ ກັນຍາ 2022), ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໃຫ້ຮູ້ວ່າ:

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

ປີສາມັກຄີມິດສະພາບ ຫວຽດນາມ - ລາວ: ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ - ảnh 2 (ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ)

        ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ, ຖືວ່າ:

        “ປີສາມັກຄີແບບພິເສດລະຫວ່າງ 2 ປະເທດ ໄດ້ສົ່ງສານທີ່ສຳຄັນຍິ່ງ, ສະແດງໃຫ້ເຫັນຄວາມໝາຍສຳຄັນ, ຄວນເປັນຕາຍຂອງສາຍພົວພັນແບບພິເສດລະຫວ່າງ ລາວ ແລະ ຫວຽດນາມ, ຫວຽດນາມ ແລະ ລາວ. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ໂລກໄດ້ເຫັນຄວາມມຸ່ງມາດປາດຖະໜາ ແລະ ຄວາມຕັດສິນໃຈຂອງການນຳພັກ, ລັດ ແມ່ນ ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວໃຫ້ຍືນຍົງຄົງຕົວຕະຫຼອດໄປ, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຫຼາຍຢ່າງກໍ່ຕາມ”.

ສຽງກັງວານຍັງຄົງຕົວຕະຫຼອດໄປ

        ປີສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ໄດ້ປິດລົງໃນເດືອນ ທັນວາ. ບັນດາການເຄື່ອນໄຫວໃນປີສາມັກຄີນີ້ ໄດ້ຊ່ວຍໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນອັນສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຢ່າງເລິກເຊິ່ງກວ່າອີກ. ອ້າຍ ເຈິ່ນຮິວຢຸງ, ຜູ້ເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ປີ 2022 (ເດືອນ ຕຸລາ 2022, ຢູ່ແຂວງ ດ້ຽນບຽນ) ແບ່ງປັນວ່າ:

        “ໂດຍແມ່ນຊາວ ຫວຽດນາມ ຜູ້ໜຶ່ງ, ຂ້າພະເຈົ້າມີຄວາມຮູ້ສຶກເອກອ້າງທະນົງໃຈກ່ຽວກັບມູນເຊື້ອວັດທະນະທຳທີ່ມີມາແຕ່ດົນນານຂອງຊາດ ແລະ ນ້ຳໃຈສາມັກຄີມິດຕະພາບທີ່ຫາຍາກລະຫວ່າງ ລາວ ແລະ  ຫວຽດນາມ. ໃນລາຍການເຊິ່ງຈັດຂຶ້ນໃນມື້ນີ້, ນອກຈາກຂອບຂະໜາດເຊິ່ງບັນດາລາຍການສະແດງສິລະປະນຳມາໃຫ້ແລ້ວ, ຍັງເປັນການສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ 2 ປະເທດ, 2 ຊາດ ແລະ ສະແດງໃຫ້ເຫັນນ້ຳໃຈສາມັກຄີສະໜິດຕິດພັນລະຫວ່າງ 2 ປະເທດ ອີກດ້ວຍ”.

        ທ່ານ ບຸຍກວາງຮຸຍ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຢືນຢັນວ່າ:

        “ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເຫັນວ່າ ຕ້ອງສືບຕໍ່ມານະພະຍາຍາມກວ່າ ເພື່ອນຳສາຍພົວພັນດັ່ງກ່າວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. ໃນຊຸມປີຜ່ານມາ, ຄະນະຊາວໜຸ່ມ ແລະ ໄວໜຸ່ມ 2 ປະເທດ ຫວຽດນາມ - ລາວ ໄດ້ຈັດການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບ, ຮ່ວມມືຫຼາຍຢ່າງໃນຫຼາຍຂົງເຂດ ດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ 2 ປະເທດ”.

        ປີ 2022 ແມ່ນປີພິເສດໃນສາຍພົວພັນ ຫວຽດນາມ ແລະ ລາວ. 2 ປະເທດໄດ້ພ້ອມກັນຜ່ານໄລຍະຂີດໝາຍໃໝ່, ປະກອບສ່ວນເສີມສ້າງປະຫວັດສາດຂອງການຮ່ວມມື 2 ຝ່າຍໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ