ປະ​ຊາ​ກອນ 100 ລ້ານ​ຄົນ ແລະ ກາ​ລະ​ໂອ​ກາດ​ເພື່ອໃຫ້​ ຫວຽດ​ນາມ ​ພັດ​ທະ​ນາ

(VOVWORLD) - ປະຊາກອນ ຫວຽດນາມ ບັນລຸລະດັບ 100 ລ້ານຄົນ. ນີ້ແມ່ນຕົວເລກສະແດງໃຫ້ເຫັນຄວາມໝາຍໃນສະພາບການ ການແກ້ງແຍ້ງເສດຖະກິດທົ່ວໂລກ, ທຸກໆປະເທດລ້ວນແຕ່ຖືແຫຼ່ງຊັບພະຍາກອນມະນຸດ ແມ່ນເຄື່ອງມືທີ່ສຳຄັນທີ່ສຸດເພື່ອຍົກສູງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ.

ປະ​ຊາ​ກອນ 100 ລ້ານ​ຄົນ ແລະ ກາ​ລະ​ໂອ​ກາດ​ເພື່ອໃຫ້​ ຫວຽດ​ນາມ ​ພັດ​ທະ​ນາ - ảnh 1ປະຊາກອນ ຫວຽດນາມ ບັນລຸລະດັບ 100 ລ້ານຄົນ (ພາບ: ກວາງວິງ)

ປະຊາກອນບັນລຸ 100 ລ້ານຄົນມີຄວາມໝາຍດຽວກັນກັບ ເລື່ອງ ຫວຽດນາມ ກາຍເປັນ 1 ໃນຈຳນວນ 15 ປະເທດ ໃນໂລກ ແລະ 1 ໃນຈຳນວນ 3 ປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ຖັດຈາກ ອິນໂດເນເຊຍ ແລະ ຟີລິບປິນ) ມີປະຊາກອນ ກ່ວາ 100 ລ້ານຄົນຢ່າງເປັນທາງການ. ມີນັກຊ່ຽວຊານຫຼານທ່ານຖືວ່າ ນີ້ແມ່ນທ່າໄດ້ປຽບຢ່າງແຮງສຳລັບ ຫວຽດນາມ ເມື່ອເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດຢ່າງຫຼວງຫຼາຍ ເພື່ອສາມາດເຕີບໂຕ ແລະ ກ້າວກະໂດດຂັ້ນ.

ຂີດໝາຍສຳຄັນສຳລັບ ຫວຽດນາມ

ຕາມຕົວເລກຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ແລ້ວ, ການຫັນປ່ຽນໃນຈຳນວນປະຊາກອນ ຫວຽດນາມ ຢັ້ງຢືນໄດ້ຢ່າງຈະແຈ້ງທີ່ສຸດ ຜ່ານສອງໄລຍະ. ນັບແຕ່ຕົ້ນຊຸມປີ 1950, ປະຊາກອນ ຫວຽດນາມ ມີພຽງແຕ່ 25 ລ້ານຄົນ. ຮອດຊຸມປີ 1970, ປະຊາກອນຫວຽດນາມ ເພີ່ມຂຶ້ນທົບ 2ເທົ່າ ຂຶ້ນເຖິງ 50 ລ້ານຄົນ. ປັດຈຸບັນ, ປະຊາກອນຫວຽດນາມ ບັນລຸ 100 ລ້ານຄົນ. ດັ່ງນັ້ນ, ຫວຽດນາມ ຕ້ອງເສຍເວລາ 20 ປີເພື່ອໃຫ້ປະຊາກອນເພີ່ມຂຶ້ນທົບສອງເທົ່າໃນໄລຍະ 1950 – 1970. ແຕ່ປະເທດຊາດຕ້ອງເສຍເວລາ 50 ປີເພື່ອປະຊາກອນສືບຕໍ່ເພີ່ມຂຶ້ນທົບ 2 ເທົ່າ, ແຕ່ 50 ລ້ານຄົນ ຂຶ້ນເຖິງ 100 ລ້ານຄົນ ໃນໄລຍະຫຼັງປີ 1970 ມາຮອດປັດຈຸບັນ. ດັ່ງນັ້ນ, ຂີດໝາຍ ປະຊາກອນ 100 ລ້ານຄົນ ໄດ້ຮັບຖືວ່າ ແມ່ນເຫດການ ຍ້ອນມັນສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງ ຫວຽດນາມ ກ່ຽວກັບປະຊາຊົນໃນໂລກ. ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ໂລກ (UNFPA) ປະຈຳ ຫວຽດນາມ ຢັ້ງຢືນວ່າ:

ປະຊາກອນຫວຽດນາມ ໄດ້ບັນລຸລະດັບ 100 ລ້ານຄົນ ແລະ ຫວຽດນາມ ຈະກາຍເປັນປະເທດມີປະຊາກອນຫຼາຍຢືນຢູ່ອັນດັບທີ 15 ໃນໂລກ. ນັ້ນແມ່ນໄຊຊະນະ ແລະ ຂີດໝາຍສຳຄັນຕໍ່ຫວຽດນາມ. ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ລັດຖະບານ ຫວຽດນາມ ກ່ຽວກັບສິ່ງນີ້. ເພາະວ່າ ຫວຽດນາມ, ໂດຍແມ່ນປະເທດໂດຍສົງຄາມທຳລາຍ, ປັດຈຸບັນ ໄດ້ປະສົບຜົນສຳເລັດໃນການເພີ່ມປະຊາກອນ, ນຳພົນລະເມືອງຈຳນວນຫຼາຍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັບປະກັນລະດັບການເຕີບໂຕເສດຖະກິດສັງຄົມ ຢູ່ລະດັບທີ່ເປັນໜ້າປະທັບໃຈ.

ຕາມທ່ານສາດສະດາຈານ ປ.ອ ຮ່ວາງວັນເກືອງ, ກຳມະການ ກຳມະທິການການເງິນ - ງົບປະມານຂອງ ສະພາແຫ່ງຊາດແລ້ວ, ເລື່ອງປະຊາກອນບັນລຸລະດັບ 100 ລ້ານຄົນ ນຳມາໃຫ້ 2 ຄວາມສາມາດບົ່ມຊ້ອນໃຫຍ່ໃຫ້ແກ່ ຫວຽດນາມ. ທີ່ໜຶ່ງແມ່ນປະຊາກອນ ຫວຽດນາມ ຍັງພວມສືບຕໍ່ເພີ່ມຂຶ້ນຕາມປົກກະຕິ, ບໍ່ຖືກຕົກເຂົ້າສູ່ຄວາມສ່ຽງຄືກັນກັບບາງປະເທດ ແມ່ນປະຊາກອນຫຼຸດລົງ. ທີສອງ, ປະຊາກອນເພີ່ມຂຶ້ນສູງຈະສ້າງຄົນລຸ້ນໜຸ່ມໃນອະນາຄົດ, ຈຳນວນປະຊາຊົນໜຸ່ມເພີ່ມຂຶ້ນ ເຮັດໃຫ້ແຫຼ່ງກຳລັງແຮງງານໃຫ້ແກ່ສັງຄົມສືບຕໍ່ໄດ້ເພີ່ມເຕີມ. ສິ່ງນີ້ຊ່ວຍວິວັດການອັດຕາພົນລະເມືອງໃນເກນອາຍຸສູງຫຼຸດລົງ ແລະ ແກ່ຍາວໄລຍະມີພົນລະເມືອງໜຸ່ມຢູ່ລະດັບສູງຂອງປະເທດຊາດ.

ສິ່ງທ້າທາຍ ແລະ ກາລະໂອກາດ.

ປະ​ຊາ​ກອນ 100 ລ້ານ​ຄົນ ແລະ ກາ​ລະ​ໂອ​ກາດ​ເພື່ອໃຫ້​ ຫວຽດ​ນາມ ​ພັດ​ທະ​ນາ - ảnh 2ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ໂລກ (UNFPA) ປະຈຳ ຫວຽດນາມ (ພາບ: TTXVN)
ປັດຈຸບັນ ຫວຽດນາມ ພວມໃນໄລຍະອັນຕາປະຊາກອນໃນເກນອາຍຸອອກແຮງງານຫຼາຍເກີນໄປ, ດ້ວຍຈຳນວນ 70%. ຕາມກົນເກນແລ້ວ, ໄລຍະອັນຕາປະຊາກອນໃນເກນອາຍຸອອກແຮງງານຫຼາຍເກີນໄປ ແມ່ນກາລະໂອກາດ ມີໜຶ່ງບໍ່ມີສອງ ເພື່ອໃຫ້ບັນດາປະເທດພັດທະນາເສດຖະກິດ - ສັງຄົມ ແລະ ກາລະໂອກາດນີ້ ພຽງແຕ່ເກີດຂຶ້ນຄັ້ງດຽວໃນປະຫວັດສາດແຫ່ງການພັດທະນາຂອງແຕ່ລະປະເທດ. ໄລຍະອັນຕາປະຊາກອນໃນເກນອາຍຸອອກແຮງງານຫຼາຍເກີນໄປ ຂອງ ຫວຽດນາມ ຈະສືບຕໍ່ແກ່ຍາວຮອດປີ 2039 ດ້ວຍການປະກົດຕົວຂອງກຸ່ມປະຊາຊົນໜຸ່ມທີ່ມີສະມັດຕະພາບອອກແຮງງານສູງ, ພ້ອມທັງ ອາດຈະຂຸດຄົ້ນທ່າໄດ້ປຽບ ກ່ຽວກັບປະຊາກອນເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດ - ສັງຄົມ ຂອງປະເທດ ໃຫ້ຫຼາຍກ່ວາອີກ. ທ່ານນາງ Naomi Kitahara,  ຫົວໜ້າຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ ຖືວ່າ:

ປະຊາຊົນບັນລຸ ລະດັບ 100 ລ້ານຄົນ ໝາຍຄວາມວ່າ ຫວຽດນາມ ມີຕະຫຼາດພາຍໃນປະເທດທີ່ກວ້າງໃຫຍ່, ພ້ອມກັບຄວາມສາມາດດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ຫຼາຍກ່ວາດ້ວຍແຫຼ່ງແຮງງານທີ່ເຂັ້ມແຂງ, ມີລະດັບຄວາມຮູ້ ແລະ ເຄື່ອງມືສູງ. ປະຊາກອນ 100 ລ້ານຄົນຂອງ ຫວຽດນາມ ແມ່ນສັນຍະລັກໃຫ້ແກ່ 100 ລ້ານຄວາມຫວັງ, 100 ລ້ານຄວາມຝັນ ແລະ 100 ລ້ານກາລະໂອກາດ.

 ບໍ່ອາດປະຕິເສດຕໍ່ ບັນດາກາລະໂອກາດຂອງເລື່ອງປະຊາກອນບັນລຸ 100 ລ້ານຄົນ, ແຕ່ຂີດໝາຍນີ້ກໍ່ເປັນສິ່ງທ້າທາຍຂອງ ຫວຽດນາມໃນການຍົກສູງຄຸນນະພາບປະຊາກອນ, ເປັນຕົ້ນແມ່ນໃນການຮັບປະກັນການສຶກສາ, ສາທາລະນະສຸກ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ… ຍິ່ງໄປກ່ວານັ້ນ, ນີ້ກໍ່ແມ່ນການຮັບປະກັນສິດທິມະນຸດ ຂອງປະຊາຊົນ. ກ່າວຄຳເຫັນທີ່ ເວທີປາໄສຄົບຄະນະລະດັບສູງກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 (ເດືອນທັນວາ ປີ 2021 ຢູ່ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ບັນຫາທີ່ສຳຄັນທີ່ສຸດແມ່ນຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ພວກເຮົາຕ້ອງເບິ່ງແຍງດູແລໃຫ້ປະຊາຊົນ 100 ລ້ານຄົນໃຫ້ມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ມີປະຊາທິປະໄຕ ນັ້ນແມ່ນສິດທິມະນຸດ, ຕ້ອງຫັນເປັນລະອຽດ ດ້ວຍການເສີມຂະຫຍາຍຢ່າງສຸດຂີດປັດໄຈມະນຸດ, ຖືປະຊາຊົນເປັນໃຈກາງ, ທັງເປັນເຈົ້າຂອງ, ທັງເປັນເປົ້າໝາຍ, ທັງເປັນກຳລັງໜູນໃຫ້ການພັດທະນາ.

ໃນສະພາບການແກ້ງແຍ້ງດ້ານເສດຖະກິດທົ່ວໂລກ, ທຸກປະເທດລ້ວນແຕ່ຖືແຫຼ່ງຊັບພະຍາກອນມະນຸດເປັນເຄື່ອງມືສຳຄັນທີ່ສຸດເພື່ອຍົກສູງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ເລື່ອງ ຫວຽດນາມ ຕ້ອນຮັບພົນລະເມືອງຄົນທີ 100 ລ້ານ ໄດ້ຮັບຖືວ່າແມ່ນຂີດໝາຍທີ່ເປັນໜ້າເອກອ້າງທະນົງໃຈ, ແມ່ນກາລະໂອກາດເພື່ອຍົກສູງຖານະບົດບາດໃນການພັດທະນາຂອງປະເທດຊາດ. ບັນຫາທີ່ຍັງເຫຼືອແມ່ນຕ້ອງຍາດແຍ່ງກາລະໂອກາດນີ້ຄືແນວໃດເພື່ອໃຫ້ ຫວຽດນາມ ສາມາດປະຕິບັດສຳເລັດບັນດາເປົ້າໝາຍພັດທະນາປະເທດຊາດ ທີ່ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ